ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ G7 ກຽມ​ພ້ອມ ເຂົ້າ​ກອງ​ປະ​ຊຸມ ​ສຸດຍອດ ທ່າມ​ກາງ ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ເສດ​ຖະ​ກິດ​ໂລກ


ທຸງ​ສະ​ຫະ​ພາບ ຢູ​ໂຣບ, ເຢຍ​ຣະ​ມັນ, ອັງ​ກິດ, ສະ​ຫະ​ລັດ, ຝ​ຣັ່ງ, ກາ​ນາ​ດາ, ອິ​ຕາ​ລີ ແລະ ຍີ່​ປຸ່ນ ໃນ​ລະ​ຫວ່າງກອງ​ປະ​ຊຸມ ເພື່ອ​ກະ​ກຽມ ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ຣີ​ສອດ ບີ​ອາ​ຣິ​ດ​ສ໌, ຝ​ຣັ່ງ. 5 ເມ​ສາ 2019.
ທຸງ​ສະ​ຫະ​ພາບ ຢູ​ໂຣບ, ເຢຍ​ຣະ​ມັນ, ອັງ​ກິດ, ສະ​ຫະ​ລັດ, ຝ​ຣັ່ງ, ກາ​ນາ​ດາ, ອິ​ຕາ​ລີ ແລະ ຍີ່​ປຸ່ນ ໃນ​ລະ​ຫວ່າງກອງ​ປະ​ຊຸມ ເພື່ອ​ກະ​ກຽມ ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ຣີ​ສອດ ບີ​ອາ​ຣິ​ດ​ສ໌, ຝ​ຣັ່ງ. 5 ເມ​ສາ 2019.

ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ G7 ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ,
ໄດ້ເອົາບັນຫາການຕໍ່ສູ້ກັບຄວາມບໍ່ເທົ່າທຽມ ເປັນຫົວຂໍ້ສຳລັບກອງປະຊຸມປະຈຳປີ
ຂອງເຈັດປະເທດອຸດສາຫະກຳ, ເຊິ່ງຈະໄຂຂຶ້ນໃນວັນເສົາທີ່ຈະມາເຖິງນີ້ ໃນຣີສອດ
ແຄມທະເລີ ບີອາຣິດສ໌ ຂອງ ຝຣັ່ງ ພ້ອມກັບບັນດາຜູ້ນຳຈາກ ສະຫະລັດ, ຝຣັ່ງ, ອັງກິດ,
ເຢຍຣະມັນ, ອິຕາລີ, ຍີ່ປຸ່ນ ແລະ ການາດາ ເຂົ້າຮ່ວມ.

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ໄດ້​ເຊື້ອ​ເຊີນ​ບັນ​ດາ​ຜູ້​ນຳ​ຈາກຫຼາຍ​ປະ​ເທດ, ລວ​ມ​ທັງ​ຫົກ​ປະ​ເທດ
ຈາກ ອາຟຣິກາ, ເພື່ອເຂົ້າຮ່ວມໃນການປຶກສາຫາລືປະຈຳປີ ກ່ຽວກັບ ສິ່ງທ້າທາຍທີ່ສຳ
ຄັນໃນໂລກ. ແຕ່ບັນດານັກວິເຄາະກ່າວວ່າ ເປົ້າໝາຍອັນໃຫຍ່ສຳລັບກອງປະຊຸມສຸດ
ຍອດດັ່ງກ່າວ ຄົງຈະຖືກກີດຂວາງໂດຍບັນຫາທາງດ້ານເສດຖະກິດທີ່ກຳລັງກົດດັນຢູ່.

ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ສ່ວນ​ໃຫຍ່​ແມ່ນ​ຕົວ​ບົ່ງ​ຊີ້​ຄັ້ງຫຼ້າ​ສຸດ​ ຈາກ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​
ຖະກິດທີ່ຊັກຊ້າລົງ ຈາກທັງສອງຝ່າຍຂອງມະຫາສະໝຸດ ແອັດແລນຕິກ ແລະ ຄວາມ
ເປັນໄປໄດ້ຂອງພາວະເສດຖະກິດຕົກຕ່ຳຂອງໂລກ.

ໃນ​ຕົ້ນ​ເດືອນນີ້, ຜົນ​ໄດ້​ຮັບ​ຈາກ​ຂໍ້​ຜູກ​ມັດ​ຂອງ​ລັດ​ຖະ​ບານ​ ສະ​ຫະ​ລັດ ແລະ ເຢຍ​ຣະ
ມັນ ແມ່ນໄດ້ສູງເພີ່ມໜ້ອຍນຶ່ງສຳລັບສອງປີ ຫຼາຍກວ່າຂໍ້ຜູມັດສິບປີ, ເປັນສັນຍານທີ່ບັນ
ດານັກລົງທຶນເຫັນວ່າ ມີຄວາມສ່ຽງອັນໃຫຍ່ຫຼວງໃນຂ້າງໜ້າ, ອີງຕາມການກ່າວຂອງ
ນັກເສດຖະສາດ ທ່ານ ແຈສເປີ ລໍເລີ ຈາກກຸ່ມ London Capital.

ທ່ານ ແຈ​ສ​ເປີ ໄດ້​ກ່າວ​ວ່າ “ໂດ​ຍ​ສະ​ເພາະ​ໃນ ສະ​ຫະ​ລັດ, ແທ້​ຈິງ​ແລ້ວ​ມັນ​ເປັນ​ສັນ​ຍານ​
ທີ່ຊີ້ໃສ່ພາວະເສດຖະກິດຕົກຕ່ຳ ທີ່ເຊື່ອຖືໄດ້ຫຼາຍ.”

ນອກ​ຈາກ​ນັ້ນ​ບັນ​ດາ​ນັກ​ລົງ​ທຶນ​ຢ້ານ​ວ່າ, ເຄື່ອງ​ມື​ດ້ານ​ການ​ເງິນ​ທີ່​ມີ​ຢູ່ທົ່ວ​ໄປ ​ເພື່ອ​ແກ້​
ໄຂບັນຫາເສດຖະກິດຕົກຕ່ຳນັ້ນ ແມ່ນອາດຈະບໍ່ມີໃຫ້ໃຊ້.

The G7 host, Emmanuel Macron,has made fighting inequality the theme for the annual meeting of the seven industrialized nations, which opens Saturday in the French seaside resort of Biarritz with the leaders of the United States, France, Britain, Germany, Italy, Japan and Canada in attendance.

The French president has invited leaders from several other countries, including six African nations, to take part in the annual discussion of major global challenges. But analysts say any grand ambitions for the summit will likely be stymied by pressing economic concerns.

Most worrisome are recent indicators from both sides of the Atlantic of slowing economic growth and a possible global recession.

Earlier this month, government bond yields in both the United States and Germany were briefly higher for two-year than ten-year bonds, a sign that investors see significant risks ahead, says economist Jasper Lawler of the London Capital Group.

"Particularly in the U.S., it's actually been a very reliable signal to point towards a recession."

Adding the investors' fears, the usual fiscal tools to tackle a recession might not be available.

XS
SM
MD
LG