ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຍັງຄົງເປັນຜູ້ນຳໜ້າ ບັນດາຄູ່ແຂ່ງ ຂອງພັກເດໂມແຄຣັດ ຊຶ່ງກຳລັງ ຈະຂຶ້ນ ໂຕ້ວາທີກັນ


ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ, ກ່າວໃນລະຫວ່າງ ກອງປະຊຸມ National Urban League, ເມື່ອວັນພະຫັດ ທີ 25 ກໍລະກົດ 2019, ໃນນະຄອນອິນດີອານາໂປລິສ ລັດອິນດີອານາ. (AP Photo/Darron Cummings)
ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ, ກ່າວໃນລະຫວ່າງ ກອງປະຊຸມ National Urban League, ເມື່ອວັນພະຫັດ ທີ 25 ກໍລະກົດ 2019, ໃນນະຄອນອິນດີອານາໂປລິສ ລັດອິນດີອານາ. (AP Photo/Darron Cummings)

ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີຈາກພັກເດໂມແຄຣັດ ທີ່ຫລາກຫຼາຍ ຈະປະ
ເຊີນໜ້າກັນອີກ ເປັນຮອບທີສອງ ຂອງການໂຕ້ວາທີ ໃນຄ່ຳຄືນວັນອັງ ຄານມື້ນີ້ແລະ
ວັນພຸດມື້​ອື່ນ ຢູ່ໃນສະຫະລັດ ໂດຍຈະມີຜູ້ແຂ່ງຂັນຈຳນວນ 20 ທ່ານ ຜູ້ທີ່ຈະຫາທາງ
ສ້າງຄວາມດີເດັ່ນໃຫ້ເປັນທີ່ປະຈັກຕາ ເພື່ອທີ່ຈະເຮັດໃຫ້ ພວກເພິ່ນ ເປັນຄວາມຫວັງ
ທີ່ດີທີ່ສຸດຂອງພັກ ທີ່ຈະເອົາຊະນະ ປະທານາທິບໍດີ ດໍໂນລ ທຣຳ ໄດ້ ໃນການເລືອກ
ຕັ້ງປີ 2020 ນີ້.

ການໂຕ້ວາທີແບ່ງອອກເປັນສອງຈຸ ໂດຍໃນແຕ່ລະຈຸ ຈະມີຜູ້ສະໝັກ 10 ທ່ານ ຊຶ່ງຈະ
ເກີດຂຶ້ນ 6 ເດືອນ ກ່ອນໜ້າການຄັດເລືອກ ຜູ້ທີ່ຈະໄດ້ຖືກສະເໜີຊື່ໃຫ້ ເປັນຕົວແທນ
ຂອງພັກ ເທື່ອທຳອິດ ໃນຕົ້ນປີໜ້າຈະມາເຖິງນີ້. ຫາກແຕ່ ການໂຕ້ວາທີ ຢູ່ທີ່ເວທີຂອງ
ໂຮງມະຫໍລະສົບ ໃນນະຄອນດີທຣອຍ ລັດມິຊິແກນ ຊຶ່ງ ເປັນໃຈກາງດ້ານອຸດສາຫະ
ກຳລົດຍົນຂອງປະເທດ ແລະຈະໄດ້ຖ່າຍທອດຜ່ານທາງໂທລະພາບ ໃນທົ່ວປະເທດ
ໂດຍອົງການຂ່າວ CNN ນັ້ນ ອາດພິສູດໃຫ້ເຫັນເຖິງຄວາມສຳຄັນ ທັງໃນການໄຈ້ແຍກ
ກຸ່ມຜູ້ລົງແຂ່ງຂັນ ໂດຍການກົດດັນບັນດາ ຜູ້ທ້າຊີງທີ່ອ່ອນແອທີ່ສຸດອອກໄປ ກ່ອນໜ້າ
ການໂຕ້ວາທີຄັ້ງຕໍ່ໄປ ໃນກາງເດືອນກັນຍາ ແລະໃນການຈັດບັນຊີລາຍຊື່ ບັນດາຜູ້ທີ່
ນຳໜ້າໝູ່ ທີ່ເປັນກຸ່ມເປັນກ້ອນຄັກແນ່.

ຄືກັນກັບການໂຕ້ວາທີຮອບທຳອິດ ເມື່ອ​ນຶ່ງເດືອນຜ່ານມານັ້ນ ການຢັ່ງຫາງສຽງ ທົ່ວປະ
ເທດສະແດງໃຫ້ເຫັນວ່າ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ເປັນ ຜູ້ທີ່ມີ​ຄະ​ແນນ
ນຳໜ້າໝູ່ ພາຍໃນບັນດາຜູ້ມີສິດປ່ອນບັດທີ່ນິຍົມພັກເດໂມແຄຣັດ. ພວກຈົງຮັກພັກດີ
ຂອງພັກບາງສ່ວນ ກ່າວວ່າ ທ່ານໄບເດັນ ເປັນຜູທີ່ນິຍົມແນວ​ທາງປານກາງຫຼາຍ ທີ່​ອຽງ​
ໄປຫາຊ້າຍ ຊຶ່ງເປັນການເລືອກທີ່ປອດໄພ ໃນດ້ານຂອງການເມືອງ ເພື່ອທີ່ຈະສູ້ກັບ
ທ່ານທຣຳ ຜູ້ທີ່ບໍ່ສາມາດຄາດເດົາໄດ້ ຊຶ່ງພວກຖານສຽງຂອງທ່ານ ຜູ້ທີ່ມີສິດປ່ອນບັດ
ຫົວອານຸລັກນິຍົມ ກໍຍັງຄົງນິຍົມທ່ານ ຢ່າງໜຽວແໜ້ນ. ການຢັ່ງຫາງສຽງທົ່ວປະເທດ
​ຄັ້ງໃໝ່ ຂອງມະຫາວິທະຍາໄລ Quinnipiac ສະແດງໃຫ້ເຫັນວ່າ ທ່ານໄບເດັນ ນຳໜ້າ
ໝູ່ດ້ວຍຄະແນນສຽງ ໃນອັດຕາສະເລ່ຍ 34 ເປີເຊັນ ຂອງພັກເດໂມແຄຣັດ ແລະພວກ
ອິດສະຫລະ ແຕ່ອຽງໄປທາງພັກເດໂມແຄຣັດ ຕິດຕາມມາດ້ວຍ ທ່ານນາງເອລີຊາເບັຕ
ວໍເຣນ ສະມາຊິກສະພາສູງຈາກລັດແມັສຊາຈູ​ເຊັສ ດ້ວຍອັດຕາສະເລ່ຍ 15 ເປີເຊັນ
ຕໍ່ມາ ທ່ານນາງ ຄາມາລາ ແຮຣິສ ຈາກລັດຄາລີຟໍເນຍ ດ້ວຍອັດຕາສະເລ່ຍ 12 ເປີເຊັນ
ແລະທ່ານເບີນີ ແຊນເດີສ໌ ຈາກລັດເວີມອນຕ໌ ດ້ວຍອັດຕາສະເລ່ຍ 11 ເປີເຊັນ.

ແຕ່ກໍຍັງມີຫຼາຍຄຳຖາມ ກ່ຽວກັບທ່າທີຂອງທ່ານໄບເດັນ ທີ່ວ່າ ໃນຂະນະທີ່ທ່ານ ມີອາຍຸ
ໄດ້ 76 ປີ ທ່ານເຖົ້າໂພດບໍ່ ທີ່ຈະນຳພາປະເທດຊາດ ໄດ້ຫຼືບໍ່ ເຖິງແມ່ນ ວ່າ ທ່ານທຣຳ
ມີອາຍຸໄດ້ 73 ປີ ແລະວ່າ ພວກມີສິດປ່ອນບັດຂອງພັກເດໂມ ແຄຣັດ ຕ້ອງການຜູ້ສະ
ໝັກທີ່ ມີທັດສະນະຫົວກ້າວໜ້າ ຫຼາຍກວ່າທ່ານໄບເດັນ ໃນເລື້ອງຂອງປະກັນສຸຂະພາບ
ການປ້ອງກັນອາຊະຍາກຳ ພວກຄົນເຂົ້າເມືອງ ຢູ່ຊາຍແດນ ລະຫວ່າງ ສະຫະລັດ ກັບ
ເມັກຊິໂກ ແລະບັນຫາອື່ນໆ ຫຼືບໍ່. ບັນດານັກວິເຄາະບາງສ່ວນ ຄຶດວ່າ ການຢູ່ໃນຕຳແໜ່ງ
ສູງ ໃນການຢັ່ງຫາງສຽງທົ່ວປະເທດ ຂອງທ່ານໄບເດັນນັ້ນ ຢ່າງໜ້ອຍເປັນສ່ວນນຶ່ງ ທີ່
ສະທ້ອນໃຫ້ເຫັນເຖິງຊື່ສຽງທີ່ມີການຍອມຮັບ ຕະຫຼອດໄລຍະ 4 ທົດສະວັດຂອງການ
ເປັນສະມາຊິກສະພາສູງ ຜູ້ທີ່ມີບົດບາດ ໃນທົ່ວສະຫະລັດ ຈົນເຖິງການລົງແຂ່ງຂັນເປັນ
ປະທານາທິບໍດີ ສອງຄັ້ງ ທີ່ບໍ່ປະສົບຜົນສຳເລັດ ແລະການໄດ້ເປັນ ຮອງປະທານາທິບໍດີ
ສອງສະໄໝພາຍໃຕ້ ອະດີດປະທານາທິບໍດີ ບາຣັກ ໂອບາມາ.

ທ່ານໄບເດັນ ເບິງບໍ່ຄືແມ່ນຫຍັງເລີຍ ຫາກແຕ່ເປັນຜູ້ນຳໜ້າໝູ່ ໃນການໂຕ້ວາທີ ເທື່ອ
ທຳອິດ ຊຶ່ງໄປປາກົດຕົວຢູ່ທີ່ນັ້ນໂດຍບໍ່ພ້ອມປານໃດ ພາດໄປ ແລະໄດ້ຖືກສອບຖາມ ໂດຍບໍ່ທັນໄດ້ຕັ້ງໂຕ ຈາກທ່ານນາງແຮຣິສ. ທ່ານນາງໄດ້ໂຈມຕີການຄັດຄ້ານຂອງທ່ານ
ເມື່ອສາມສິບປີກ່ອນ ທີ່ບັງຄັບໃຫ້ພວກເດັກນ້ອຍຂີ່ລົດເມ ໄປໂຮງຮຽນຫຼວງ ທີ່ມີຫຼາກ
ຫຼາຍຊົນຊາດຮ່ວມກັນ. ທ່ານນາງແຮຣິສ ໄດ້ກ່າວວ່າ ນາງເອງ ໃນຂະນະທີ່ເປັນແມ່ຍິງ
ຜິວດຳ ແລະລູກສາວຜູ້ທີ່ມີແມ່ເປັນຄົນອິນເດຍ ແລະພໍ່ເປັນຄົນຈາເມກາ ກໍໄດ້ຜົນປະ
ໂຫຍດ ຈາກໂຄງການຂົນສົ່ງດ້ວຍລົດເມ ເຊັ່ນນັ້ນ ເພື່ອໄປເຂົ້າຮຽນຢູ່ທີ່ໂຮງຮຽນທີ່
ດີກວ່າ ໃນຂະນະເຕີບໃຫຍ່ ຢູ່ໃນລັດຄາລີຟໍເນຍ.

ອ່ານຂາວນີຕື່ມ ເປັນພາສາອັງກິດ

XS
SM
MD
LG