ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍ​ພັນ​ຄົນ ໂຮມຊຸມນຸມ ເພື່ອ​ສະ​ໜັບ​ສະ​ໜູນ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ


​ຜູ້​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານຖື​ປ້າຍ​ດ້ວຍ​ຂໍ້​ຄວາມ "ທ່ານ ທ​ຣຳ ຢຸດ​ກີດ​ກັ້ນ ເວ​ເນ​ຊູ​ເອ​ລາ" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ. ນະ​ຄອນຫຼວງ ກາ​ຣາ​ກາ​ສ, ເວ​ເນ​ຊູ​ເອ​ລາ. 7 ສິງ​ຫາ, 2019.
​ຜູ້​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານຖື​ປ້າຍ​ດ້ວຍ​ຂໍ້​ຄວາມ "ທ່ານ ທ​ຣຳ ຢຸດ​ກີດ​ກັ້ນ ເວ​ເນ​ຊູ​ເອ​ລາ" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ. ນະ​ຄອນຫຼວງ ກາ​ຣາ​ກາ​ສ, ເວ​ເນ​ຊູ​ເອ​ລາ. 7 ສິງ​ຫາ, 2019.

ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ໄດ້​ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ກາ​ຣາ​ກ​າ​ສ​ ໃນ​ວັນ​ພຸດ​ວານນີ້
ເພື່ອສະໜັບສະໜູນປະທານາທິບໍດີ ນິໂຄລັສ ມາດູໂຣ, ສອງວັນຫຼັງຈາກ ສະຫະລັດ
ໄດ້ວາງມາດຕະການລົງໂທດທີ່ໜັກທີ່ສຸດໃນປະເທດ ເວເນຊູເອລາ ອີກ.

ໂຄ​ສົກ​ສະ​ພາ​ແຫ່ງ​ຊາດ ທ່ານ ດີອອ​ສ​ດາ​ໂດ ຄາ​ແບ​ລ​ໂລ, ເຊິ່ງ​ຖືກ​ພິ​ຈາ​ລະ​ນາ​ເປັນ​ຜູ້​ນຳ
ທີ່ມີອຳນາດສູງສຸດເປັນອັນດັບສອງນັ້ນ, ໄດ້ເອີ້ນມາດຕະການລົງໂທດຄັ້ງຫຼ້າສຸດວ່າ
“ການຮຸກຮານຄັ້ງໃໝ່ໃນລະຫວ່າງ ຄວາມຮຸນແຮງຂອງການຂ້າລ້າງເຜົ່າພັນທີ່ໄດ້ຄອບ
ງຳ ສະຫະລັດ.”

ຄົນ​ອື່ນໆ​ໃນ​ການ​ຊຸມ​ນຸມ​ຂອງວັນ​ພຸດ​ວານນີ້ ໄດ້​ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ
ກ່ຽວກັບ ການຢາກຄວບຄຸມ ເວເນຊູເອລາ.

ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ກາ​ຣາ​ກ​າ​ສ ໄດ້​ກ່າວ​ວ່າ ຜູ້​ທີ່​ເດີນ​ຂະ​ບວນ​ສ່ວນ​ໃຫຍ່​
ແມ່ນພະນັກງານລັດຖະບານ ແລະ ສະມາຊິກອງກຳລັງທະຫານບ້ານ.

ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ຫ້າມ​ທຸກໆ​ບໍ​ລິ​ສັດ ແລະ ບຸກ​ຄົນ​ຕ່າງໆ​ຈາກ ສະ​ຫະ​ລັດ ບໍ່​
ໃຫ້ເຮັດທຸລະກິດກັບລັດຖະບານທ່ານ ມາດູໂຣ ດັ່ງກັບພາກສ່ວນຂອງການກົດດັນຂອງ
ສະຫະລັດ ເພື່ອຂັບໄລ່ທ່ານອອກຈາກອຳນາດ.

ສະ​ຫະ​ລັດ ​ແມ່ນນຶ່ງ​ໃນຫຼາຍກວ່າ 50 ປະ​ເທດ​ທີ່​ໄດ້​ຮັບ​ຮູ້​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ຮວນ
ກວາອີໂດ ເປັນປະທານາທິບໍດີ ເວເນຊູເອລາ.

ທ່ານ ກວາ​ອີ​ໂດ ໄດ້​ປະ​ກາດ​ຕົນ​ເອງ​ເປັນ​ຜູ້​ນຳ ເວ​ເນ​ຊູ​ເອ​ລາ​ ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​
ມາ, ດ້ວຍການໃຊ້ອຳນາດຂອງທ່ານຕາມລັດຖະທຳມະນູນ ໃນຖານະເປັນປະທານສະ
ພາແຫ່ງຊາດ ເພື່ອປະກາດການເລືອກຕັ້ງໃໝ່ຂອງທ່ານ ມາດູໂຣ ໃນປີກາຍນີ້ວ່າ ບໍ່ຖືກ
ຕ້ອງຕາມກົດໝາຍ ຍ້ອນມີການສໍ້ໂກງ.

ຣັດ​ເຊຍ, ຈີນ, ອີ​ຣ່ານ ແລະ ຄິວ​ບາ ແມ່ນ​ຜູ້​ປົກ​ປ້ອງ​ລະ​ດັບ​ສູງ​ຂອງ​ທ່ານ ມາ​ດູ​ໂຣ.

ການ​ລຸກ​ຂຶ້ນ​ຕໍ່​ຕ້ານ​ທ່ານ ມາ​ດູ​ໂຣ ທີ່​ມີ​ຊື່​ສຽງ​ຂອງ​ທ່ານ ກວາ​ອີ​ໂດ ໃນ​ຕົ້ນ​ປີນີ້ ປາ​ກົດ​ວ່າ
ໄດ້ອ່ອນກຳລັງລົງຫຼາຍ, ແຕ່ ສະຫະລັດ ຍັງມີຄວາມມຸ່ງໝັ້ນທີ່ຈະເຫັນທ່ານ ມາດູໂຣ
ຖືກປົດອອກຈາກອຳນາດ ແລະ ກ່າວວ່າການດຳເນີນການທາງທະຫານຍັງມີໄວ້ໃຫ້ພິ
ຈາລະນາຢູ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG