ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ແລະ ຈີນ ຂັດ​ຂວາງ ຮ່າງ​ຍັດ​ຕິ ມະ​ນຸດ​ສະ​ທຳ ສ​ປ​ຊ ຢູ່​ແຂວງອ​ິດ​ລິບ ຂອງ​ຊີ​ເຣຍ


ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ປະ​ຊຸມ​ກັນ​ຢູ່ນ​ະ​ຄອນ​ນິວຢອກ ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ. (30 ເມ​ສາ 2019)
ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ປະ​ຊຸມ​ກັນ​ຢູ່ນ​ະ​ຄອນ​ນິວຢອກ ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ. (30 ເມ​ສາ 2019)

ຣັດ​ເຊຍ ແລະ​ ຈີນ ໄດ້​ໂຮມ​ກຳ​ລັງ​ກັນ​ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ຂັດ​ຂວາ​ງ​ການ​ຮັບ​ຮ​ອງ​ເອົາ​ຮ່າງ​ຍັດ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່​ແນໃສ່​ເພື່ອ​ຈັດແຈງ​ໃຫ້​ມີ​ການ​ຢຸດ​ຍິງ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍແລະ​ອະ​ນຸ​ຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ມະ​ນຸ​ດ​ສະ​ທຳ​ເຂົ້າ​ໄປ​ໃນ​ແຂວງ​ອິດ​ລິບ​ໄດ້​ຢ່າງ​ເຕັມ​ທີ່.

ທັງ​ຣັດ​ເຊຍ ແລະ ຈີນ ຊຶ່ງ​ຕ່າງ​ກໍ​ມີ​ອຳ​ນາດ​ໃນ​ການ​ໃຊ້​ສິດ​ຢັບ​ຢັ້ງ ໄດ້​ຂັດ​ຂວາງ​ຕໍ່​ຮ່າງ​ຍັດ​ຕິ​ທີ່​ນຳ​ສະ​ເໜີ​ໂດຍ​ແບ​ລ​ຈ້ຽມ ເຢຍ​ຣະ​ມັນ ແລະ​ຄູ​ເວດ ທີ່​ຮັບ​ຜິດ​ຊອບກ່ຽວ​ກັບ​ເລື້ອງ​ມະ​ນຸດ​ສະ​ທຳ​ຢູ່​ໃນ​ຊີ​ເຣຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ນັ້ນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຢຍ​ຣະ​ມັນ ທ່ານ​ຄ​ຣິ​ສ​ໂຕ​ເຟີ ຮິວ​ສ​ເກັນ ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ຄວາມໝັ້ນໃຈ​ວ່າ ສະ​ພາ​ຄວາມ​ໝັ້ນ​ຄົງ​ຈະ​ບໍ່​ສາ​ມາດ​ມິດ​ງຽບ​ຕໍ່​ໄປ​ແລະຈະ​ຕ້ອງ​ໄດ້​ເອົາ​ມາດ​ຕະ​ການ. ນັ້ນ​ຄື​ເຫດ​ຜົນ​ທີ່​ວ່​າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ໄດ້​ນຳສະ​ເໜີ​ຮ່າງ​ຍັດ​ຕິ ທີ່​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ສະ​ບັບ​ນີ້.”

ແຕ່​ຣັດ​ເຊຍ​ກ່າວ​ວ່າ ຮ່າງ​ຍັດ​ຕິ​ສະ​ບັບ​ດັ່ງ​ກ່າວ ຈະ “ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ” ແລະ​ບໍ່​ເອົາ​ຫົວ​ຊາ​ຕໍ່​ຄວາມ​ຈຳ​ເປັນ​ໃນ​ການ​ຕໍ່​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ. ການ​ໃຊ້​ສິດ​ຢັບ​ຢັ້ງ​ໃນ​ວັນ​ພະ​ຫັດ​ວານນີ້ ແມ່ນ​ຄັ້ງ​ທີ 13 ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ ນັບ​ແຕ່​ບັນຫາ​ຂັດ​ແຍ້ງ​ເລີ້ມ​ຂຶ້ນ​ໃນ​ປີ 2011.

ກອງ​ທັບ​ອາ​ກາດ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຣັດ​ເຊຍ ໄດ້​ທຳ​ການ​ໂຈມ​ຕີ​ຕໍ່​ແຂວງ​ອິດ​ລິບ​ຊຶ່ງ​ເປັນ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານໃນ​ຊີ​ເຣຍ ມາ​ໄດ້​ຫຼາຍ​ເດືອນ​ແລ້ວ. ມີ​ປະ​ຊາ​ຊົນ​ຊາວ​ຊີ​ເຣຍ​ຫຼາຍກວ່າ 3 ລ້ານຄົນ ​ອາ​ໄສ​ຢູ່​ໃນ​ແຂວງ​ດັ່ງ​ກ່າວ. ມັນ​ບໍ່​ເປັນ​ພຽງ​ແຕ່​ບ່ອນທີ່​ພວກ​ອົ​ບ​ພະຍົບຊາວຊີ​ເຣຍ​ຈາກເຂດ​ອື່ນໆ​ທົ່ວ​ປະ​ເທດ​ ເຂົ້າ​ໄປ​ອາ​ໄສ​ຢູ່​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ບ່ອນ​ທີ່ ພວກ​ນັກ​ລົບ​ແລະ​ສະ​ມາຊິກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຈຳ​ນວນ​ນຶ່ງເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ເຂດ​ດັ່ງ​ກ່າວ​ນຳ​ດ້ວຍ. ມັນ​ແມ່ນ​ຄົນ​ພວກ​ນີ້ທີ່ກອງ​ທັບ​ຊີ​ເຣຍ​ແລະ​ຣັດ​ເຊຍ​ຕ້ອງການ​ທີ່​ຈະ​ກຳ​ຈັດ. ເອກ​ອັກ​ຄະ​ລັດ​ຖະ​ທູດວາ​ສ​ຊີ​ລີ ເນ​ເບັນ​ເຊຍ ກ່າ​ວ​ວ່າ “ຂັ້​ນ​ຕອນ​ຂອງ​ການ​ສູ້​ລົບກັນ​ໃນ​ບັນ​ຫາ​ຂັດ​ແຍ້ງ​ຊີ​ເຣຍ ເກືອບ​ຈະ​ສິ້ນ​ສຸດ​ລົງ​ແລ້ວ.”

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ທີ່​ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຫະ​ລັດ​ຕ່າງ​ກໍ​ກ່າ​ວວ່າ ຣັດ​ເຊຍ​ຕ້ອງ​ໃຫ້​ການ​ເຄົາ​ລົບ​ຕໍ່​ກົດ​ໝາຍແລະ​ຫຼັກ​ການມະ​ນຸດ​ສະ​ທຳ​ລະ​ຫວ່າງ​ປະ​ເທດ ຮວມ​ທັງ​ການ​ຈຳ​ແນກ ຄວາມ​ສົມ​ສ່ວນ ແລະ​ຄວາມ​ລະ​ມັດ​ລະ​ວັງໃນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ​ແລະໂຮງ​ໝໍ​ໂຮງ​ຮຽນ​ບໍ່​ໃຫ້​ໄດ້​ຮັບ​ຄ​ວາມ​ເສຍ​ຫາຍ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊດ ທ່ານ​ນາງ​ແຄ​ລ​ລີ ແຄ​ຣັບ​ທ໌ ກ່າ​ວ​ວ່າ “ໂລກ​ທັງ​ໂລກ​ຮູ້​ດີ ເຖິງ​ແມ່ນ​ໄດ້​ມີ​ການ​ປະ​ຕິ​ເສດ​ວ່າ ເຮືອບິນ​ຣັດ​ເຊຍ​ແລະ​ຊີ​ເຣຍເປັນ​ຜູ້​ຄອບ​ງຳ​ທ້ອງ​ຟ້າ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຊີ​ເຣຍ ແລະ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້ ສະ​ຫະ​ພັນ​ຣັດ​ເຊຍກໍ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ການຈັດ​ແຈງ​ເພື່ອ​ໃຫ້​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງທີ່​ແນ​ໃສ່​ເພື່ອ​ໃຫ້​ພວກ​ພົນ​ລະ​ເຮືອນ​ແລະໂຮງ​ໝໍ​ຕ່າງໆ​ມີ​ຄວາມ​ປອດ​ໄພ. ພວກ​ເຮົາ​ຮູ້​ສຶກ​ເສຍ​ໃຈທີ່​ຈີນ​ໄດ້​ຕັດ​ສິນ​ໃຈ​ຈະ​ສົມ

ຮູ້​ຮ່ວມ​ຄິດ​ໃນ​ກິດ​ຈະ​ກຳ​ເຫຼົ່າ​ນີ້ ແລະ​ຮ່ວມ​ກັບ​ຣັດ​ເຊຍ​ໃນ​ການ​ຕັດ​ສິນ​ໃຈ​ເພື່ອ​ໃຊ້​ສິດ​ຢັບ​ຢັ້ງ​ຕໍ່​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG