ສານສູງສຸດຂອງເກາະຈີບຣາລຕາ (Gibraltar) ທີ່ເປັນດິນແດນພົ້ນທະເລຂອງ ອັງກິດນັ້ນໄດ້ຕັດສິນໃນວັນພະຫັດວານນີ້ວ່າ ກຳປັ່ນບັນທຸກນ້ຳມັນຂະໜາດໃຫຍ່ ເກຣກສ໌ (Grace) 1 ສາມາດຖືກປ່ອຍໄປໄດ້ ໃນເວລາບໍ່ດົນພໍເທົ່າໃດ ຫລັງ ຈາກສະຫະລັດໄດ້ເລີ້ມຄວາມພະຍາຍາມທາງກົດໝາຍເທື່ອໃໝ່ທີ່ຈະກັກກຳປັ່ນລຳນີ້ ໃນນາທີສຸດທ້າຍນັ້ນ.
ລັດຖະບານຂອງເກາະຈີບຣາລຕາ (Gibraltar) ເວົ້າວ່າ ຕົນໄດ້ຮັບການຮັບປະກັນຈາກເຕຫະຣ່ານວ່າ ເຂົາເຈົ້າຈະບໍ່ສົ່ງນ້ຳມັນດິບ ໄປໃຫ້ຊີເຣຍແລ້ວ. ແຕ່ວ່າເກາະ ຈີບຣາລຕາ (Gibraltar) ກໍບໍ່ໄດ້ກ່າວໃນທັນທີທັນໃດໂລດວ່າ ກຳປັ່ນບັນທຸກດັ່ງກ່າວ ມີກຳນົດຈະເອົາໄປແລ່ນໄດ້ເມື່ອໃດ. ອົງການຂ່າວຣອຍເຕີ້ (Reuters) ໄດ້ກ່າວອ້າງຄຳເວົ້າຂອງອີຣ່ານທີ່ເວົ້າວ່າ ດັ່ງທີ່ໄດ້ເວົ້າມານັ້ນວ່າ, ກຳປັ່ນດັ່ງກ່າວຈະໄດ້ປັກທຸງໃໝ່ ແລະຕັ້ງຊື່ໃໝ່ ແລະຈະແລ່ນອອກໄປໃນທັນທີທັນໃດທີ່ມັນສາມາດເຕີມນ້ຳມັນ ແລະພ້ອມທີ່ຈະອອກເດີນທາງໄດ້.
ຫົວໜ້າລັດຖະມົນຕີຂອງເກາະ ຈີບຣາລຕາ (Gibraltar) ທ່ານ ເຟບຽນ ປີຄາໂດ (Fabian Picardo) ເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ "ພວກເຮົາໄດ້ກີດກັນບໍ່ໃຫ້ລະບອບປົກຄອງຂອງອາຊາດໃນຊີເຣຍໄດ້ຮັບນ້ຳມັນດິບ ທີ່ມີມູນຄ່າຫລາຍກວ່າ 140 ລ້ານໂດລາ."
ກຳປັ່ນເກຣກສ໌ (Grace) 1 ໄດ້ບັນທຸກນ້ຳມັນຂອງອີຣ່ານ 2 ລ້ານ 1 ແສນຖັງ ໃນຕອນທີ່ຕຳຫລວດຂອງເກາະ ຈີບຣາລຕາ (Gibraltar) ແລະ ກຳລັງພິເສດຂອງອັງກິດຍຶດເອົາມັນ ໃນວັນທີ 4 ກໍລະກົດຜ່ານມານັ້ນ. ເຊື່ອກັນວ່າກຳປັ່ນດັ່ງກ່າວກຳລັງຂົນສົ່ງນ້ຳມັນໄປໃຫ້ຊີເຣຍ ຊຶ່ງເປັນການລະເມີດຕໍ່ການລົງໂທດຂອງສະຫະພາບຢູໂຣບ ແລະສະຫະລັດ.
ພາຍຫລັງທີ່ກຳປັ່ນເກຣກສ໌ (Grace) 1 ຖືກຍຶດ, ເຕຫະຣ່ານໄດ້ຕອບໂຕ້ຄືນໂດຍການເຂົ້າຄວບຄຸມກຳປັ່ນບັນທຸກນ້ຳມັນຂອງອັງກິດ, ສເຕນາ ອິມເພໂຣ (Stena Impero) ໃນວັນທີ 19 ກໍລະກົດ ຢູ່ໃນຊ່ອງແຄບຍຸດທະສາດຮໍມຸສ (Hormuz) -- ຊຶ່ງເປັນເສັ້ນທາງເດີນຂອງກຳປັ່ນຂົນສົ່ງ 1 ສ່ວນ 5 ຂອງນ້ຳມັນດິບທັງໝົດໃນໂລກ-- ຍ້ອນໄດ້ລະເມີດ "ກົດລະບຽບການເດີນທາງໃນທະເລສາກົນ." ອີຣ່ານຍັງກັກກຳປັ່ນສເຕນາ ອິມເພໂຣ (Stena Impero)ໄວ້ຢູ່.
ອີຣ່ານໄດ້ຮຽກຮ້ອງແລ້ວ ຮຽກຮ້ອງອີກ ວ່າໃຫ້ປ່ອຍກຳປັ່ນເກຣກສ໌ (Grace) 1 ໂດຍເວົ້າວ່າ ມັນເປັນເຂດໜ່ານນ້ຳສາກົນ ແລະບໍ່ໄດ້ມຸ້ງໜ້າໄປຍັງຊີເຣຍແຕ່ຢ່າງໃດເລີຍ.
ເຕຫະຣ່ານ ໄດ້ປະນາມການດຳເນີນຄວາມພະຍາຍາມຂອງສະຫະລັດທີ່ມີຂຶ້ນໃນວັນພະຫັດວານນີ້ ໃນການກີດກັນ ບໍ່ໃຫ້ປ່ອຍກຳປັ່ນດັ່ງກ່າວໄປ.
ລັດຖະມົນຕີກະຊວງການຕ່າງປະເທດອີຣ່ານ, ທ່ານ ໂມຣຳມັດ ຈາວາດ ຊາຣິຟ (Mohammad Javad Zarif) ກ່າວຢູ່ໃນທວີດເຕີວ່າ "ເມື່ອບໍ່ສາມາບັນລຸເປົ້າໝາຍຂອງຕົນໂດຍຜ່ານ # ການກໍ່ການຮ້າຍທາງເສດຖະກິດ (EconomicTerrorism) --ຊຶ່ງລວມທັງການກີດກັນບໍ່ໃຫ້ຄົນປ່ວຍໂຣກມະເຮັງ ບໍ່ໃຫ້ໄດ້ຮັບຢາປົວໄດ້ແລ້ວ-- ສະຫະລັດພະຍາຍາມທີ່ຈະສວຍໃຊ້ລະບົບກົດໝາຍເພື່ອລັກຂະໂມຍເອົາຊັບສິນຂອງພວກເຮົາຢູ່ໃນທະເລສູງ. ຄວາມພະຍາຍາມປຸ້ນສະດົມທາງທະເລອັນນີ້ ເປັນສິ່ງສະແດງໃຫ້ເຫັນເຖິງການໝິ່ນປະໝາດຕໍ່ກົດໝາຍຂອງລັດຖະບານທ່ານທຣຳ."