ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງ​ປະ​ຊຸມ ຄວາມ​ໝັ້ນ​ຄົງ ພູ​ມີ​ພາກອາ​ຊ່ຽນ ແນໃສ່ ບັນ​ຫາເກົາ​ຫຼີ ແລະ ທະ​ເລ​ຈີນ​ໃຕ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອບ ແລະ ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ທ່ານດອນ ປ​ຣະ​ມັດ​ວິ​ໄນ ທັກ​ທາຍ​ກັນ. (30 ກໍ​ລະ​ກົດ 2019)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອບ ແລະ ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ທ່ານດອນ ປ​ຣະ​ມັດ​ວິ​ໄນ ທັກ​ທາຍ​ກັນ. (30 ກໍ​ລະ​ກົດ 2019)

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ​ບັນ​ດາ​ປະ​ຊາ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊ່ຽນ ເລີ້ມ​ການ​ປະ​ຊຸມ​ຈຳ​ນວນ​ນຶ່ງ ​ທີ່​ບາງກອກ ນະ​ຄອນຫຼວງ​ຂອງ​ໄທໃນ​ອາ​ທິດນີ້ ແລະ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ພູ​ມີ​ພາກ​ຂອງ​ອາ​ຊ່ຽນໄຂ​ຂຶ້ນ​ໃນ​ວັນ​ສຸກມື້ນີ້.

ອາ​ຊ່ຽນ​ຊຸກ​ຍູ້​ໃຫ້​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ການ​ເມືອງ ແລະ​ຄວາມ​ໝັ້ນ​ຄົງ​ໃນບັນ​ດາ 10 ປະ​ເທດສະ​ມາ​ຊິກທີ່​ປະ​ກອບ​ດ້ວຍບ​ຣູ​ນາຍ ກຳ​ປູ​ເຈຍ ອິນ​ໂດ​ເນ​ເຊຍ ລາວ ມາ​ເລ​ເຊຍ ມຽນ​ມາ ຟີ​ລິບ​ປິນ ສິງ​ກະ​ໂປ ໄທ ແລະ​ຫວຽດ​ນາມ.

ຍິ່ງ​ໄປ​ກວ່ານັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ມາ​ຄົມ​ອາ​ຊ່ຽນ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ​ກັງ ຢຸງ ວາ ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດອອ​ສ​ເຕ​ຣ​ເລຍ ທ່ານ​ນາງມາ​ຣີ​ສ ເພນ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ​ ຍັງເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ພູ​ມີ​ພາກ​ຫຼາຍໆ​ກອງ​ປະ​ຊຸມ.

ຜ່ານ​ມາ ກອງ​ປະ​ຊຸມ​ຂອງ​ອາ​ຊ່ຽນ​ແມ່ນ​ໄດ້​ຖືກ​ໃຊ້​ເປັນ​ໂອ​ກາດ​ໃນ​ການ​ເຈ​ລະ​ຈາລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ເໜືອ ແຕ່​ໃນ​ເທື່ອນີ້ ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ນີ ຢອງ ໂຮ ບໍ່​ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃນວັນ​ພະ​ຫັດ​ວານນີ້ ກັບ​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ທ່ານ​ພອມ​ພຽວ​ພຽວ​ກ່າວ​ວ່າ ທ່ານ​ຍັງ “ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ” ວ່າ ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ທູດ​ກັບ​ເກົາ​ຫຼີ​ເໜືອ​ ຈະ​ເລີ້ມ​ຂຶ້ນ​ໃນ​ໄວໆ​ນີ້.

ມີ​ເຫດ​ລະ​ເບີດ​ຫຼາຍໆ​ຄັ້ງ​ແຕກ​ຂຶ້ນ​ທີ່​ບາງກອກ ໃນ​ວັນ​ສຸກມື້ນີ້. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ເຫດ​ລະ​ເບີດ​ເຫຼົ່າ​ນີ້ ພົວ​ພັນ​ກັບ​ກອງ​ປະ​ຊຸມ​ອາ​ຊ່ຽນ​ຫຼື​ບໍ່.

ອ່ານ​ຂ່າວ​ເປັນ​ພາ​ສາ​ອັງ​ກິດ

Foreign ministers from the Association of Southeast Asian Nations (ASEAN) are holding a series of meetings in Thailand's capital, Bangkok this week, with the ASEAN Regional Forum getting underway Friday.

ASEAN promotes economic, political and security cooperation among its 10 members: Brunei, Cambodia, Indonesia, Laos, Malaysia Myanmar, the Philippines, Singapore, Thailand, and Vietnam.

In addition to the foreign ministers of the ASEAN members, U.S. Secretary of State Mike Pompeo, South Korea's Kang Kyung-wha, Australia's Marise Payne, and China's Wang Yi are taking part in the regional sessions.

In the past, the ASEAN meetings have been used an an opportunity for talks between U.S. and North Korean officials, but North Korea Foreign Minister Ri Yong Ho did not show up for a meeting Thursday with the U.S.

Pompeo said he remains "optimistic" that the "diplomatic conversations" with North Korea will resume soon.

Several bomb blasts hit Bangkok Friday. It was not immediately clear if the explosions were connected to the ASEAN meetings.

XS
SM
MD
LG