ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ ກອງ​ທັບ​ອາ​ກາດ​ຊີ​ເລ ຫາຍ​ສາບ​ສູນ ລະ​ຫວ່າງ​ບິນ​ໄປ ຂົ້ວ​ໂລກ​ໃຕ້


ຮູບ​ຈາກວີ​ດີ​ໂອ ນາຍ​ພົນ ເອ​ດົວ ມົ​ສ​ເກ​ອີ​ຣາ (ຂວາ) ຈາກກອງ​ພັນ​ທະ​ຫານ​ອາ​ກາດ​ທີ 4 ຖ​ະ​ແຫຼງ​ຕໍ່​ສື່ມວນ​ຊົນ ກ່ຽວ​ກັບ​ການ​ຫ​າຍ​ສາບ​ສູນ​ຂອງ​ເຮືອ​ບິນ ທີ່​ເມືອງ​ປູນ​ຕາ ອາ​ເຣ​ນາ (ວັນ​ທີ 9 ທັນ​ວາ 2019)
ຮູບ​ຈາກວີ​ດີ​ໂອ ນາຍ​ພົນ ເອ​ດົວ ມົ​ສ​ເກ​ອີ​ຣາ (ຂວາ) ຈາກກອງ​ພັນ​ທະ​ຫານ​ອາ​ກາດ​ທີ 4 ຖ​ະ​ແຫຼງ​ຕໍ່​ສື່ມວນ​ຊົນ ກ່ຽວ​ກັບ​ການ​ຫ​າຍ​ສາບ​ສູນ​ຂອງ​ເຮືອ​ບິນ ທີ່​ເມືອງ​ປູນ​ຕາ ອາ​ເຣ​ນາ (ວັນ​ທີ 9 ທັນ​ວາ 2019)

ກອງ​ທັບ​ຂອງ​ຊີ​ເລ ​ເລີ້ມ​ຕົ້ນການ​ຊອກ​ຄົ້ນ​ຫາແລະ​ກອບ​ກູ້ ເຮືອ​ບິນກອງ​ທັບ​ອາ​ກາດລຳ​ນຶ່ງ ທີ່​ບັນ​ທຸກປະ​ຊາ​ຊົນ ຈຳ​ນວນ 38 ຄົນ ຊຶ່ງ​ໄດ້​ຫາຍ​ສາບ​ສູນ​ໄປ ໃນ​ວັນ​ຈັນ​ວານນີ້ ໃນ​ລະ​ຫວ່າງ ບິນ​ໄປ​ຍັງ​ຖານ​ທັບ​ແຫ່ງ​ນຶ່ງ​ ຕັ້ງ​ຢູ່​ໃນ​ຂົ້ວ​ໂລກໃຕ້ ຫຼື​ເອີ້ນ​ວ່າ ແອນຕາກ​ຕິ​ກາ.

ເຮືອ​ບິນ C-130 ເຮີ​ຄິວ​ລີ​ສ໌ ໄດ້​ບິນ​ອອກ​ຈາກ​ເມືອງ ປຸນ​ຕາ ອາ​ເຣ​ນາ ທາງ​ພາກ​ໃຕ້​ຂອງ​ຊີ​ເລ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນຫຼວງ​ແຊນ​ຕີ​ອາ​ໂກ ທາງ​ກ້ຳ​ໃຕ້ ຫຼາຍກວ່າ 3000 ກິ​ໂລ​ແມັດ. ເຮືອ​ບິນ​ລຳ​ດັ່ງ​ກ່າວ​ມີ ລູກ​ເຮືອ 17 ຄົນ ແລະຜູ້​ໂດຍ​ສານ 21 ຄົນ ໄດ້​ບິນ​ມຸ້ງ​ໜ້າ​ໄປ​ຫາ​ດ່ານໃນຂົ້ວ​ໂລກ​ໃຕ້ ເພື່ອກວດ​ກາ​ເບິ່ງ​ການ​ໄຫລ​ຂອງ​ນ້ຳ​ມັນ​ໃນ​ທໍ່​ລຳ​ລຽງ ແລະ​ອຸ​ປະ​ກອນ​ອື່ນໆ​ນຳ​ດ້ວຍ.

ກອງ​ທັບ​ອາ​ກາດ​ຂອງ​ຊີ​ເລ ກ່າວ​ວ່າ ຕົນ​ໄດ້​ສູນ​ເສຍ​ການ​ຕິດ​ຕໍ່​ກັບ​ເຮືອ​ບິນ​ລຳ​ດັ່ງ​ກ່າວ ​ໃນ​ເວ​ລາເ​ກືອບ​ນຶ່ງ​ຊົ່ວ​ໂມງ​ເຄິ່ງ​ຕໍ່​ມາ.

Chile's military has launched a search and rescue mission for an air force plane carrying 38 people that disappeared Monday during a flight to a base in Antarctica.

The C-130 Hercules aircraft took off from the southern city of Punta Arenas, located more than 3,000 kilometers south of the capital Santiago. The 17 crewmen and 21 passengers were heading to the Antarctic outpost to check on a floating fuel supply line and other equipment.

The air force says it lost contact with the plane nearly an hour-and-a-half later.

XS
SM
MD
LG