ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງ ການເຈລະຈາ ທີ່ຢຸດສະງັກ ແລະ ການຍິງທົດລອງ ລູກສອນໄຟ ເກົາຫຼີໃຕ້ ຮູ້ສຶກ ຮ້ອນຮົນ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກ່າວໃນລະຫວ່າງ ການພົບປະກັບ ທີ່ປຶກສາຜູ້ອາວຸໂສຂອງທ່ານ ຢູ່ທີ່ທຳນຽບຟ້າ ຫຼື Blue House ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນຈັນ ທີ 5 ສິງຫາ 2019.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກ່າວໃນລະຫວ່າງ ການພົບປະກັບ ທີ່ປຶກສາຜູ້ອາວຸໂສຂອງທ່ານ ຢູ່ທີ່ທຳນຽບຟ້າ ຫຼື Blue House ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນຈັນ ທີ 5 ສິງຫາ 2019.

ການເຈລະຈາກັບເກົາຫຼີເໜືອ ແມ່ນຢຸດສະງັກອີກເທື່ອນຶ່ງ. ພຽງຢາງ ໄດ້ເພີ້ມການຍິງ ລູກສອນໄຟຂີປະນາວຸດຂອງຕົນ. ສ່ວນຢູ່ໃນສະຫະລັດ ຄູ່ແຂ່ງຂັ້ນນຳ ທີ່ຈະທ້າທາຍ ຕໍ່ປະທານາທິບໍດີ ດໍໂນລ ທຣຳ ກ່ຽວ​ກັບ​ເລື້ອງເກົາຫຼີເໜືອນັ້ນ ແມ່ນກຳລັງຂົ່ມຂູ່ວ່າ
ຈະເອົາແນວທາງທີ່ເຂັ້ມ​ງວດຂຶ້ນ ກວ່າເກົ່າ ຕໍ່ ກິມ ຈົງ ອຶນ.

ເມື່ອລວມເຂົ້າກັນທັງໝົດແລ້ວ ແລະສິ່ງເຫຼົ່ານີ້ ແມ່ນເປັນຊ່ວງເວລາ ທີ່ມີຄວາມທ້າທາຍ
ເພີ້ມຂຶ້ນນັບມື້ ສຳລັບ ລັດຖະບານທີ່ເສລີເກົາຫຼີໃຕ້ຂອງປະທານາທິບໍດີ ມູນ ແຈ-ອິນ
ເຖິງແມ່ນວ່າ ມີຄວາມເປັນໄປໄດ້ຕ່ຳກໍຕາມ ກໍໄດ້ຊ່ອຍນຳມາ ຊຶ່ງ ການເຈລະຈານິວ
ເຄລຍ ລະຫວ່າງ ສະຫະລັດກັບເກົາຫຼີເໜືອ ໃນປີ 2018 ແຕ່ ມາບັດນີ້ ບໍ່ສາມາດ
ເຮັດຫຍັງໄດ້ເລີຍ ທີ່ຈະຊ່ອຍໃຫ້ທັງສອງຜູ້ນຳ ກ້າວໜ້າໄດ້.

“ບັນຫານັ້ນ ຄວນໄດ້ຖືກຈັດການ ພາຍໃນທ້າຍປີນີ້” ນັ້ນແມ່ນຄຳເວົ້າຂອງທ່ານ ຊົງ
ຢັງ-ກີລ ສະມາຊິກສະພາຂອງເກົາຫຼີໃຕ້ ທັງເປັນສະມາຊິກພັກເດໂມແຄຣັດ ຂອງ
ປະທານາທິບໍດີ ມູນ ນຳດ້ວຍ ທີ່ໄດ້ກ່າວຕໍ່ ວີໂອເອ. ທ່ານເວົ້າອີກວ່າ “ທ່ານ ທຣຳ
ອາດກ່າວວ່າ ໄລຍະເວລາ ບໍ່ແມ່ນເລື້ອງສຳຄັນ ແຕ່ບໍ່ມີເວລາອີກແລ້ວ.”

ເກົາຫຼີເໜືອ ກຳນົດເສັ້ນຕາຍໃນທ້າຍປີນີ້ ເພື່ອໃຫ້ສະຫະລັດ ປັບແປງແນວທາງຂອງ
ຕົນຕໍ່ການເຈລະຈາ ຊຶ່ງໄດ້ຢຸດສະງັກ ນັບຕັ້ງແຕ່ ກອງປະຊຸມສຸດຍອດ ລະຫວ່າງ ທ່ານທຣຳກັບທ່ານກິມ ໃນເດືອນກຸມພາ ທີ່ໄດ້ແຕກຫັກລົງຍ້ອນການ​ສົມທຽບ​ໃນ
ການຫລຸດຜ່ອນມາດຕະການລົງໂທດ ກັບ ບາດກ້າວຂອງການທັບ​ມ້າງ ໂຄງການ
ອາວຸດນິວເຄລຍຂອງເກົາຫຼີເໜືອ ນັ້ນ.

ທ່ານກິມ ໄດ້ຕົກລົງທີ່ຈະເລີ້ມຕົ້ນການເຈລະຈາຄືນ ຫຼັງຈາກທີ່ການຊ້ອມລົບທາງທະ
ຫານ ລະຫວ່າງ ສະຫະລັດ ກັບເກົາຫຼີໃຕ້ ສິ້ນສຸດລົງ ໃນທ້າຍເດືອນນີ້ ອີງ ຕາມທ່ານ
ທຣຳ. ຫາກແຕ່ບໍ່ມີຝ່າຍໃດເລີຍໄດ້ອ່ອນຂໍ້ທ່າທີຂອງຕົນຢ່າງເປີດເຜີຍ. ແລະມັນກໍບໍ່
ເປັນທີ່ຈະແຈ້ງວ່າ ການພົບປະກັນລະຫວ່າງ ທ່ານທຣຳກັບທ່ານກິມ ຄັ້ງທີສີ່ ຈະໄດ້ຜົນ
ແນວໃດ ຖ້າຫາກບໍ່ມີການເຈລະຈາລະດັບປະຕິບັດງານພ້ອມໆ ກັນໄປທີ່ເປັນຮູບປະ
ທຳຫຼາຍຂຶ້ນ.

ທ່ານຊົງ ສະມາຊິກ ຄະນະກຳມະການຮັບຜິດຊອບດ້ານການຕ່າງປະເທດ ແລະການ
ປອງດອງຊາດ ຂອງສະພາແຫ່ງຊາດ ໄດ້ກ່າວວ່າ “ທ່ານທຣຳກັບທ່ານກິມ ໄດ້ເຂົ້າ
ປະຊຸມກັນຂັ້ນສຸດຍອດ ມາແລ້ວ 3 ຄັ້ງ. ມັນຈະເປັນໄປບໍ່ໄດ້ ທີ່ພວກ ເພິ່ນຮ້ອງຫາ
ພະສັນຕະປາປາ ຫຼື ພະເຈົ້າ ມາຊ່ອຍພວກເພິ່ນໃນເວລານີ້. ບໍ່ມີ ໄພ້ໃບສຸດທ້າຍ ທີ່
ຈະນຳອອກມາໃຊ້ ສຳລັບພວກເພິ່ນ.”

ການ​ຟື້ນ​ຟູການເຈລະຈາ ລະຫວ່າງ ສະຫະລັດກັບເກົາຫຼີເໜືອ ກັບຄືນມານັ້ນ ເປັນ ບູລິມະສິດອັນດັບສູງ ສຳລັບທ່ານມູນ ຜູ້ທີ່ມີອຳນາດຈົນເຖິງປີ 2020. ແຕ່ໂດຍທີ່
ການເລືອກຕັ້ງປະທານາທິບໍດີ ຂອງສະຫະລັດ ແມ່ນເຫຼືອພຽງແຕ່ນຶ່ງປີເທົ່ານັ້ນ
ທ່ານມູນໃນໄວໆນີ້ ອາດພົບກັບຄູ່ຕຳແໜ່ງ ໃນວໍຊິງຕັນທີ່ຈະສະໜັບສະໜຸນ
ການເຈລະຈາກັບພຽງຢາງ ໜ້ອຍກວ່າເກົ່າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG