ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອີ​ຣ່ານ ເວົ້າ​ວ່າ ການ​ທີ່​ ສຫລ ບໍ່​ສາ​ມາດ ​ສ້າງ​ພັນ​ທະ​ມິດ​ ໃນ​ອ່າວເປີ​ເຊຍ ໄດ້ "ໜ້າ​ອັບ​ອາຍ"


ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.
ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.

ສະ​ຫະ​ລັດ ບໍ່​ສາ​ມາດ​ທີ່​ຈະ​ສ້າງ​ພັນ​ທະ​ມິດ​ທາງ​ທະ​ເລ ເພື່ອ​ຄຸ້ມ​ກັນກຳ​ປັ່ນ​ບັນ​ທຸກນ້ຳ​ມັນ
ທັງຫຼາຍ​ໃນ​ອ່າວ ເອ​ເຊຍ ເພາະ​ວ່າ​ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າຮູ້​ສຶກ “ອັບ​ອາຍ​ຂ​າຍ​ໜ້າ”
ໂພດທີ່ຈະເຂົ້າຮ່ວມກັບເຂົາເຈົ້າ, ອີງຕາມການກ່າວຂອງລັດຖະມົນຕີຕ່າງປະເທດຂອງ
ອີຣ່ານ ໃນວັນຈັນມື້ນີ້.

ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ນະ​ຄອນຫຼວງ
ເຕຫະຣ່ານ ວ່າ “ມື້ນີ້ ສະຫະລັດ ແມ່ນຢູ່ຜູ້ດຽວໃນໂລກ ແລະ ບໍ່ສາມາດທີ່ຈະສ້າງພັນ
ທະມິດ. ປະເທດຕ່າງໆທີ່ເປັນມິດກັບເຂົາເຈົ້າແມ່ນຮູ້ສຶກຂາຍໜ້າໂພດ ທີ່ຈະເຂົ້າເປັນ
ພັນທະມິດກັບເຂົາເຈົ້າ.”

ທ່ານ​ໄດ້​ກ່າວ​ອີກວ່າ “ເຂົາ​ເຈົ້າ​ໄດ້​ສ້າງ​ສະ​ຖາ​ນະ​ການນີ້​ຂຶ້ນ​ມາ​ເອງ, ດ້ວຍ​ກາ​ນ​ລະ​ເມີດ​
ກົດ​ໝາຍ, ດ້ວຍ​ການ​ສ້າງ​ຄວາມ​ເຄັ່ງ​ຕຶງ ແລະ ວິ​ກິດ​ການ.”

ອີ​ຣ່ານ ແລະ ສະ​ຫະ​ລັດ ໄດ້ສູ້​ກັນ​ໃນ​ສົງ​ຄາ​ມ​ຈິດ​ຕະ​ສາດ​ນັບ​ຕັ້ງ​ແຕ່​ເດືອນ​ພຶດ​ສະ​ພາ
2018 ທີ່ຜ່ານມາ ເມື່ອປະທານາທິບໍດີ ດໍໂນລ ທຣຳ ໄດ້ຖອນ ສະຫະລັດ ອອກຈາກຂໍ້
ຕົກລົງປີ 2015 ທີ່ສຳຄັນ ທີ່ວາງຂີດຈຳກັດໃສ່ໂຄງການນິວເຄລຍຂອງ ອີຣ່ານ ແລະ
ເລີ່ມວາງມາດຕະການລົງໂທດໃສ່ເຂົາເຈົ້າ.

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່​ມ​ທະ​ວີ​ຂຶ້ນ ຫຼັງ​ຈາກ​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ຂະ​ຫຍາຍ​ການ​ປະ​
ຕິບັດການຂອງ ສະຫະລັດ ກ່ຽວກັບ “ການກົດດັນສູງສຸດ” ຕໍ່ ອີຣ່ານ, ດ້ວຍເຮືອບິນບໍ່ມີ
ຄົນຂັບຖືກຍົກຕົກ ແລະ ກຳປັ່ນບັນທຸກນ້ຳມັນຖືກໂຈມຕີຢ່າງລຶກລັບໃນທະເລຂອງອ່າວ
ເປີເຊຍນັ້ນ.

ໃນ​ການ​ຕອບ​ໂຕ້​ກັບ, ສະ​ຫະ​ລັດ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຕັ້ງ​ພັນ​ທະ​ມິດ​ຂຶ້ນ ເຊິ່ງ​ພາ​ລະ​ກິດ​
ຖືກຕັ້ງສາຍາວ່າ ປະຕິບັດການ ເຊັນຕິແນລ, ທີ່ເຂົາເຈົ້າເວົ້າວ່າ ຈະຮັບປະກັນເສລີພາບ
ໃນການເດີນເຮືອ ໃນນ່ານນ້ຳຍຸດທະສາດຂອງອ່າວດັ່ງກ່າວນັ້ນ.

ແນວ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາມ​ທີ່​ຈະ​ສ້າງ​ພັນ​ທະ​ມິດ​ທີ່​ວ່າ​ນັ້ນຂຶ້ນ
ມາ, ດ້ວຍບັນດາປະເທດ ຢູໂຣບ ໄດ້ມິດງຽບ ແລະ ເຊື່ອວ່າຈະເປັນຫ່ວງ ກ່ຽວກັບ ການ
ຖືກແກ່ເຂົ້າໄປໃນອັນທີ່ອາດເປັນຄວາມຂັດແຍ້ງ.

ເມື່ອ​ຖືກ​ຖາມ​ໃນ​ວັນ​ຈັນ​ມື້ນີ້ ກ່ຽວ​ກັບ ລາຍ​ງານ​ທີ່​ວ່າ ​ທ່ານ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ພົບ
ທ່ານ ທຣຳ ໃນທຳນຽບຂາວນັ້ນ, ທ່ານ ຊາຣິຟ ໄດ້ກ່າວວ່າທ່ານ ໄດ້ປະຕິເສດມັນ ເຖິງ
ແມ່ນໄດ້ມີການຂົ່ມ ກ່ຽວກັບ ມາດຕະການລົງໂທດຕໍ່ທ່ານກໍຕາມ.

ລັດ​ຖະ​ມົນ​ຕີ​ຂອງ ອີ​ຣ່ານ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຖືກ​ແຈ້ງ​ໃຫ້​ຊາບ​ໃນ​ນະ​ຄອນ ນິວຢອກ
ວ່າຂ້າພະເຈົ້າອາດຖືກມາດຕະການລົງໂທດ ພາຍໃນສອງອາທິດ ນອກຈາກວ່າຂ້າພະ
ເຈົ້າຮັບເອົາຂໍ້ສະເໜີນັ້ນ, ເຊິ່ງໂຊກດີ, ຂ້າພະເຈົ້າບໍ່ໄດ້ເຮັດ.”

ວາ​ລະ​ສານ New Yorker ໄດ້​ລາຍ​ງານ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ
ທ່ານ ແຣນ ພອລ ໄດ້ພົບປະກັບທ່ານ ຊາຣິຟ ໃນ ສະຫະລັດ ເມື່ອວັນທີ 15 ກໍລະກົດທີ່
ຜ່ານມາ ແລະ ໄດ້ຮັບຄຳອວຍພອນຈາກທ່ານ ທຣຳ ເມື່ອທ່ານໄດ້ສະເໜີການເຊື້ອເຊີນ
ໃຫ້ໄປທຳນຽບຂາວ ຕໍ່ທ່ານລັດຖະມົນຕີ ອີຣ່ານ ນັ້ນ.

ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ທ່ານ ຊາ​ຣິ​ຟ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ, ໂດຍ​ແນ​
ເປົ້າໃສ່ຊັບສິນທຸກຢ່າງທີ່ທ່ານມີໃນ ອາເມຣິກາ ແລະ ບີບຮັດຄວາມສາມາດຂອງທ່ານ
ທີ່ຈະເຮັດວຽກເປັນນັກການທູດທີ່ເດີນທາງໄປທົ່ວໂລກນັ້ນ.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG