ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີ​ກີ ເລີ້ມ​ການ​ບຸກ​ໂຈມ​ຕີ ຊາວ​ເຄີດ ໃນ​ພາກ​ເໜືອ ຊີ​ເຣຍ


ບໍ່​ດົນ​ຫຼັງ​ຈາກ​ການ​ປະ​ຕິ​ບັດງານ​ໃນ​ຊີ​ເຣຍ​ເລີ້ມ​ຂຶ້ນ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ກໍ​ພາ​ກັນ​ຕົບ​ ແລະ​ຮ້ອງ​ເຊຍ ຕ້ອນ​ຮັບ​ຂະ​ບວນ​ລົດ ທະ​ຫານເທີ​​ກີ ທີ່​ຂັບ​ຜ່ານ​ເມືອງ​ອັກ​ກາ​ກາ​ເລ ໃນ​ແຂວງຊານ​ລີ​ເອີ​ຟາ.
ບໍ່​ດົນ​ຫຼັງ​ຈາກ​ການ​ປະ​ຕິ​ບັດງານ​ໃນ​ຊີ​ເຣຍ​ເລີ້ມ​ຂຶ້ນ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ກໍ​ພາ​ກັນ​ຕົບ​ ແລະ​ຮ້ອງ​ເຊຍ ຕ້ອນ​ຮັບ​ຂະ​ບວນ​ລົດ ທະ​ຫານເທີ​​ກີ ທີ່​ຂັບ​ຜ່ານ​ເມືອງ​ອັກ​ກາ​ກາ​ເລ ໃນ​ແຂວງຊານ​ລີ​ເອີ​ຟາ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ມີ​ກຳ​ນົດ​ທີ່​ຈະ​ເປີດກອງ​ປະ​ຊຸມ​ເພື່ອ​ຫາ​ລື ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ທີ່​ເທີ​ກີ​ກ່າວ​ວ່າເປັນ​ການ​ປະ​ຕິ​ບັດ​ງານ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍທີ່​ດຳ​ເນີນ​ໄປ “​ດ້ວຍຄວາມ​ ລະ​ມັດ​ລະ​ວັງ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ” ໃນ​ຂະ​ນະ​ທີ່ພວກ​ນັກ​ລົບ​ຊາວ​ເຄີດ​ກຸ່ມ​ສຳ​ຄັນ​ຢູ່​ໃນ​ເຂດ​ດັ່ງ​ກ່າວ ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ເພື່ອ “ຊ່ວຍ​ປົກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ຈາກ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.”

ເທີ​ກີເລີ້ມ​ການ​ປະ​ຕິ​ບັດ​ງານ​ທີ່ໄດ້​ມີ​ການ​ວາງ​ແຜນ​ມາ​ດົນ​ນານ​ແລ້ວນັ້ນໃນ​ວັນ​ພຸດ​ວານນີ້ ໂດຍ​ແນ​ໃສ່​ເພື່ອ​ກຳ​ຈັດ​ກຳ​ລັງ​ຊາວ​ເຄີດ​ທີ່​ເທີ​ກີ​ມອງ​ເຫັນ​ວ່າ ເປັນ​ພວກ​ກໍ່ການ​ຮ້າຍ ແຕ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ສ່ວນ​ໃຫຍ່​ຖື​ວ່າ ເປັນ​ພາ​ຄີ​ທີ່​ສຳ​ຄັນ​ໃນການສູ້​ລົບ​ຕໍ່​ຕ້ານ​ພວກຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ.

ກຳ​ລັງ​ເທີ​ກີ​ເລີ້ມ​ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ແລະ​ຕໍ່​ມາ​ກໍ​ສົ່ງ​ກຳ​ລັງ​ພາກ​ພື້ນ​ດິນ ເຂົ້າ​ໄປ ຊຶ່ງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີ​ກີອ້າງວ່າ ໄດ້​ໂຈມ​ຕີເປົ້າ​ໝາຍ​ທັງ​ໝົດ “181 ແຫ່ງ.”

ທ່ານ​ມຸ​ສ​ຕາ​ຟາ ບາ​ລີ ໂຄ​ສົກ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ນຳ​ພາ​ໂດຍ​ພວກ​ຊາວ​ເຄີດ ກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ກຸ່ມ​ດັ່ງ​ກ່າວ ໄດ້​ຂັບ​ໄລ່​ການ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ​ພ​າກ​ພື້ນ​ດິນ​ເທີ​ກີ​ໃຫ້​ແຕກ​ຖອຍ​ໄປ ໃນ​ເຂດ​ຕາ​ລ ອັບ​ຢາດ.

ທ່ານ​ບາ​ລີຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ບໍ່​ມີ​ຄວາມ​ກ້າວ​ໜ້າ​ໃດໆ​ມາ​ຈົນ​ຮອດ​ເວ​ລານີ້.”

ກ່ອນ​ໜ້າ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ອົງ​ການ​ຂ່າວ​ຣອຍ​ເຕີ້​ ໄດ້ກ່າວ​ອ້າງ​ເຖິງ​ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ສົ່ງ​ໄປ​ຫາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໂດຍເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ເທີ​ກີປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ເຟ​ຣິ​ດຸນ ຊີ​ເນີ​ລິ​ໂອກ​ລູໂດຍ​ກ່າວ​ວ່າ ການ​ປະ​ຕິ​ບັດ​ງານນີ້ “ຈະ​ແນ​ເປົ້າ​ໝາຍ​ໃສ່​ແຕ່​ພວກກໍ່​ການ​ຮ້າຍ ພ້ອມ​ທັງບ່ອນ​ຫລົບ​ລີ້ ບ່ອນ​ພັກ​ພາ​ອາ​ໄສ ທີ່​ຕັ້ງ ອາ​ວຸດ ລົດ ແລະອຸບ​ປະ​ກອນ​ຕ່າງໆຂອງ​ພວກ​ເຂົາ.”

​ສ່ວນກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີ​ກີ ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນສອດ​ຄ່ອງ ​ກັບ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ​ຂໍ້​ກຳ​ນົດພາຍ​ໃຕ້​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດທີ່​ອະ​ນຸ​ຍາດ​ໃຫ້​ເທີ​ກີ “ມີ​ສິດ​ໃນ​ການ​ປ້ອງ​ກັນ​ໂຕ​ໄດ້.”

ໃນ​ບົດ​ຄວາມ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ໃນ​ຕອນ​ແລງວັນ​ພຸດວານນີ້ ທ່ານ​ເຮ​ມິນ ໂກ​ບາ​ເນ ຜູ້​ຕາງ​ໜ້າ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ປ​ະຈຳແນວ​ໂຮມ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ ໄດ້​ກ່າວ​ຫາ​ສະ​ຫ​ະ​ລັດ​ວ່າ ປະ​ຖິ້ມ​ຊາວ​ເຄີດ ແລະ “ປ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຊະ​ຕາ​ກຳ ​ຕົກ​ຢູ່ໃນ​ກຳ​ມື​ຂອງ​ສັດ​ຕູ​ທີ່​ຮ້າຍ​ກາດ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ​ໂກ​ບາ​ເນ​ກ່າວອ້າງ​ວ່າ ​ການ​ຮ່ວມ​ມື​ເປັນ​ເວ​ລາ​ຫຼາຍໆປີ​ລະ​ຫວ່າງສະ​ຫະລັດ​ແລະກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ສາ​ມາດ​ຍຶດ​ຄືນ​ດິນ​ແດນ​ຕ່າງໆ​ທີ່​ເຄີຍ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ກຸ່ມ​ລັດ​ອິ​ສ​ລາມໂດຍ​ເອີ້ນ​ກຳ​ລັງ​ສະ​ຫະ​ລັດ​ວ່າ “ເພື່ອນ​ມິດ​ແລະ​ອ້າຍ​ນ້ອງ” ຕໍ່​ຕ້ານ​ສັດ​ຕູ​ຮ່ວມ​ດຽວ​ກັນ.

ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໄດ້​ຂຽນຂໍ້​ຄວາມລົງ​ໃນ​ທວີດ​ເຕີ້​ ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ “ທີ່​ໄດ້​ດຳ​ເນີນ​ການ​ຢ່າງເປັນ​ກຽດ” ຕໍ່​ປະ​ຊາ​ຊົນ​ຈາກ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງ​ຊີ​ເຣຍ ຮວມ​ທັງ​ຊາ​ອຸ​ດີ ອາ​ຣາ​ເບຍ ອີ​ຈິບ ອີ​ຣັກ ອັງ​ກິດ ຝ​ຣັ່ງ ແລະ​ເຢຍ​ຣະ​ມັນ. ສະ​ຫະ​ລັດບໍ່​ມີ​ຊື່​ຮວມ​ຢູ່​ໃນ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG