ຄວາມທຸກຍາກໃນປະເທດ ຟີລິບປິນ, ເຊິ່ງແມ່ນບັນຫາການພັດທະນາເຮື້ອຮັງ ທີ່ໄດ້
ເຮັດໃຫ້ປະເທດຖືກຕັດຂາດໃນເອເຊຍນັ້ນ, ກຳລັງຫຼຸດລົງຍ້ອນຄວາມແຂງແກ່ນດ້ານ
ທາງເສດຖະກິດ ລຸນຫຼັງໄດ້ມີການສ້າງວຽກເຮັດງານທຳ.
ອັດຕາຄວາມທຸກຍາກຢ່າງເປັນທາງການ ຂອງປະເທດໝູ່ເກາະນັ້ນ ໄດ້ຫຼຸດລົງ ເຖິງ
21 ເປີເຊັນ ໃນເຄິ່ງປີທຳອິດຂອງປີກາຍນີ້ຈາກ 27.6 ເປິເຊັນ ໃນເຄິ່ງປີທຳອິດຂອງປີ
2015, ອີງຕາມການກ່າວຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໃນຄຳປາໄສຕໍ່ປະ
ເທດຊາດເມື່ອວັນທີ 22 ກໍລະກົດທີ່ຜ່ານມາ.
ການເຕີບໂຕດ້ານເສດຖະກິດຫຼາຍກວ່າ 6 ເປິເຊັນນັບຕັ້ງແຕ່ປີ 2012 ເປັນຕົ້ນມາໄດ້
ຊ່ວຍສ້າງວຽດເຮັດງານທຳ, ໂດຍສະເພາະໃນບັນດາຕົວເມືອງຕ່າງໆຂອງ ຟີລິບປິນ
ເຊັ່ນນະຄອນຫຼວງ ມະນີລາ, ອີງຕາມການກ່າວຂອງບັນດານັກເສດຖະສາດຜູ້ທີ່ຕິດ
ຕາມເບິ່ງປະເທດດັ່ງກ່າວ.
ທ່ານ ຣາຈິຟ ບິສວາສ, ຫົວໜ້ານັກເສດຖະສາດ ເອເຊຍ-ປາຊີຟິກ ທີ່ບໍລິສັດຄົ້ນຄວ້າ
ຕະຫຼາດ HIS Markit ໄດ້ກ່າວວ່າ “27 ເປີເຊັນແທ້ຈິງແລ້ວແມ່ນຂ້ອນຂ້າງສູງ ອີງ
ຕາມມາດຕະຖານຂອງເອເຊຍ, ສະນັ້ນຂ້າພະເຈົ້າຄິດວ່າ ຄວາມກ້າວໜ້າແມ່ນມີສ່ວນ
ຕໍ່ການເຕີບໂຕຢ່າງວ່ອງໄວຂອງເສດຖະກິດ ທີ່ໄດ້ເກີດຂຶ້ນໃນປະເທດ ຟີລິບປິນ ນັບ
ຕັ້ງແຕ່ປີ 2012 ເປັນຕົ້ນມາ.”
ຄວາມທຸກຍາກໃນທົ່ວເອເຊຍ ໄດ້ຫຼຸດລົງຈາກ 47.3 ເປີເຊັນໃນປີ 1990 ເປັນ 16.1
ເປີເຊັນໃນປີ 2013, ອີງຕາມຂໍ້ມູນທະນາຄານໂລກ. ວຽກງານຢູ່ໂຮງຈັກໂຮງງານ, ທີ່
ມັກຈະໄດ້ຮັບການສະໜັບສະໜູນໂດຍອຸດສາຫະກຳການສົ່ງອອກໂຮງຈັກໂຮງງານ
ນັ້ນ, ໄດ້ກະຕຸ້ນການເຕີບໂຕເປັນສ່ວນຫຼາຍ, ໂດຍສະເພາະໃນ ຈີນ.
ບັນດານັກເສດຖະສາດເຊື່ອວ່າ ຄວາມທຸກຍາກຍັງຄົງມີຢູ່ໃນປະເທດ ຟີລິບປິນ ສ່ວນ
ໃຫຍ່ແມ່ນຍ້ອນການບໍ່ມີວຽກເຮັດງານທຳຢູ່ເຂດຊົນນະບົດ. ການເຮັດນາຂັ້ນຕົ້ນ ແລະ
ການຫາປາ ເປັນວິທີການດຳລົງຊີວິດທີ່ຖືກຍຶດຕິດຂອງຄົນຫຼາຍຄົນໃນເກາະ 7,100
ແຫ່ງຂອງປະເທດດັ່ງກ່າວ. ບັນດາໂຮງຈັກໂຮງງານຕ່າງປະເທດມັກຈະຂ້າມຜ່ານ
ຟີລິບປິນ ຍ້ອນສະຖານທີ່ໆຫ່າງໄກສອກຫຼີກຂອງມັນ, ຖ້າທຽບໃສ່ເອເຊຍທີ່ມີດິນໃຫຍ່
ແລະ ການຂາດພື້ນຖານໂຄງລ່າງ ທີ່ຜູ້ດຳເນີນການໂຮງຈັກໂຮງງານຕ້ອງການເມື່ອຂົນ
ສົ່ງສິນຄ້າ.