ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາ​ຍົກ ປາ​ກິ​ສ​ຖານ ເວົ້າ​ວ່າ ສົງ​ຄາມ ອັ​ຟ​ກາ​ນິ​ສ​ຖານ "ບໍ່​ມີ​ຂໍ້​ແກ້​ໄຂ​ ທາງ​ທະ​ຫານ"


ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ ກ່າວ​ຄຳ​ປາ​ໄສຢູ່​ສະ​ໜາມ​ກິ​ລາ Capital One Arena ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ກ​ໍ​ລະ​ກົດ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ ກ່າວ​ຄຳ​ປາ​ໄສຢູ່​ສະ​ໜາມ​ກິ​ລາ Capital One Arena ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ກ​ໍ​ລະ​ກົດ, 2019.

ນາຍົກລັດຖະມົນຕີ ປາກິສຖານ ທ່ານອິມຣານ ຄານ ໄດ້ກ່າວເຖິງການພົບປະກັປະທາ
ນາທິບໍດີ ດໍໂນລ ທຣຳ ໃນວັນຈັນມື້ນີ້ ວ່າ ທ່ານຈະເນັ້ນໜັກເຖິງຄວາມຈຳເປັນໃນການ
ແກ້ໄຂທາງດ້ານການເມືອງ ຕໍ່ສົງຄາມທີ່ຍືດເຍື້ອ ໃນອັຟການິສຖານ.

ທ່ານຄານ ຜູ້ທີ່ຢູ່ໃນສະຫະລັດ ເພື່ອການຢ້ຽມຢາມສາມວັນຢ່າງເປັນທາງການ ໃນການ
ພົວພັນເພື່ອປັບປຸງສາຍສຳພັນສອງຝ່າຍ ຊຶ່ງຢູ່ໃນສະພາບເຄັ່ງຕຶງ ໄດ້ໃຫ້ຄຳເຫັນຕໍ່ກຸ່ມ
ຊາວປາກິສຖານພັດຖິ່ນ ກຸ່ມໃຫຍ່ກຸ່ມນຶ່ງ ຢູ່ໃນນະຄອນຫຼວງວໍຊິງຕັນ ເມື່ອຕອນແລງ
ວັນອາທິດວານນີ້. ທ່ານໄດ້ໂຄສະນາຫາສຽງມາຕະຫຼອດ ໃນການຄັດຄ້ານ ຕໍ່ການນຳ
ໃຊ້ກຳລັງທະຫານສະຫະລັດ ເພື່ອແກ້ໄຂບັນຫາຂັດແຍ້ງ ຕັ້ງແຕ່ທ່ານຍັງບໍ່ໄດ້ເຂົ້າກຳ
ອຳນາດ ຈົນຫຼັງຈາກ ການເລືອກຕັ້ງໃນປາກິສຖານ ເມື່ອປີກາຍນີ້.

“ຂ້າພະເຈົ້າ ຮູ້ສຶກພາກພູມໃຈ ທີ່ບັດນີ້ ທົ່ວໂລກ ກ່າວວ່າ ອັຟການິສຖານ ບໍ່ສາມາດແກ້
ໄຂໄດ້ທາງດ້ານທະຫານ” ທ່ານຄານໄດ້ກ່າວຕໍ່ຝຸງຄົນທີ່ກຳລັງຮ້ອງເຊຍ ຊຶ່ງພວກຜູ້ຈັດ
ການຊຸມນຸມ ໄດ້ກ່າວວ່າ ເປັນການໂຮມຊຸມນຸມຂອງຊາວອາເມຣິກັນເຊື້ອສາຍປາກິສ
ຖານ ທີ່ໃຫຍ່ທີ່ສຸດ ມາເຖິງວັນນີ້.

ກ່ອນໜ້ານີ້ ເຈົ້າໜ້າທີີ່ອາວຸໂສຂອງຄະນະລັດຖະບານ ທ່ານນຶ່ງ ໄດ້ກ່າວວ່າ ທ່ານ ທຣຳ
ຈະກົດດັນໃຫ້ທ່ານຄານ ຊ່ອຍເຮັດໃຫ້ຂະບວນການສັນຕິພາບຂອງອັຟການິຖານ ກ້າວ
ໜ້າໄປ ແລະຊຸກຍູ້ໃຫ້ປາກິສຖານ ປາບປາມພວກຫົວຮຸນແຮງ ທີ່ອາໄສຢູ່ພາຍໃນດິນ
ແດນຂອງຕົນນັ້ນ.

ປາກິສຖານ ໄດ້ຈັດແຈງໃຫ້ມີການເຈລະຈາໂດຍກົງ ກັບກຸ່ມພວກກະບົດ ຕາລີບານ ຜູ້
ທີ່ກຳລັງຕໍ່ສູ້ ກັບພວກທ້ອງຖິ່ນ ແລະກຳລັງທະຫານນານາຊາດທີ່ນຳພາໂດຍສະຫະລັດ
ໃນປະເທດເພື່ອນບ້ານ ອັຟການິສຖານ.

ການເຈລະຈາ ລະຫວ່າງ ສະຫະລັດ ກັບກຸ່ມຕາລີບານ ທີ່ແກ່ຍາວມາໄດ້ຫຼາຍເດືອນ
ໄດ້ນຳມາຊຶ່ງຄູ່ປໍລະປັກ ທີ່ໄດ້ສູ້ລົບກັນມາ 18 ປີ ໃນສົງຄາມອັຟການິສຖານ ເກືອບ
ຈະສິ້ນສຸດລົງ ດ້ວຍຂໍ້ຕົກລົງສັນຕິພາບ ເພື່ອແຜ້ວທາງໃຫ້ແກ່ການຍຸຕິ ໃນສິ່ງທີ່ໄດ້
ກາຍມາເປັນການເຂົ້າແຊກແຊງ ໃນດ້ານທະຫານຕ່າງຊາດ ທີ່ນຳພາໂດຍສະຫະລັດ
ທີ່ຍາວນານທີ່ສຸດ.

ເຈົ້າໜ້າທີ່ສະຫະລັດ ທ່ານນຶ່ງ ໄດ້ກ່າວວ່າ ວໍຊິງຕັນ ຍິນດີຕໍ່ “ບາດກ້າວໃນເບື້ອງຕົ້ນ”
ທີ່ອິສລາມາບັດ ໄດ້ເອົາ ເພື່ອອຳນວຍຄວາມສະດວກ ໃນຂະບວນການສັນຕິພາບ ແຕ່
ມັນກໍ “ມາເຖິງຈຸດທີ່ສຳຄັນຍິ່ງ” ແລະຈຳເປັນທີ່ຈະຕ້ອງໄດ້ເຮັດ ເພື່ອໃຫ້ຂັ້ນຕອນເຄື່ອນ
ໄປໜ້າໄດ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG