ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ການ​ນັດຢຸ​ດ​ງານ ​ທົ່ວ​ໄປ​ ໃນ ຮົງ​ກົງ, ຜູ້​ນຳ​ປະ​ຕິ​ເສດ ​ທີ່​ຈະ​ລາ​ອອກ ​ຈາກ​ຕຳ​ແໜ່ງ


ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ສວນ​ອຸດ​ທະ​ຍານ ໂປ ຊຸ້ຍ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ການເດີນ​ຂະ​ບວນ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າ​ແດນໃນ​ຮົງ​ກົງ. ວັນທີ 4 ສິ​ງ​ຫາ, 2019.
ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ສວນ​ອຸດ​ທະ​ຍານ ໂປ ຊຸ້ຍ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ການເດີນ​ຂະ​ບວນ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າ​ແດນໃນ​ຮົງ​ກົງ. ວັນທີ 4 ສິ​ງ​ຫາ, 2019.

ການ​ນັດ​ຢຸດ​ງານ​ທົ່ວ​ໄປ​ໄດ້​ເຮັດ​ໃຫ້ເກາະ ຮົງ​ກົງ ຢຸດ​ຊະ​ງັກ​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ມັນ​ໄດ້​
ຫ້າມຄົນຈາກການໄປເຮັດວຽກ ແລະ ບັງຄັບໃຫ້ຖ້ຽວບິນຖືກຍົກເລີກຫຼາຍ ກວ່າ 200
ຖ້ຽວ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວນັ້ນ, ຜູ້​ນຳ​ທີ່​ຖືກ​ໂຈມ​ຕີ​ຂອງ​ເກາະ​ດັ່ງ​ກ່າວ, ທ່ານ​ນາງ
ແຄຣີ ແລມ ທີ່ໄດ້ຮັບການໜູນຫຼັງຈາກ ປັກກິ່ງ ໄດ້ກ່າວວ່າ ພວກປະທ້ວງໄດ້ຜັກດັນ
ເມືອງເຂົ້າສູ່ “ສະຖານະການທີ່ອັນຕະລາຍຢ່າງຮຸນແຮງ.”

ທ່ານ​ນາງ ແລມ ໄດ້​ປະ​ຕິ​ເສດ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ການ​ຮຽກ​ຮ້ອງ​ໃຫ້​ລາ​ອອກ​ຈາກ​ຕຳ
ແໜ່ງຂອງທ່ານນາງອີກຄັ້ງນຶ່ງ ແລະ ໄດ້ກ່າວວ່າ ລັດຖະບານມີຄວາມມຸ່ງໝັ້ນທີ່ຈະຮັກ
ສາກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ທ່ານ​ນາງ​ຍັງ​ໄດ້​ກ່າວ​ວ່າ ລັດ​ຖະ​ບານຈະ​ບໍ່ພໍໃຈ​ກັບ​ການ​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ອີກ​ຄັ້ງ​ນຶ່ງ
ຈາກພວກປະທ້ວງ ເພື່ອໃຫ້ປ່ອຍຕົວຜູ້ທີ່ຖືກຈັບໃນລະຫວ່າງ ການປະທ້ວງເມື່ອສອງ
ສາມອາທິດທີ່ຜ່ານມາ.

ທ່ານ​ນາງ ແລມ ຍັງ​ໄດ້​ກ່າວ​ຫາ​ວ່າ​ການ​ປະ​ທ້ວງວ່າ ໄດ້​ເຮັດ​ໃຫ້ ຮົງ​ກົງ ຕົກ​ຢູ່​ໃນ​ເສັ້ນ​
ທາງທີ່ຈະກັບຄືນມາບໍ່ໄດ້ ແລະ ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງເມືອງນັ້ນ.

ຜູ້​ເດີນ​ຂະ​ບວນ​ ຮົງ​ກົງ ໄດ້​ຈັດ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ​ບາງ​ຄັ້ງ ຢູ່​ໃນຫຼາຍ​ຂົງ​ເຂດ​ໃນ​
ຕອນຄ່ຳຂອງວັນອາທິດວານນີ້, ດ້ວຍການນຳໃຊ້ກົນລະຍຸດໃໝ່ສຸດຂອງເຂົາເຈົ້າ
ເພື່ອຫຼົບຫຼີກຕຳຫຼວດປາບປາມຈະລາຈົນ ແລະ ແກັສນ້ຳຕາ ໃນຂະນະທີ່ການປະທ້ວງ
ຕໍ່ຕ້ານຮ່າງກົດໝາຍ ສົ່ງຜູ້ຮ້າຍຂ້າມແດນໄປຈີນແຜ່ນດິນໃຫຍ່ທີ່ມີບັນຫານັ້ນ ໄດ້ກ້າວ
ເຂົ້າສູ່ອາທິດທີ 9 ລຽນຕິດແລ້ວ.

ໃນ​ການ​ຍ່າງ​ຈາກ​ເຂດ​ແດນ​ໃໝ່ ຫາ​ເກາະ ຮົງ​ກົງ ແລະ ຂ້າມ​ກັບ​ຄືນ​ໄປທ່າ​ເຮືອ ຫາ
ຂົງເຂດ ເຄົາລູນ ນັ້ນ, ພວກປະທ້ວງໄດ້ສະແດງໃຫ້ເຫັນລະດັບການຈັດຕັ້ງທີ່ມີຄຸນ
ນະພາບຂອງເຂົາເຈົ້າ ແລະ ການຕັດສິນໃຈແບບກະຈາຍອຳນາດໃນສື່ສັງຄົມ.

ໃນ​ຮູບ​ແບບ​ທີ່​ຄ້າຍ​ຄື​ກັນ​ໃນ​ເວ​ລານີ້, ຜູ້​ປະ​ທ້ວງຫຼາຍ​ພັນ​ຄົນ​ຈະ​ເດີນ​ທາງ​ໄປ​ຮອດ​ສະ
ຖານທີ່ແຫ່ງນຶ່ງ ແລະ ສ້າງສິ່ງກີດຂວາງ ບ່ອນທີ່ເຂົາເຈົ້າຈະພັກຢູ່ຈົນກວ່າຕຳຫຼວດ
ປາບປາມຈະລາຈົນໄປຮອດ. ຜູ້ປະທ້ວງກຸ່ມນ້ອຍກຸ່ມນຶ່ງຈະຖ້າຢູ່ ແລະ ປະເຊີນກັບ
ແກັສນ້ຳຕາ ໃນຂະນະຫຼາຍພັນຄົນຈະຫຼົບໜີຜ່ານເຄືອຂ່າຍການຂົນສົ່ງສາທາລະນະ
ໄປຫາສະຖານທີ່ໃໝ່.

ສູນ​ການ​ຄ້າ​ທີ່ ຈີນ ຄວບ​ຄຸມ​ດັ່ງ​ກ່າວ​ນັ້ນ​ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ການ​
ເມືອງຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການມອບເກາະດັ່ງກ່າວຄືນໃຫ້ ຈີນ ໃນປີ 1997,
ເຊິ່ງໄດ້ເລີ່ມຂຶ້ນດ້ວຍການປະທ້ວງຕໍ່ຕ້ານຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ, ທີ່ໄດ້ຖືກ
ຢຸດໄວ້ຊົ່ວຄາວແລ້ວນັ້ນ, ເຊິ່ງມັນຈະອະນຸຍາດໃຫ້ຄົນ ຮົງກົງ ຖືກສົ່ງໄປ ຈີນ ແຜ່ນດິນ
ໃຫຍ່ ສຳລັບການດຳເນີນຄະດີ ແລະ ນັບຕັ້ງແຕ່ນັ້ນມາໄດ້ກາຍເປັນການຮຽກຮ້ອງ
ເພື່ອປະຊາທິໄປຍິ່ງກວ່າເກົ່າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG