ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ຊ່ຽວ​ຊານ​ດ້ານລັດ​ຖະ​ທຳ​ມະ​ນູນ 3 ທ່ານ ເວົ້າ​ວ່າ ປ. ທ​ຣຳ ​ກະ​ທຳ​ຜິດ ທີ່ພາ​ໃຫ້​ສາ​ມາດ​ຖືກ​ຟ້ອງ​ຮ້ອງ​ໄດ້


ທ່ານ ໂຈ​ນາ​ຕັນ ເທີ​ລີ, ສາ​ສະ​ດາ​ຈານ​ດ້ານ​ກົດ​ໝາຍ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອຣ໌ຈ ວໍ​ຊິ​ງ​ຕັນ (George Washington) ທີ່​ເຂົ້າ​ໄປ​ໃຫ້​ຄຳ​ໃຫ້​ການ ຢູ່​ໃນ​ລັດ​ຖະ​ສະ​ພາ ໃນ​ວັນ​ທີ 4 ທັນ​ວາ, 2019.
ທ່ານ ໂຈ​ນາ​ຕັນ ເທີ​ລີ, ສາ​ສະ​ດາ​ຈານ​ດ້ານ​ກົດ​ໝາຍ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອຣ໌ຈ ວໍ​ຊິ​ງ​ຕັນ (George Washington) ທີ່​ເຂົ້າ​ໄປ​ໃຫ້​ຄຳ​ໃຫ້​ການ ຢູ່​ໃນ​ລັດ​ຖະ​ສະ​ພາ ໃນ​ວັນ​ທີ 4 ທັນ​ວາ, 2019.

ບັນ​ດາຜູ້​ຊ່ຽວ​ຊານ​ດ້ານລັດ​ຖະ​ທຳ​ມະ​ນູນ 3 ທ່ານ ໄດ້​ກ່າວ​ຕໍ່​ລັດ​ຖະ​ສະ​ພາ​ໃນ​ວັນ​ພຸດ​ວານນີ້ວ່າ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ມີ​ການກະ​ທຳ​ຜິດທີ່​ສາ​ມາດ ຖືກ​ຟ້ອງ​ຮ້ອງ​ໄດ້ ໂດຍໄດ້​ຜັກ​ດັນ​ໃຫ້​ຢູ​ເຄ​ຣນ​ເປີດ​ການ​ສືບ​ສວນ ທີ່​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງນັ້ນ.

ສາ​ສະ​ດາ​ຈານ ໂນ​ອາ ແຟ​ລດ໌ແມນ (Noah Feldman) ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທັງ​ຫລາຍ​ວ່າ ທ່ານ ທ​ຣຳ "ໂດຍ​ໄດ້​ຂໍ​ຮ້ອງແບບທຸດ​ຈະ​ລິດ" ໃຫ້ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣນ ໃຫ້​ເປີດກ​ານ​ສືບ​ສວນຄູ່​ແຂ່ງ​ສຳ​ຄັນ​ທ່ານນຶ່ງ ​ຈາກ​ພັກ​ເດ​ໂທ​ແຄ​ຣັດ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ນີ້, ຄືອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ (Joe Biden) "​ເປັນ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ​ຢ່າງ​ໃຫຍ່​ຫລວງແລະ​ເປັນ​ການ​ປະ​ພຶດ​ຜິດຢ່າງ​ຈະ​ແຈ້ງ​ເລີຍ” ຊຶ່ງ​ເປັນ​ມາດ​ຕະ​ຖານ​ລະ​ບຸ​ໄວ້​ຢູ່ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດສຳ​ລັບ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ນາງ ປາ​ເມ​ລາ ຄາ​ແລນ (Pamela Karlan), ສາ​ສະ​ດາ​ຈານ​ດ້ານ​ກົດ​ໝາຍ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​ສ​ແຕນ​ຝອດ (Stanford), ລັດ​ຄາ​ລິ​ຟໍ​ເນຍ, ເວົ້າ​ວ່າ ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດຄວນ​ສະ​ກັດ​ກັ້ນ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ, ບໍ່​ແມ່ນ​ຈະ​ເຊີນ​ເຂົາ​ເຂົ້າ​ມາເຮັດ​ແນວນັ້ນ. ທ່າ​ນ​ນາງເອີ້ນ​ການ​ຮ້ອງ​ຂໍຂອງ​ທ່ານທ​ຣຳ​ຕໍ່​ທ່ານເຊ​ເລັນ​ສ໌ກີ (Zelenskiy) ວ່າ "ເປັນ​ການ​ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ຜິດ​ຫລາຍ​ທີ່​ສຸດ."

ຢູ່​ໃນ​ຄຳ​ຖະ​ແຫລງການໃນຕອນ​ເລີ້ມ​ຕົ້ນການ​ໃຫ້ຄຳ​ໃຫ້​ການນັ້ນ, ທ່ານ ໄມ​ໂຄ ເກີ​ຮາດທ໌ (Michael Gerhardt) ສາ​ສະ​ດາ​ຈານດ້ານ​ກົດ​ໝາຍ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຄາ​ໂຣ​ໄລ​ນາ​ເໜືອ ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ​ວ່າ, "ຖ້າ​ຫາກ​ລັດ​ຖະ​ສະ​ພາ ບໍ່​ໄດ້​ທຳ​ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຢູ່​ຈຸດ ນີ້​ແລ້ວ ຂັ້ນ​ຕອນ​ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ, ແລະ ພ້ອມ​ກັນ​ນັ້ນ ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຕັ້ງ​ກະ​ສັດ​ຂຶ້ນ​ຢູ່ໃນ​ແຜ່ນດິນ​ຂອງອາ​ເມ​ຣິ​ກາ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາຢ່າງ​ມີ​ການ​ພິ​ຈາ​ລະ​ນາ​ຖີ່​ຖ້ວນຢູ່ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາ ກໍ​ໝົດ​ຄວາມ​ໝາຍ​ເຊັ່ນ​ກັນ. ບໍ່​ມີ​ໃຜ, ແມ່ນ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ, ກໍ​ບໍ່ສາ​ມາດຢູ່​ເໜືອ​ກົດ​ໝາຍ​ໄດ້."

ສ່ວນ​ພວກ​ສັງ​ກັດ​ພັກ​ຣີ​ພັບ​ລິ​ກັນ ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ ກໍ​ໄດ້​ເອີ້ນ ທ່ານ ໂຈ​ນາ​ຕັນ ເທີ​ລີ (Jonathan Turley), ສາ​ສະ​ດາ​ຈານ​ດ້ານ​ກົດ​ໝາຍ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອຣ໌ຈ ວໍ​ຊິ​ງ​ຕັນ (George Washington) ຜູ້​ທີ່​ເວົ້າ​ວ່າ ທ່ານ​ໄດ້​ປ່ອນ​ບັດ​ຄັດ​ຄ້ານ​ຕໍ່​ທ່ານທ​ຣຳ​ໃນ​ປີ 2016 ນັ້ນ. ແຕ່​ວ່າທ່ານ ເທີ​ລີ (Turley) ກ່າ​ວ​ວ່າ ​ມີ "ຫລັກ​ຖານ​ພຽງ​ເລັກ​ນ້ອຍ" ທີ່​ສະ​ໜັບ​ສະ​ໜຸນ​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ "ມີ​ຄວາມ​ໂກດ​ເຄືອງ​ຢ່າງ​ຫລວງ​ຫລາຍ" ຂອງ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ແນ​ໃສ່​ປົດ​ທ່ານ​ທ​ຣຳ​ອອກ​ຈາກ​ຕຳ​ແໜ່ງ. ທ່ານເທີ​ລີ​ເວົ້າ​ວ່າ ​ການ​ລົມ​ທາງ​ໂທ​ລະ​ສັບ​ຂອງ​ທ່ານ​ທ​ຣຳ ກັບທ່ານ​ເຊ​ເລັນ​ສ໌​ກີ ໃນ​ທ້າຍ​ເດືອນ​ກໍ​ລ​ະກົດ​ຜ່ານ​ມານັ້ນບໍ່ໄດ້ "ສົມ​ບູນ​ແບບ," ຄື​ດັ່ງ​ທີ່​ທ່ານ ທ​ຣຳ​ໄດ້​ກ່າວ​ອ້າງ ແຕ່​ກໍ​ບໍ່​ໃຊ້​ເປັນພື້ນ​ຖານ​ທີ່​ຈະ​ຟ້ອງ​ຮ້ອງ​ທ່ານ​ໄດ້.

ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການ ເປັນ​ຂັ້ນ​ຕອນ​ຕໍ່​ໄປ​ຂອງການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ພາ​ຕ່ຳ ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ປະ​ເທດນີ້ ຊຶ່ງ​ເປັນ​ພຽງ​ຄັ້ງ​ທີ 4 ເທົ່າ​ນັ້ນ ຢູ່​ໃນ​ປະ​ຫວັດ​ສາດທີ່​ມີ​ມາ​ໄດ້ 243 ປີ​ ຂອງ​ປະ​ເທດ ທີ່​ຜູ້​ນຳ​ຂອງ​ສະ​ຫະ​ລັດໄດ້​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນຟ້ອງ​ຮ້ອງ​ຢ່າງ​ເປັນ​ທາງການ.


ບັນ​ດາ​ນັກຊ່ຽວ​ຊານ​ດ້ານ​ລັດ​ຖະ​ທຳ​ມະ​ນູນໄດ້ຫວນ​ຄືນ​ໄປ​ຫາ​ປະ​ຫວັດ​ສາດ​ໃນ ຫລາຍກວ່າ 2 ສັດ​ຕະ​ວັດ​ກ່ອນ ຕອນ​ທີ່​ບັນ​ດາບິ​ດາ​ຜູ້ສ້າງ​ຕັ້ງປະ​ເທດ​ໄດ້​ຂຽນຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ວ່າ ບັນ​ດາປະ​ທາ​ນາ​ທິ​ບໍ​ດີທັງ​ຫລາຍ​ສາ​ມາດ​ຖືກ​ຟ້ອງ​ຮ້ອງ ແລະ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ໄດ້ ຖ້​າ​ຫາກ​ສະ​ມາຊິກ​ລັດ​ຖະ​ສະ​ພາ​ທັງ​ຫລາຍຕັດ​ສິນ​ວ່າ ​ພວກ​ເພິ່ນໄດ້​ “‘ຂາຍ​ຊາດ, ໃຫ້​ສິນ​ບົນ, ຫລື​ກະ​ທຳ​ຜິດ​ທາງ​ອາ​ຍາ​ຢ່າງ​ຮ້າຍ​ແຮງ​ປະ​ເພດ​ອື່ນ ແລະ​ການປະ​ພຶດ​ຜິດ." ສາ​ສະ​ດາ​ຈານ​ແຟ​ລ​ດ໌​ແມນ (Feldman), ຄາ​ແລນ (Karlan) ແລະ​ເກີຮາດທ໌ (Gerhardt) ລ້ວນ​ແຕ່​ເວົ້າ​ວ່າ ທ່ານທ​ຣຳ​ໄດ້​ກະ​ທຳ​ຄົບຖ້ວນ​ຕາມ​ເງື່ອນ​ໄຂ​ໃນ​ການ​ຟ້ອງ​ຮ້ອງທີ່​ໄດ້​ວາງ​ອອກ​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ, ໂດຍ​ໄດ້​ອະ​ທິ​ບາຍ​ການ​ກະ​ທຳ​ຂອງ​ທ່ານ​ວ່າ "ເປັນ​ການ​ໃຊ້​ອຳ​ນາດ​ໃນ​ທາງ​ຜິດ."

ສາ​ສະ​ດາ​ຈານ​ແຟ​ລ​ດ໌​ແມນເວົ້າ​ວ່າ ຖ້​າ​ທ່ານທ​ຣຳຫາກບໍ່​ໄດ້​ຖືກ​ນຳ​ມາ​ໃຫ້​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຜິດ​ຂອງ​ທ່ານ​ແລ້ວ, "ພວກ​ເຮົາ​ກໍ​ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ປະ​ຊາ​ທິ​ປະ​ໄຕຕໍ່​ໄປ​ອີກ​ແລ້ວ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG