ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບໍ່​ມີ​ຫຼັກ​ຖານໃດໆ ທີ່ຣັດ​ເຊຍ ຊື້​ນ້ຳ​ມັນ​ ຈາກ​ອີ​ຣ່ານ ຊຶ່ງ​ເປັນ​ການ​ທ້າ​ທາຍ ​ຕໍ່ການ​ລົງ​ໂທດ ​ຂອງ​ ສະ​ຫະ​ລັດ


ເຮືອ​ລຳ​ລຽງ​ນ້ຳ​ມັນ​ທີ່​ເອີ້ນ​ວ່າ supertanker Grace 1 ທີ່​ເຫັນ​ໃນ​ນ່ານ​ນ້ຳ​ທີ່​ເປັນ​ອະ​ທິ​ປະ​ໄຕ​ຂອງ​ອັງ​ກິດ ໃນ Gibraltar.
ເຮືອ​ລຳ​ລຽງ​ນ້ຳ​ມັນ​ທີ່​ເອີ້ນ​ວ່າ supertanker Grace 1 ທີ່​ເຫັນ​ໃນ​ນ່ານ​ນ້ຳ​ທີ່​ເປັນ​ອະ​ທິ​ປະ​ໄຕ​ຂອງ​ອັງ​ກິດ ໃນ Gibraltar.

ຣັດ​ເຊຍ ທີ່​ພະ​ຍາ​ຍາມທ້າ​ທາຍການ​ລົງ​ໂທດຂອງສະ​ຫະ​ລັດ​ຕໍ່​ອີ​ຣ່ານ ​ປາ​ກົດ​ວ່າ ໄດ້​ປະ​ສົບ​ກັບ​ຄວາມລົ້ມ​ແຫຼວ ​ໂດຍ​ທີ່​ນັກ​ຊ່ຽວ​ຊານດ້ານ​ພະ​ລັງ​ງານ​ຣັດ​ເຊຍກ່າວ​ ວ່າ ມົ​ສ​ກູ​ບໍ່​ໄດ້ຊື້​ນ້ຳ​ມັນ​ຈາກ​ອີ​ຣ່ານ ​ຫວ່າງ​ມໍ່ໆ​ມາ​ນີ້ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ ປີ 2014 ກັບ​ເຕ​ຫຣ່ານ ທີ່ຍັງ​ມີ​ບັນ​ຫາ​ນັ້ນ.

ອົງ​ຂ່າວ​ຂອງທາງ​ການ​ຣັດ​ເຊຍ ໄດ້​ລະ​ບຸ​ວ່າ ພາຍ​ໃຕ້​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈຂອງ​
ເດືອນ​ສິງ​ຫາປີ 2014 ທີ່​ບໍ່​ເຄີຍພິມ​ເຜີຍແຜ່ໂດຍ​ເຕັມ​ນັ້ນ, ມົ​ສ​ກູໄດ້​ຕົກ​ລົງ ທີ່​ຈະ​ຊື້
ນ້ຳ​ມັນ​ອີ​ຣ່ານ ເພື່ອ​ຈະ​ນຳ​ໄປ​ຂາຍ​ໃຫ້​ລູກ​ຄ້າ​ນາໆ​ຊາດ, ໃນຂະ​ນະ​ທີ່​ອີຣ່ານ​ ສາ​ມາດ
​ທີ່​ຈະ​ໃຊ້​ລາຍ​ຮັບຈາກ​ຮັດ​ເຊຍ ທີ່​ຈະ​ຊື້ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຣັດ​ເຊຍ. ອົງ​ການ​ຂ່າວ
ຂອງ​ລັດ​ຖະ​ບານ​ອີ​ຣ່ານໄດ້​ລະ​ບຸ​ວ່າ ມີ​ພຽງ​ແຕ່ ເຄິ່ງ​ນຶ່ງ ຂອງ​ເງິນທີ່​ໄດ້​ຮັບ​ຈາກ​ຣັດ​ເຊຍ
ຈະ​ນຳ​ໃຊ້​ເພື່ອ​ຊື້ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຣັດ​ເຊຍ.

ທັງ​ສອງ​ຝ່າຍ ໄດ້ບັນ​ລຸ​ຂໍ້ຕົກ​ລົງ ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ໂຄງ​ການ “ນ້ຳມັນ​
ເພື່ອ​ສິນ​ຄ້າ”
​ໃນ​ເວ​ລາທີ່​ອີ​ຣ່ານ ແມ່ນ​ຢູ່​ພາຍ​ໃຕ້​ການ​ລົງ​ໂທດ ​ຂອງ​ນາໆ​ຊາດ​ຮອບ​ກ່ອນ
ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ຕົນ. ຣັດ​ເຊຍ ໄດ້​ກ່າວ​ວ່າ ​ຂໍ້ຕົກ​ລົງ ແມ່ນ​ແນ​ໃສ່​ເພື່ອກະ​ຕຸກ
ຊຸກ​ຍູ້​ຄວາມ​ສຳ​ພັນ​ດ້ານ​ການ​ຄ້າ​ກັບ​ອີ​ຣ່ານ ​ຊຶ່ງ​ເປັນ​ເວ​ລາ ດົນ​ນານ​ມາ​ແລ້ວ​ໄດ້​ຊື້​
ອາ​ວຸດ​ຈາກ​ຣັດ​ເຊຍ. ມັນ​ບໍ່​ໄດ້​ມີຈຸດ​ປະ​ສົງ ທີ່​ຈະ​ສົ່ງ​ນ້ຳ​ມັນ​ດິບຂອງ​ອີ​ຣ່ານ ໄປ​ຍັງ​
ປະ​ເທດ​ຣັດ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ຜູ້​ຜະ​ລິດ​ລາຍ​ໃຫຍ່​ຂອງ​ໂລກ​ຢູ່​ແລ້ວນັ້ນ.

ມົ​ສ​ກູ ໄດ້​ປະ​ກາດການ​ໂຈະ ກ່ຽວ​ກັບໂຄງ​ການ​ດັ່ງ​ກ່າວ ເປັນ​ເວ​ລາ​ສັ້ນໆ ​ໃນ​ປີ 2016
ຫຼັງ​ຈາກບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຕໍ່​ໄປ​ໄດ້. ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​
ຂອງ​ຣັດ​ເຊຍ ທ່ານ Alexander Novak ໄດ້​ກ່າວ​ວ່າ ໂຄງ​ການ​ດັ່ງ​ກ່າວ ແມ່ນ​ບໍ່​ມີ
​ຄວາມ​ຈຳ​ເປັນ​ແລ້ວ ຍ້ອນ​ວ່າ ການ​ລົງ​ໂທດ​ດ້ານ​ນ້ຳ​ມັນ ຕໍ່​ອີ​ຣ່ານ ແມ່ນ​ໄດ້​ຖືກ​ຍົກ​ເລີກ​
ໃນ​ປີ​ນັ້ນ. ການ​ຜ່ອນ​ຜັ​ນການ​ລົງ​ໂທດ​ນີ້​ແມ່ນ​ການໃຫ້​ລາງວັນ​ແກ່​ອີ​ຣ່ານ​ ທີ່ໄດ້​ເຊັ​ນ​
ຂໍ້​ຕົກ​ລົງ ປີ 2015 ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ ຊຶ່ງອີ​ຣ່ານ​ສັນ​ຍາ​ວ່າ
​ຈະ​ຈຳ​ກັດກິດ​ຈະ​ກຳ​ດ້ານ​ນິວ​ເຄ​ລຍຂອງ ​ຕົນທີ່ສາ​ມາດ​ຫັນ​ປ່ຽນ​ໄປ​ເປັນ​ການ​ສ້າງ
​ລະ​ເບີດ​ໄດ້ນັ້ນ.

ຣັດ​ເຊຍໄດ້​ເລີ້ມ​ໂອ້​ລົມ ກັບ​ອີ​ຣ່ານ ເພື່ອຟື້ນ​ຟູ​ໂຄງ​ການ​ດັ່ງ​ກ່າວໃນ​ເດືອນ​ກຸ​ມພາ ​
ປີ 2017 ຫຼັງ​ຈາກ ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ ເມື່ອ​ເດືອນ​ນຶ່ງ​ກ່ອນ​ໜ້າ​ນັ້ນ ຂອງປະ​ທາ​ນາ​
ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ, ຜູ້​ຊຶ່ງ​ໄດ້​ໂຄ​ສະ​ນາ​ຫາ​ສຽງວ່າ ຈະ ຖອນ​ຕົວ​ອອກ​
ຈາກ​ຂໍ້​ຕົກ​ລົງນິວ​ເຄ​ລຍປີ 2015. ໃນ​ເດືອນ​ມິ​ຖຸ​ນາ 2017, ຣັດ ​ເຊຍ ແລະ​ອີ​ຣ່ານ
ໄດ້​ປະ​ກາດ​ຂໍ້​ຕົກ​ລົງສະ​ບັບໃໝ່ ​ເພື່ອ​ມົ​ສ​ກູ ຈະ​ຊື້​ນ້ຳ​ມັນຈາກອີ​ຣ່ານ 100 ພັນ​ຖັງ ຕໍ່​ມື້
ຊຶ່ງ​ເທົ່າ​ກັບນ້ຳ​ມັນ 5 ລ້ານ​ໂຕນ ຕໍ່​ປີ.

​ສື່​ມວນ​ຊົນ​ຂອງຣັດ​ເຊຍ ໄດ້​ກ່າວ​ວ່າ ​ມົ​ສ​ກູ ແມ່ນ​ຄ້ຳ​ປະ​ກັນການ​ສົ່ງ​ນ້ຳ​ມັນ​ເທື່ອ​ທຳ​ອິດ​
ແລະ​ກໍ​ເປັນ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຂອງຕົນ​ ໃນ​ປີ 2017, ໃນຮູບ​
ແບບຂອງ​ກາ​ນ​ສົ່ງ​ນ້ຳ​ມັນພຽງ 1 ລ້ານຖັງ ຫຼືປະ​ມານ 136,000 ໂຕນ​ ຂອງນ້ຳ​ມັນ​ດິບ.
ພວກ​ເຂົາເຈົ້າ​ບໍ່​ໄດ້​ລະ​ບຸວ່າ ແມ່ນ​ປະ​ເທດ​ໃດ​ທີ່ກະ​ຊວງ​ພະ​ລັງ​ງານ​ມົ​ສ​ກູ ໄດ້​ຂາຍນ້ຳ​ມັນ
​ໃຫ້ໂດຍຜ່ານສາ​ຂາ​ ຂອງບໍ​ລິ​ສັດຂາຍ​ນ້ຳ​ມັນ​ລັດ​ວິ​ສາ​ຫະກິດ​ຂອງ​ຣັດ​ເຊຍ ທີ່​ເອີ້ນ​ວ່າ Promsyrioimport ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG