ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ ໂດດ​ອອກ​ຈາກ ​ເຮືອ​ກູ້​ໄພ ເພື່ອ​ພະ​ຍາ​ຍາມ ​ເຂົ້າ​ໄປ​ເກາະ​ ຂອງ​ປະ​ເທດ ອິ​ຕາ​ລີ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຄົນ​ນຶ່ງ ໄດ້​ຮັບ​ການໂອບ​ອອຍ​ຈາກ​ສະ​ມາ​ຊິກ​ກູ້​ໄພ​ຄົນ​ນຶ່ງ​ຂອງເຮືອ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ Open Arms ຈາກ​ປະ​ເທດ ສ​ເປນ ຢູ່ນອກ​ຊາຍ​ຝັ່ງ ຊິ​ຈິ​ລຽນ ຂອງ​ເກາະ ລຳ​ເປ​ດູ​ຊາ, ພາກ​ໃຕ້​ຂອງ​ປະ​ເທດ ອິ​ຕາ​ລີ. 18 ສິງ​ຫາ, 2019.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຄົນ​ນຶ່ງ ໄດ້​ຮັບ​ການໂອບ​ອອຍ​ຈາກ​ສະ​ມາ​ຊິກ​ກູ້​ໄພ​ຄົນ​ນຶ່ງ​ຂອງເຮືອ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ Open Arms ຈາກ​ປະ​ເທດ ສ​ເປນ ຢູ່ນອກ​ຊາຍ​ຝັ່ງ ຊິ​ຈິ​ລຽນ ຂອງ​ເກາະ ລຳ​ເປ​ດູ​ຊາ, ພາກ​ໃຕ້​ຂອງ​ປະ​ເທດ ອິ​ຕາ​ລີ. 18 ສິງ​ຫາ, 2019.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ກະ​ວົນ​ກະ​ວາຍຫຼາຍ​ຄົນ​ ໄດ້​ໂດດ​ອອກ​ຈາກ​ກຳ​ປັ່ນ​ກູ້​ໄພຂອງ
ສເປນ ລົງໄປໃນທະເລ ເມດີເທີເຣນຽນ ໃນວັນອາທິດວານນີ້ ໃນຂະນະທີ່ກຳປັ່ນຂອງ
ອົງການ Open Arms ຊອກຫາທ່າຈອດເຮືອທີ່ປອດໄພຢ່າງໝົດຫວັງ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ໂດດ​ລົງ​ໄປ​ໃນ​ທະ​ເລ ແລະ ເລີ່ມ​ລອຍ​ເຂົ້າ​ໄປ​ຫາ​ເກາະ ລຳ​ເປ​
ດູຊາ ຂອງ ອິຕາລີ. ສະມາຊິກກຳປັ່ນ Open Arms ກໍໄດ້ໂດດຕາມໄປ ແລະ ນຳເອົາ
ເຂົາເຈົ້າກັບຂຶ້ນກຳປັ່ນຄືນ.

ກຳ​ປັ່ນ Open Arms ພ້ອມ​ກັບ​ຜູ້​ໂດຍ​ສານ​ອົບ​ພະ​ຍົບ 107 ຄົນ​ໄດ້​ຈອດ​ຢູ່ ນອກ​ເກາະ
ລຳເປດູຊາ ໃນຂະນະທີ່ລັດຖະມົນຕີກະຊວງພາຍໃນຫົວຈັດຂອງ ອິຕາລີ ທ່ານ ແມັດຕີ
ໂອ ຊາລວີນີ ໄດ້ປະຕິເສດທີ່ຈະໃຫ້ກຳປັ່ນເຂົ້າທຽບທ່າຢ່າງດື້ດ້ານ. ກຳປັ່ນ Open
Arms ໄດ້ຈອດຢູ່ທະເລເປັນເວລາ 17 ວັນແລ້ວ.

ສະ​ມາ​ຊິກ​ກຳ​ປັ່ນ Open Arms ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ມັນ​ມີ​ຄວາມ​ບໍ່​ສະ​
ບາຍໃຈ, ມີການໃຊ້ຄວາມຮຸນແຮງ, ການຄວບຄຸມແມ່ນກຳລັງຫຍຸ້ງຍາກຍິ່ງຂຶ້ນ, ນອກ
ຈາກນັ້ນຜູ້ໂດຍສານກໍໄດ້ຕົກເປັນ “ເຫຍື່ອຂອງຄວາມກະວົນກະວາຍເລື້ອຍໆ ແລະ
ມີຄວາມຢ້ານກົວ. ຖ້າມີຫຍັງຮ້າຍແຮງເກີດຂຶ້ນ, ຢູໂຣບ ແລະ ທ່ານ ຊາລວີນີ ຈະເປັນ
ຜູ້ຮັບຜິດຊອບ.”

ພາຍ​ໃຕ້​ກົດ​ໝາຍ​ສາ​ກົນ, ກຳ​ປັ່ນ​ທີ່​ປະ​ສົບ​ບັນ​ຫາ​ຢູ່​ທະ​ເລ ຄວນ​ທີ່​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​
ໃຫ້ເຂົ້າທຽບທ່າ ຢູ່ທ່າເຮືອທີ່ປ່ອດໄພທີ່ໃກ້ຄຽງທີ່ສຸດ.

ປະ​ເທດ ສ​ເປນ ໄດ້​ສະ​ເໜີ​ການ​ອະ​ນຸ​ຍາດ​ໃຫ້​ກຳ​ປັ່ນ Open Arms ເຂົ້າ​ຈອດ​ຢູ່​ທ່າ​
ເຮືອ ອາລເຮຊີຣາສ ໃກ້ກັບຊ່ອງແຄບ ຈີບຣາລຕາ. ກຳປັ່ນ Open Arms ໄດ້ປະຕິ
ເສດຂໍ້ສະເໜີດັ່ງກ່າວ, ໂດຍເວົ້າວ່າມັນຈະໃຊ້ເວລາເດີນທາງຢ່າງໜ້ອຍ 6 ມື້.

ຕໍ່​ມາ ສ​ເປນ ໄດ້​ເວົ້າ​ວ່າ ກຳ​ປັ່ນ Open Arms ສາ​ມາດ​ເຂົ້າ​ຈອດ​ຢູ່​ທ່າ​ເຮືອ ສ​ເປນ ທີ່​
ຢູ່ໃກ້ຄຽງທີ່ສຸດ, ແຕ່ກຳປັ່ນດັ່ງກ່າວຍັງບໍ່ໄດ້ຕອບຂໍ້ສະເໜີຄັ້ງທີສອງເທື່ອ.

ໃນ​ຂະ​ນະ​ດຽວ​ກັນ, ກຳ​ປັ່ນ​ອີກ​ລຳ​ນຶ່ງ​ຊື່​ວ່າ Ocean Viking ແລະ SOS
Mediterranean ທີ່ດຳເນີນການໂດຍອົງການແພດໝໍບໍ່ມີພົມແດນ ເຊິ່ງແມ່ນອົງ
ການການກຸສົນຂອງ ຝຣັ່ງ ກໍຢູ່ທະເລຊອກຫາທ່າເຮືອທີ່ປອດໄພເຊັ່ນກັນ ພ້ອມກັບ
ຜູ້ຍົກຍ້າຍຖິ່ນຖານ 356 ຄົນເຊິ່ງສ່ວນໃຫຍ່ແມ່ນຊາວ ຊູດານ.

ທ່ານ ຊາ​ລ​ວີ​ນີ ນັກ​ການ​ເມືອງ​ປີ​ກ​ຂວາ​ຂອງ ອິ​ຕາ​ລີ ໄດ້​ເອົາ​ມາດ​ຕະ​ການ​ເຂັ້ມ​ງວດ​ຕໍ່
ກຳປັ່ນການກຸສົນຜູ້ຍົກຍ້າຍຖິ່ນຖານ ໃນການຈອດຢູ່ທ່າເຮືອຂອງ ອິຕາລີ.

ທ່ານ​ເວົ້າ​ວ່າ “ອິ​ຕາ​ລີ ບໍ່​ແມ່ນ​ສູນ​ອົບ​ພະ​ຍົບ​ຂອງ ຢູ​ໂຣບ,” ແລະ ຮຽກ​ຮ້ອງ​ໃຫ້​ປະ​ເທດ
ຢູໂຣບ ອື່ນໆຊ່ວຍເຫຼືອ. ທ່ານ ຊາລວີນີ ຍັງໄດ້ເວົ້າວ່າ ການອະນຸຍາດໃຫ້ເຮືອຜູ້ຍົກ
ຍ້າຍຖິ່ນຖານຈອດ ຈະເຮັດໃຫ້ພວກຄ້າມະນຸດຈະເລີນເຕີບໂຕ.

ທ່ານ ຊາ​ລ​ວີ​ນີ ອ້າງວ່າ​ກຳ​ປັ່ນ Open Arms ໄດ້​ຈອດ​ຢູ່ນອກ​ຊາຍ​ຝັ່ງຂອງ ອິ​ຕາ​ລີ
“ພຽງແຕ່ເພື່ອຍຸແຍ່ທ່ານ ແລະ ອິຕາລີ.” ອົງການການກຸສົນດັ່ງກ່າວໄດ້ກ່າວຫາທ່ານ
ຊາລວີນີ ວ່າແບ່ງແຍກເຊື້ອຊາດສີຜິວ ແລະ ຢ້ານຄົນຕ່າງຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG