ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ອັງ​ກິດ ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ເບ​ຣັກ​ຊິດ ໃນ​ວັນ​ເສົາ​ນີ້


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ພວມ​ອອກ​ຈາກກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທີ່​ນະ​ຄອນ​ບ​ຣັ​ສ​ເ​ຊີ​ລ​ສ໌ ເມື່ອວັນ​ທີ 18 ຕຸ​ລາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ພວມ​ອອກ​ຈາກກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທີ່​ນະ​ຄອນ​ບ​ຣັ​ສ​ເ​ຊີ​ລ​ສ໌ ເມື່ອວັນ​ທີ 18 ຕຸ​ລາ 2019.

ນາ​ຍົກ​ລັດຖະ​ມົນ​ຕີ​ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ​ ພວມດີ້ນ​ຮົນ​ຂົນ​ຂວາຍ​ທີ່​ຈະ​ຊັກ​ຊວນ​ໃຫ້​ສະ​ມາ​ຊິກ​ສະ​ພາ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ຖອນ​ຕົວ​ເບ​ຣັກ​ຊິດທີ່​ທ່ານ​ໄດ້​ເຊັນ​ກັບ​ສະ​ຫະ​ພາບ​ຢູ​ໂຣບ ກ່ອນ​ໜ້າ​ກອງ​ປະ​ຊຸມ​ນັດພິ​ເສດ​ ຂອງ​ສະພາ​ແຫ່ງ​ຊາດ​ອັງ​ກິດທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ມື້ນີ້. ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ມີ​ກຳ​ນົດ​ວ່າ​ຈະ​ດຳ​ເນີນ​ຕໍ່​ໄປ​ຈົນ​ກວ່າ​ຈະ​ມີ​ການ​ຕົກ​ລົງ​ກັນໄດ້ ແລະ​ມີ​ທ່າ​ທາງວ່າ​ຈະ​ເປັນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ສຳ​ຄັນ ສຳ​ລັບ​ອະ​ນາ​ຄົດຂອງ​ອັງ​ກິດ ບໍ່​ວ່າ​ຍັງ​ຈະ​ຢູ່​ໃນ​ຫຼື​ຖອນອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ​ໄປ.

ພັກ​ນິ​ຍົມ​ແນວ​ທາງ​ເດີມ​ຂອງ​ທ່ານ​ຈອນ​ສັນ ບໍ່​ໄດ້​ກຳ​ສຽງ​ສ່ວນ​ຫຼາຍ​ຢູ່​ໃນ​ສະ​ພາແຫ່ງ​ຊາດ​ອັງ​ກິດ ດັ່ງ​ນັ້ນ 10 ຄະ​ແນນ​ສຽງ​ຈາກ​ພັກ ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ໄອ​ຣ໌ແລນ​ເໜືອ ຊຶ່ງ​ເປັນ​ພັນ​ທະ​ມິດນັ້ນ ອາດ​ເປັນ​ສິ່ງ​ທີ່​ຈະ​ຕັດ​ສິນ​ຊີ້​ຂາດ.

ແຕ່​ແນວ​ໃດ​ກໍ​ຕາມ ພັກສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ໄອ​ຣ໌ແລນ​ເໜືອ ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັນ​ວ່າ ຕົນ​ຈະ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ການ​ຖອນ​ຕົວຂອງ​ທ່ານ​ຈອນ​ສັນຍ້ອນ​ພວກ​ຜູ້​ນຳ​ຂອງ​ພັກ​ກ່າວ​ວ່າ ມັນ​ບ່ອນ​ທຳ​ລາຍ​ຕໍ່​ຄວາມສຳ​ພັນ​ພິ​ເສດ ທີ່​ມີ​ມາ​ລະ​ຫວ່າງ​ໄອ​ຣ໌​ແລນ​ເໜືອ ກັບ​ສະ​ຫະ​ລັດ​ຣາ​ຊະ​ອາ​ນາ​ຈັກ.

​ຮອງ​ຫົວ​ໜ້າ​ພັກສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ໄອ​ຣ໌ແລນ​ເໜືອ ທ່ານ​ອາ​ລີນ ຟອ​ສ​ເຕີກ່າວ​ໃນ​ວັນ​ສຸກວານນີ້​ວ່າ “ວັນ​ເສົາ​ຈະ​ບໍ່​ແມ່ນ​ການ​ສິ້ນ​ສຸດ​ລົງ. ວັນ​ເສົາ​ຍັງ​ບໍ່​ແມ່ນການ​ເລີ້ມ​ຕົ້ນ​ໃນ​ການ​ສິ້ນ​ສຸດ​ລົງ​ດ້ວຍ​ຊ້ຳຍ້ອນ​ວ່າ​ຍັງ​ມີ​ບັນ​ຫາ​ທີ່​ສຳ​ຄັນ​ຕ່າງໆ​ຫຼາຍອັນ ທີ່​ຈະ​ຕ້ອງ​ໄດ້​ຖືກ​ໄຈ້​ແຍກ ໃນ​ຂໍ້​ຕົກ​ລົງ​ການ​ຖອນ​ຕົວ.”

ຖ້າ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ​ຈາກພັກສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ໄອ​ຣ໌ແລນ ​ເໜືອແລ້ວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈອນ​ສັນ​ ຈະ​ຕ້ອງ​ໄດ້​ຊັກ​ຊວນ​ໃຫ້​ສະ​ມາ​ຊິກ​ສະ​ພາ​ພັກ​ຝ່າຍ​ຄ້ານ​ບາງ​ຄົນ ໂຕນ​ພັກ ແຕ່​ພວກ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ທັງ​ໝົດ ​ຕ່າງກໍ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຕົກ​ລົງ​ນີ້​ໄປ​ແລ້ວ ໂດຍ​ເຕືອນ​ວ່າ ມັນ​ຈະເຮັດ​ໃຫ້​ນາ​ຍົກ​ລັດຖະ​ມົນ​ຕີ​ຈອນ​ສັນມີ​ສິດຢ່າງ​ເຕັມ​ທີ່​ໃນ​ການ​ທີ່​ຈະ​ເອົາ​ມາດ​ຕະ​ການ​ດັ່ງ​ທີ່​ທ່ານ​ປະ​ສົງ​ເພື່ອ​ທັບ​ມ້າງ​ລະ​ບຽບ​ການ​ແລະ​ສິດ​ທິ​ຂອງ​ພວກ​ຄົນ​ງານ. ມີ​ສະ​ມາ​ຊິກ​ສະ​ພາ​ພັກແຮງ​ງານ​ບໍ່​ເທົ່າ​ໃດ​ຄົນ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ທີ່​ໄດ້ຮັບ​ການ​ແກ້​ໄຂ​ສະ​ບັບ​ໃໝ່​ນີ້.

ຖ້າ​ທ່ານ​ຫາກ​ເສຍ​ໄຊ ທ່ານ​ບໍ​ຣິ​ສ ຈອນ​ສັນ ມີ​ສິດ​ທີ່​ຈະ​ຂໍ​ຮ້ອງ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບ ຕໍ່​ອາ​ຍຸ​ໃນ​ການ​ຖອນ​ຕົວ ຊຶ່ງ​ເປັນ​ສິ່ງ​ທີ່​ທ່ານ​ໄດ້​ປະ​ຕິ​ເສດ​ໄປ​ແລ້ວ​ວ່າ​ຈະ​ບໍ່ມີ​ຂຶ້ນ. ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ບາງ​ຄົນ ກໍ​ມີ​ຄວາມ​ລັງ​ເລ​ໃຈ​ເຊັ່ນ​ດຽວ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາ​ກົງ ແຫ່ງ​ຝ​ຣັ່ງ​ ກ່າວ​ໃນ​ມື້ວັນ​ສຸກວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ຈະ​ຖື​ເອົາ​ວັນ​ທີ 31 ຕຸ​ລາ​ເປັນ​ເສັ້ນ​ຕາຍ ຂ້າພະ​ເຈົ້າ​ບໍ່​ຢາກ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ທາງ​ການ​ເມືອງ ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ຢາກຈະ​ວາດ​ມະ​ໂນ​ພາບ​ກ່ຽວ​ກັບ​ເຫດ​ການ ທີ່​ສະ​ພາ​ອັງ​ກິດ​ຈະ​ລົງ​ຄະ​ແນນ​ສຽງ​ແບບນີ້​ຫຼື​ແບບນັ້ນ ແຕ່​ຂ້າ​ເຈົ້າ​ບໍ່​ຄິດ​ວ່າການ​ຕໍ່​ອາ​ຍຸ​ເທື່ອ​ໃໝ່​ຄວນ​ຈະ​ມີ​ການ​ຕົກ​ລົງ​ກັນ.ຂ້າ​ພະ​ເຈົ້າ​ຄິດ​ວ່​າ ໃນ​ເວ​ລານີ້ ​ພວກ​ເຮົາ​ແມ່ນ​ຕ້ອງ​ການ​ເສັດ​ສິ້ນ ​ການ​ເຈ​ລະ​ຈາ​ເຫຼົ່າ​ນີ້ ແລະກ້າວ​ໄປ​ສູ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ອະ​ນາ​ຄົດ ແລະເສັດ​ສິ້ນ​ເລື້ອງນັ້ນ​ເຊັ່ນ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG