ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ວ່າ ຈີນ​ເຕັມ​ໃຈ ທີ່​ຈະ​ຊື້​ຜະ​ລິດ​ຕະ​ພັນ ຂອງ ສ​ຫລ ຕື່ມ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ​ຢີ່ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ເມື່ອ​ວັນ​ທີ 25 ກັນ​ຍາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ​ຢີ່ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ເມື່ອ​ວັນ​ທີ 25 ກັນ​ຍາ 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ເຕັມ​ໃຈ​ທີ່​ຈະ​ຊື້​ຜະ​ລິດ​ຕະ​ພັນ ​ຂອງ​ສະ​ຫະ​ລັດ​ເພີ້ມ​ຕື່ມ ໂດຍ​ເວົ້າ​ວ່າ ທັງ​ສອງ​ຝ່າຍ​ ຕ່າງ​ກໍ​ສະ​ແດງ​ອອກຊຶ່ງ​ຄວາມ​ປາ​ຖະ​ໜາ​ດີ ກ່ອນ​ໜ້າ​ການ​ເຈ​ລະ​ຈາ​ການ​ຄ້າ​ຮອບ​ໃໝ່.

ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງຢີ່ ກ່າວ​ທີ່​ນະ​ຄອນ​ນິວຢອກ ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ເຮົາ​ຫວັງ​ວ່າ ທັງ​ສອງ​ຝ່າຍ​ສາ​ມາດ​ເອົາ​ມາດ​ຕະ​ການ​ທີ່ກະ​ຕື​ລື​ລົ້ນ​ຕື່ມ ຫລຸດ​ຜ່ອນ​ການ​ໃຊ້​ສຳ​ນວນ​ຄວາມ​ເວົ້າ​ ແລະ​ການ​ກະ​ທຳ ໃນ​ທາງ​ທີ່​ບໍ່​ດີ. ຖ້າ​ຫາກ​ທຸກໆ​ຄົນ​ເຮັດ​ແບບນີ້ ການ​ເຈ​ລະ​ຈາ​ບໍ່​ພຽງ​ແຕ່​ຈະ​ເລີ້ມ​ຂຶ້ນ​ທໍ່ນັ້ນ ແຕ່​ຈະ​ດຳ​ເນີນ​ໄປ​ແລະ​ໃຫ້​ໝາກ​ຜົນ​ດ້ວຍ.”

ທ່ານໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ຫະ​ລັດ​ໄດ້​ໃຫ້ການ​ຍົກ​ເວັ້ນ​ໄປ​ແລ້ວ ​ໃນ​ການ​ເກັບ​ພາ​ສີຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ຫຼາຍໆ​ຊະ​ນິດ.

ທ່ານ​ຫວັງ​ຢີ່ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ອາ​ຫານ​ທ່ຽງ ໃຫ້​ແກ່​ຫົວ​ໜ້າ​ນັກ​ການ​ທູດ ຈາກ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ອື່ນໆ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ປະ​ກອບ​ມີ​ອັງ​ກິດ ຝ​ຣັ່ງ ຣັດ​ເຊຍ ແລະ​ສະ​ຫະ​ລັດ.

ການ​ເຈ​ລະ​ຈາ​ໃນ​ລະ​ດັບ​ສູງ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ ມີ​ກຳ​ນົດ​ຈະ​ເລີ້ມ​ຂຶ້ນ​ໃນວັນ​ທີ 13 ຕຸ​ລາ​ຈະ​ມານີ້ ຫຼັງຈາກ​ບໍ່​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຫຍັງ​ຫຼາຍ ຕະ​ຫຼອດ​ລະດູ​ຮ້ອນ​ທີ່​ຜ່ານ​ມາ ແລະ​ໄດ້​ພາ​ໃຫ້​ເກີດ​ຄວາມ​ບໍ່​ແນ່ນອນ​ສຳ​ລັບ​ພວກ​ນັກ​ລົງ​ທຶນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວັງ​ຢີ່ ໄດ້​ກ່າວ​ເຖິງ​ການ​ມີ​ເຈດ​ຕະ​ນາ​ດີ​ຂອງ​ທັງ​ສອງ​ຝ່າຍ. ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ຄວາມ​ເຫັນທີ່​ຂ້ອນ​ຂ້າງ​ແຮງ​ເປັນ​ພິ​ເສດ​ກ່ຽວ​ກັບ​ຈີນ ເວ​ລາ​ທ່ານ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢູ່​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ອັງ​ຄານ​ຜ່ານ​ມາ.

ທ່ານ​ທ​ຣຳ​ໄດ້​ກ່າວ​ຫາ​ຈີນ​ວ່າ ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຄ້າແບບ​ເປັນ​ທຳ ເວ​ລາ​ປະ​ເທດ​ດັ່ງ​ກ່າວ ​ເຂົ້າ​ຮ່ວມ​ອົງ​ການໆ​ຄ້າ​ໂລກ. ທ່ານ​ຍັງ​ມີ​ຄວາມ​ສົງ​ໄສ​ຢູ່​ວ່າ ເປັນ​ຫຍັງຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ເປັນອັນ​ດັບ​ສອງ​ຂອງ​ໂລກ ຈຶ່ງ​ຍັງ​ໄດ້​ຮັບ​ຖາ​ນະ​ພິ​ເສດ​ໃນ​ການ​ເປັນ​ປະ​ເທດ​ທີ່​ກຳ​ລັງພັດ​ທະ​ນາ​ຢູ່.

ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ກ່າວ​ຫາ​ຜ່ານ​ມາ ກ່ຽວ​ກັບ​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ລັບ​ທາງ​ດ້ານ​ການ​ຄ້າໃນ “ຂອບ​ເຂດ​ຂະ​ໜາດ​ໃຫຍ່” ນັ້ນ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ກໍ​ກ່າວ​ວ່າ ທ່ານ​ຫວັງ​ວ່າ​ທັງ​ສອງ​ຝ່າຍ​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ການ​ຄ້າ ທີ່​ຈະ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ປະ​ເທດ​ທັງ​ສອງ ແລະ “ສ້າ​ງ​ຄວາມກ້ຳ​ເກິ່ງ​ຄືນ​ໃໝ່​ຕໍ່​ຄວາມ​ສຳ​ພັນ​ຂອງ​ພວກ​ເຮົາ​ກັບ​ຈີນ.”

China's foreign minister says his country is willing to buy more U.S. products, saying both sides are showing goodwill ahead of new trade talks.

"We hope both sides can take more enthusiastic measures, reduce pessimistic language and action," Foreign Minister Wang Yi said Thursday in New York. "If everyone does this, talks will not only resume but will proceed and yield results."

He noted that the U.S. had already waived tariffs on many Chinese products.

Wang hosted a lunch for top diplomats from the other permanent members of the U.N. Security Council — Britain, France, Russia and the United States.

High-level trade talks between the U.S. and China are set to resume Oct. 13 after making little progress all summer and creating uncertainty among investors.

Wang spoke of goodwill by both sides. But U.S. President Donald Trump made especially harsh comments about China when he addressed the U.N. General Assembly on Tuesday.

Trump accused the Chinese of breaking fair-trade promises when it joined the World Trade Organization. He wondered why the world's second-biggest economy still gets preferential treatment as a developing economy.

The president also repeated past accusations about the theft of intellectual property and trade secrets "on a grand scale."

But he said he still hoped both sides could reach a trade deal that would benefit both countries and "restore balance in our relationship with China."

XS
SM
MD
LG