ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນ​ການ​ເດີນ​ທາງ ໄປ​ລີ​ເບຍ ເພື່ອ​ຕັ້ງ​ຖິ່ນ​ຖານ​ໃໝ່ ອົບ​ພະ​ຍົບ​ແມ່ນ​ເອົາ​ເສັ້ນ​ທາງ ທີ່​ເປັນອັນ​ຕະ​ລາຍ


​ບັນ​ດາຄອບ​ຄົວ​​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຖືກ​ທໍ​ລະ​ມານ ແລະ​ລັກ​ພາ​ໂຕ ໃນ​ເສັ້ນ​ທາງ​ແຕ່​ບ້ານ​ເກີດ​ເຂົາ​ເຈົ້າ ໄປ​ຫາ​ລີ​ເບຍ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຕ​ຣີ​ໂປ​ລີ ປະ​ເທດ​ລີ​ເບຍ. (Heather Murdock/VOA)
​ບັນ​ດາຄອບ​ຄົວ​​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຖືກ​ທໍ​ລະ​ມານ ແລະ​ລັກ​ພາ​ໂຕ ໃນ​ເສັ້ນ​ທາງ​ແຕ່​ບ້ານ​ເກີດ​ເຂົາ​ເຈົ້າ ໄປ​ຫາ​ລີ​ເບຍ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຕ​ຣີ​ໂປ​ລີ ປະ​ເທດ​ລີ​ເບຍ. (Heather Murdock/VOA)

ໃນ​ກາງ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ທ້າວອັບ​ດູ​ລ​ຣາ​ຊູ​ລ ​ອີບ​ຣາ​ຮິມ ໂອ​ມາ ອາ​ຍຸ 38 ປີ ໄດ້​ຈ້າງ​ພວກ​ລັກ​ລອບສົ່ງ​ຄົນ​ ໃຫ້​ສົ່ງ​ລາວພ້ອມ​ກັບ​ພັນ​ລະ​ຍາ​ຂອງ​ລາວ ແລະລູກ​ສາວ​ນ້ອຍໆ 2 ຄົນ ອອກ​ຈາກ​ລີ​ເບຍ.

ໃນ​ການ​ກ່າວ​ຜ່ານ​ທາງ Whatsapp ໃນ​ລະ​ຫວ່າງ​ການ​ເດີນ​ທາງນັ້ນ ລາວ​ບໍ່​ສາມາດບອກ​ໃຫ້​ຮູ້​ວ່າ ລາວ​ຈະ​ຖືກ​ສົ່ງ​ໄປ​ໃສ.

ລາວ​ຂຽນ​ລົງ​ໃນ​ການ​ສົ່ງ​ຂໍ້​ຄວາມ​ ໂດຍ​ບໍ່​ໄດ້​ແຈ້ງ​ໃຫ້​ຮູ້​ທັງ​ໝົດ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ລາວ​ວ່າ “ບໍ່​ມີ​ຄວາມ​ປອ​ດ​ໄພ​ຢູ່​ໃນ​ລີ​ເບຍ ຂ້ອຍ​ໄດ້​ຫລົບ​ໜີ​ໄປ....”

ກ່ອນ​ເດີນ​ທາງ​ໄປ​ຮອດ​ລີ​ເບຍນັ້ນ ທ້າວ​ໂອ​ມາ​ໄດ້​ຫລົບ​ໜີ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ໃນ​ເຂດ​ດາ​ຟົວ​ຂອງ​ຊູ​ດານ ແລະ​ລອດ​ຊີ​ວິດຈາກ​ເສັ້ນ​ທາງ​ພວກ​ຍົກຍ້າຍ​ ຖິ່ນ​ຖານ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກ​ມາ​ໄດ້.

ເກືອບ​ທຸກໆ​ຄົນ​ທີ່​ເດີນ​ທາງ​ໄປ​ຍັງ​ເຂດ​ແຄມ​ຝັ່ງ​ທະ​ເລ​ຂອງ​ລີ​ເບຍ ໃນ​ຄວາມ​ຫວັງ​ເພື່ອ​ຈະ​ເດີນ​ທາງ​ຕໍ່​ໄປ​ຍັງ​ຢູ​ໂຣບນັ້ນ ໄດ້​ປະ​ເຊີນ​ກັບ​ການ​ທຸບ​ຕີ ການ​ຂົ່ມ​ຂືນ​ສຳ​ເລົາ, ການ​ທໍ​ລະ​ມານຫຼື​ບໍ່​ກໍ​ການ​ລັກ​ພາ​ໂຕ ອີງ​ຕາມ​ອົງ​ການ​ຂ້າ​ຫຼວງ​ໃຫຍ່​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ​ຫຼື UNHCR. ພວກ​ລັກ​ລອບ​ຂົນ​ສົ່ງ​ຄົນ ໄດ້​ຮຽກ​ຮ້ອງ​ເອົາ​ເງິນ​ຈາກ​ບັນດາ​ຄອບ​ຄົວ​ຊຶ່ງ​ຕາມ​ປົກ​ກະ​ຕິ​ກໍ​ທຸກ​ຍາກ​ຢູ່​ແລ້ວ ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ຊີ​ວິດຂອງ​ຄົນ​ທີ່​ພວກ​ເຂົາ​ເຈົ້າ​ຮັກ.

ທ່ານ​ຊາ​ລີ ແຢັກ​ລີ ໂຄ​ສົກ​ຂອງ​ອົງ​ການ UNHCR ທີ່​ນະ​ຄອນ​ເຈ​ນີ​ວາ ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ລ່ວງ​ລະ​ເມີດ ​ສິດ​ທິ​ມະ​ນຸດຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ໃນ​ທຸກ ມື້ນີ້. ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ ມີ​ຫຼາຍ​ປານ​ໃດ​ໄດ້​ເສຍ​ຊີ​ວິດ ໃນ​ລະ​ຫວ່າງ​ການ​ເດີນ​ທາງ.”

ຢູ່​ທີ່ກອງ​ປະ​ຊຸມ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ​ໃນ​ວັນ​ພຸດ​ວານນີ້ ຜູ້​ຕາງ​ໜ້​າ​ຖາ​ວອນຂອງ​ລີ​ເບຍ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ເຈ​ນີ​ວາ​ກ່າວ​ວ່າ ບັນ​ດາປະ​ເທດ​ທີ່​ຮັ່ງ​ມີ​ຂອງ​ໂລກ​ຄວນ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ຫຼາຍ​ຂຶ້ນ ສຳ​ລັບ​ພວກທີ່​ຮູ້​ສຶກວ່າ​ເຂົາ​ເຈົ້າຈຳ​ເປັນຕ້ອງ​ໄດ້​ຫລົບ​ໜີ​ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຢູ່​ແລ້ວ​ນັ້ນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ທາ​ມິມ ແອັມ ບາຍ​ອູ ກ່າວ​ວ່າ “ກ່ອນ​ທີ່​ຈະ​ໄດ້​ຮັບ​ຖາ​ນະ​ອົບ​ພະ​ຍົບ​ຢ່າງ​ເປັນ​ທາງ​ການນັ້ນ ພວກ​ອົບ​ພະ​ຍົບ​ໄດ້​ປະ​ເຊີນ​ກັບ​ໂສກ​ນາດ​ຕະກຳ​ທີ່​ໜ້າ​ຢ້ານ​ກົວໂດຍ​ການ​ອົບ​ພະ​ຍົບ​ແລະ​ຍົກ​ຍ້າຍ​ຖິ່ນ​ຖານ. ໃນ​ຖາ​ນະ​ທີ່​ເປັນປະ​ເທດ​ທາງ​ຜ່ານ ລີ​ເບຍ​ແມ່ນ​ຄຸ້ນ​ເຄີຍ​ເປັນ​ທີ່​ສຸດ​ກ່ຽວ​ກັບ​ຂັ້ນ​ຕອນ​ສອງ​ຂັ້ນ​ທຳອິດ.”

ທ້າວໂອ​ມາກ່າວ​ຕື່ມ​ວ່າ ເຖິງ​ແມ່ນການ​ເດີນ​ທາງຜ່ານ ເປັນ​ອັນ​ຕະ​ລາຍກໍ​ຈິງ ແຕ່​ການ​ອາ​ໄສ​ຢູ່​ໃນ​ປະ​ເທດ​ລີ​ເບຍ​ເອງ​ ກໍ​ບໍ່​ແມ່ນ​ທາງ​ເລືອກທີ່​ດີ​ ເຊັ່ນ​ດຽວ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG