ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສະ​ໜັບ​ສະ​ໜຸນ​ຂອງ​ຈີນ ເຮັດ​ໃຫ້​ລາວ​ເປັນ​ຕໍ່ຫວຽດ​ນາມ ປະ​ເທດເພື່ອນ​ບ້ານ​ ທີ່​ມີ​ອິດ​ທິ​ພົນ


ເຮືອ​ຂົນ​ຊາຍ ໃນ​ແມ່​ນ້ຳ​ຂອງ ທີ່​ເມືອງ​ກັນ​ຖໍ້ ປະ​ເທດ​ຫວ​ຽດ​ນາມ ວັນ​ທີ 16 ທັນ​ວາ 2018.
ເຮືອ​ຂົນ​ຊາຍ ໃນ​ແມ່​ນ້ຳ​ຂອງ ທີ່​ເມືອງ​ກັນ​ຖໍ້ ປະ​ເທດ​ຫວ​ຽດ​ນາມ ວັນ​ທີ 16 ທັນ​ວາ 2018.

ເຂື່ອນ​ແຫ່ງ​ນຶ່ງ​ ໃນ​ແມ່​ນ້ຳ​ຂອງ ຊຶ່ງ​ກຳ​ນົດ​ວ່າ​ຈະ​ເປີດ​ພາຍ​ໃນ​ເດືອນນີ້ ໄດ້​ສ້າງ​ຄວາມ​ກັງ​ວົນ​ເປັນ​ຫ່ວງ​ໃຫ້​ແກ່​ຫວຽດ​ນາມ ຍ້ອນ​ປະ​ເທດ​ດັ່ງ​ກ່າວ​ຕັ້ງ​ຢູ່​ລຸ່ມ​ເຂື່ອນທາງ​ໃຕ້​ລົງ​ມາ ແລະ​ຈະ​ໄດ້​ຮັບ​ການ​ຂົ່ມ​ຂູ່​ຍ້ອນ​ຈະ​ມີ​ນ້ຳ​ໄຫຼ​ລົງ​ມາ​ໜ້ອຍກວ່າ​ເກົ່າ.

ເຈົ້າ​ໜ້າ​ທີ່​ຢູ່​ຮາ​ໂນ່ຍ​ບໍ່​ໄດ້​ປະ​ທ້ວ​ງ​ຢ່າງ​ແຂ່ງ​ຂັນ​ຕໍ່​ລາວ ຊຶ່ງ​ເປັນ​ບ່ອນ​ທີ່​ເຂື່ອນ​ດັ່ງ​ກ່າວ​ຕັ້ງ​ຢູ່ ແຕ່​ແນວ​ໃດ​ກໍ​ຕາມ ຍ້ອນ​ຫວຽດ​ນາມ​ຮູ້​ດີ​ວ່າ​ລາວ ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ປະ​ເທດ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າຕົນ ນັ້ນ​ກໍ​ຄື​ຈີນ​.

ແຕ່​ແທນ​ທີ່ ພວກ​ຜູ້​ນຳ​ຂອງ​ຫວຽດ​ນາມ ໄດ້​ເຂົ້າ​ຫາ​ຜູ້​ນຳ​ຂອງ​ລາວ ​ຢ່າງ​ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ເລື້ອງ​ເຂື່ອນ​ດັ່ງ​ກ່າວ ຍ້ອນ​ຢ້ານ​ວ່າ ລາວ​ຊຶ່ງ​ເປັນ​ປ​ະ​ເທດ​ນ້ອຍໆທີ່​ບໍ່​ມີ​ທາງ​ອອກ​ທະ​ເລ​ນີ້ ຈະ​ຊອກ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ​ເພີ້ມ​ຂຶ້ນ​ຈາກ​ປັກກິ່ງ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວຊານ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້. ການສູ້​ຊົນ​ຂອງ​ຫວຽດ​ນາມ​ເພື່ອ​ບໍ່​ໃຫ້​ຜິດ​ກັນ​ກັບ​ຈີນ ແລະ​ການ​ຂະ​ຫຍາຍ​ອິດ​ທິ​ພົນ ໃນ​ເຂດ​ອື່ນໆ​ຂອງ​ຈີນ ​ຢູ່​ໃນ​ເອ​ເຊຍນັ້ນ.

ພວກ​ນັກ​ຊ່ຽວ​ຊານ ກ່າວ​ຕື່ມ​ວ່າ ຄວາມ​ຢ້ານ​ກົວໃໝ່​ຂອງ​ຮາ​ໂນ່ຍ ​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕໍ່​ລາວ​ແບບ​ລັດ​ບໍ​ລິ​ວານ ດັ່ງ​ທີ່​ເຄີຍ​ໄດ້​ເຮັດ​ມາ.

ທ່ານ​ມູ​ເຮ ໄຮ​ເບີດ (Murray Hiebert) ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຈາກ​ໂຄງ​ການ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ສູນ​ກາງ​ວິ​ໄຈ​ຍຸດ​ທະ​ສາດ​ ແລະ​ການ​ສຶກ​ສາ​ນາໆ​ຊາດ ​ທີ່​ວໍ​ຊິງ​ຕັນ​ ກ່າວ​ວ່າ “ຫວຽດ​ນາມ​ພວມ​ເປັນ​ຫ່ວງ​ຢ້ານ​ວ່າ​ລາວແມ່ນ​ດຳ​ເນີນ​ການ​ຫຼາຍ​ໄປ​ໂພດ​ແລ້ວ​ ໃນການ​ສ້າງ​ເຂື່ອນ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ. ແຕ່​ຫວຽດ​ນາມ ເຖິງ​ແມ່ນ​ໄດ້​ມີ​ການ​ໂອ້​ລົມ​ແບບ​ງຽບໆ​ກັບ​ລາວ​ກໍ​ຈິງ ແຕ່​ຍັງ​ບໍ່​ທັນ​ໃຊ້​ທາງ​ເລືອກ​ນິວ​ເຄ​ລຍ​ເທື່ອ ຄື​ກ່າວຢ່າງ​ເປັນ​ການ​ເປີດ​ເຜີຍ ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ລາວ.”

ຫວຽດ​ນາມ ຕາມ​ປະ​ຫວັດ​ສາດ​ແລ້ວ​ແມ່ນ​ມີ​ຄວາມ​ເປັນ​ຕໍ່ກັບ​ລາວ​ມາ​ໂດຍ​ຕະ​ຫຼອດ. ໃນ​ສັດ​ຕະ​ວັດ​ທີ 19 ກະ​ສັດ​ຂອງ​ລາວ​ເຄີຍ​ເສຍ​ຊ່ວຍ​ຕໍ່​ຫວຽດ​ນາມ​ໃນຄວາມ​ສຳ​ພັນ​ຕາມ​ແບບ​ສະ​ບັບ ​ທີ່​ຫວຽດ​ນາມ​ເຄີຍ​ເສຍ​ຊ່ວຍ​ໃຫ້​ຈີນ​ໃນ​ເວ​ລານັ້ນ ອີງ​ຕາມ​ສະ​ຖາ​ບັນ​ຄົ້ນ​ຄວ້າ GlobalSecurity.org ຂອງ​ສະ​ຫະ​ລັດ.

ສະ​ຖາ​ບັນ​ດັ່ງ​ກ່າວ​ເວົ້າ​ວ່າ ລາວ​ໄດ້​ກາຍ​ມາ​ເປັນ​ລັດ​ບໍ​ລິ​ວານ​ຂອງ​ຫວຽດ​ນາມໃນ​ຊຸມ​ປີ 1980 ຫຼັງ​ຈາກ​ຫວຽດ​ນາມໄດ້​ຊ່ວຍ​ພັກ​ຄອມ​ມູ​ນິ​ສ​ລາວ. ໃນ​ລະ​ຫວ່າງ​ສົງຄາມ​ຫວຽດ​ນາມ​ໃນ​ຊຸມ​ປີ 1960 ທະ​ຫານ​ຫວຽດ​ນາມ​ເໜືອ​ຫຼາຍ​ພັນ​ຄົນ​ໄດ້​ໃຊ້ລາວ​ເປັນ​ຖານ​ທີ່​ໝັ້ນ ເພື່ອ​ສ້ອມ​ແປງ​ແລະ​ຮັກ​ສາ​ເສັ້ນທາງ​ໂຮ​ຈິ​ມິນ. ໃນ​ທຸກມື້ນີ້ ເຈົ້າໜ້າ​ທີ່​ລາວ​ຍັງ​ສືບ​ຕໍ່​ໄປ​ຮຽນ​ຢູ່​ຮາ​ໂນ່ຍ ສຳ​ລັບ​ເຈົ້າ​ໜ້າ​ທີ່​ພັກ​ຄອມ​ມູ​ນິ​ສ.

ນັບແຕ່​ຊຸມ​ປີ 1980 ເປັນ​ຕົ້ນ​ມາ ຫວຽດ​ນາມ​ໄດ້ແຊງ​ຂຶ້ນໜ້າ​ທາງ​ດ້ານ​ເສດ​ຖະ​ກິດ ໃນ​ການ​ລົງ​ທຶນ ​ດ້ານ​ການ​ຜະ​ລິດ ໃນ​ຂະ​ນະ​ທີ່​ລາວ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ກາງ​ຕໍ່​ການ​ເຮັດ​ໃຮ່​ເຮັດ​ນາ. ປະ​ມານ 23 ເປີ​ເຊັນ​ຂອງ​ປະ​ຊ​າ​ກອນ 6 ລ້ານ 9ແສນ​ຄົນ ແມ່ນ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ທຸກ​ຍາກ ສົມ​ທຽບ​ໃສ່ 6 ເປີ​ເຊັນ​ຂອງ​ປະຊາ​ຊົນ​ຫວຽດ​ນາມ 95 ລ້ານ​ຄົນ ອີງ​ຕາມ​ລາຍ​ງານ​ຂອງທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ.

ແຕ່​ແນວ​ໃດ​ກໍ​ຕາມ ຈີນ​ ຊຶ່ງ​ເປັນ​ປະ​ເທດ​ທີ່​ຮັ່ງ​ມີກວ່າ ໄດ້​ຊ່ວຍ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແກ່​ລາວ ສິ່ງ​ທີ່​ເຫັນ​ໄດ້​ແຈ້ງ​ທີ່​ສຸດ ​ກໍ​ແມ່ນ​ທາງລົດ​ໄຟ​ຄວາມ​ໄວ​ສູງ ​ແລະ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຕ່າງໆ. ໂຄງ​ການ​ຈຳ​ນວນ​ນຶ່ງ​ແມ່ນ​ນອນ​ຢູ່​ໃນ​ຂໍ້​ລິ​ເລີ້ມ 6 ປີ​ນຶ່ງແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຂອງ​ຈີນທີ່​ແນ​ໃສ່​ເພື່ອ​ຊ່ວຍ​ຂັບ​ດັນ​ໃຫ້​ການ​ຄ້າຂອງ​ຈີນ ​ກັບ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ ​ໃນ​ທົ່ວ​ຢູ​ໂຣບ ​ແລະເຂດ​ເອ​ເຊຍ. ນອກນັ້ນ​ແລ້ວ ເງິນ​ທຶນ​ຂອງຈີນ​ຍັງ​ຊ່ວຍ​ສ້າງ​ຖະ​ໜົນ​ຫົນ​ທາງ​ແລະ​ຂົວ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ເຂື່ອນ​ໄຟ​ຟ້າ​ພະ​ລັງ​ນ້ຳ​ໄຊ​ຍະ​ບູ​ລີ ແມ່ນ​ເປັນ​ທີ່​ຄາດ​ກັນ​ຢ່າງກວ້າງ​ຂວາງວ່າ ຈະ​ຫຼຸດ​ລະ​ດັບ​ນ້ຳ ປາ ແລະ​ຝຸ່ນ​ຕ່າງໆຕໍ່​ຜູ້​ຄົນ​ປະ​ມານ 50 ລ້ານ​ຄົນ ທີ່​ຢູ່​ລຸ່ມ​ເຂື່ອນ​ລົງ​ມາ ຫຼາຍ​ຄົນ​ໃນ​ຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ຢູ່​ໃນ​ຫວຽດ​ນາມ.

ຈີນ​ແລະ​ຫວຽດ​ນາມ​ໄດ້​ມີ​ຄວາມ​ເຄືອງແຄ້ນກ່ຽວ​ກັບ​ເລື້ອງ​ດິນ​ແດນ​ມາ​ເປັນ​ເວ​ລາ​ຫຼາຍ​ສັດ​ຕະ​ວັດ. ເວ​ລານີ້​ປະ​ເທດ​ທັງ​ສອງ​ກຳ​ລັງ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ປະ​ເທດ​ທັງ​ສອງ​ແມ່ນ​ອົບ​ອຸ່ນ​ຈິງໃຈ​ໃນ​ເຈ້ຍ​ໃນ​ສໍ ແຕ່​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ ​ທີ່​ມີ​ຂຶ້ນ​ເປັນ​ປະ​ຈຳກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທາງ​ທະ​ເລນັ້ນ ເຮັດ​ໃຫ້​ຄວາມ​ສຳ​ພັນ​ລ​ະ​ຫວ່າງ​ປະ​ເທດ​ທັງ​ສອງ​ແໜ້ນ​ແຟ້ນ​ບໍ່​ໄດ້.

ທ່ານ​ສ​ຕີ​ເວັນ ນາ​ກິ (Stephen Nagy) ຮອງ​ສາ​ສະ​ດາ​ຈານ​ອະ​ວຸ​ໂສ ທີ່​ສອນ​ການ​ເມືອງ​ແລະ​ການ​ສຶກ​ສາ​ນາໆ​ຊາດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຄ​ຣິ​ສ​ຕຽນ​ລະ​ຫວ່າງປະ​ເທດ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ ກ່າວ​ວ່າ ລັດ​ຖະ​ບານ​ປັກ​ກິ່ງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິດ​ແກ່​ລາວແລະ​ກຳ​ປູ​ເຈຍ ເພື່ອ​ຄ້ຳ​ປະ​ກັນ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເມືອງ ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ຢູ່​ໃນ​ຂົງ​ເຂດ ຮວມ​ທັງ​ບາງ​ບັນ​ຫາ​ທີ່​ຫວຽດ​ນາມ​ຢູ່​ອີກ​ຟາກ​ນຶ່ງ.

ຢູ່​ກຳ​ປູ​ເຈຍ ຊຶ່ງ​ເປັນ​ປະ​ເທດ​ທີ່​ຂ້ອນ​ຂ້າງ​ທຸກ​ຍາກນັ້ນ ທີ່​ມີ​ການ​ເມືອງ​ນິ​ຍົມ​ປັກ​ກິ່ງ​ມາ​ແຕ່​ຊຸມ​ປີ 1960 ນັ້ນ ຈີນ​ໄດ້​ລົງ​ທຶນ​ລະ​ຫວ່າງ 400 ​ລ້ານຫາ 700 ລ້ານ​ໂດ​ລາ​ຕໍ່​ປີ ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ ອີງ​ຕາມ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ. ມາ​ຈົນຮອດ​ເດືອນ​ກັນ​ຍາ​ປີ 2017 ຈີນ​ໄດ້​ລົງ​ທຶນ​ໃນ​ມູນ​ຄ່າ​ຮວມ 6.3 ຕື້ໂດ​ລາ​ ຢູ່​ລາວ ອີງ​ຕາມ​ຂໍ້​ມູນ​ຂອງ​ຈີນ.

ທ່ານ​ນາ​ກິ​ກ່າວ​ວ່າ “ຈີນ​ສາ​ມາດ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິ​ດພຽງ​ໜ້ອຍ​ດຽວ ແລະ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ວ່າ ປະ​ເທດ​ທັງ​ສອງ​ຈະ​ບໍ່ ຍົກ​ຕົວ​ຢ່າງ ຕົກ​ລົງໃນ​ຄວາມ​ເປັນ​ເອກ​ກະ​ສັນ​ກັບ​ອາ​ຊຽນ ຫຼື​ເມື່ອ​ຜົນ​ປະ​ໂຫຍດ​ຂອງ​ຈີນ​ຫວຽດ​ນາມ​ປະ​ທະ​ກັນ ຈີນ​ແມ່ນ​ແນ່ນອນ​ສາ​ມາດ​ໃຊ້​ອິດ​ທິ​ພົນ​ຂອງ​ຕົນ​ຕໍ່​ລາວ​ແລະ​ກຳ​ປູ​ເຈຍ​ໄດ້.” ອາ​ຊຽນ​ແມ່ນ​ສະ​ມາ​ຄົມ​ຂອງ 10 ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຫວຽດ​ນາມ​ແມ່ນ​ກາງ​ຕໍ່​ຫຼາຍ​ຂຶ້ນ​ນັບ​ມື້ ນຳ​ຍີ່​ປຸ່ນ ສິງ​ກະ​ໂປ ເກົາ​ຫຼີ​ໃຕ້ ແລະ​ໃຕ້​ຫວັນ​ສຳ​ລັບ​ການ​ລົງ​ທຶນ​ຕ່າງໆ. ກອງ​ທຶນ​ຂອງ​ຍີ່​ປຸ່ນ​ໄດ້​ຊ່ວຍ​ການ​ພັດ​ທະ​ນາ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ໆ​ຂອງ​ຫວຽດ​ນາມ.

ຫວຽດ​ນາມ​ພວມ​ຈັບ​ຕາ​ເບິ່ງ​ການ​ຂະ​ຫຍາຍ​ໂຕ​ຂອງ​ການ​ລົງ​ທຶນ​ຈີນ​ໃນ​ກຳ​ປູ​ເຈຍ ເພື່ອ​ເຂົ້າ​ໃຈ​ວ່າ ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ຖ້າ​ຈີນ​ຫາກ​ເພີ້ມ​ການ​ລົງ​ທຶນ​ຂອງ​ຕົນ​ຢູ່​ໃນ​ປະ​ເທດ​ລາວ ນັ້ນ​ຄື​ຄຳ​ເວົ້າ​ຂອ​ງ​ທ່ານ​ຈຶງ ຫງວຽນ (Trung Nguyen) ຫົວ​ໜ້າຄວາມ​ສຳ​ພັນ​ຕ່າງ​ປະ​ເທດຂອງ​ພະ​ແນກ​ສັງ​ຄົມ​ສາດ​ແລະ​ມະ​ນຸດ​ຊາດ​ ຂອງມະ​ຫາ​ວິ​ທະ​ຍາ​ໄລ​ໂຮ່​ຈິ​ມິນ.

ກຳ​ປູ​ເຈຍ ປົກ​ກະ​ຕິ​ແລ້ວ ແມ່ນ​ເຂົ້າ​ຂ້າງ​ຈີນ​ສະ​ເໝີ ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ຂອງ​ອາ​ຊຽນ ຮວມ​ທັງ​ນະ​ໂຍ​ບາຍ​ທາງ​ທະ​ເລ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂັດ​ແຍ້ງ​ໃນ​ເລື້ອງ​ອະ​ທິ​ປະ​ໄຕ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ.

ທ່ານ​ຫງວຽນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ຄືສິ່ງ​ທີ່​ລັດ​ຖະ​ບານ​ຫວຽດ​ນາມ​ຢ້ານເຫດ​ການ​ແບບນັ້ນ ແລະ​ດັ່ງ​ດຽວ​ກັນ​ກັບ​ເຫດ​ຜົນ​ທີ່​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ເບິ່ງ​ຄື​ວ່າ​ມີ​ມີ​ການ​ຫຼິ້ນ​ເກມ​ທັງ​ຊຸກແລະດຶງ ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ​ລັດ​ຖະ​ບານ​ຈີນ ເພື່ອ​ເອົາ​ຊະ​ນະ​ລາວ.”

ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນວ່າ ​ຕົນ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ລາວ ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ຕົນ.

ໃນ​ມື້​ວັນ​ພຸດ​ແລ້ວນີ້ ສະ​ຫະ​ພັນ​ຊາວ​ໜຸ່ມ​ຈາກ​ປະ​ເທດ​ທັງ​ສອງ​ໄດ້​ຫາ​ລື​ກັນ​ທີ່​ຈະ​ເພີ້ມກິດ​ຈະ​ກຳ​ຕ່າງໆ​ສຳ​ລັບ​ພວກ​ເດັກ​ນ້ອຍ​ທີ່​ຢູ່​ຕາມ​ຊາຍ​ແດນ​ຂອງ​ປ​ະ​ເທດ​ທັງ​ສອງ​ເພື່ອ​ເປັນ​ຊ່ອງ​ທາງ​ນຶ່ງ​ໃນ​ການ​ຊຸກ​ຍູ້​ຄວາມ​ສຳ​ພັນ​ໃນ​ອະ​ນາ​ຄົດ.

ແລະ​ໃນ​ອາ​ທິດ​ແລ້ວນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລາວ​ແລະ​ຫວຽດ​ນາມ​ກໍ​ໄດ້​ຕົ​ກ​ລົງ​ກັນ​ທີ່​ຈະ​ສືບ​ຕໍ່​ການ​ແລກ​ປ່ຽນ​ຢ່າງ​ເປັນ​ທາງ​ການ ໃນ​ອັນ​ທີ່​ອົງ​ການ​ຂ່າວ​ຂອງ​ທາງການ​ຫວຽດ​ນ​າມ​ເອີ້ນ​ວ່າ “ໃນ​ວິ​ທີ​ການ​ແບບ​ງ່າຍໆ ​ມີ​ປະ​ສິດ​ທິ​ຜົນ ແລະ​ມີ​ເນື້ອ​ຫາ​ສາ​ລະ ໂດຍ​ເນັ້ນ​ຢ້ຳ​ເຖິງ​ການ​ມີ​ປະ​ສົບ​ພະ​ການ​ຮ່ວມ​ກັນ ແລະ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ ​ແລະ​ອຸບ​ປະ​ສັກ​ຕ່າງໆ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG