ສະມາຊິກສະພາຕ່ຳສະຫະລັດ ທ່ານນາງອິລຮານ ໂອມາ ໄດ້ປະຕິເສດຕໍ່ຄຳເວົ້າຂອງ
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທີ່ວ່າທ່ານນາງ ແລະ
ເພື່ອນສະມາຊິກສະພາ ຂອງທ່ານນາງ ຄືທ່ານນາງຣາຊີດາຕລາອິບ ບໍ່ມີຄວາມຕັ້ງໃຈ
ທີ່ຈະພົບປະກັບພວກເຈົ້າໜ້າທີ່ອິສຣາແອລ ກ່ອນທ່ານເນຕັນຢາຮູໄດ້ຫ້າມພວກເຂົາ
ເຈົ້າໄປຢ້ຽມຢາມນະຄອນເຈຣູຊາແລັມແລະເຂດຍຶດຄອງທາງຝັ່ງຕາເວັນຕົກຂອງ
ແມ່ນ້ຳຈໍແດັນ ໃນອາທິດໜ້ານີ້.
ທ່ານນາງໂອມາ ໄດ້ນຳອອກເຜີຍແຜ່ລາຍການເດີນທາງຂອງທ່ານນາງຢູ່ທວິດເຕີໃນ
ວັນສຸກວານນີ້ ຊຶ່ງຮວມທັງການພົບປະກັບບັນດາສະມາຊິກສະພາອິສຣາແອລ ທີ່ເປັນ
ຊາວຢີວ ແລະອາຣັບ ແລະພວກເຈົ້າໜ້າທີ່ຮັກສາຄວາມປອດໄພອິສຣາແອລ.
ພວກນັກລົບເກົ່າອິສຣາແອລ ມີແຜນທີ່ຈະພາ ສະມາຊິກສະພາທັງສອງໄປທ່ຽວທີ່ເມືອງ
ເຮັບຣອນ (Hebron) ບ່ອນທີ “ການຂະຫຍາຍ ການຕັ້ງຖິ່ນຖານໄດ້ເປັນຜົນເຮັດໃຫ້
ເມືອງດັ່ງກ່າວມີສອງເຂດ ໂດຍທີ່ຊາວປາແລັສໄຕນ໌ທີ່ຢູ່ພາຍໃຕ້ການຄວບຄຸມຂອງກຳ
ລັງທະຫານ ໄດ້ຖືກບັງຄັບໃຫ້ຍ່າງຢູ່ອີກຟາກນຶ່ງຂອງຖະໜົນກົງກັນຂ້າມກັບຊາວອິສ
ຣາແອລ.”
ທ່ານນາງກ່າວວ່າ ທະຫານພວກນັກລົບເກົ່າອິສຣາແອລ ຈະເປັນຜູ້ນຳທ໋ຽວ ແລະເວົ້າ
ກ່ຽວກັບ “ປະສົບການຂອງເຂົາເຈົ້າໃນເລື້ອງການຍຶດຄອງ.”
ສະມາຊິກສະພາຕ່ຳສະຫະລັດທ່ານນີ້ ກ່າວວ່າ ຄະນະຜູ້ແທນຂອງທ່ານນາງຍັງ ມີກຳ
ນົດທີ່ຈະລາຍງານກ່ຽວກັບປະຊາຄົມເບດູອີນ (Bedouin) ໃນເຂດພາກຕາເວັນອອກ
ຂອງນະຄອນເຈຣູຊາແລັມ ໃນຂະນະທີ່ສະຫະປະຊາຊາດມີກຳນົດທີ່ຈະນຳສະເໜີ
ລາຍງານກ່ຽວກັບຜົນກະທົບຈາກການຕັດການຊ່ວຍເຫຼືອດ້ານມະນຸດສະທຳຕໍ່ຊາວ
ປາແລັສໄຕນ໌.
ນອກນັ້ນ ຍັງມີການວາງແຜນທີ່ຈະປະຊຸມທາງວີດີໂອກັບພວກຊາວໜຸ່ມໃນເຂດກາ
ຊາ. ທ່ານນາງໂອມາ ໄດ້ໃຫ້ຂໍ້ສັງເກດວ່າ ພວກເຈົ້າໜ້າທີ່ອິສຣາແອລ ບໍ່ອະນຸຍາດ
ໃຫ້ບັນດາສະມາຊິກສະພາໄປຢ້ຽມຢາມເຂດກາຊາ.
ໃນຕອນເຊົ້າວັນສຸກວານນີ້ ທ່ານນາງຕລາອິບ ໄດ້ຕ່າວປິ້ນການຕັດສິນໃຈຂອງທ່ານ
ນາງ ທີ່ຈະເດີນທາງໄປຢ້ຽມຢາມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ພຽງບໍ່ ເທົ່າໃດຊົ່ວ
ໂມງ ຫຼັງຈາກລັດຖະມົນຕີກະຊວງພາຍໃນອິສຣາແອລ ກ່າວວ່າ ຈະອະນຸຍາດໃຫ້ສະ
ມາຊິກສະພາສະຫະລັດໄປພົບກັບແມ່ເຖົ້າທີ່ເປັນຊາວປາແລັສໄຕນ໌ຂອງທ່ານນາງ |
ຍ້ອນເຫັນແກ່ “ມະນຸດສະທຳ.”
ຢູ່ໃນການສົ່ງຂໍ້ຄວາມທາງທວິດເຕີ ໃນຕອນເຊົ້າວັນສຸກວານນີ້ ທ່ານນາງຕລາອິບ
ກ່າວວ່າ “ມັນຈະເຮັດໃຫ້ຂ້າພະເຈົ້າຕາຍໄປສ່ວນນຶ່ງ. ຂ້າພະເຈົ້າໄດ້ຕັດສິນໃຈວ່າ
ການຢ້ຽມຢາມແມ່ເຖົ້າຂອງຂ້າພະເຈົ້າ ທີ່ຢູ່ພາຍໃຕ້ສະພາບການກົດຂີ່ຂົ່ມເຫັງ ຊຶ່ງ
ຂັດຕໍ່ທຸກໆຢ່າງທີ່ຂ້າພະເຈົ້າເຊື່ອ ໃນການຕໍ່ສູ້ຕ້ານການແບ່ງແຍກເຊື້ອ
ຊາດຜີວພັນ ການກົດຂີ່ ແລະຄວາມບໍ່ຍຸຕິທຳ.”
ທ່ານນາງຕລາອິບ ໄດ້ຂຽນໜັງສືໄປຫາລັດຖະມົນຕີກະຊວງພາຍໃນອິສຣາແອລ ທ່ານ
ອາເຢ ເດຣີ ໃນວັນພະຫັດທີ່ຜ່ານມາ ເພື່ອຂໍອະນຸຍາດໄປພົບແມ່ເຖົ້າຂອງທ່ານນາງ
ໂດຍກ່າວວ່າ ອາດເປັນໂອກາດເທື່ອສຸດທ້າຍ ທີ່ຈະເຫັນເພິ່ນ. ຢູ່ໃນໜັງສືນັ້ນ ທ່ານນາງ
ຕລາອິບ ກ່າວວ່າ ທ່ານນາງ “ຈະໃຫ້ການເຄົາລົບຕໍ່ການຫ້າມໃດໆກໍຕາມ ແລະຈະບໍ່ຊຸກຍູ້ການບອຍຄອດຕໍ່ຕ້ານອິສຣາແອລ.”
U.S. Representative Ilhan Omar has rejected Israeli Prime Minister Benjamin Netanyahu's assertions that she and fellow lawmaker Rashida Tlaib had no intention of meeting with Israeli officials before Netanyahu barred them from visiting Jerusalem and the occupied West Bank next week.
Omar posted her Israeli itinerary on Twitter Friday which included meeting with Jewish and Arab members of Israel's parliament and Israeli security officials. https://twitter.com/IlhanMN/status/1162413386535190528
Israeli military veterans had planned to give the lawmakers a tour of Hebron where "settlement expansion has resulted in a two-tiered city, with Palestinians under military occupation forced to walk on the opposite side of the street from Israelis." She said Israeli military veterans would have conducted the tour and talked about "their experiences with the occupation."
The U.S. lawmaker said her delegation had also scheduled a briefing on the Bedouin community in East Jerusalem, while the United Nations was set to deliver a briefing on the effects of humanitarian aid cuts on Palestinians.
A video conference with Gazan youth was planned. Omar noted that Israeli officials do not allow members of Congress to visit Gaza.
Earlier Friday, Tlaib had reversed her decision to travel to the West Bank, just hours after the Israeli Interior Ministry said it would allow the U.S. lawmaker to see her Palestinian grandmother on "humanitarian grounds."
In a Tweet Friday morning, Tlaib said, "It would kill a piece of me. I have decided that visiting my grandmother under these oppressive conditions stands against everything I believe in--fighting against racism, oppression & injustice." Tlaib had written a letter to the Israeli interior minister (Aryeh Deri) Thursday, requesting admittance to see her grandmother, saying it could be the last opportunity to see her. In the letter, Tlaib said she would "respect any restrictions and not promote boycotts against Israel."