ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳ​ມາ​ທິການ ​ດ້ານ​ສິດ​ທິ​ມະ​ນຸດ​ ແຫ່ງ​ຊາດ​ໄທ ຢູ່​ໃນ 'ວິ​ກິດ​ການ' ພາຍ​ຫຼັງ​ມີ​ 2 ຄົນ​ລາ​ອອກ ໃນຄັ້ງ​ຫລ້າ​ສຸດ


ທ່ານ​ນາງ ອັງ​ຄະ​ນາ ນີ​ລະ​ໄພ​ຈິດ ຈາກກຳ​ມາ​ທິການ​ດ້ານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ໄທ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ ທີ່​ຈັດ​ຂຶ້ນ​ໃນ​ສະ​ຖານ​ທູດ​ເນ​ເທີ​ແລນ ໃນ​ບາງກອກ, ວັນ​ທີ 12 ມີ​ນາ, 2019 ກ່ຽວ​ກັບ​ສາ​ມີ​ຂອງ​ທ່ານ​ນາງ, ທ່ານ ສົມ​ຊາຍ ນີ​ລະ​ໄພ​ຈິດ
ທ່ານ​ນາງ ອັງ​ຄະ​ນາ ນີ​ລະ​ໄພ​ຈິດ ຈາກກຳ​ມາ​ທິການ​ດ້ານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ໄທ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ ທີ່​ຈັດ​ຂຶ້ນ​ໃນ​ສະ​ຖານ​ທູດ​ເນ​ເທີ​ແລນ ໃນ​ບາງກອກ, ວັນ​ທີ 12 ມີ​ນາ, 2019 ກ່ຽວ​ກັບ​ສາ​ມີ​ຂອງ​ທ່ານ​ນາງ, ທ່ານ ສົມ​ຊາຍ ນີ​ລະ​ໄພ​ຈິດ

ຄວາມ​ຖືກ​ຕ້ອງ​ຊອບ​ທຳ​ຂອງກຳ​ມາ​ທິການ​ດ້ານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ໄທ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ແນ່ນອນ ພາຍ​ຫລັງ​ທີ່​ມີ​ການ​ລາ​ອອກ​ຂອງ​ສະ​ມາ​ຊິກກຳ​ມາ​ທິການດັ່ງ​ກ່າວ ​ອີກ 2 ຄົນ ທີ່​ອ້າງ​ເຫດ​ຜົນ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ຍ້ອນ​ວ່າ​ມີ​ການ​ລຳ​ອຽງ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ຢູ່​ພາຍ​ໃນ​ກຸ່ມ​ດັ່ງ​ກ່າວ.

ການ​ເຄື່​ອນ​ໄຫວ​ທີ່​ວ່ານີ້ ເຮັດ​ໃຫ້​ໂອ​ກາດ​ທີ່ກຳ​ມາ​ທິ​ການດັ່ງ​ກ່າວ​ຈະໄດ້​ຮັບ​ສິດ​ທິ​ພິ​ເສດ​ໃດ​ນຶ່ງ ຢູ່​ໃນ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ກັບ​ຄືນ​ມາ​ໄດ້​ມີ​ຄວາມບໍ່​ແນ່ນອນ ແລະ ອາດ​ຈະ​ເຮັດ​ໃຫ້​ການດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່ ທີ່​ຈະ​ພິ​ສູດ​ວ່າ​ຕົນ​ມີ​ຄວາມ​ຖືກ​ຕ້ອງໃນ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ນັ້ນ ມີ​ຄວາມ​ສັບ​ສົນ​ກໍ​ເປັນ​ໄດ້ ພາຍ​ຫລັງ​ການ​ເລືອກ​ຕັ້ງ​ທີ່ບໍ່​ມີຄວາມ​ໂປ່ງ​ໃສໃນ​ເດືອນ​ມີ​ນາ​ຜ່ານ​ມາ ທີ່​ໄດ້ ເຮັດ​ໃຫ້​ບັນ​ດາ​ຜູ້​ນຳ​ໃນ​ການກໍ່​ລັດ​ຖະ​ປະ​ຫານ​ໃນ​ປີ 2014 ຂຶ້ນ​ກຳ​ອຳ​ນາດ​ຄືນ​ອີກ.

ທ່ານ​ນາງເຕືອນ​ໃຈ ດີ​ເທັ​ສ (Tuenjai Deetes) ແລະທ່ານ​ນາງ ອັງ​ຄະ​ນາ ນີ​ລະ​ໄພ​ຈິດ (Angkhana Neelapaijit) ໄດ້​ອອກ​ຈາກ​ກຳ​ມາ​ທິ​ການ​ທີ່​ມີ​ສະ​ມາ​ຊິກ 7 ຄົນ​ໄປໃນ​ອາ​ທິດ​ແລ້ວນີ້ ໂດຍ​ຕິ​ຕຽນ​ວ່າມີ​ການເອົາ​ກົດ​ລະ​ບຽບ ແລະ​ນະ​ໂຍ​ບາຍ​ໃໝ່ເຂົ້າ​ມາ​ໃຊ້ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ເຮັດ​ວຽກ​ຢ່າງ​ມີ​ອິດ​ສະຫ​ລະ​ໄດ້. ການ​ລາ​ອອກ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ອຍ​ໃຫ້​ກຳ​ມາ​ທິ​ການ​ດັ່​ງ​ກ່າວຂາດ​ສະ​ມາ​ຊິກ​ພຽງ​ພໍ ທີ່​ຈະ​ດຳ​ເນີນກອງ​ປະ​ຊຸມຢ່າງ​ຖືກ​ຕ້ອງໄດ້ ເປັນ​ເທື່ອ​ທຳ​ອິດນັບ​ແຕ່ມີ​ການ​ສ້າງ​ຕັ້ງ​ກຳ​ມາ​ທິ​ການຂຶ້ນ​ມາໃນ​ປີ 2001 ແລະເຮັດ​ໃຫ້ໂອ​ກາດ​ທີ່ກຳ​ມາ​ທິການດັ່ງ​ກ່າວຈະ​ໄດ້​ຮັບສິດ​ທິ​ພິ​ເສດແນ່ນອນ​ໃດ​ນຶ່ງຢູ່​ໃນ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ກັບ​ຄືນ​ມາ​ໄດ້ ນັ້ນອາດ​ຫາຍ​ໄປ.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ເວົ້າ​ວ່າ ທ່ານ ສຸ​ຣາ​ເຊດ ສ​ະ​ຖິດ​ນິ​ຣາ​ໄມ (Surachet Satitniramai) ທີ່​ໄດ້​ລາອກ​ໃນ​ປີ 2017 ກໍ​ໄດ້​ອ້າງ​ເຖິງ​ບັນ​ຫາ​ທີ່​ຄ້າຍ​ຄື​ກັນ​ນີ້. ຄະ​ນະ​ກຳ​ມະ​ການ​ຜູ້​ທີ່ 4 ໄດ້​ລົງ​ຈາກ​ຕຳ​ແໜ່ງ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ເພື່ອ​ໄປ​ຮັບ​ຕຳ​ແໜ່ງ​ອື່ນ.

ທ່ານ ສຸ​ໄນ ຜາ​ສຸກ (Sunai Phasuk), ນັກ​ຄົ້ນ​ຄວ້າ​ລະ​ດັບ​ສູງ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ຢູ່​ໄທ​ເວົ້າ​ວ່າ "ການ​ລາ​ອອກ ​ເປັນ​ສາຍໆ ສະ​ແດງບອກໃຫ້​ຮູ້ວ່າ ສະ​ພາບ​ການ​ຢູ່​ພາຍໃນກຳ​ມາ​ທິ​ການ ແມ່ນ ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາ​ກົນອີກ​ຕໍ່​ໄປ​ແລ້ວ,"

ທ່ານ​ກ່າວ​ອີກວ່າ "ມັນ​ເປັນ​ລະ​ຄັງ​ເຕືອນໃຫ້​ທຸກ​ຂະ​ແໜງ​ການ​ໃນ​ສັງ​ຄົມໄທ ມີ​ຄວາມ​ຮູ້​ສຶກ​ໄດ້​ວ່າ ຕ້ອງ​ມີ​ການ​ປະ​ຕິ​ຮູບ​ຢ່າ​ງ​ຮີບ​ດ່ວນ​ໃນ​ກຳ​ມາ​ທິ​ການ​ສິດ​ທິ​ມະ ນຸດແຫ່ງ​ຊາດ ແລະ​ກົດ​ໝາຍ​ທີ່​ເປັນ​ພື້ນ​ຖານ​ຂອງ​ກຳ​ມາ​ທິ​ການນັ້ນ ຕ້ອງ​ໄດ້​ຮັກ​ສາ​ໄວ້."

​ໃນ​ນາມ​ທີ່​ເປັນ​ຊ່ຽວ​ຊານ​ຄົນ​ໄທຢູ່​ໃນ​ກຸ່ມ Fortify Rights ຊຶ່ງ​ເປັນ​ກຸ່​ມ​ສົ່ງ​ເສີມ ສິດ​ທິ​ມະ​ນຸດນັ້ນ, ທ່ານ​ນາງພຸດ​ທະ​ນີ ກັງ​ຄຸນ (Puttanee Kangkun) ໃຫ້​ຄຳ​ເຫັນວ່າ "ເຂົາ​ເຈົ້າ​ກຳ​ລັງ​ຢູ່​ໃນ​ສະ​ພາບ​ວິ​ກິດ​ການ."

ທ່ານ​ນາງ ອັງ​ຄະ​ນາ​ເວົ້າ​ວ່າ ທ່ານ​ນາງ​ໄດ້​ຖືກ​ສິ້ງ​ຊອມ​ຢູ່​ເລື້ອຍ​ມາ​ ເມື່ອ​ທ່ານ​ນາງລົ​ມ​ກັ​ບ​ນັກ​ຂ່າວ ແລະ​ຖືກ​ນາບ​ຂູ່​ວ່າ​ຈະ​ຖືກສົ່ງ​ຕົວ​ໄປ​ໃຫ້ກຳ​ມາ​ທິ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຍ້ອນ​ວ່າ​ທ່ານ​ນາງໄດ້​ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ຂອງ​ຕຳ​ຫລວດ​ກັບພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານທີ່​ຖືກ​ກ່າວ​ຫາ​ວ່າ ໄດ້​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການກໍ່​ອາດ​ຊະ​ຍາ​ກຳ​ທາງ​ຄອມ​ພີວ​ເຕີ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຂຽ​ນ​ຂໍ້​ຄວາມ ​ຕໍ່​ຕ້ານ ພວກທະ​ຫານ​ລົງ​ທາງ​ອິນ​ເຕີ​ແນັດ.​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG