ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຍົກເລີກ ຖານະພິເສດ ຂອງແຄວ້ນ ແຄັສເມຍ ທີ່ມີມາ ຫຼາຍທົດສະວັດ ທ່າມກາງ ການເພີ້ມກຳລັງ ຮັກສາຄວາມປອດໄພ


ພວກຄົນພາກັນ ຮ້ອງໂຮຄຳຂວັນຕ່າງໆນາໆ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການຍົກເລີກຖານະພິເສດ ດ້ານລັດຖະທຳມະນູນ ສຳລັບ ແຄວ້ນແຄັສເມຍ.
ພວກຄົນພາກັນ ຮ້ອງໂຮຄຳຂວັນຕ່າງໆນາໆ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການຍົກເລີກຖານະພິເສດ ດ້ານລັດຖະທຳມະນູນ ສຳລັບ ແຄວ້ນແຄັສເມຍ.

ໃນການເຄື່ອນໄຫວທີ່ມີຜົນກະທົບຢ່າງກວ້າງຂວາງ ລັດຖະບານຮິນດູ ​ຫົວຊາດນິຍົມ
ຂອງອິນເດຍ ໄດ້ຍົກເລີກຖາ​ນະພິເສດ​ໃນ​ການປົກຄອງຕົນເອງທີ່ໄດ້ມອບ ໃຫ້ແກ່
ແຄວ້ນແຄັສເມຍ ມາໄດ້ຫຼາຍທົດສະວັດ ​ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ ຕໍ່ການຕອບໂຕ້
ຄືນຢ່າງແຮງ ຢູ່ໃນຂົງເຂດພຽງແຫ່ງດຽວ ທີ່ມີຊາວມຸສລິມອາໄສຢູ່ ເປັນສ່ວນໃຫຍ່ນັ້ນ.

​ບໍ່​ເທົ່າ​ໃດຊົ່ວໂມງ ຫຼັງຈາກ​ໄດ້​ມີ​ການ​ເພີ້ມ ການຄວາມປອດໄພຂະໜາດໃຫຍ່ ຢູ່ໃນ
ເຂດດັ່ງກ່າວ ລັດຖະມົນຕີກະຊວງພາຍໃນຂອງອິນເດຍ ທ່ານອາມິດ ຊາ ໄດ້ກ່າວ
ຕໍ່ສະພາ ໃນວັນຈັນວານນີ້ ວ່າ ທ່ານປະທານາທິບໍດີ ໄດ້ລົງນາມ ໃນດຳລັດວ່າດ້ວຍ
ການລົບລ້າງ ມາດຕາ 370. ມາດຕະການນີ້ ໄດ້ອະນຸຍາດໃຫ້ ຂົງເຂດດັ່ງກ່າວ
ອອກກົດໝາຍດ້ວຍຕົນເອງໄດ້ ແລະມີອິດ​ສະ​ຫຼະ ໃນທຸກໆເລື້ອງ ຍົກເວັ້ນແຕ່ເລື້ອງ
ການຕ່າງປະເທດ ການປ້ອງກັນປະ​ເທດ ແລະການສື່ສານ.

ລັດຖະບານຂອງອິນເດຍ ຍັງໄດ້ຍົກເລີກການຫ້າມຊື້ຊັບສິນຢູ່ໃນແຄວ້ນແຄັສເມຍ
ໂດຍພວກຄົນ​ທີ່​ບໍ່​ແມ່ນ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ຊຶ່ງຈະອະນຸຍາດໃຫ້ຊາວອິນເດຍ
ທີ່ຢູ່ນອກຂົງເຂດນີ້ ເຂົ້າມາຕັ້ງຖິ່ນຖານໄດ້ ຊື້ດິນໄດ້ ແລະເຮັດວຽກໃຫ້ກັບລັດຖະບານ
ທ້ອງຖິ່ນໄດ້.

ສ່ວນນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ໄດ້ກ່າວວ່າ ການເຄື່ອນ
ໄຫວນີ້ “ເປັນການລະເມີດ ຢ່າງຈະແຈ້ງ” ຕໍ່ມະຕິ ຂອງສະພາ ຄວາມໝັ້ນຄົງສະຫະ
ປະຊາຊາດ ອີງຕາມຖະແຫລງການສະບັບນຶ່ງ ທີ່ໄດ້ ຖືກເປີດເຜີຍ ຫຼັງຈາກທີ່ມີການ ໂອ້ລົມທາງໂທລະສັບ ກັບນາຍົກລັດຖະມົນຕີ ຂອງມາເລເຊຍ ທ່ານມາຫາເທຍ
ໂມຮຳມັດ ໃນຕອນຄ່ຳ ຂອງວັນຈັນວານນີ້.

ແຄວ້ນແຄັສເມຍ ໄດ້ຖືກແບ່ງແຍກ ລະຫວ່າງ ອິນເດຍ ກັບ ປາກິສຖານ ແຕ່ທັງສອງ
ປະເທດ ຕ່າງ​ກໍໄດ້ອ້າງເອົາກຳມະສິດ ​ຂອງພື້ນທີ່ທັງໝົດ ມັນຈຶ່ງໄດ້ກໍ່ ໃຫ້ເກີດສົງຄາມ ສອງໃນສາມຄັ້ງຜ່ານມາ ລະຫວ່າງປະເທດທັງ​ສອງ ແລະຍັງ ຄົງເປັນແຫລ່ງຂອງ
ຄວາມເຄັ່ງຕຶງດ້ວຍ.

ກະຊວງການຕ່າງປະເທດຂອງປາ​ກິ​ສ​ຖານ ກ່າວວ່າໃນຖະແຫຼງການສະບັບນຶ່ງ ວ່າ
“ບໍ່ມີບາດກ້າວແຕ່ຝ່າຍດຽວໃດໆ ຂອງລັດຖະບານອິນເດຍ ສາມາດປ່ຽນແປງຖາ​ນະ
ທີ່ເປັນບັນຫາຂັດແຍ້ງກັນນີ້ໄດ້ ຕາມທີ່ໄດ້ຖືກບັນທຶກໄວ້ ຢູ່ໃນມະຕິ ຂອງສະພາຄວາມ
ໝັ້ນຄົງສະຫະປະຊາຊາດ. ໃນຂະນະທີ່ເປັນຝ່າຍນຶ່ງຢູ່ໃນບັນ ຫາຂັດແຍ້ງລະຫວ່າງ
ປະເທດນີ້ ປາກິສຖານ ຈະນຳໃຊ້ທຸກທາງເລືອກ ທີ່ເປັນ ໄປໄດ້ ເພື່ອຕອບໂຕ້ຕໍ່ບາດ
ກ້າວ ທີ່ຜິດກົດໝາຍນັ້ນ.”

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣັສ ໃນວັນຈັນວານນີ້
ໄດ້ຮຽກຮ້ອງຕໍ່ ອິນເດຍ ແລະປາກິສຖານ “ໃຫ້ໃຊ້ຄວາມອົດກັ້ນ” ຫຼັງຈາກມີການປະ
ກາດຂອງອິນເດຍ ອີງຕາມໂຄສົກຂອງສະຫະປະຊາຊາດ ທ່ານ ສະແຕັບຟານ ດູຈາຣິກ
ຊຶ່ງ​ທ່ານໄດ້ກ່າວຕື່ມວ່າ ກຳລັງຮັກສາສັນຕິພາບ ຂອງ ສະຫະປະຊາຊາດ ພວມສັງເກດ
ການ ສັນຍາຍຸດຍິງ ລະຫວ່າງອິນເດຍ ແລະ ປາກິສຖານ ຢູ່ໃນແຄວ້ນແຄັສເມຍ “ໄດ້
ສັງ ເກດເຫັນ ແລະລາຍງານ ກ່ຽວ​ກັບ ການເຄື່ອນໄຫວທາງດ້ານທະຫານເລາະຕາມ
ເສັ້ນຄວບ​ຄຸມ ທີ່ເພີ່ມຂຶ້ນ.” ອັນນີ້ ​ໃນ​ທີ່​ຈິງ​ແລ້ວ ເປັນເສັ້ນແບ່ງເຂດແດນ ລະຫວ່າງ
ເຂດ​ຄວບ​ຄຸມ​ຂອງປາກິສຖານ ແລະອິນເດຍ ຊຶ່ງເປັນດິນ​ແດນ ທີ່​ຍັງ​ມີ​ການຂັດແຍ້ງກັນ
ເທິງພູຫິມະໄລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG