ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂັ້ນ​ທີ 1 ຂອງ​ຂໍ້​ຕົກ​ລົງ​ການ​ຄ້າ ສະ​ຫະ​ລັດ ກັບ​ ຈີນ ໄດ້​ມີ​ການ​ປະ​ກາດກັນ​ແລ້ວ


ຕູ້​ບັນ​ທຸກ​ເຄື່ອງ ທີ່​ເມືອງທ່າ ແຊນ​ປີ​ໂດ​ຣ ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 22 ມີ​ນາ 2018. ພາບ​ໂດຍ REUTERS/Bob Riha, Jr./File Photo
ຕູ້​ບັນ​ທຸກ​ເຄື່ອງ ທີ່​ເມືອງທ່າ ແຊນ​ປີ​ໂດ​ຣ ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 22 ມີ​ນາ 2018. ພາບ​ໂດຍ REUTERS/Bob Riha, Jr./File Photo

ຂໍ້​ຕົກ​ລົງ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ຊຶ່ງ​ປະ​ເທດ​ທັງ​ສອງໄດ້​ປະ​ກາດກັນ​ຄົນ​ລ​ະ​ເທື່ອ ໃນ​ວັນ​ສຸກວານນີ້ ຈະ​ເປັນ​ຜົນ​ປະ​ໂຫຍດ​ທີ່​ດີ​ສຳ​ລັບ​ພວກ​ພໍ່​ໄຮ່​ຊາວ​ນາອາ​ເມ​ຣິ​ກັນ ຊຶ່ງ​ພວກ​ເຂົາ​ເຈົ້າ​ “ຈະຕ້ອງພາ​ກັນ​ອອກ​ໄປແລະ​ຊື້​ລົດ​ໄຖ​ທີ່​ໃຫຍ່ ກວ່າເກົ່າ” ອີງ​ຕາມ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ທຳ​ນຽບ​ຂາວ ໄດ້ກ່າວ​ເຖິງ​ຂໍ້​ຕົກ​ລົງ​ກັບ​ປັກ​ກິ່ງວ່າ “ເປັນ​ຂໍ້​ຕົກ​ລົງ​ດີ​ເດັ່ນ.”

ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້ເຫັນ​ພ້ອມ​ນຳ​ກັນ​ກ່ຽວ​ກັບ​ເອກ​ກະ​ສານ ຂອງ​ຂໍ້​ຕົກ​ລົງ​ການ​ຄ້າ​ຂັ້ນ​ທີ 1 ແລະ​ຈະ​ຢຸດ​ເຊົາການ​ເກັບພາ​ສີ ຕໍ່ສິນ​ຄ້າ​ຂອງ​ກັນ​ແລະ​ກັນ​ຕື່ມ​ອີກ.

​ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ນັ້ນ ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ປະ​ເທດ​ຂອງທ່ານ​ຈະ​ນຳ​ເຂົ້າ ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ພະ​ລັງ​ງານ ແລະເພ​ຊັດ​ສະ​ກຳ​ຂອງ​ອາ​ເມ​ຣິ​ກັນ​ເພີ້ມ​ຂຶ້ນ.

ທ່ານ​ທ​ຣຳ​ກ່າວ​ວ່າ ການ​ຊື້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ພຽງ​ຢ່າງ​ດຽວ ຈະ​ມີ​ມູນ​ຄ່າ​ຢູ່ 50 ຕື້​ໂດ​ລາ “ໃນ​ໄວໆ​ນີ້.”

ຕໍ່​ມາ​ໃນ​ມື້​ວານນີ້ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ ​ຂອງ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ຈີນ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເພີ້ມ “ການ​ຊື້​ຜະ​ລິດ​ຕະ​ພັນ​ສິນ​ຄ້າ ສິນ​ຄ້າກະ​ສິ​ກຳ ຜະ​ລິດ​ຕະ​ພັນ​ພ​ະ​ລັງ​ງານ​ແລະ​ການ​ບໍ​ລິ​ການ ບໍ່​ຕ່ຳ​ກວ່າ 200 ຕື້​ໂດລາ ໃນ​ໄລ​ຍະ​ສອງ​ປີ​ຕໍ່​ໜ້າ.”

ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຄາດ​ວ່າ ຈະ​ມີ​ການ​ລົງ​ນາມ​ກັນ ​ໃນ​ອາ​ທິດ​ທຳ​ອິດ​ຂອງ​ເດືອ​ນ​ໜ້າ ຢູ່​ທີ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ລະ​ຫວ່າງ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼິວເຫ ອີງ​ຕາມ​ຕາມ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ທ່ານ​ຫວັງ ຊູ​ເຫວິນ ຮອງ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ ກ່າວ​ຕໍ່​ພວກ​ນັກ ຂ່າວ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ ເອກ​ກະ​ສານ​ຂອງ​ຂໍ້​ຕົກ​ລົງ ຮວມ​ທັງ 9 ບົດ​ທີ່​ເວົ້າ​ເຖິງ​ສິດ​ທິ​ກ່ຽວ​ກັບ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ການ​ໂອນ​ເທັກ​ໂນ​ໂລ​ຈີ ອາ​ຫານ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ການ​ບໍ​ລິ​ການ​ດ້ານ​ການ​ເງິນ ອັດ​ຕາ​ການ​ແລກ​ປ່ຽນ​ແລະ​ຄວາມ​ໂປ່ງ​ໃສ ການ​ຄ້າ ຂາຍທີ່​ເພີ້ມ​ທະ​ວີ​ຂຶ້ນ ການ​ຊັ່ງ​ຊາ​ແລະ​ແກ້​ໄຂ​ການ​ຂັດ​ແຍ້ງ​ລະ​ຫວ່າງ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG