ພວກຊາວບ້ານຈຳນວນນຶ່ງ ໃນພາກເໜືອຂອງລາວ ຈະຖືກຍົກຍ້າຍ ຍ້ອນໂຄງການສ້າງເຂື່ອນຫຼວງພະບາງ ຊຶ່ງເປັນເຂື່ອນ ທີ່ສ້າງໃສ່ແມ່ນ້ຳຂອງ ອີກແຫ່ງນຶ່ງຂອງລາວ. ຊົມບໍ ພີເຕີ້ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນຳເອົາລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂດຍຕັ້ງຢູ່ບ່ອນຄົດໂຄ້ງຂອງແມ່ນ້ຳຂອງ ທີ່ຢູ່ຫ່າງໄກສອກຫລີກ ໃນພາກເໜືອຂອງລາວ ບ່ອນທີ່ນ້ຳຂຸ່ນໆໄຫຼລ້ຽວກັບໄປທາງຂວາຜ່ານເນີນພູອັນສູງຊັນທີ່ຂຽວສະອຸ່ມ ບ້ານຫ້ວຍຢໍ້ ທີ່ມີຄົນປະມານ 330 ຄົນ ຢູ່ປົນກັນນັ້ນ ພວມກະກຽມການຍົກຍ້າຍຄັ້ງໃຫຍ່.
ບໍລິສັດລັດວິສາຫະກິດ PetroVietnam Power ໄດ້ເລືອກເອົາສະຖານທີ່ແຫ່ງນີ້ ເປັນ ບ່ອນສ້າງເຂື່ອນໄຟຟ້ານ້ຳຕົກຫລວງພະບາງທີ່ມີມູນຄ່າ 3 ຕື້ໂດລາແລະ ມີກຳລັງຕິດຕັ້ງ 1,460 ເມກາວັດ ຊຶ່ງການກໍ່ສ້າງເຂື່ອນທີ່ວ່ານີ້ ມີກຳນົດຈະເລີ້ມຂຶ້ນໃນປີໜ້າ. ອ່າງເກັບນ້ຳຂອງເຂື່ອນດັ່ງກ່າວຈະຖ້ວມ 23 ບ້ານ ຊຶ່ງບາງບ້ານ ກໍຈະຖ້ວມໝົດບ້ານ ແລະບາງບ້ານຈະຖ້ວມເປັນບາງສ່ວນ ແລະໝູ່ບ້ານເຫຼົ່ານີ້ມີຄົນອາໄສຢູ່ທັງໝົດປະມານ 10,000 ຄົນ ແລະພວກທີ່ອາໄສຢູ່ໃນເຂດດັ່ງກ່າວ ຖືກແຈ້ງໃຫ້ພາກັນເກັບເຄື່ອງເກັບຂອງກຽມຍົກຍ້າຍໜີ.
ພວກເຂົາເຈົ້າເວົ້າວ່າເຈົ້າໜ້າທີ່ລັດຖະບານແລະບໍລິສັດໃຫ້ສັນຍາວ່າ ຈະຈ່າຍເງິນຊົດເຊີຍຄ່າເສຍຫາຍໃຫ້ເຂົາເຈົ້າໂດຍເຕັມ ແຕ່ວ່າເຂົາເຈົ້າກໍບໍ່ຄ່ອຍເຊື່ອໄດ້ປານໃດ.
“ພວກເຮົາບໍ່ເຊື່ອພວກເພິ່ນດອກເພາະພວກເຮົາເຄີຍໄດ້ຍິນກ່ຽວກັບເຂື່ອນຕ່າງໆ ທີ່ພວກເພິ່ນໄດ້ສ້າງໃນເມື່ອກ່ອນ ທີ່ເວົ້າວ່າປະຊາຊົນຈະໄດ້ຮັບການຊ່ວຍເຫລືອ ແຕ່ແລ້ວພວກເຂົາເຈົ້າກໍບໍ່ໄດ້ຮັບເລີຍ," ນັ້ນຄືຄຳເວົ້າ ຂອງຊາວນາຄົນນຶ່ງ ໃນບ້ານຫ້ວຍຢໍ້ ຂະນະທີ່ລາວນັ່ງກິນເຂົ້າປຸ້ນ ກັບຕ່ອນເລືອດງົວໃນຕອນທ່ຽງ ຢູ່ລະບຽງເຮືອນທີ່ກໍ່ດ້ວຍດິນບັອກສີຂີ້ເທົ່າຂອງລາວ ທີ່ຫັນໜ້າໄປຫາແມ່ນ້ຳນັ້ນ.
ເມື່ອຫລຽວໄປຫາແຄມຝັ່ງນ້ຳ ກໍເຫັນທີມຄົນງານກຳລັງເອົາເຄື່ອງເຈາະ ທີ່ເກົ່າແລ້ວ ແລ່ນດ້ວຍນ້ຳມັນກາຊວນ ເຈາະລົງໄປໃນພື້ນດິນ ເພື່ອກວດເບິ່ງຊັ້ນຫີນແຂງຢູ່ພື້ນວ່າ ມັນຈະສາມາດຮັບນ້ຳໜັກຂອງເສົາທີ່ໜັກໆ ທີ່ໃຊ້ເພື່ອຢຶດເຂື່ອນນັ້ນໄວ້ ໄດ້ຫລືບໍ່.
ນັກຂ່າວຂອງວີໂອເອໃນຕົ້ນເດືອນນີ້ ໄດ້ໄປຢ້ຽມເບິ່ງບ້ານສອງແຫ່ງຄືບ້ານຫ້ວຍຢໍ້ແລະບ້ານຄົກຄຳ ທີ່ຈະຖືກນ້ຳຖ້ວມຍ້ອນໂຄງການດັ່ງກ່າວ ແລະໄດ້ໂອ້ລົມກັບຜູ້ຄົນອາໄສຢູ່ທີ່ນັ້ນປະມານສິບປາຍຄົນ. ບາງຄົນກໍມີຄວາມເຊື່ອວ່າ ຈະມີຊີວິດທີ່ດີຂຶ້ນກວ່າເກົ່າ ບໍ່ວ່າລັດຖະບານ ຈະຍົກຍ້າຍເຂົາເຈົ້າໄປຢູ່ບ່ອນໃດກໍຕາມ ທີ່ເຫັນວ່າເໝາະສົມ. ຄົນສ່ວນໃຫຍ່ແມ່ນພາກັນຢ້ານວ່າ ຈະເຮັດໃຫ້ມີຄວາມລຳບາກຫຼາຍຂຶ້ນ. ມີຄົນໃນຈຳນວນໜ້ອຍກວ່າ ທີ່ເຊື່ອວ່າ ພວກເຈົ້າໜ້າທີ່ຈະຮັກສາຄຳໝັ້ນສັນຍາຂອງພວກເພິ່ນໄວ້ ຫລືເຊື່ອວ່າ ກົດໝາຍຈະເຮັດໃຫ້ເຂົາເຈົ້າໄດ້ຮັບການທົດແທນຄ່າເສຍຫາຍທັງໝົດຂອງເຂົາເຈົ້າໄດ້.
ຊື່ຂອງພວກຊາວບ້ານເຫຼົ່ານີ້ ບໍ່ໄດ້ຖືກກ່າວເຖິງເພື່ອປົກປ້ອງພວກເຂົາເຈົ້າຈາກການຖືກລັດຖະບານແກ້ແຄ້ນ.
ຊາວນາຄົນນຶ່ງເວົ້າວ່າ “ຂ້ອຍໄດ້ຍິນເລື້ອງກ່ຽວກັບບາງຄົນ ຈາກໂຄງການສ້າງເຂື່ອນໄຊຍະບູລີ ທີ່ພວກເຂົາເຈົ້າຄວນໄດ້ຮັບການຊ່ວຍເຫຼືອ ແຕ່ບໍ່ໄດ້ຮັບເລີຍ.”
ເຂື່ອນໄຊຍະບູລີ ທີ່ຕັ້ງຢູ່ໃຕ້ລົງໄປຈາກບ້ານຫ້ວຍຢໍ້ ເປັນເຂື່ອນທຳອິດທີ່ໄດ້ຮັບການອະນຸມັດໃຫ້ສ້າງໃສ່ລຳນ້ຳຂອງໃນປີ 2010. ເມື່ອວັນທີ 31 ກໍລະກົດຜ່ານມານີ້ ເຂື່ອນຫຼວງພະບາງແມ່ນເຂື່ອນທີ 5 ທີ່ໄດ້ຮັບການອະນຸມັດ ແລະອີກ 4 ເຂື່ອນພວມຢູ່ໃນການພິຈາລະນາ ຊຶ່ງທັງໝົດນີ້ແມ່ນເປັນຄວາມພະຍາຍາມຂອງລັດຖະບານທີ່ຈະຫັນປ່ຽນຢ່າງວ່ອງໄວໃຫ້ລາວກາຍເປັນ “ໝໍ້ໄຟໃນເຂດເອເຊຍ” ຊຶ່ງໄຟຟ້າເກືອບທັງໝົດທີ່ເຂື່ອນເຫຼົ່ານີ້ສາມາດຜະລິດໄດ້ກໍຈະຖືກສົ່ງໄປຂາຍໃຫ້ແກ່ປະເທດເພື່ອນບ້ານ ຊຶ່ງນອກນັ້ນແລ້ວຍັງເປັນຜູ້ລົງທຶນລາຍໃຫຍ່ສຳລັບການກໍ່ສ້າງທັງຫຼາຍ.
ຄະນະກຳມາທິການແມ່ນ້ຳຂອງສາກົນ ຫຼື MRC ຊຶ່ງເປັນອົງການຈັດຕັ້ງຂອງລັດຖະບານປະເທດຕ່າງໆ ທີ່ມີແມ່ນ້ຳຂອງ ໄຫຼຜ່ານນັ້ນ ເຕືອນວ່າ “ຈະເກີດຄວາມເສຍຫາຍຢ່າງຮ້າຍແຮງແລະຕ່າວປີ້ນບໍ່ໄດ້ ທາງດ້ານສະພາບແວດລ້ອມ ສັງຄົມແລະເສດຖະກິດ” ຖ້າໂຄງການສ້າງເຂື່ອນ ທຸກໆໂຄງການຍັງດຳເນີນຕໍ່ໄປຮວມທັງການຫລຸດລົງຢ່າງຫຼວງຫຼາຍຂອງຈຳນວນປາທີ່ສຳຄັນໆ. ບັນດາກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ລາວຕ່າວປີ້ນທິດທາງເພື່ອຫຼີກລ່ຽງໄພພິບັດຕໍ່ປະຊາຊົນຫຼາຍໆລ້ານຄົນ ທີ່ອາໄສຢູ່ລຸ່ມເຂື່ອນລົງໄປ.
ພວກກຸ່ມປົກປ້ອງສິດທິມະນຸດຍັງກ່າວວ່າ ປະຊາຄົມທີ່ຈະໄດ້ຮັບຜົນກະທົບໜັກທີ່ສຸດຈາກການສ້າງເຂື່ອນ ສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ຮັບການປຶກສາຫາລືນຳແລະບາງທີອາດຈະບໍ່ໄດ້ຮັບການຊົດເຊີຍແບບເປັນທຳ. ໃນຖານະທີ່ເປັນສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ລັດຖະບານລາວຕ້ອງໄດ້ຍື່ນທຸກໂຄງການສ້າງເຂື່ອນໃສ່ແມ່ນ້ຳຂອງທີ່ຕົນໄດ້ອະນຸມັດໄປນັ້ນໃຫ້ແກ່ຂັ້ນຕອນການປຶກສາຫາລືເປັນເວລາຫົກເດືອນ ເພື່ອເກັບກຳຂໍ້ມູນຄວາມເຫັນກ່ອນທີ່ການສ້າງເຂື່ອນຈະເລີ້ມຂຶ້ນ.
ບັນດາປະຊາຊົນທີ່ໄດ້ຮັບຜົນກະທົບ ມີເຫດຜົນທີ່ຈະຕ້ອງເປັນຫ່ວງ.
ພວກຊາວບ້ານທີ່ຖືກຍົກຍ້າຍຈາກໂຄງການສ້າງເຂື່ອນອີກແຫ່ງນຶ່ງໃນພາກເໜືອຂອງລາວ ທີ່ເປັນສາຂາຂອງແມ່ນ້ຳຂອງ ຄືນ້ຳຄານ ກ່າວຕໍ່ວີໂອເອເມື່ອໄວໆມານີ້ວ່າ ພວກເຈົ້າໜ້າທີ່ໄດ້ສັນຍາວ່າ ຈະຈ່າຍເງິນຊ່ວຍເຫຼືອເຂົາເຈົ້າເປັນເວລາ 2ປີ ແຕ່ໄດ້ຢຸດລົງຫຼັງຈາກນຶ່ງປີ ແລະເຮືອນຊານຂອງພວກເຂົາເຈົ້າ ໄດ້ຖືກທົດແທນ ແຕ່ບໍ່ແມ່ນໄຮ່ນາຮົ້ວສວນຂອງເຂົາເຈົ້າ.
ປະຊາຊົນໃນບ້ານຫ້ວຍຢໍ້ ແລະບ້ານຄົກຄຳກ່າວວ່າ ພວກເຈົ້າໜ້າທີ່ໄດ້ສັນຍາວ່າຈະສ້າງເຮືອນໃໝ່ໃຫ້ເຂົາເຈົ້າ ຈ່າຍເງິນຊົດເຊີຍໃຫ້ແກ່ໄຮ່ນາຮົ້ວສວນ ແລະເງິນຊ່ວຍເຫຼືອເປັນເວລາສາມປີ ແຕ່ບໍ່ໄດ້ລະບຸວ່າມີຈຳນວນເທົ່າໃດແທ້.
ບາງຄົນທີ່ບ້ານຄົກຄຳ ຢ່າງໜ້ອຍກໍມີຄວາມຍິນດີກ່ຽວກັບບ່ອນຕັ້ງບ້ານໃໝ່ທີ່ຖືກເລືອກສຳລັບເຂົາເຈົ້າ ແມ່ນຢູ່ໃກ້ທາງທີ່ມີລົດແລ່ນໄປມາຫຼາຍສາຍນຶ່ງ ຊຶ່ງເປັນການດີສຳລັບຜົນເກັບກ່ຽວຂອງພວກເຂົາເຈົ້າ.
ພໍ່ນາໃນທ້ອງຖິ່ນຄົນນຶ່ງ ກ່າວວ່າ “ເຂດນີ້ຢູ່ຕິດກັບທາງໃຫຍ່ ຊຶ່ງບາງທີອາດຈະດີສຳລັບທຸລະກິດ ດີສຳລັບຄອບຄົວຂອງຂ້ອຍ.”
ແມ່ນແຕ່ພໍ່ນາຄົນນີ້ກໍໄດ້ຕັ້ງຄຳຖາມກ່ຽວກັບຄວາມໝັ້ນໝາຍຂອງລັດຖະບານ.
ລາວກ່າວວ່າ “ມັນຈະເປັນການດີຖ້າລັດຖະບານໃຫ້ເງິນຊ່ວຍເຫຼືອພວກເຮົາເປັນເວລາ 3 ປີ ແຕ່ບາງທີມັນອາດຈະມີແຕ່ສຳລັບປີດຽວເທົ່ານັ້ນ.”
ແມ່ຍິງລ້ຽງແບ້ແລະໝູ ໃນທ້ອງຖິ່ນຄົນນຶ່ງເວົ້າວ່າ ເຈົ້າໜ້າທີ່ໄດ້ມາທີ່ບ້ານຂອງນາງເມື່ອປະມານນຶ່ງປີກ່ອນເພື່ອແທກເຮືອນແລະຊັບສິນຂອງນາງ ສຳລັບຄຳນວນເງິນຄ່າຊົດເຊີຍ.
ແມ່ຍິງຄົນນີ້ກ່າວວ່າ “ລັດຖະບານເວົ້າວ່າ ຈະຊອກຫາດິນໃຫ້ຂ້ອຍຕື່ມ ແຕ່ບາງທີມັນອາດຈະບໍ່ພຽງພໍດັ່ງນັ້ນຂ້ອຍຈຶ່ງຕ້ອງໄດ້ຊອກຫາຕື່ມເອງ. ຂ້ອຍບໍ່ຢາກຍ້າຍເລີຍ ແຕ່ຂ້ອຍຕ້ອງໄດ້ເຮັດເພາະມັນເປັນຄຳສັ່ງຂອງລັດຖະບານ.”
ທີ່ບ້ານຫ້ວຍຢໍ້ແມ່ຍິງຄົນນຶ່ງກ່າວວ່າ ເຈົ້າໜ້າທີ່ໄດ້ນຳເອົາວີດີໂອມາສາຍໃຫ້ພວກຊາວບ້ານເບິ່ງກ່ຽວກັບເຮືອນໃໝ່ ທີ່ “ງາມໆ” ທີ່ເຈົ້າໜ້າທີ່ສັນຍາວ່າ ຈະສ້າງໃຫ້ພວກຊາວບ້ານ. ແຕ່ນາງມີຄວາມເປັນຫ່ວງກ່ຽວກັບໄຮ່ນາຮົ້ວສວນໃໝ່ຂອງພວກເຂົາເຈົ້າຈະເປັນແນວໃດ.
ນາງກ່າວວ່າ “ສິ່ງນັ້ນຈະເປັນຜູ້ຕັດສິນວ່າພວກເຮົາຈະສາມາດຢູ່ລອດໄດ້ຫລືບໍ່ ໃນໃຈຂອງຂ້ອຍແລ້ວ ຂ້ອຍບໍ່ຢາກຍ້າຍເລີຍ ຍ້ອນຂ້ອຍບໍ່ຮູ້ຈັກວ່າ ດິນບ່ອນໃໝ່ທີ່ລັດຖະບານຈະໃຫ້ພວກເຮົາໄປຢູ່ນັ້ນ ຈະດີຫຼືບໍ່.”
ຜູ້ຊາຍຄົນນຶ່ງກ່າວວ່າ ລາວໄດ້ໄປເບິ່ງສະຖານທີ່ແຫ່ງໃໝ່ມາແລ້ວແລະມັນອາດຈະບໍ່ມີດິນປູກຝັງພຽງພໍສຳລັບໝົດທຸກໆຄົນ.
ແມ່ຍິງອີກຄົນນຶ່ງ ທີ່ຮູ້ເລື້ອງບ່ອນຢູ່ໃໝ່ກ່າວວ່າ “ບໍ່ມີດິນສຳລັບປູກຝັງເລີຍ.”
ນາງກ່າວຕື່ມວ່າ “ພວກເຂົາເຈົ້າຢາກໃຫ້ພວກເຮົາໄປຢູ່ເທິງຈອມໂນນສູງ ແຕ່ພວກເຮົາບໍ່ຕ້ອງການສິ່ງນັ້ນ ພວກເຮົາຕ້ອງການຢູ່ໃກ້ໆນ້ຳ ມັນເປັນວິຖີຊີວິດ
ຂອງພວກເຮົາ.”
ແມ່ຍິງຄົນນີ້ເວົ້າວ່າ ເງິນຊ່ວຍເຫຼືອທີ່ພວກເຈົ້າໜ້າທີ່ໃຫ້ຄຳໝັ້ນສັນຍາໄວ້ສຳລັບສາມປີຂ້າງໜ້າ ແມ່ນຮວມທັງເຂົ້າ 25 ກິໂລຕໍ່ເດືອນ ສຳລັບພວກຜູ້ໃຫຍ່ທຸກໆ ຄົນ ແລະ 15 ກິໂລສຳລັບພວກເດັກນ້ອຍ.
ນາງກ່າວວ່າ “ຂ້ອຍບໍ່ໄວ້ໃຈເຂົາເຈົ້າ ເວລາໃດເຂື່ອນສ້າງແລ້ວໆ ພວກເຂົາເຈົ້າສາມາດໜີໄປໄດ້.”
ທ່ານຈັນສະແຫວງ ບຸນຍົງ ຫົວໜ້າຫ້ອງການກະຊວງພະລັງງານແລະບໍ່ແຮ່ ທີ່ຮັບຜິດຊອບ ໃນເລື້ອງນະໂຍບາຍແລະແຜນການ ບໍ່ຍອມລົມກັບວີໂອເອ ແລະໃຫ້ສົ່ງຄຳຖາມທັງໝົດກ່ຽວກັບໂຄງການນີ້ໄປຫາບໍລິສັດຜູ້ພັດທະນາ. ບໍລິສັດລັດວິສາຫະກິດ PetroVietnam Power ກໍບໍ່ໄດ້ຕອບຄຳຖາມ ໃນການຂໍຄວາມ
ເຫັນກ່ຽວກັບເລື້ອງນີ້.