ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງ​ການ​ຕຳຫຼວດ ສະ​ຫະ​ລັດ ຈະ​ຂາຍ ກຳ​ປັ່ນ​ຂົນ​ສົ່ງ ​ສິນ​ຄ້າຂອງ ເກົາຫຼີ​ເໜືອ ທີ່​ຖືກ​ຍຶດ​ມາ​ໄດ້


ທ່ານ ເຟ​ຣດ ວອມ​ເບຍ, ຂວາ, ນັ່ງ​ຟັງ, ໃນຂະ​ນະ​ທີ່​ພັນ​ລະ​ຍາ ທ່າ​ນ​ນາງ ຊິນ​ດີ ວອມ​ເບຍ, ກ່າວ ກ່ຽວ​ກັບ ລູກ​ຊາຍ ທ້າວ ອັອດ​ໂຕ ວອມ​ເບຍ, ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ປີ 2018 ຫຼັງ​ຈາກ​ຖືກ ເກົາຫຼີ​ເໜືອ ປ່ອຍ​ຕົວ. ທີ່ສຳ​ນັກ​ງານ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 3 ພຶດ​ສະ​ພາ, 2018.
ທ່ານ ເຟ​ຣດ ວອມ​ເບຍ, ຂວາ, ນັ່ງ​ຟັງ, ໃນຂະ​ນະ​ທີ່​ພັນ​ລະ​ຍາ ທ່າ​ນ​ນາງ ຊິນ​ດີ ວອມ​ເບຍ, ກ່າວ ກ່ຽວ​ກັບ ລູກ​ຊາຍ ທ້າວ ອັອດ​ໂຕ ວອມ​ເບຍ, ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ປີ 2018 ຫຼັງ​ຈາກ​ຖືກ ເກົາຫຼີ​ເໜືອ ປ່ອຍ​ຕົວ. ທີ່ສຳ​ນັກ​ງານ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 3 ພຶດ​ສະ​ພາ, 2018.

ອົງ​ການ​ຕຳຫຼວດ ສະ​ຫະ​ລັດ , ເຊິ່ງ​ໄດ້​ຄອບ​ຄອງ​ກຳ​ປັ່ນ Wise Honest ຂອງ​ ເກົາຫຼີ
ເໜືອ ນັ້ນ, ແມ່ນກຳລັງທົບທວນວິທີຂາຍກຳປັ່ນທີ່ຖືກຍຶດມາໄດ້ ຕາມຄຳສັ່ງຂອງສານ
ລັດຖະບານກາງ ທີ່ຍັງບໍ່ໄດ້ຕັດສິນຢ່າງເປັນທາງການເທື່ອວ່າ ຄອບຄົວຂອງທ້າວ
ອັອດໂຕ ວອມເບຍ ຈະໄດ້ຮັບເງິນຈາກການຂາຍກຳປັ່ນນັ້ນ ຫຼືບໍ່.

“ອົງ​ການຕຳຫຼວດ ແມ່ນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການຈັດຕັ້ງ​ແຜນ​ການເພື່ອກຳຈັດ
ກຳປັ່ນນັ້ນ, ດ້ວຍການພິຈາລະນາສິ່ງຕ່າງໆຄື ອາຍຸ, ສະພາບ ແລະ ທີ່ຕັ້ງຂອງເຮືອ
ລຳດັ່ງກ່າວ”, ອີງຕາມການກ່າວຂອງໂຄສົກສຳລັບອົງການເຈົ້າໜ້າທີ່ຕຳຫຼວດ ຫຼື
USMS ໃນຕົ້ນອາທິດນີ້. ອົງການ USMS ເປັນຜູ້ກຳກັບການບໍລິຫານ ແລະ ຂາຍ
ຊັບສິນຕ່າງໆທີ່ຖືກຍຶດມາໄດ້ໂດຍ ສະຫະລັດ ຜ່ານໂຄງການຊັບສິນທີ່ຖືກຍຶດຂອງ
ກະຊວງຍຸຕິທຳ.

ສານ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ໃນ​ເມືອງ​ຕອນ​ໃຕ້​ຂອງ​ລັດ ນິວຢອກ ໄດ້​ອະ​ນຸ​ມັດ​ການ
ຂາຍກຳປັ່ນຂົນສົ່ງສິນຄ້າຂອງ ເກົາຫຼີເໜືອ ທີ່ຖືກຍຶດມາໄດ້ນັ້ນ ໃນສັບປະດາທີ່ຜ່ານມາ,
ລຸນລັງເອກະສານການອ້າງສິດທີ່ຖືກຮ່າງຂຶ້ນໂດຍພໍ່ແມ່ຂອງທ້າວ ອັອດໂຕ ວອມເບຍ,
ນັກສຶກສາ ອາເມຣິກັນ ທີ່ໄດ້ເສຍຊີວິດ ບໍ່ດົນຫຼັງຈາກໄດ້ຖືກສົ່ງກັບ ສະຫະລັດ ຈາກ
ການກັກຂັງໃນ ເກົາຫຼີເໜືອ.

ໃນ​ວັນ​ທີ 3 ກໍ​ລະ​ກົດ​ທີ່​ຜ່ານ​ມາ, ທ່ານ ເຟ​ຣ​ເດີ​ຣິກ ແລະ ທ່ານ​ນາງ ຊິນ​ເຕຍ ວອມ​ເບຍ
ໄດ້ຮ່າງການອ້າງສິດໃນເມືອງຕອນໃຕ້ຂອງລັດ ນິວຢອກ ຕໍ່ກຳປັ່ນທີ່ຕິດທຸງ ເກົາຫຼີເໜືອ
ນັ້ນ. ສະຫະລັດ ໄດ້ຍຶດກຳປັ່ນລຳດັ່ງກ່າວໃນເດືອນພຶດສະພາທີ່ຜ່ານມາ ສຳລັບການ
ຂົນສົ່ງຖ່ານຫີນທີ່ຖືກຫ້າມຜ່ານກຳປັ່ນຕໍ່ກຳປັ່ນ ຂອງ ເກົາຫຼີເໜືອ, ເຊິ່ງແມ່ນການລ່ວງ
ລະເທີດຕໍ່ມາດຕະການລົງໂທດ ສະຫະລັດ ແລະ ອົງການສະຫະປະຊາຊາດ.

ການ​ອ້າງສິດ​ດັ່ງ​ກ່າວ ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຮັບ​ເອົາ​ຊັບ​ສິນ​ຂອງ​
ລັດຖະບານ ເກົາຫຼີເໜືອ ໃນວິທີການທີ່ຈະຈ່າຍສ່ວນນຶ່ງຂອງເງິນ 500 ລ້ານໂດລາ ທີ່
ຜູ້ພິພາກສາລັດຖະບານກາງ ໃນນະຄອນຫຼວງ ວໍຊິງຕັນ ໄດ້ສັ່ງຕໍ່ ເກົາຫຼີເໜືອ ໃນເດືອນ
ທັນວາທີ່ຜ່ານມາ.

ໃນ​ເດືອນ​ເມ​ສາ 2018, ກຳ​ປັ່ນ Wise Honest ໄດ້​ເດີນ​ທາງ​ອອກ​ຈາກທ່າ​ເຮືອ ນຳ​ໂປ
ຂອງ ເກົາຫຼີເໜືອ, ຂົນສົ່ງຖ່ານຫີນ 26,500 ເມທຣິກໂຕນຂອງ ເກົາຫຼີເໜືອ ແລະ ສົ່ງ
ຖ່ານຫີນດັ່ງກ່າວ ໃຫ້ກຳປັ່ນອີກລຳນຶ່ງຢູ່ນອກຊາຍຝັ່ງຂອງປະເທດ ອິນໂດເນເຊຍ. ບັນ
ດາເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ກັກກຳປັ່ນ Wise Honest ຈົນກວ່າກະຊວງການຕ່າງ
ປະເທດ ສະຫະລັດ ໄດ້ອະນຸມັດການຍຶດຊັບໃນເດືອນພຶດສະພາທີ່ຜ່ານມາ. ກຳປັ່ນດັ່ງ
ກ່າວຕໍ່ມາໄດ້ຖືກແກ່ໄປເມືອງ ຫຼວງ ປາໂກ ປາໂກ, ຂອງເກາະ ຊາມົວ ອາເມຣິກາ ບ່ອນ
ທີ່ມັນຍັງຄົງຈອດຢູ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG