ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ ຂອງ​ອັງ​ກິດ ​ປະ​ຕິ​ເສດ ຕໍ່​ຂໍ້​ຕົ​ກ​ລົງ ເບ​ຣັກ​ຊິດ ສະ​ບັບຫຼ້າ​ສຸດ


ນາ​ຍົກ​ລັດ​ຖະ​ມົນ​ນ​ຕີອ​ັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ລະ​ຫວ່າງກອ​ງ​ປະ​ຊຸມ​ສຸດຍອດ​ຂອງ​ອີ​ຢູ ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ເມື່ອ​ວັນ​ທີ 17 ຕຸ​ລາ 2019.
ນາ​ຍົກ​ລັດ​ຖະ​ມົນ​ນ​ຕີອ​ັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ລະ​ຫວ່າງກອ​ງ​ປະ​ຊຸມ​ສຸດຍອດ​ຂອງ​ອີ​ຢູ ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ເມື່ອ​ວັນ​ທີ 17 ຕຸ​ລາ 2019.

ບັນ​ດາ​ຜູ້​ນຳ​ຂອງສະ​ຫະ​ພາບຢູ​ໂຣບຫວັງ​ວ່າ ສະ​ພາ​ແຫ່ງ​ຊາດ​ຂອງ​ອັງ​ກິດ​ຈະ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມກັບ​ຂໍ້​ຕົກ​ລົງ​ຖອນ​ຕົວ​ຫຼື​ເບ​ຣັກ​ຊິ​ດ​ສະ​ບັບຫຼ້າ​ສຸດ ທີ່​ຈະ​ນຳສະ​ເໜີ​ຕໍ່​ສະ​ມາ​ຊິກ​ສະ​ພາ ​ໃນ​ວັນ​ເສົາ​ມື້​ອື່ນນີ້ ແຕ່​ບັນ​ດາ​ພັກ​ຝ່າຍ​ຄ້ານ​ຕ່າງ​ກໍ​ພາກັນ​ກ່າວ​ວ່າ ພວກ​ຕົນ​ຈະ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ.

ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານບໍ​ຣິ​ສ ຈອນ​ສັນ ແລະ​ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ຕົກ​ລົງ​ກັນ​ໃນ​ວັນ​ພະ​ຫັດ​ວານນີ້ ສອງ​ອາ​ທິດ​ກ່ອນ​ທີ່​ທ່ານ​ຈອນ​ສັນ ​ປະ​ກາດ​ວ່າ ຈະ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ເຖິງ​ແມ່ນ​ມີ​ການ​ຕົກ​ລົງຫຼື​ບໍ່​ຕົກ​ລົງ​ກໍ​ຕາມ.

ທ່ານ​ຈອນ​ສັນເອີ້ນຂໍ້​ຕົກ​ລົງ​ສະ​ບັບ​ຫຼ້າ​ສຸດນີ້​ວ່າ “ເປັນ​ຂໍ້​ຕົກ​ລົງ​ທີ່​ດີຫຼາຍ ສຳ​ລັບ​ອັງ​ກິດ, ປະ​ຊາ​ຊົນ​ຂອງ​ຕົນ ແລະ​ສະ​ຫະ​ພາບ​ຢູ​ໂຣບ.”

“ມັນ​ເປັນ​ກໍ​ລະ​ນີ​ທີ່​ດີ​ສຳ​ລັບ​ສະ​ມາ​ຊິກ​ສະ​ພາ ຢູ່​ໃນ​ສະ​ພາ​ຕ່ຳ ທີ່​ຈະ​ສະ​ແດງ​ອອກ​ເຖິງ​ຄວາມ​ປະ​ສົງ​ຂອງ​ປະ​ຊາ​ຊົນໃນ​ຂະ​ນະ​ທີ່​ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມາ​ຫຼາຍ​ເທື່​ອ​ແລ້ວ​ທີ່​ຈະ​ເຮັດ ແລະ​ເຮັດ​ໃຫ້​ການ​ຖອນ​ຕົວ​ສຳ​ເລັດ​ລຸ​ລ່ວງ​ໄປ.”

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການຢູ​ໂຣບ ທ່ານ ຊັງ ຄ​ລອດ ຈັງ​ເກີ ເອີ້ນ​ຂໍ້​ຕົກ​ລົງ​ນີ້​ວ່າ “ຍຸ​ຕິ​ທຳ ແລະ ກ້ຳ​ເກິ່ງ​ສົມ​ດູນ.”

ແຕ່​ພັກ​ຝ່າຍ​ຄ້ານ​ທີ່​ສຳ​ຄັນໆ​ຂອງ​ອັງ​ກິດ ຕ່າງ​ກໍ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ເຊັ່ນ​ດຽວ​ກັນ​ກັບ​ພັນ​ທະ​ມິດ​ຂອງ​ທ່ານ​ຈອນ​ສັນ ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ໄອ​ຣ໌ແລນ​ເໜືອ.

ຂໍ້​ຕົກ​ລົງ​ສະ​ບັບ​ຫຼ້າ​ສຸດນີ້ ຈະ​ປ່ອຍ​ໃຫ້​ໄອ​ຣ໌​ແລນ​ເໜືອ ສືບ​ຕໍ່​ເປັນ​ພາກ​ສ່ວນ​ຂອງ​ຕະ​ຫຼາດ​ນຶ່ງ​ດຽວ​ຂອງ​ສະ​ຫະ​ພາບ​ຢູ​ໂຣບສຳ​ລັບ​ສິນ​ຄ້າ​ຕ່າງໆ ເພື່ອ​ໃຫ້​ສິນ​ຄ້າ​ເຫຼົ່ານີ້​ສາ​ມາດ​ເຂົ້າ​ໄປ​ໃນ​ໄອ​ຣ໌​ແລນ ໂດຍ​ບໍ່​ຕ້ອງ​ຜ່ານ​ພາ​ສີ.

ສະ​ພາ​ແຫ່ງ​ຊາດ​ຂອງ​ອັງ​ກິດ​ໄດ້​ປະ​ຕິ​ເສດ​ມາ​ແລ້ວ 3 ເທື່ອ​ຕໍ່​ຂໍ້​ສະ​ເໜີ​ເບ​ຣັກ​ຊິດ ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເທ​ຣີ​ຊາ ເມ.

ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ເດືອນ​ແລ້ວນີ້ ສັ່ງ​ໃຫ້​ລັດ​ຖະ​ບານ ຂໍ​ເວ​ລາ​ຕື່ມ​ອີກ​ໃນ​ການ​ຖອນ​ຕົວ ຖ້າ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ມື້​ອື່ນນີ້ ຫາກ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ທ່ານ​ຈັງ​ເກີ​ກ່າວ​ວ່​າ ທ່ານ​ຍັງ​ເບິ່ງ​ບໍ່​ເຫັນ​ເຫດ​ຜົນ ໃນ​ການ​ເລື່ອນ​ເວ​ລາ​ເທື່ອ​ໃໝ່​ແຕ່​ກໍ​ເວົ້າ​ວ່າ ການ​ຕັດ​ສິນ​ໃຈ​ແມ່ນ​ຂຶ້ນ​ຢູ່​ກັບ​ພວກ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG