ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ເສດ​ຖ​ະ​ກິດ ​ຍັງບໍ່​ແນ່ນອນ ຂະ​ນະ​ທີ່ ສົງ​ຄາມ​ການ​ຄ້າ ​ລະ​ຫວ່າງ ສ​ຫລ ແລະ ຈີນ ເພີ້ມ​ຄວາມ​ເຂັ້ມ​ຂຸ້ນ​ຂຶ້ນ


ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ຮ້ານ​ແລກ​​ປ່ຽນ​ເງິນ ທີ່​ມີ​ຮູບ​ເງິນ​ຕາ ຂອງ​ປະ​ເທດ​ຕ່າງໆ ເອ້​ປະ​ດັບ​ຢູ່
ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ຮ້ານ​ແລກ​​ປ່ຽນ​ເງິນ ທີ່​ມີ​ຮູບ​ເງິນ​ຕາ ຂອງ​ປະ​ເທດ​ຕ່າງໆ ເອ້​ປະ​ດັບ​ຢູ່

ຕະ​ຫຼາດ​ການ​ເງິນ​ຂອງ​ສະ​ຫະ​ລັດ ໄດ້​ດີ້ນ​ຮົນ​ເພື່ອ​ຟື້ນ​ໂຕ​ຄືນ ໃນ​ວັນ​ອັງ​ຄານ​ທີ່​ແລ້ວ ຫຼັງ​ຈາກ​ຮຸ້ນ​ໄດ້​ຕົກ​ລາ​ຄາ​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນມາ. ຫົວ​ໜ້າ​ທີ່​ປຶກ​ສາ​ທາງ​ດ້ານ​ເສດ​ຖະ​ກິດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທ່ານດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທຳ​ນຽບ​ຂາວ ​ແມ່ນ​ພວມ​ຢູ່​ໃນ​ທ່າໄດ້​ປຽບ ໃນ​ການ​ຜິດ​ຂ້ອງ​ຕ້ອງຖຽງ​ທາງ​ດ້ານ​ການ​ຄ້າ ແລະ​ການ​ເງິນ ກັບ​ຈີນ ຊຶ່ງ​ເປັ​ນ​ການ​ກ່າວ​ຢ້ຳ​ ຫຼັງ​ຈາກ​ປັກ​ກິ່ງໄດ້​ປະ​ກາດ​ວ່າ ຈະ​ບໍ່​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ ​ຂອງ​ສະ​ຫະ​ລັດອີກ​ຕໍ່​ໄປ​ແລ້ວ. ນັກ​ຂ່າວ​ວີ​ໂອ​ເອ ອາ​ຣາ​ສ ອາ​ຣາ​ບາ​ຊາ​ດີ (Arash Arabasadi) ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຕະ​ຫຼາດ​ການ​ເງິນ​ຂອງ​ສະ​ຫະ​ລັດ ຍັງ​ຢູ່​ໃນ​ສະ​ພາບ​ທີ່​ຈະ​ມີ​ການ​ປ່ຽນ​ແປ​ງ​ໄດ້​ງ່າຍ ນຶ່ງມື້​ຫຼັງ​ຈາກ​ຮຸ້ນ​ໄດ້​ຕົກ​ລາ​ຄາທີ່​ຮ້າຍ​ແຮງ​ສຸດ​ໃນ​ຮອບ​ປີ. ການ​ຕົກ​ລາ​ຄາດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ມີ​ຂ່າວ​ບໍ່​ດີ​ຈາກ​ຈີນ ຮວມ​ທັງ​ການ​ປະ​ກາດ​ຫຼຸດ​ຄ່າເງິນຢວນ.

ໃນ​ວັນ​ອັງ​ຄານ​ແລ້ວ ທີ່​ປຶກ​ສາ​ທາງ​ດ້ານ​ເສດ​ຖະ​ກິດ ​ຂອງ​ທຳ​ນຽບ​ຂາວ ທ່ານ​ແລ​ຣີ ຄູດ​ໂລ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ຕ້ອງ​ການ​ຢາກ​ມີ​ຂໍ້ຕົກ​ລົງ​ທາງ​ດ້ານ​ການ​ຄ້າ​ກັບ​ຈີນ​ຢູ່. ທ່ານ​ຄູດ​ໂລ ກ່າວ​ຕື່ມ​ວ່າ:

“ທັດ​ສະ​ນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ກໍ​ຄື​ວ່າ ພວກ​ເຮົາ​ໄດ້​ເຈ​ລະ​ຈາ​ດ້ວຍ​ຄວາມ​ປະ​ສົງ​ດີ​ຕະ​ຫຼອດ​ມາ. ພວກ​ເຮົາ​ຕ້ອງ​ການ​ຢາກ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ດ້ວຍ​ຄວາມ​ປະສົງ​ດີ​ກັບ​ຈີນ ແຕ່​ກໍ​ໜ້າ​ເສຍ​ໃຈ​ກັບ​ເລື້ອງ​ການ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ ທ່ານ​ເວົ້າ​ເລື້ອງນີ້​ກໍ​ເພື່ອປ້ອງກັນ​ເສດ​ຖະ​ກິດ​ຂອງອ​າ​ເມ​ຣິ​ກັນ. ​ທ່ານ​ເວົ້າ​ເລື້ອງນີ້ກໍ​ເພື່ອ​ປົກ​ປ້ອງ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ.”

ກ່ອນ​ໜ້ານີ້ ກະ​ຊວງ​ການ​ຄ້າ​ຂອງ​ຈີນ ໄດ້​ປ​ະ​ກາດ​ວ່າ ບໍ​ລິ​ສັດ​ຕ່າງໆ​ຂອງ​ຈີນ​ໄດ້ຢຸດ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ​ຂອງ​ສະ​ຫະ​ລັດ. ການ​ເຄື່ອນ​ໄຫວນີ້ ມີ​ຂຶ້ນ​ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່​ການ​ປະ​ກາດ​ໃນ​ອາ​ທິດ​ແລ້ວ​ຂອງລັດ​ຖະ​ບານປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຈະ​ເກັບ​ພາ​ສີ​ຮອບ​ໃໝ່ ຕໍ່​ສິນ​ຄ້າ​ຂອງ​ຈີນ ໃນ​ມູນ​ຄ່າ 300 ພັນ​ລ້ານ​ໂດ​ລາ. ທ່ານ​ບິ​ລ ແອ​ແດມ​ສ໌ ຈາກ​ອົງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ PNC ກ່າວ​ວ່າ:

“ມັນ​ເປັນ​ປີ​ທີ່​ຫຍຸ້ງ​ຍາກ​ສຳ​ລັບ​ກະ​ເສດ​ຕະ​ກຳ​ຢູ່​ໃນ​ສະ​ຫະ​ລັດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຜົນ​ກະ​ທົບ​ທີ່​ແກ່​ຍາວ​ໃນ​ການ​ເກັບ​ພາ​ສີ​ຂອງ​ຈີນ​ຕໍ່​ກ​ານ​ສົ່ງ​ອອກ​ໃນ​ດ້ານ​ກະ​ເສດຕະ​ກຳ​ຂອງ​ສະ​ຫະ​ລັດ ແລະ​ນອ​ກ​ເໜືອ​ໄປ​ຈາກ​ ການ​ເກັບ​ພາ​ສີ​ແລ້ວ ການ​ໃຫ້ສັນ​ຍານ​ຂອງລັດ​ຖະ​ບານ​ຈີນ​ ​ຕໍ່ພວກ​ຜູ້​ຊື້​ພາຍ​ໃນ​ປະ​ເທດ​ກໍ​ຄື​ວ່າ ພວກ​ເຂົາ​ເຈົ້າຄວນມອງ​ໄປ​ຫາ​ບ່ອນ​ອື່ນ.”

ທຳ​ນຽບ​ຂາວ​ໄດ້​ສ້າງ​ຕັ້ງ​ກອງ​ທຶນການ​ຊ່ວຍ​ເຫຼືອ 16 ຕື້​ໂດ​ລາ ​ຕໍ່​ພວກ​ພໍ່​ໄຮ່​ຊາວ​ນາ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ.

Volatility, Uncertainty as US-China Trade War Escalates
please wait

No media source currently available

0:00 0:02:12 0:00

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ປະ​ກາດຜ່ານ​ທາງ​ທວີດ​ເຕີ້​ວ່າ ​ທ່ານ​ອາດ​ຈະ​ອະ​ນຸ​ມັດ​ເງິນ​ພາສີ​ປະ​ຊາ​ຊົນ​ໃນຈຳ​ນວນ​ເພີ້ມ​ຕື່ມ ເພື່ອ​ຊ່ວຍ​ພວກ​ພໍ່​ໄຮ່​ຊາວນາ​ໃນ​ປີ​ໜ້າ ຖ້າ​ມີຄວາມ​ຈຳ​ເປັນ.

ໃນ​ມື້​ວັນ​ຈັນ​ແລ້ວ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ໄດ້​ລະ​ບຸ​ຊື່​ປະ​ເທດ​ຈີນ​ວ່າ ເປັນ​ຜູ້​ຄວບ​ຄຸມ​ເງິນ​ຕາ ແລະ​ຂົ່ມ​ຂູ່​ວ່າ ຈະ​ໃຫ້​ອົງ​ການກອງ​ທຶນ​ສາ​ກົນ​ເຂົ້າ​ໄປພົວ​ພັນ​ໃນ​ເລື້ອງນີ້. ທ່ານ​ບິ​ລ ແອ​ແດມ​ສ໌ ຈາກ​ອົງ​ການ PNC ກ່າວ​ກ່ຽວ​ກັບເລື້ອງນີ້​ວ່າ:

“ເຫດ​ການ​ໃນ​ອາ​ທິດນີ້ ແມ່ນ​ການ​ເພີ້ມ​ຂຶ້ນ​ທີ່​ເປັນ​ຮູບ​ປະ​ທຳ ​ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ແຕ່​ກໍ​ບໍ່​ໄດ້​ເປັນ​ເລື້ອງ​ທີ່​ແປກ​ໃຈ​ເລີຍ. ທັງ​ລັດຖະ​ບານ​ຈີນ​ແລະ​ສະ​ຫະ​ລັດ ໄດ້​ເອົາ​ທ່າ​ທີ​ຂອງ​ຕົນ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ເດືອນ ທີ່ຜ່ານ​ມານີ້ ເພື່ອ​ເຮັດ​ໃຫ້​ບັນ​ຫາ​ຂັດ​ແຍ້ງ ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ຫຼື​ແມ່ນ​ກະທັງ​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ. ລັດ​ຖະ​ບານ​ທັງ​ສອງ​ເບິ່ງ​ຄື​ວ່າ ພວມ​ລໍ​ຖ້າ​ໃຫ້ອີກ​ຝ່າຍ​ນຶ່ງ ເປັນ​ຜູ້ຍອມ​ອ່ອນ​ຂໍ້​ກ່ອນ.”

ນອກ​ເໜືອ​ໄປ​ຈາກ​ການ​ຊັ່ງ​ຊາ​ເບິ່ງ​ຕະ​ຫຼາດ​ການ​ເງິນ​ແລ້ວ ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ຈີນ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂອ​ກາດ​ໃນ​ການເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ຢູ່​ໃນ​ສອງ​ປະ​ເທດ​ທີ່​ມີ​ເສ​ດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກແລະ​ປະ​ເທດ​ອື່ນໆ​ອີກຢູ່​ໃນ​ທົ່ວ​ໂລກ.

ຄະ​ນະ​ຜູ້​ແທນ​ຂອງ​ປັກ​ກິ່ງ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ພວກ​ກຳ​ນົດ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ ໃນ​ເດືອນ​ໜ້ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG