ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອເວົ້າ​ວ່າ ຕົນໄດ້​ທຳ “​ການທົດ​ລອງ​ທີ່​ສຳ​ຄັນ​ທີ່​ສຸດ” ຂະ​ນະ​ທີ່​ກຳ​ນົດ​ເສັ້ນ​ຕາຍ ຫຍັບ​ໃກ້​ເຂົ້າ​ມາ


​ພາບການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາ​ຫລີ​ເໜືອ ຕິດ​ໄວ້​ຢູ່​ສູນ​ຢ້ຽມ​ຊົ​ມ​ຂອງ​ຫ້ອງ​ການ​ທ້ອນ​ໂຮມ​ຊາດໃນ​ເມືອງ Paju ຂອງ​ເກົາ​ຫລີ​ໃຕ້ຢູ່​ໃກ້​ຊາຍ​ແດນ​ຕິດກັບເກົາ​ຫລີ​ເໜືອ, ວັນ​ທີ 13 ທັນ​ວາ, 2019
​ພາບການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາ​ຫລີ​ເໜືອ ຕິດ​ໄວ້​ຢູ່​ສູນ​ຢ້ຽມ​ຊົ​ມ​ຂອງ​ຫ້ອງ​ການ​ທ້ອນ​ໂຮມ​ຊາດໃນ​ເມືອງ Paju ຂອງ​ເກົາ​ຫລີ​ໃຕ້ຢູ່​ໃກ້​ຊາຍ​ແດນ​ຕິດກັບເກົາ​ຫລີ​ເໜືອ, ວັນ​ທີ 13 ທັນ​ວາ, 2019

ເກົາຫຼີ​ເໜືອກ່າວໃນ​ວັນ​ເສົາ​ມື້ນີ້​ວ່າ ຕົນໄດ້​ທຳ “​ການທົດ​ລອງ​ທີ່​ສຳ​ຄັນ​ທີ່​ສຸດ” ຢູ່ ສະຖານ​ທີ່​ສົ່ງ​ດາວ​ທຽມແຫ່ງ​ນຶ່ງ ເພື່ອ​ຊ່ວຍ​ເພີ້ມ​ຄວາມເຂັ້ມ​ແຂງ​ໃຫ້​ແກ່ “ຄວາມ​ໜ້າ​ເຊື່ອ​ຖື​ໃນການ​ສະ​ກັດ​ກັ້ນອາ​ວຸດ​ຍຸດ​ທະ​ສາດ​ນິວ​ເຄ​ລຍ.”

ການ​ທົດ​ລອງ​ດັ່ງ​ກ່າວ ​ມີ​ຂຶ້ນບໍ່​ພໍ​ເທົ່າ​ໃດ​ອາ​ທິດກ່ອນ​ຈະ​ຮອດ​ວັນ​ກຳ​ນົດເສັ້ນ​ຕາຍ ທີ່​ປະ​ເທດນັ້ນ​ວາງ​ອອກເອງ​ສຳ​ລັບ​ສະ​ຫະ​ລັດ ວ່າໃຫ້ຍອມ​ຜ່ອນ​ຜັນ​ຫລາຍ​ຂຶ້ນ​ໃນ​ການ​ເຈ​ລະ​ຈາ​ອາ​ວຸດນິວ​ເຄ​ລຍ ແລະ​ທ່າມ​ກາງ​ການ​ຂົ່ມ​ຂູ່​ ຂອງ​ປະ​ເທດນັ້ນ​ວ່າ ​ຈະ​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໄກ ຫລື​ອາ​ວຸດ​ນິວ​ເຄ​ລຍ​ຄືນ​ອີກ.

ອົງ​ການ​ຂ່າວສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອ ຫຼື KCNA ບໍ່ໄດ້ເວົ້າ​ວ່າການ​ທົດ​ລອງ ໃນ​ວັນ​ເສົາ​ມື້ນີ້ແມ່ນ​ການ​ທົດ​ລອງ​ຫຍັງແທ້ ແລະກໍ​ບໍ່​ໄດ້​ເອົາ​ຮູບ​ການ​ທົດ​ລອງນັ້ນ​ລົງ​ເຜີຍ​ແຜ່ ແຕ່​ວ່າອົງ​ການ​ຂ່າວ​ດັ່ງ​ກ່າວ​ເວົ້າ​ວ່າ ​ການ​ທົດ​ລອງໄດ້ ມີ ຂຶ້ນຢູ່​ບ່ອນ​ສົ່ງ​ດາວ​ທຽມໂຊແຮ ບ່ອນ​ທີ່​ໃນ​ອາ​ທິດ​ນຶ່ງ​ກ່ອນ​ໜ້ານີ້ ເກົາຫຼີ​ເໜືອ ເວົ້າ​ວ່າ ຕົນ​ໄດ້​ທຳ “​ການທົດ​ລອງ​ທີ່​ສຳ​ຄັນ​ຢ່າງ​ຍິ່ງ” ອີກ​ອັນ​ນຶ່ງ ຊຶ່ງ​ປາ​ກົດ​ວ່າ ເປັນການທົດ​ລອງ​ເຄື່ອງ​ຈັກ​ຈະ​ຫລວດ.

ເກົາຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ ໄລ​ຍະໃກ້ ແລະ​ປານ​ກາງ ມາ​ແລ້ວ 13 ຄັ້ງນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້ນ​ມາ. ບັນ​ດາ​ນັກ​ຊ່ຽວ​ຊານຈຳ​ນວນ​ນຶ່ງຄາດ ​ໄວ້​ວ່າ ເກົາຫຼີ​ເໜືອອາດ​ຈະ​ໃຊ້ບ່ອນ​ສົ່ງ​ດາວ​ທຽມໂຊແຮ ເພື່ອ​ສົ່ງດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ​ໂດຍ​ໃຊ້​ເທັກ​ໂນ​ໂລ​ຈີ​ດ້ານ​ລູກ​ສອນ​ໄຟທີ່​ຍິງໄລ​ຍະໄກ.

ພຽງ​ຢາງ​ໄດ້​ຖືກ​ຫ້າມບໍ່​ໃຫ້ມີ​ການ​ເຄື່ອ​ນ​ໄຫວ​ໃດໆ ກ່ຽວ​ກັບລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່​ພາຍ​ໃຕ້​ມະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແຕ່​ວ່າ ​ຜ່ານ​ມາ​ກໍ​ໄດ້​ໃຊ້​ໃນ ສິ່ງ​ທີ່​ປະ​ເທດນັ້ນ​ເອີ້ນ​ວ່າ ການ​ສົ່ງ​ດາວ​ທຽມ ເພື່ອ​ຈຸດ​ປະ​ສົງ​ໃນ​ທາງ​ສັນ​ຕິ ໂດຍ ເປັນເທັກ​ໂນ​ໂລ​ຈີ​ດ້ານ​ລູກ​ສອນ​ໄຟທີ່​ຍິງໄລ​ຍະໄກໄດ້ວິ​ທີ​ນຶ່ງ ຊຶ່ງບໍ່​ໄດ້​ກັບ​ຄືນ​ໄປ​ສູ່​ການ​ສ້າງ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ໂຈ່ງ​ແຈ້ງ​ອີກ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັນ​ລະ​ນາ​ກ່ຽວ​ກັບ​ການ​ທົດ​ລອງ​ຄັ້ງ​ຫລ້າ​ສຸດນີ້ ວ່າ​ໄດ້ເສີມ​ຂະ​ຫຍາຍ “ການ​ສະ​ກັດ​ກັ້ນ​ອາ​ວຸດ​ຍຸດ​ທະ​ສາດ​ນິ​ວເຄ​ລຍ” ໃຫ້​ເຂັ້ມ​ແຂງ​ຂຶ້ນນັ້ນ - ໄດ້​ເປັນ​ສິ່ງ​ສະ​ແດງ​ໃຫ້​ບັນ​ດາ​ນັກ​ວິ​ເຄາະ​ເຫດ​ການ​ຫລາຍ​ຄົນຄິດ​ວ່າ ພຽງ​ຢາງ​ອາດ​ຈະລັກ​ເຮັດ​ໄດ້​ ໂດຍ​ການ​ເຮັດ​ຄືກັນ​ກັບ​ວ່າມັນ​ເປັນ​ການ​ທົດ​ລອງ​ຍິງ​ດາວ​ທຽ​ມໃນ​ຄັ້ງ​ນີ້.

ທ່ານ ວິ​ພິນ ນາ​ຣາງ (Vipin Narang), ນັກ​ຊ່ຽວ​ຊານ​ດ້ານ​ນິ​ວເຄ​ລຍ ຢູ່​ສະ​ຖາ​ບັນ​ດ້ານ​ເທັກ​ໂນ​ໂລ​ຈີ ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ຫລື MIT ເວົ້າ​ວ່າ "ການ​ໃຊ້​ພາ​ສາ ນັ້ນ ໄດ້​ຜັກ​ດັນ​ໃຫ້ພວກ​ເຮົາ​ກັບ​ຄືນ​ໄປ​ຫາການ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ (ICBM ) ອີກ​ໃນ​ປີ​ໃໝ່​ນີ້, ບາງ​ທີມັນອາດ​ຈະ​ເປັນ​ການເລີ້ມນຳ​ໜ້າໃນການ​ຕີ ກໍ​ເປັນ​ໄດ້.”

ເມື່ອ​ຄິດ​ເຖິງ​ຖ້ອຍ​ຄຳ​ຂອງອົງ​ການ​ຂ່າວສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອທີ່ເວົ້າ​ເຊັ່ນ​ນັ້ນ, ທ່າ​ນ​ນາ​ຣາງ ເວົ້າ​ວ່າ ການ​ທົດ​ລອງ​ຄັ້ງ​ຫລ້າ​ສຸດນີ້ ເກືອບ​ແນ່ນອນ​ທີ່​ສຸດ​ວ່າ ມັນ​ກ່ຽວ​ພັນ​ກັບເຄື່ອງ​ຈັກ​ສຳ​ລັບ​ລູກ​ສອນ​ໄຟທີ່​ຍິງໄລ​ຍະໄກ, ອາດ​ຈະ​ແມ່ນ ICBM ກໍ​ເປັນໄດ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG