ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ດັບ​ນ້ຳ ​ໃນ​ແມ່​ນ້ຳ​ຂອງ ​ຫຼຸດ​ຕ່ຳລົງ ເປັນ​ປະ​ຫວັດ​ການ ໃນ​ໄລ​ຍະ​ນີ້


ລະ​ດັບ​ນ້ຳ​ໃນ​ແມ່​ນ້ຳ​ຂອງ ຫຼຸດ​ຕ່ຳ​ລົງ​ທີ່​ສຸດ
ລະ​ດັບ​ນ້ຳ​ໃນ​ແມ່​ນ້ຳ​ຂອງ ຫຼຸດ​ຕ່ຳ​ລົງ​ທີ່​ສຸດ

ລະ​ດັບ​ນ້ຳ​ໃນ​ແມ່​ນ້ຳ​ຂອງ ​ຫຼຸດ​ຕ່ຳລົງເຖິງ​ຂັ້ນທີ່ເຮັດ​ໃຫ້​ເກີດ​ບັນ​ຫາ​ຂາດ​ແຄນ​ນ້ຳ​ຢ່າງ
​ໜັກ​ໜ່ວງ ໂດຍ​ຫຼາຍ​ພາກ​ສ່ວນ​ເຊື່ອ​ວ່າ ເປັນ​ຍ້ອນ​ເຂື່ອນໄ​ຟ​ຟ້າ 10 ໂຄງ​ການ​ໃນ​ຈີນ
ໄດ້​ເກັບ​ກັກ​ນ້ຳ​ໄວ້​ເປັນ​ສ່ວນ​ໃຫຍ່ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ກົມ​ອຸ​ຕຸ​ນິ​ຍົມ​ແລະ​ອຸ​ທົກສາດ ກະ​ຊວງ​ຊັບພະ​ຍາ​ກອນ​ທຳ​ມະ​ຊ​າດ ແລະ​ສິ່ງ​ແວດ​ລ້ອມ
ສະ​ເໜີ​ລາຍ​ງານ​ການ​ວິ​ເຄາະສະ​ຖາ​ນະ​ການ​ແລະ​ຢັ້ງ​ຢືນ​ຄວາມ​ເປັນ​ຈິງ ຂອງ​ປະ​ລິ​ມານ​
ນ້ຳ​ແຫ້ງ​ຜິດ​ປົກ​ກະ​ຕິ​ໃນ​ແມ່​ນ້ຳ​ຂອງ ໃນ​ໄລ​ຍະ​ນີ້​ວ່າ​ ເປັນ​ຍ້ອນປະ​ລິ​ມານ​ນ້ຳ​ຝົນ​ຫຼຸດ​ລົງ
​ຫຼາຍ ໂດຍ​ຈາກ​ການ​ວັດ​ແທກ ໃນ​ເດືອນມິ​ຖຸ​ນາ ຫາ ກໍລະ​ກົດ 2019 ພົບ​ວ່າ ປະ​ລິ​ມານ
​ນ້ຳ​ຝົນຫຼຸດ​ລົງ​ຈາກ​ຊ່ວງ​ດຽວ​ກັນ ໃນ​ປີ​ທີ່​ຜ່ານ​ມາ ຄິດ​ເປັນ​ອັດ​ຕາ​ສະ​ເລ່ຍ ​ເກີນກວ່າ
75 ເປີ​ເຊັນ ແລະ​ເຮັດ​ໃຫ້​ລະ​ດັບ​ນ້ຳໃນ​ແມ່​ນ້ຳ​ຂອງ​ຫຼຸດ​ລົງ ໃນ​ທຸກ​ພື້ນ​ທີ່​ ນັບ​ຕັ້ງ​ແຕ່
ຫຼວງ​ພະ​ບາງ​ລົງ​ໄປ​ຈົນ​ເຖິງປາກ​ເຊ.

ລາຍ​ງານ​ຂອງກົມ​ອຸ​ຕຸ​ນິ​ຍົມ​ແລະ​ອຸ​ທົກສາດ ລະບຸ​ດ້ວ​ຍວ່າ ສະ​ພາ​ວະ​ໂລກ​ຮ້ອນ ຫຼື
El Nino ຄື​ສາ​ເຫດທີ່​ເຮັດ​ໃຫ້​ເກີດ​ໄພ​ແຫ້ງ​ແລ້ງ ໂດຍ​ສະ​ເພາະ​ແມ່ນ​ເຂດ​ແຂວງ​
ພາກ​ເໜືອ​ດ້​ານຕາ​ເວັນ​ຕົກ​ຂອງ​ລາວນັ້ນ ເປັນ​ເຂດ​ທີ່​ມີ​ຝົນ​ຕົກ​ນ້ອຍ​ທີ່​ສຸດ ຊຶ່ງ​ການ
​ວັດ​ແທກ​ໃນ​ເດືອນ​ກໍ​ລະ​ກົດ 2019 ພົບ​ວ່າ​ແຂວງ​ບໍ່​ແກ້ວ​ມີ​ປະ​ລິ​ມານ​ນ້ຳ​ຝົນ​ຕົກ​ລົງ
​ມາ​ພຽງ 3 ເປີ​ເຊັນ ສ່ວນ​ແຂວງ​ໄຊ​ຍະ​ບູ​ລີ ແລະ​ແຂວງ​ຫຼວງ​ນ້ຳ​ທາ ກໍ​ມີ​ປະ​ລິ​ມານ​
ນ້ຳ​ຝົນພຽງ 15 ເປີ​ເຊັນ ແລະ 19 ເປີ​ເຊັນ ເມື່ອ​ທຽບ​ໃສ່​ປະ​ລິ​ມານ​ນ້ຳ​ຝົນ ໃນ​ເດືອນ
​ກໍ​ລະ​ກົດ 2018.

​ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ກຳ​ມາ​ທິ​ການ​ແມ່ນ​ນ້ຳ​ຂອງ (Mekong River
Commission) ເປີດ​ເຜີຍ​ວ່າ ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ ຊຶ່ງ​ໃນ​ປັດ​ຈຸ​ບັນ
ມີ​ຢູ່​ເຖິງ 53 ໂຄງ​ການ​ທີ່​ຜະ​ລິດ​ໄຟ​ຟ້າແລ້ວ​ນັ້ນ ​ຖື​ເປັນ​ປັດ​ໄຈນຶ່ງ​ທີ່​ເຮັດ​ໃຫ້​ນ້ຳ​ຂອງ
​ບົກ​ແຫ້ງ​ລົງ ເນື່ອງ​ຈາກວ່າ​ເຂື່ອນ​ໄຟ​ຟ້າໃນ​ລາວ ກໍ​ຕ້ອງ​ກັກ​ເກັບ​ນ້ຳ​ໄວ້ ໃນ​ອ່າງ​ໂຕ່ງ
ແລະ​ເມື່ອ​ສົ​ມ​ທົບດ້ວຍ​ປະ​ລິ​ມານ​ນ້ຳ​ຝົນ​ຕົກ​ລົງມາ​ນ້ອຍ ໃນ​ໄລ​ຍະ​ນີ້ ຈຶ່ງ​ບໍ່​ມີ​ໂຄງ​ການ
​ໃດ​ທີ່​ປ່ອຍ​ນ້ຳ​ອອກ​ມາ​ຈາກ​ອ່າງ​ໂຕ່ງລົງ​ສູ່​ແມ່ນ້ຳ​ຂອງ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຈີນ ໄດ້​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເທິງ​ແນວ​ແມ່​ນ້ຳ​ຂອງເສັດ​ແລ້ວ
10 ໂຄງ​ການ ​ທີ່​ມີ​ຄວາມ​ອາດ​ສາ​ມາດ​ເກັກ​ກັກ​ນ້ຳ​ໄດ້ ໃນ​ປະ​ລິ​ມານ​ຮວມ​ກັນ ​
ຫຼາຍກວ່າ 44,000 ລ້ານ​ແມັດກ້ອນ ໃນ​ປັດ​ຈຸ​ບັນ ກໍ​ຄື​ສາ​ເຫດ​ສຳ​ຄັນອີກ​ປະ​ການ​ນຶ່ງ
ທີ່​ເຮັດ​ໃຫ້​ນ້ຳ​ຂອງ​ບົກ​ແຫ້ງ​ໃນ​ເວ​ລາ​ນີ້ ເພາະ​ຈີນໄດ້​ຫຼຸດ​ການ​ປ່ອຍ​ນ້ຳ​ອອກ​ມາ​ຈາກ
​ເຂື່ອນ​ຊຽງ​ຮຸ່ງ ລົງ 50 ເປີ​ເຊັນຈາກ​ລະ​ດັບ​ປົກ​ກະ​ຕິ ນັບ​ແຕ່​ເດືອນມິ​ຖຸ​ນາ ປີ 2019
ນີ້​ເປັນ​ຕົ້ນ​ມາທັງ​ຍັງ ບໍ່​ມີ​ການ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ຊ່ວງເວ​ລາ​ ໃນ​ການ​ປ່ອຍ​ນ້ຳ ເພື່ອ​ໃຫ້
​ປະ​ເທດ​ທີ່​ຢູ່​ເຂດ​ລຸ່ມ ໄດ້​ຮັບ​ຊາບ​ເປັນ​ການ​ລ່ວງ​ໜ້າ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ບໍ່​ສາ​ມາດ​
ຕຽມ​ການ​ເພື່ອ​ຮັບ​ມື ກັບ​ບັນ​ຫາ​ຜົນ​ກະ​ທົບ​ໄດ້ ​ທັນ​ກັບ​ສະພາບການທີ່​ເກີດ​ຂຶ້ນ ດັ່ງ​ທີ່
ດ​ຣ. ໄຊ​ນະ​ຣົງ​ ເສດ​ເຊື້ອ ນັກ​ວິ​ຊາ​ການ​ດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ມະ​ຫາ​ວິ​ທະ
​ຍາ​ໄລ​ມະ​ຫາ​ສາ​ຣະ​ຄາມ ໄດ້​ຍົກ​ຕົວ​ຢ່າງ​ເຖິງ​ກໍ​ລະ​ນີເຂື່ອນໄຊ​ຍະ​ບູ​ລີ ທີ່​ໄດ້​ແຈ້ງ​ການ
ໃຫ້​ປະ​ຊາ​ຊົນ​ລາວ ໄດ້​ຊາບ​ລ່ວງ​ໜ້າ​ ເມື່ອຈະ​ມີ​ການ​ທົດ​ລອງ​ຜະ​ລິດ​ກະ​ແສ​ໄຟ​ຟ້າ
ແລະ​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ ໃນ​ຂະ​ນະ​ທີ່ ທາງ​ການ​ໄທ​ແລະ​ຈີນ ກັບ​ບໍ່​ມີ​ການ​
ແຈ້ງ​ການ​ເຕືອນ ແຕ່​ຢ່າງ​ໃດ.

“​ຢ່າງ​ນ້ອຍທີ່​ສຸດ​ນີ້ ທ່ານຕ້ອງ​ມີ​ຂໍ້​ມູນ​ຈາກ​ທາງ​ເຂື່ອນ ຈະ​ປ່ອຍ​ນ້ຳ​ເມື່ອ​ໃດຈະ​ເກັບ​
ນ້ຳເມື່ອ​ໃດ​ນີ້ ຈະ​ຕ້ອງ​ໃຫ້​ຂໍ້​ມູນ​ເຫຼົ່າ​ນີ້ ກັບ​ຊຸມ​ຊົນ ເຮົາ​ຈະ​ເຫັນ​ໃນ​ລາວ​ນີ້ ແຂວງ
​ໄຊ​ຍະ​ບູ​ລີ​ນີ້ ເຂົາ​ປະ​ກາດ​ຕະ​ຫ​ລອດ​ ວ່າ​ເຂົາ​ຈະ​ເດີນ​ເຄື່ອງ​ຂໍ​ໃຫ້​ປະ​ຊາ​ຊົນ​
ໃນ​ເມືອງ​ຕ່າງໆ ທີ່​ຢູ່​ແຄມ​ແມ່​ນ້ຳ​ຂອງ ໃນ​ແຂວງໄຊ​ຍະ​ບູ​ລີ​ນີ້ໃຫ້​ຕຽມ​ຮັບ​ມື
ແຕ່​ເຮົາ​ບໍ່​ມີ​ເລີຍ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ ໄດ້​ສົ່ງ​ຜົນ​ກະ​ທົບ​ແລະ​ເຮັດ​ໃຫ້​
ຕ້ອງ​ດຳ​ເນີນ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ລາວ 60,000 ກວ່າ​ຄົນ ຫຼື 12,000 ກວ່າ​
ຄອບ​ຄົວ ໃນ 240 ກວ່າ​ບ້ານ ​ໄປ​ຢູ່​ເຂດ​ຈັດ​ສັນ​ໃໝ່ໂດຍ​ບັນ​ດາ​ນັງ​ລົງ​ທຶນໃນ​
ໂຄງ​ການ​ຕ່າງໆ ໄດ້​ນຳ​ໃຊ້​ເງິນ​ໄປ​ເກີນກວ່າ 500 ລ້ານ​ໂດ​ລາ ເພື່ອ​ໃຫ້​ການ​ຊົດ​ເຊຍ
ຄ່າ​ເສຍ​ຫາຍ​ແລະ​ພັດ​ທະ​ນາ​ທີ່​ຢູ່​ອາ​ໄສ​ໃໝ່ ໃຫ້​ກັບ​ປະ​ຊາ​ຊົນທີ່​ຖືກ​ກະ​ທົບ​ດັ່ງ​ກ່າວ.

ໂດຍ​ເຂື່ອນ​ນ້ຳ​ທາ 1 ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 2,000 ກວ່າຄອບ​ຄົວໃນ 37 ບ້ານ
ໃນ​ແຂວງ​ຫຼວງ​ນ້ຳ​ທາ ແລະ​ບໍ່​ແກ້ວ ເຂື່ອນ​ນ້ຳ​ເທີນ 2 ກະ​ທົບ ຕໍ່ 1,200 ກວ່າຄອບ​ຄົວ
ໃນ 16 ບ້ານ ໃນ​ແຂວງ​ຄຳ​ມ່ວນ ແລະ​ບໍ​ລິ​ຄຳ​ໄຊ ເຂື່ອນ​ໄຊ​ຍະ​ບູ​ລີ ກະ​ທົບ 890 ກວ່າ
ຄອບ​ຄົວ ໃນ​ແຂວງຫຼວງ​ພະ​ບາງກັບ​ໄຊ​ຍະ​ບູ​ລີ ເຂື່ອນ​ນ້ຳ​ເທີນ-ຫີນ​ບູນ(ພາກ​ຂະ​ຫຍາຍ)
ກະ​ທົບ 800 ກວ່າຄອບ​ຄົວ ໃນ​ແຂວງ​ບໍ​ລິ​ຄຳ​ໄຊ​ແລະ​ຄຳ​ມ່ວນ.

ໃນປັດ​ຈຸ​ບັນ​ນີ້ ລາວ​ມີ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ 61 ໂຄງ​ການ ໃນ​ນີ້ແບ່ງ​ເປັນ
​ເຂື່ອນ 53 ໂຄງ​ການ​ໂຮງ​ໄຟ​ຟ້າ​ຖ່ານ​ຫີນ​ລິ​ກໄນຕ໌ 1 ໂຄງ​ການໂຮງ​ໄຟ​ຟ້າ​ພະ​ລັງ​ງານ
​ແສງ​ອາ​ທິດ 5 ແຫ່ງ ແລະ​ຊີ​ວະ​ມວນ 2 ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ​ຮວມ 7,207 ເມ​ກະ​ວັດ
ແລະ​ຜະ​ລິດ​ກະ​ແສ​ໄຟ​ຟ້າໄດ້ 37,367 ລ້ານກິ​ໂລ​ວັດ/ໂມງ ຕໍ່​ປີ.

XS
SM
MD
LG