ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທ​ຣຳ ມີ​ຄວາມ​ເຫັນ ໄປ​ໃນ​ແງ່​ດີ ໃນ​ເລື້ອງ​ຂໍ້​ຕົກ​ລົງ ກັບ​ຈີນ ຍີ​ປຸ່ນ ແລະ​ອີ​ຣ່ານ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ ໃນ​ລະ​ຫວ່າງ ການ​ພົບ​ປະ​ສອງ​ຝ່າຍ ກັບ​ຜູ້​ນຳ​ອີ​ຈິບ ທ່ານ​ອັບ​ແດ​ລ ຟັ​ດ​ຕາ ແອ​ລ-ຊີ​ຊີ ທີ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ຈີ 7 ທີ່​ເມືອງ​ບີ​ອາ​ຣິ​ສ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 26 ສິງ​ຫາ 2019. (AP Photo/Andrew Harnik)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ ໃນ​ລະ​ຫວ່າງ ການ​ພົບ​ປະ​ສອງ​ຝ່າຍ ກັບ​ຜູ້​ນຳ​ອີ​ຈິບ ທ່ານ​ອັບ​ແດ​ລ ຟັ​ດ​ຕາ ແອ​ລ-ຊີ​ຊີ ທີ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ຈີ 7 ທີ່​ເມືອງ​ບີ​ອາ​ຣິ​ສ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 26 ສິງ​ຫາ 2019. (AP Photo/Andrew Harnik)

ພວກ​ຜູ້​ນຳ​ຂອງ​ກຸ່ມ​ຈີ 7 ​ຫຼື 7 ປະ​ເທດທີ່​ຈະ​ເລີນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳອັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ວັນ​ຈັນ​ມື້ນີ້ດ້ວຍ​ການ​ຫາ​ລື​ກ່ຽວ​ກັບ​ດິນຟ້າ​ ອາ​ກາດແລະ​ການ​ຫັນ​ປ່ຽນ​ໄປສູ່​ຍຸກ​ດີ​ຈີ​ຕອ​ລ ເຖິງ​ແມ່ນ​ວ່າ​ບັນ​ຫາ​ທັງ​ສອງນັ້ນ ​ຈະຖືກບົດ​ບັງ​ໂດຍ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍໂນ​ລ ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີເອັມ​ມາ​ນູ​ແອ​ລ ມາກ​ຣົງ ແຫ່ງ​ຝ​ຣັ່ງ.

ທ່ານ​ທ​ຣຳ​ໄດ້​ຕົກ​ເປັນ​ຫົວ​ຂໍ້​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້ຂະ​ນະ​ທີ່​ທ່ານ​ໄດ້​ສະ​ແດງຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ພວກ​ນັກ​ຂ່າວ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຄ້າ​ກັບ​ຈີນ ແລະ​ຍີປຸ່ນ ຕະ​ຫຼອ​ດ​ທັງ​ໂອກາດ​ທີ່​ຈະ​ມີ​ຂໍ້​ຕົກ​ລົງກັບ​ອີ​ຣ່ານ.

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ ໄດ້​ນັ່ງ​ຢູ່​ໃກ້ໆ​ປະ​ທາ​ນາທິ​ບໍ​ດີ​ອີ​ຈິບ ທ່ານ​ອັບ​ແດ​ລ ຟັດ​ຕາ ແອ​ລ-ຊີ​ຊີ ໃນ​ອັນ​ທີ່​ຄວນ​ເປັນ​ການ​ພົບ​ປະ​ທີ່ສັ້ນໆ​ກັບ​ພວກ​ນັກ​ຂ່າວ ກ່ອນ​ທີ່​ພວກ​ຜູ້​ນຳ​ ຈະ​ໄປ​ພົ​ບ​ປະ​ກັນ ​ເປັນ​ການ​ສ່ວນ​ຕົວ.ທ່ານ​ທ​ຣຳ​ໄດ້​ຕອບ​ຄຳ​ຖາມ​ຢູ່​ປະ​ມານ 10 ນາ​ທີ.

ທ່ານ​ທ​ຣຳ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃດໆ ກ່ຽວ​ກັບ​ເລື້ອງ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ທ່ານ​ແລະ​ປະ​ທາ​ນາ​ທິ​ບໍ​ດີເອັມ​ມາ​ນູ​ແອ​ລ ມ​າກ​ຣົງ ຫຼັງ​ຈາກ​ຜູ້​ນຳ​ຝ​ຣັ່ງ​ໄດ້​ພົບ​ປະໃນ​ວັນ​ອ​າ​ທິດ​ວານນີ້ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ໂມ​ຮຳ​ເໝັດຈາ​ວາດ ຊາ​ຣີ​ຟ.

ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ໄດ້​ເຫັນ​ພ້ອມ​ໃນ​ການ​ພົບ​ປະ​ຂອງ​ທ່ານ​ມາກ​ຣົງ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ​ລາວ​ຈະ​ມາ​ຮ່ວມ ແລະ​ຂ້າ​ພະ​ເຈົ້າ​ເຄົາ​ລົບ ​ໃນ​ຄວາມ​ຈິງ​ທີ່ວ່າ ລາວ​ໄດ້​ມາ​ຮ່ວມ.”

ທ່ານ​ທ​ຣຳ​ທີ່​ໄດ້​ຖອນ​ສະ​ຫະ​ລັດ​ອອກ​ຈາກ​ຂໍ້​ຕົກ​ລົງ​ສາ​ກົນ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ໃນ​ປີ​ກາຍນີ້ ກ່າວ​ວ່າ ການ​ເຈ​ລະ​ຈາ​ເທື່ອ​ໃໝ່ຈະ​ຮວມ​ທັງ​ໂຄງ​ການ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣ່ານ​ນຳ​ດ້ວຍ. ທ່ານ​ໄດ້​ຕ້ອງຕິ​ໄລ​ຍະ​ເວ​ລາ ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານ​ປີ 2015 ນັ້ນ​ວ່າມັນ​ສັ້ນ​ເກີນ​ໄປ.

ທ່ານ​ທ​ຣຳ​ກ່າວ​ວ່າ “ອີ​ຣ່ານ​ມີ​ໂອ​ກາດ​ທີ່​ຈະ​ສ້າງ​ສາ​ພັດ​ທະ​ນາ​ຕົນ​ເອງ​ແລະ​ເປັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່ ໃຫຍ່ກວ່າ​ແຕ່​ກ່ອນ​ອີກ. ແຕ່​ພວກ​ເຂົາ​ຕ້ອງ​ຢຸດ​ເຊົາ​ໃນ​ການກໍ່​ການ​ຮ້າຍ.”

ທີ່ກອງ​ປະ​ຊຸມ​ສຸດຍອດ ທ່ານມ​າກ​ຣົງ ໄດ້​ນຳ​ສະ​ເໜີ​ແຜນ​ການ​ເພື່ອ​ຫລຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ອ່າວ​ເປີ​ເຊຍໂດຍ​ຍົກ​ເລີກ​ການ​ຂວ້ຳ​ບາດຂອງ​ສະ​ຫະ​ລັດເປັນ​ບາງ​ສ່ວນຕໍ່​ອີ​ຣ່ານເພື່ອ​ແລກ​ປ່ຽນ​ກັບ​ການ​ກັບ​ຄືນ​ຂອງ​ເຕ​ຫະ​ຣ່ານ​ໃນ​ການປະ​ຕິ​ບັດ​ໂດຍ​ເຕັມ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ປີ 2015 ທີ່​ຈຳ​ກັດ​ຮັດ​ແຄບ​ກ່ຽວ​ກັບ​ໂຄງການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານນັ້ນ.

ທ່ານ​ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ LCI ວ່າ ປະ​ເທດ​ສະ​ມາ​ຊິກ​ເຫັນ​ພ້ອມ​ນຳ​ແຜນ​ປະ​ຕິ​ບັດ​ງານ​ຮ່ວ​ມີ​ຕໍ່​ອີ​ຣ່ານ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG