ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົບ​ພະ​ຍົບຊາວ​ໂຣ​ຮິງ​ຢາ 5 ແສນ ຄົນ​ໄດ້​ຮັບ ບັດ​ປະ​ຈຳ​ຕົວ ທີ່​ກັນ​ການ​ປອມ​ແປງໄດ້ ​ແລ້ວ


ອົບ​ພະ​ຍົບຊາວ​ໂຣ​ຮິງ​ຢາ​ຄົນ​ນຶ່ງ ສ້ອມ​ແປງ​ຫລັງ​ຄາ​ເຮືອນ​ຂອງ​ຜູ້​ກ່ຽວ​ຢູ່​ໃນສູນ​ອົບ​ພະ​ຍົບ​ບາ​ລູ​ຄາ​ລີ (Balukhali) ໃນ​ເຂດ​ຍາ​ຊາ ຂອງ​ເມືອງຄອກ​ສ໌ (Cox), ບັງ​ກ​ລາ​ແດັ​ສ, ວັນ​ທີ 5 ມີ​ນາ, 2019
ອົບ​ພະ​ຍົບຊາວ​ໂຣ​ຮິງ​ຢາ​ຄົນ​ນຶ່ງ ສ້ອມ​ແປງ​ຫລັງ​ຄາ​ເຮືອນ​ຂອງ​ຜູ້​ກ່ຽວ​ຢູ່​ໃນສູນ​ອົບ​ພະ​ຍົບ​ບາ​ລູ​ຄາ​ລີ (Balukhali) ໃນ​ເຂດ​ຍາ​ຊາ ຂອງ​ເມືອງຄອກ​ສ໌ (Cox), ບັງ​ກ​ລາ​ແດັ​ສ, ວັນ​ທີ 5 ມີ​ນາ, 2019

ອົງ​ການ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ລາຍ​ງານ​ວ່າ ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາຫລາຍກວ່າ 5 ແສນ​ຄົນທີ່​ອາ​ໄສ​ຢູ່​ໃນ​ບັງ​ກ​ລາ​ແດ​ສໄດ້​ຮັບ​ເອ​ກະ​ສານ​ປະ​ຈຳ​ຕົວ ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ ​ມີ​ຊ່ອງ​ທາງ​ເຂົ້າ​ເຖິງ​ການ​ຊ່ວຍ​ເຫລືອ​ໄດ້​ຫລາຍ​ຂຶ້ນ. Lisa Schlein, ນັກ​ຂ່າວ​ວີ​ໂອ​ເອ ​ສົ່ງ​ລາຍ​ງານເລື້ອງນີ້​ມາ​ຈາກ ສຳ​ນັກ​ງານຂ້າ​ຫລວງ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ​ ຫລື UNHCR ໃນ​ນະ​ຄອນ​ເຈ​ນີ​ວາ ​ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຄາດ​ຄະ​ເນ​ວ່າ ມີ​ຊາວ​ໂຣ​ຮິງ​ຢາປະ​ມານ 900,000 ຄົນ ກຳ​ລັງ​ອາ​ໄສຢູ່​ໃນສູນທີ່​ແອ​ອັດ ແລະເປື້ອນ​ເປິ​ໃນເຂດ​ບາ​ຊາຂອງ​ເມືອງຄອກ​ສ໌ (Cox) ຢູ່ບັງ ​ກ​ລາແດັ​ສ. ຄົນ​ສ່ວນ​ໃຫຍ່​ໃນ​ນັ້ນ ແມ່ນພາ​ກັນ​ຫຼົບ​ໜີ​ການ​ປະ​ຫັດ​ປະ​ຫານ ແລະ​ການກໍ່​ຄວາມ​ຮຸນ​ແຮງຢູ່​ໃນ​ມຽນ​ມາ ເມື່ອ​ສອງ​ປີ​ກ່ອນ.

ໂຄງ​ການ​ລົງ​ທະ​ບຽນ​ຮ່ວ​ມກັນລະ​ຫວ່າງເຈົ້າ​ໜ້າ​ທີ່​ບັງ​ກ​ລາ​ແດັ​ສ ແລະ​ອົງ​ການ ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ ຈະ​ອອກ​ເອ​ກະ​ສານປະ​ຈຳ​ຕົວ ໃຫ້​ແກ່​ຄົນ​ຫລາຍກວ່າ 5 ແສນ​ຄົນ ເປັນເທື່ອ​ທຳ​ອິດ.

ຂໍ້​ມູນ​ຢູ່​ໃນ​ບັດຊີ​ວະ​ມິ​ຕິ ຫລືບັດ​ທີ່ໃຊ້​ລາຍ​ມືທີ່​ປ້ອງ​ກັນ​ການ​ປອມ​ແປງ​ໄດ້​ເຫລົ່າ​ນີ້ ຈະ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ແຫ່ງ​ຊາດ ແລະ​ຄູ່​ພາ​ຄີ​ທາງ​ມະ​ນຸດ​ສະ​ທຳ ເຂົ້າ​ໃຈກ່ຽວ​ກັບ​ປະ​ຊາ​ຊົນ ແລະ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນກວ່າ​ເກົ່າ. ທ່ານອານ​ເດ​ຣສ ມາ​ເຮະ​ຈິກ (Andrej Mahecic), ໂຄ​ສົກອົງ​ການ​ຂ້າ​ຫລວງ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ຫລື UNHCR ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຂໍ້​ມູນ​ທີ່​ເກັບ​ກຳ​ມາ ​ຈະເຮັດ​ໃຫ້​ອົງ​ການ​ຊ່ວຍ​ເຫລືອຕ່າງໆ ສາ​ມາດ​ຊ່ວຍ​ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ​ອັນສະ​ເພາະ​ເຈາະ​ຈົງ​ໄດ້ດີ​ຂຶ້ນກວ່າ​ເກົ່າ.

​ທ່ານ ມາ​ເຮະ​ຈິກ (Mahecic) ໃຫ້​ຄຳ​ເຫັນ​ດັ່ງ​ນີ້:
“ຈຸດປະ​ສົງ​ຂອງ​ການ​ດຳ​ເນີນການ​ພິ​ສູດ​, ​ການ​ດຳ​ເນີນ​ການ​ລົງ​ທະ​ບຽນແບບຊີ​ວະ​ມິ​ຕິ ຫລືໃຊ້​ລາຍ​ມືນີ້ ​ກ່ອນ​ອື່ນ​ໝົ​ດ ແລະສິ່ງສຳ​ຄັນ​ທີ່​ສຸດ​ກໍ​ຄືປົກ​ປ້ອງ​ສິດທິ ຂອງ ພວກ​ອົບ​ພະ​ຍົບ​ຊາວໂຣ​ຮິງ​ຢາໃຫ້​ກັບ​ຄືນ​ໄປບ້ານເກີດ​ຂອງ​ເຂົາ​ເຈົ້າ​ໄດ້. ມັນ​ມີ​ຈຸດ​ປ​ະ​ສົງ​ແນ​ໃສ່​ຮັບ​ປະ​ກັນ​ການ​ວາງ​ແຜນ​ທີ່​ດີກວ່າ​ເກົ່າຫລາຍ ແລະ ແນເປົ້າ​ໝາຍ ການ​ຊ່ວຍ​ເຫລືອແບບ​ສະ​ເພາະ​ເຈາະ​ຈົງຫລາຍໆ​ນັ້ນ ໄດ້​ດີກວ່າເກົ່າ​ຫລາຍ ຕົວ​ຢ່າງ​ເຊັ່ນ​ການ​ຊ່ວຍ​ເຫລືອທີ່ແມ່​ຍິງ​ຈະ​ຕ້ອງ​ການ, ການ​ຊ່ວຍ​ເຫລືອທີ່ເດັກ​ນ້ອຍ​ຈະ​ຕ້ອງ​ການ ເປັນ​ຕົ້ນ.”

ທ່ານ ມາ​ເຮະ​ຈິກ (Mahecic) ອະ​ທິ​ບາຍເພີ້ມ​ອີກ​ວ່າ ບັດ​ລົງ​ທະ​ບຽນ​ໃໝ່ສະ​ແດງບອກວ່າ ມຽນ​ມາ​ເປັນ​ປະ​ເທດກຳ​ເໜີດ​ຂອງເຂົາ​ເຈົ້າ. ທ່ານ​ບອກວ່າຂໍ້​ມູນ​ດັ່ງ​ກ່າວ ມີ​ຄວາມ​ສຳ​ຄັນ​ຍິ່ງ​ໃນ​ການ​ສ້າງໃຫ້​ມີ ແລະ​ປົກ​ປ້ອງ​ສິດ​ທິ​ຂອງພວກ​ອົບ​ພະ​ຍົບ​ຊາວໂຣ​ຮິງ​ຢາ​ ເພື່ອ​ໃຫ້​ກັບ​ຄືນ​ບ້ານ​ເກີດ​ເມືອງນອນຂອງ​ເຂົາ​ເຈົ້າ ​ຢູ່​ໃນ​ມຽນ​ມາໄດ້, ຖ້​າ​ເຂົາ​ເຈົ້າ ແລະ​ເມື່ອ​ໃດເຂົາ​ເຈົ້າຫາກ​ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ໄປ.

ອົງ​ການ UNHCR ແລະ​ອົງ​ການ​ມະ​ນຸດ​ສະ​ທຳ​ອື່ນໆ ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ບໍ່ ເຊື່ອ​ວ່າ ສະ​ພາບ​ການ​ຢູ່​ໃນ​ມຽນ​ມາ ​ໃນ​ປັດ​ຈຸ​ບັນນີ້ ​ຈະ​ປອດ​ໄພພຽງ​ພໍເພື່ອໃຫ້​ພວກ​ອົບ​ພະ​ຍົບ​ກັບ​ຄືນ​ໄປ​ຢູ່​ບ້ານ​ຂອງ​ເຂົາ​ເຈົ້າໄດ້ເທື່ອ.

ຂັ້ນ​ຕອນ​ການ​ລົງ​ທະ​ບຽນໄດ້ເລີ້ມ​ຕົ້ນ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ 2018 ຜ່ານ​ມາ. ໂດຍ​ສະ​ເລ່ຍ​ແລ້ວມີ​ປະ​ມານ 5,000 ຄົນ​ ໄປ​ລົງ​ທະ​ບຽນ​ໃນ​ແຕ່​ລະ​ມື້. ອົງ​ການ UNHCR ເວົ້າ​ວ່າ ຕົນແນ​ໃສ່​ເຮັດ​ໃຫ້​ການ​ລົງ​ທະ​ບຽນແບບ​ຊີ​ວະ​ມິ​ຕິ ຫລື ໃຊ້​ລາຍມື້ນີ້ ສຳ​ເລັດລົງ ແລະ​ສະ​ໜອງ​ເອ​ກະ​ສານປະ​ຈຳ​ຕົວໃຫ້​ແກ່ 4 ແສນ​ຄົນທີ່​ຍັງ​ເຫລືອ​ຢູ່​ໃນ​ເຂດ​ບາ​ຊາ​ຂອງ​ເມືອງຄອກ​ສ໌ (Cox) ພາຍ​ໃນທ້າຍ​ປີນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG