ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຂະ​ຫຍາຍບົດ​ບາດ ການ​ໄກ່​ເກ່ຍ ໃນ​ການຂັດ​ແຍ້ງ ລະ​ຫວ່າງ ເກົາຫຼີ​ໃຕ້ ແລະ ຍີ່​ປຸ່ນ


ຜູ້​ປະ​ທ້ວງ​ຈັດ​ການ​ຊຸມ​ນຸມ ກ່າວ​ປະ​ນາມ ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ກ່ຽວ​ກັບ ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ໄປ ເກົາຫຼີ​ໃຕ້. ນະ​ຄອນຫຼວງ ໂຊ​ລ. 17 ກໍ​ລະ​ກົດ, 2019.
ຜູ້​ປະ​ທ້ວງ​ຈັດ​ການ​ຊຸມ​ນຸມ ກ່າວ​ປະ​ນາມ ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ກ່ຽວ​ກັບ ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ໄປ ເກົາຫຼີ​ໃຕ້. ນະ​ຄອນຫຼວງ ໂຊ​ລ. 17 ກໍ​ລະ​ກົດ, 2019.

ໃນ​ຂະ​ນະ​ທີ່​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ຄວາມ​ເຄັ່ງ​ຕຶງ​ໃນ​ປະ
ຫວັດສາດ ກຳລັງຈະກາຍມາເປັນສົງຄາມການຄ້າຢ່າງເຕັມທີ່ ລະຫວ່າງ ຍີ່ປຸ່ນ ກັບ
ເກົາຫຼີໃຕ້ ນັ້ນ, ມັນມີສັນຍານຫຼາຍຢ່າງວ່າ ສະຫະລັດ ແມ່ນກຳລັງເລີ່ມທີ່ຈະເອົາບົດ
ບາດເປັນຜູ້ໄກ່ເກ່ຍທີ່ສຳຄັນ.

ທູດ​ລະ​ດັບ​ສູງ​ ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ, ຜູ້​ທີ່​ໄດ້​ໄປ​ຢ້ຽມ
ຢາມ ຍີ່ປຸ່ນ ໃນຕົ້ນອາທິດນີ້, ໄດ້ພົບກັບເຈົ້າໜ້າທີ່ລະດັບສູງ ເກົາຫຼີໃຕ້ ທີ່ນະຄອນຫຼວງ
ໂຊລ ໃນວັນພຸດວານນີ້, ບ່ອນທີ່ທ່ານໄດ້ຮຽກຮ້ອງໃຫ້ຫາທາງ ແກ້ໄຂຕໍ່ຄວາມຂັດແຍ້ງ
ດັ່ງກ່າວຢ່າງວ່ອງໄວ.

ທ່ານ ເດ​ວິດ ສ​ຕິ​ລ​ແວ​ລ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ຄົນ​ໃໝ່ທີ່​ຮັບ​
ຜິດຊອບ ກ່ຽວກັບ ບັນຫາເອເຊຍຕາເວັນອອກ ແລະ ມະຫາສະໝຸດ ປາຊີຟິກ ໄດ້ກ່າວ
ວ່າ “ສະຫະລັດ ໃນຖານະເປັນເພື່ອນມິດທີ່ໃກ້ຊິດ ແລະ ເປັນພັນທະມິດກັບສອງປະ
ເທດນັ້ນ, ຈະເຮັດສິ່ງທີ່ເຮົາສາມາດເຮັດໄດ້ເພື່ອສະໜັບສະໜູນຄວາມພະຍາຍາມຂອງ
ເຂົາເຈົ້າ ເພື່ອແກ້ໄຂສະຖານະການດັ່ງກ່າວ.

ວິ​ກິດ​ການ​ໄດ້​ເກີດ​ຂຶ້ນ​ໃນ​ຕົ້ນ​ເດືອນນີ້ ເມື່ອ ຍີ່​ປຸ່ນ ໄດ້​ຫ້າມ​ການ​ສົ່ງ​ອອກ​ວັດ​ຖຸ​ທີ່​ເປັນ​
ເທັກໂນໂລຈີລະດັບສູງໃຫ້ ເກົາຫຼີໃຕ້. ວັດຖຸດັ່ງກ່າວຖືກໃຊ້ໃນການຜະລິດເຄື່ອງນຳ
ກະແສໄຟຟ້າ ແລະ ໜ້າຈໍໃນໂທລະສັບສະຫຼາດ ແລະ ເຄື່ອງອີເລັກໂທຣນິກອື່ນໆ ທີ່
ເປັນກະແຈສຳຄັນຕໍ່ເສດຖະກິດທີ່ເນັ້ນການສົ່ງອອກຂອງ ເກົາຫຼີໃຕ້.

ໃນ​ການ​ຫ້າມ​ສົ່ງ​ອອກວັດ​ຖຸ​ຕ່າງໆ​ນັ້ນ, ລັດ​ຖະ​ບານ​ ໂຕ​ກຽວ ໄດ້​ອ້າງ​ເຖິງ​ບັນ​ຫາ​ດ້ານ
ຄວາມປອດໄພແຫ່ງຊາດ. ແຕ່ການເຄື່ອນໄຫວດັ່ງກ່າວຖືກພິຈາລະນາຢ່າງກວ້າງ
ຂວາງວ່າເປັນການແກ້ແຄ້ນ ສຳລັບການຕັດສິນຂອງສານ ເກົາຫຼີໃຕ້ ທີ່ສັ່ງໃຫ້ບັນດາ
ບໍລິສັດ ຍີ່ປຸ່ນ ຊົດໃຊ້ຊາວ ເກົາຫຼີໃຕ້ ຜູ້ທີ່ຖືກບັງຄັບໃຫ້ເຮັດວຽກໃນລະຫວ່າງການປົກ
ຄອງແບບອານານິຄົມຂອງ ຍີ່ປຸ່ນ ຢູ່ ເກົາຫຼີໃຕ້.

ສະ​ຫະ​ລັດ ປົກ​ກະ​ຕິ​ແລ້ວ​ຈະ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ບັນ​ຫາ​ຕ່າງໆ ​ທີ່​ກ່ຽວ​ຂ້ອງ​ກັບ
ຄວາມຂັດແຍ້ງໃນປະຫວັດສາດລະຫວ່າງ ເກົາຫຼີໃຕ້ ແລະ ຍີ່ປຸ່ນ, ເຊິ່ງທັງສອງປະເທດ
ເປັນພັນທະມິດທີ່ສຳຄັນຂອງລັດຖະບານ ວໍຊິງຕັນ. ລັດຖະບານທ່ານ ທຣຳ ໄດ້ເອົາວິ
ທີການປ່ອຍໃຫ້ເຂົາເຈົ້າຕັດສິນໃຈເອງ ໃນລະຫວ່າງຄວາມເຄັ່ງຕຶງຮອບປັດຈຸບັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG