ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ຊ່ຽວ​ຊານ ກ່າວ​ວ່າ ລູກ​ສອນ​ໄຟ ຊະ​ນິດ​ໃໝ່ ​ຂອງ ເກົາຫຼີ​ເໜືອ ຖືກ​ອອກ​ແບບ​ມາ ເພື່ອຫຼົບຫຼີກ ການ​ໂຈມ​ຕີ​ກະ​ທັນ​ຫັນ


ເກົາຫຼີ​ເໜືອ ທົດ​ລອງ​ຍິງ​ອາ​ວຸດ​ຊະ​ນິດ​ໃໝ່. 11 ສິງ​ຫາ, 2019.
ເກົາຫຼີ​ເໜືອ ທົດ​ລອງ​ຍິງ​ອາ​ວຸດ​ຊະ​ນິດ​ໃໝ່. 11 ສິງ​ຫາ, 2019.

ການ​ທົດ​ລອງ​ລູ​ກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ເມື່ອບໍ່​ດົນ​ມານີ້​ໂດຍ ເກົາຫຼີ​ເໜືອ ລວມ​ທັງ​ຄັ້ງ​ນຶ່ງ​
ໃນວັນເສົາທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມເປັນໄປໄດ້ຂອງອາວຸດທີ່ຖືກອອກ
ແບບມາເພື່ອຫຼົບຫຼີກການໂຈມຕີກະທັນຫັນ ທີ່ອາດທຳລາຍມັນຢູ່ຖານຍິງ ກ່ອນທີ່ຈະ
ຖືກຍິງອອກໄປ, ອີງຕາມການກ່າວຂອງຜູ້ຊ່ຽວຊານ.

ເກົາຫຼີ​ເໜືອ ຢາກ​ທີ່​ຈະ “ສາ​ມາດ​ນຳ​ເອົາເຄື່ອງ​ຍິງ​ລູກ​ສອນ​ໄຟ​ອອກ​ມາ, ແລະ ຍິງ​ມັນ​
ອອກໄປໃນທັນທີ, ແລະ ບໍ່ໃຫ້ ສະຫະລັດ ແລະ ເກົາຫຼີໃຕ້ ມີໂອກາດທີ່ຈະໂຈມຕີເຄື່ອງ
ຍິງ ແລະ ທຳລາຍມັນ ກ່ອນທີ່ເຂົາເຈົ້າຈະສາມາດຍິງລູກສອນໄຟອອກໄປ.” ອີງຕາມ
ການກ່າວຂອງທ່ານ ບຣູສ ເບັນເນັດ, ເຈົ້າໜ້າທີ່ອາວຸໂສດ້ານການປ້ອງກັນປະເທດ
ແລະ ນັກວິເຄາະຢູ່ອົງການ Rand Corp ທີ່ບໍ່ຫວັງຜົນກຳໄລ.

ເກົາຫຼີ​ເໜືອ ໄດ້​ກ່າວ​ຜ່ານ​ອົງ​ການຂ່າວສູນ​ກາ​ງ ​ຂອງ​ທາງ​ການ ເກົາຫຼີ ໃນ​ວັນ​ອາ​ທິດ​ທີ່​
ຜ່ານມາວ່າ ເຂົາເຈົ້າໄດ້ທົດລອງ “ລະບົບອາວຸດໃໝ່ອີກຄັ້ງນຶ່ງ” ທີ່ມີ “ຄວາມໄດ້ປຽບ
ດ້ານລັກສະນະທາງກົນລະຍຸດ ທີ່ແຕກຕ່າງກວ່າລະບົບອາວຸດທີ່ມີຢູ່ໃນປັດຈຸບັນ”

ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ເກົາຫຼີ​ເໜືອ ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​
ນາວຸດສອງລູກ, ເຊິ່ງບັນດາເຈົ້າໜ້າທີ່ ເກົາຫຼີໃຕ້ ໄດ້ອະທິບາຍວ່າເປັນລູກສອນໄຟຂີ
ປະນາວຸດໄລຍະໃກ້. ການທົດລອງຂອງວັນເສົາທີ່ຜ່ານມາ ແມ່ນການຍິງລູກສອນໄຟ
ຄັ້ງທີຫ້າຂອງ ເກົາຫຼີເໜືອ ໃນຮອບບໍ່ເຖິງນຶ່ງເດືອນ.

ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ທ່ານນາງ ແອນ​ເດ​ຣຍ ທອມ​ສັນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​
ການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບການຄວບຄຸມອາວຸດ ແລະ ການຮັກ
ສາຄວາມປອດໄພສາກົນໄດ້ກ່າວວ່າ “ພວກເຮົາຈະສືບຕໍ່ເອີ້ນໃສ່ ເກົາຫຼີເໜືອ ກ່ຽວກັບ
ການທົດລອງລູກສອນໄຟຂອງເຂົາເຈົ້າ,” ໂດຍສະແດງຄວາມເປັນຫ່ວງ ກ່ຽວກັບ ລູກ
ສອນໄຟຊະນິດໃໝ່ທີ່ ເກົາຫຼີເໜືອ ກ່າວວ່າເຂົາເຈົ້າໄດ້ທົດລອງ.

ອີງ​ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ, ການ​ຍິງ​ລູກ​ສອນ​ໄຟ​ຄັ້ງຫຼ້າ​ສຸດ ​ຂອງ ເກົາຫຼີ​ເໜືອ ແມ່ນ​ຄ້າຍ​
ຄືກັບລູກສອນໄຟ KN-23 ເຊິ່ງມີລັກສະນະຄ້າຍຄື ກັບລູກສອນໄຟ ອິສແກນເດີ ຂອງ
ຣັດເຊຍ ທີ່ລັດຖະບານ ພຽງຢາງ ໄດ້ເລີ່ມທົດລອງໃນເດືອນພຶດສະພາທີ່ຜ່ານມາ.

ທ່ານ ໂຈ​ນາ​ຕັນ ແມັກ​ດາວ, ນັກ​ດາ​ລາ​ສາດ​ຟີ​ຊິກ ຢູ່​ສູນກາງ​ມະ​ຫາ​ວິ​ທະ​ຍາ​ໄລ
ຮາ​ເວີດ-​ສ​ມິດ​ໂຊ​ນຽນ ເພື່ອ​ດາ​ລາ​ສາດ​ຟີ​ຊິກ ໄດ້​ກ່າວ​ວ່າ “ມັນ​ເບິ່ງ​ຄື​ວ່າ ມັນ​ມີ​ເສັ້ນ​ຜ່າ​
ສູນກາງຄືກັບລູກສອນໄຟ KN-23 ເຊິ່ງມີລັກສະນະຄືອິສແກນເດີ ແຕ່ມີໄລຍະທີ່ສັ້ນ
ກວ່າ. ມັນຄົງຈະຢູ່ໃນຄອບຄົວດຽວກັນກັບລູກສອນໄຟ ອິສແກນເດີ KN-12 ແຕ່ມີບົດ
ບາດທີ່ແຕກຕ່າງກັນໜ້ອຍນຶ່ງ. ມັນຍັງບໍ່ທັນແນ່ນອນວ່າ ບົດບາດຂອງມັນແມ່ນຫຍັງ
ໃນເວລານີ້.”

ເກົາຫຼີ​ເໜືອ ໄດ້​ທົດ​ລອງ​ໃນ​ສິ່ງ​ທີ່​ຖືກ​ພິ​ຈາ​ລະ​ນາ​ວ່າ​ ເປັນ​ລູກ​ສອນ​ໄຟ KN-23 ຄັ້ງ​ທຳ
ອິດໃນວັນທີ 4 ພຶດສະພາທີ່ຜ່ານມາ ແລະ ອີກຄັ້ງນຶ່ງໃນວັນທີ 9 ພຶດສະພາ, ໂດຍເອີ້ນ
ມັນວ່າ “ອາວຸດນຳວິຖີ.” ເກົາຫຼີເໜືອ ໄດ້ເປີດຕົວລູກສອນໄຟທີ່​ຍັງ​ບໍ່​ທັນ​ມີ​ຊື່ ແລະ​ໃຊ້​
ເຊື້ອໄຟແຂງ ແລະ ມີໄລຍະໃກ້ ຄັ້ງທຳອິດໃນປີ 2018 ໃນລະຫວ່າງການເດີນສວນສະ
ໜາມເພື່ອເປັນກຽດໃຫ້ແກ່ວັນຄົບຮອບ 70 ປີຂອງກອງທັບປະຊາຊົນ ເກົາຫຼີ. ຫຼັງຈາກ
ການທົດລອງສອງຄັ້ງໃນເດືອນ ພຶດສະພາ 2019 ນັ້ນ, ສະຫະລັດ ໄດ້ເອີ້ນລູກສອນ
ໄຟທີ່ຄ້າຍຄືກັບລູກສອນໄຟ ອິ​ສ​ແກນ​ເດີ ນັ້ນວ່າ, KN-23.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG