ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ ການ​ກຸ​ສົນ ຝ​ຣັ່ງ ຊ່ວຍ​ເຫຼືອ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ 81 ຄົນ ​ຢູ່ນອກ​ຊາຍ​ຝັ່ງ ລີ​ເບຍ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ ລີ​ເບຍ, ນະ​ຄອນຫຼວງ ທ​ຣິ​ໂອ​ລີ, ປະ​ເທດ ລີ​ເບຍ. 26 ກໍ​ລະ​ກົດ, 2019.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ຕຳຫຼວດ​ຍາມ​ຊາຍ​ຝັ່ງ ລີ​ເບຍ, ນະ​ຄອນຫຼວງ ທ​ຣິ​ໂອ​ລີ, ປະ​ເທດ ລີ​ເບຍ. 26 ກໍ​ລະ​ກົດ, 2019.

ອົງ​ການໆ​ກຸ​ສົນຂອງ ຝ​ຣັ່ງ ສອງ​ແຫ່ງ​ໄດ້​ຊ່ວຍ​ເຫຼືອ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ອີກ 81 ຄົນ​ອອກ​
ຈາກທະເລນອກຊາຍຝັ່ງປະເທດ ລີເບຍ ໃນວັນອາທິດວານນີ້, ເຮັດໃຫ້ຕົວເລກຂອງຜູ້
ທີ່ຖືກກູ້ໄພຂຶ້ນມາຈາກທະເລ ນັບຕັ້ງແຕ່ວັນສຸກແລ້ວນີ້ເພີ່ມຂຶ້ນເປັນ 211 ຄົນ.

ອົງ​ການ​ແພດ​ໝໍ​ບໍ່​ມີ​ພົມ​ແດນ ແລະ SOS Mediterranean ໄດ້​ປະ​ຕິ​ບັດ​ການ​ຮ່ວມ​ກັນ​
ກັບກຳປັ່ນຊ່ວຍເຫຼືອຂອງປະເທດ ນໍເວ ຊື່ວ່າ Ocean Viking.

ຄົນ​ສ່ວນຫຼາຍ​ທີ່​ເຂົາ​ເຈົ້າ​ໄດ້​ຊ່ວຍ​ຂຶ້ນ​ມາ​ໃນ​ສາມ​ວັນ​ທີ່​ຜ່ານ​ມາ​ແມ່ນ​ຜູ້​ຊາຍຊາວ ຊູ​ດານ,
ລວມທັງ 81 ຄົນທີ່ຖືກຊ່ວຍເຫຼືອອອກມາຈາກເຮືອແພຢາງຂະໜາດນ້ອຍໃນວັນອາທິດ
ວານນີ້. ຜູ້ເຫັນເຫດການໃນກຳປັ່ນ Ocean Viking ໄດ້ກ່າວວ່າ ຜູ້ຊາຍທີ່ຢູ່ເຮືອແພໄດ້
ໂບກມື ແລະ ໄດ້ສົ່ງສຽງຮ້ອງເຊຍ ເມື່ອເຂົາເຈົ້າເຫັນກ່ຳປັ່ນເຄື່ອນເຂົ້າໃກ້.

ຜູ້​ປະ​ສານ​ງານ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ SOS Mediterranean ທ່ານ ນິ​ໂຄ​ລັ​ສ
ໂຣມານີຢຸກ (Nicholas Romaniuk) ໄດ້ກ່າວຕໍ່ນັກຂ່າວ AFP ຄົນນຶ່ງວ່າ “ພວກເຮົາ
ແມ່ນພຽງຜູ້ດຽວທີ່ຢູ່ໃນບໍລິເວນດັ່ງກ່າວ, ຕຳຫຼວດຍາມຊາຍຝັ່ງ ລີເບຍ ເຂົາເຈົ້າບໍ່ໄດ້
ຕອບ.”

ທ່ານ​ໄດ້​ກ່າວ​ວ່າ ​ຄາດ​ວ່າ​ຈະ​ມີ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໜີ​ອອກ​ຈາກ​ປະ​ເທດ ລີ​ເບຍ ຕື່ມ​ອີກ
ໃນສອງສາມວັນຂ້າງໜ້າ ຍ້ອນອາກາດທີ່ດີ ແລະ ວັນພັກ ອີດ-ອາລ-ອາດາ ໄດ້ຫຼຸດຈຳ
ນວນຕຳຫຼວດທີ່ທຳການລາດຕະເວນຢູ່ຫາດຊາຍຕ່າງໆ.

ໃນ​ຂະ​ນະ​ດຽວ​ກັນ, ກຸ່ມ​ຊ່ວຍ​ເຫຼືອ​ຈາກ​ປະ​ເທດ ສ​ເປນ, ຊື່​ວ່າ Open Arms, ໄດ້​ກ່າວ​
ວ່າ ເຂົາເຈົ້າມີຜູ້ຍົກຍ້າຍຖິ່ນຖານ 160 ຄົນຢູ່ເທິງກຳປັ່ນຊ່ວຍເຫຼືອຂອງເຂົາເຈົ້າ, ລວມ
ທັງສາມຄົນຜູ້ທີ່ຕ້ອງການ “ການຊ່ວຍເຫຼືອທາງການແພດເປັນພິເສດ.”

ຜູ້​ກໍ່​ຕັ້ງ​ອົງ​ການ Open Arms ທ່ານ ອອ​ສ​ກາ ແຄ້ມ​ສ໌ ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ຂໍ​ຮ້ອງ​
ໃຫ້ລັດຖະບານ ຢູໂຣບ ຊ່ວຍເຫຼືອອີກຄັ້ງນຶ່ງ, ໂດຍສະເພາະລັດຖະບານ ອີຕາລີ, ເຊິ່ງ
ແມ່ນທ່າເຮືອປອດໄພທີ່ໃກ້ທີ່ສຸດ.

ທ່ານ ແຄ້ມ​ສ໌ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ໃນ​ວັນ​ທີ​ສິບ ຢູ່​ເທິງ​ເຮືອ​ໃນ​ວັນ​ອາ​ທິດ​ຂ​ອງ​ເດືອນ​
ສິງຫາ ທີ່ຮ້ອນຫຼາຍນັ້ນ. ພວກເຮົາມີ 160 ເຫດຜົນທີ່ຈະສືບຕໍ່, ມີມະນຸດ 160 ຄົນຜູ້ທີ່
ມີສິດຂຶ້ນຝັ່ງໃນທ່າເຮືອທີ່ປອດໄພ. ເຈົ້າຄວນຈະລະອາຍໃຈຕົນເອງ, ຢູໂຣບ.”

ປະ​ເທດ ອີ​ຕາ​ລີ ໄດ້​ຕຳ​ໜິ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ເກີນ​ສ່ວນ​ແບ່ງ​ຂອງ​ເຂົາ​ເຈົ້າ ໃນ​ການ​ອະ​
ນຸຍາດໃຫ້ຜູ້ຍົກຍ້າຍຖິ່ນຖານຂຶ້ນຝັ່ງ ແລະ ຢາກໃຫ້ປະເທດ ຢູໂຣບ ອື່ນໆ ເຮັດວຽກ
ຫຼາຍຂຶ້ນເພື່ອທຳການຊ່ວຍເຫຼືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG