ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ການ​ຄ້າ ສ​ຫລ ກ່າວ​ວ່າ ການ​ປະ​ມົງ ໄດ້​ປະ​ສົບ ບັນ​ຫາ​ໄພ​ພິ​ບັດ


ຮູບ​ດິນ​ຊີ​ມັງ​ທີ່​ພັງ​ລົງ​​ແລະ​ກາບ​ຫອຍ​ນາງ​ລົມ ທີ່​ເມືອງ​ໂຮບ​ເດ​ລ ລັດ​ຫຼຸຍ​ເຊຍ​ນາ ເມື​່ອ​ວັນ​ທີ 24 ກໍ​ລະ​ກົດ 2014 ຊຶ່ງ​ໄພ​ນ້ຳ​ຖ້ວມ ຊຶ່ງ​ເປັນ​ນ້ຳ​ຈືດ ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ກ້ຳ​ເກິ່ງ​ຕໍ່​ລະ​ບົບ​ນິ​ເວດ ທີ່​ພາ​ໃຫ້​ຫອຍ​ນາງ​ລົມ​ຕາຍ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ຫາ​ປາ.
ຮູບ​ດິນ​ຊີ​ມັງ​ທີ່​ພັງ​ລົງ​​ແລະ​ກາບ​ຫອຍ​ນາງ​ລົມ ທີ່​ເມືອງ​ໂຮບ​ເດ​ລ ລັດ​ຫຼຸຍ​ເຊຍ​ນາ ເມື​່ອ​ວັນ​ທີ 24 ກໍ​ລະ​ກົດ 2014 ຊຶ່ງ​ໄພ​ນ້ຳ​ຖ້ວມ ຊຶ່ງ​ເປັນ​ນ້ຳ​ຈືດ ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ກ້ຳ​ເກິ່ງ​ຕໍ່​ລະ​ບົບ​ນິ​ເວດ ທີ່​ພາ​ໃຫ້​ຫອຍ​ນາງ​ລົມ​ຕາຍ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ຫາ​ປາ.

ການ​ປະ​ມົງ ​ຫຼືຫາ​ປາ ​ເພື່ອ​ການ​ຄ້າ ​ຢູ່​ໃນ 7 ລັດ​ຂອງ​ສະ​ຫະ​ລັດ ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ແລະ​ຄວາມ​ເສຍ​ຫາຍຢ່າງ​ຮ້າຍ​ແຮງ​ໃນ​ໄລ​ຍະ​ສອງ​ປີ​ທີ່​ຜ່ານ​ມານີ້ ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສາ​ມາດ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ກາງ​ໄດ້ ອີງ​ຕາມຄຳ​ເວົ້າ​ຂອງ​ກະ​ຊວງ​ການ​ຄ້າ​.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ສະ​ຫະ​ລັດ ທ່ານ​ຣອ​ສ ວິ​ລ​ເບີ ໄດ້​ຖິ້ມ​ໂທດ ​ກ່ຽວ​ກັບບັນ​ຫາ​ດັ່ງ​ກ່າວ ສ່ວນ​ນຶ່ງ​ແລ້ວ ໃສ່​ໄພ​ນ້ຳ​ຖ້ວມ​ ຢ່າງ​ຮ້າຍ​ແຮງ ຢູ່​ທີ່​ລັດ​ອາ​ລາ​ບາ​ມາ ຫຼຸຍ​ເຊຍ​ນາ ​ແລະມິ​ສ​ຊິ​ສ​ສິບ​ປີ ຈາກ​ອ່າວ​ເມັກ​ຊິ​ໂກ.

ສ່ວນ​ການ​ຫາ​ປາ​ທີ່​ລັດ​ອາ​ລ​າ​ສ​ກ້າ ຄາ​ລີ​ຟໍ​ເນຍ ຈໍ​ເຈຍ ແລະ​ຄາ​ໂຣ​ໄລ​ນາ​ໃຕ້​ນັ້ນກໍ​ໄດ້​ປະ​ສົບ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​ແລະ​ສະ​ພາບ​ການ​ອື່ນໆ​ນຳ.

ທ່ານ​ຣອ​ສ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່​າ “ການ​ຫາ​ປາແມ່ນ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ​ສຳ​ລັບ​ເສດ​ຖະ​ກິດ​ແຄມ​ຝັ່ງ​ທີ່​ນັບ​ບໍ່​ຖ້ວນ ແລະ​ເປັນ​ວິ​ຖີ​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຮິ​ກັນ​ມາໄດ້​ຫຼາຍ​ເຊັ່ນ​ຄົນ​ແລ້ວ.”

ທ່ານ​ຣອ​ສ​ກ່າວ​ວ່າ ການ​ຫາ​ປາ ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ມາ​ແຕ່​ປີ 2017 ນັ້ນ ແມ່ນສາ​ມາດ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ຫຼາຍ​ເຖິງ 165 ລ້ານ​ໂດ​ລາ​ຈາກ​ລັດ​ຖະບານ​ກາງ.

Commercial fisheries in seven U.S. states have suffered from catastrophic failures and disasters over the past two years, making them eligible for federal aid, the Commerce Department said Wednesday.

Commerce Secretary Wilbur Ross blamed the problems in part on extreme flooding in Alabama, Louisiana and Mississippi from the Gulf of Mexico.

Other fishing operations in Alaska, California, Georgia and South Carolina have also been affected by natural disasters and other conditions.

"Fishing is the cornerstone of countless coastal economies and has been a way of life for generations of Americans," Ross said.

Ross said fisheries that have suffered since 2017 were eligible receive up to $165 million in federal relief.

XS
SM
MD
LG