ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ເຕືອນ ສະ​ຫະ​ລັດ 'ຢ່າ​ຫລິ້ນ ກັບ ໄຟ'


ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວັນ ພວມ​ຟັງ ທ່ານ​ໄມ​ເກິ​ລ ສປ​ຣິນ​ເຕີ (ຊ້າຍ​ສຸດ) ປະ​ທານສະ​ພາ​ການ​ຄ້າ ສ​ະ​ຫະ​ລັດ ກ່າວ​ຕໍ່​ສື່ມວນ​ຊົນ ເມື່ອ​ວັນ​ທີ 12 ກໍ​ລະ​ກົດ 2019.
ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວັນ ພວມ​ຟັງ ທ່ານ​ໄມ​ເກິ​ລ ສປ​ຣິນ​ເຕີ (ຊ້າຍ​ສຸດ) ປະ​ທານສະ​ພາ​ການ​ຄ້າ ສ​ະ​ຫະ​ລັດ ກ່າວ​ຕໍ່​ສື່ມວນ​ຊົນ ເມື່ອ​ວັນ​ທີ 12 ກໍ​ລະ​ກົດ 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ່ ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດ “ຈັດ​ການກັບ​ເລື້ອງ ​ທີ່​ພົວ​ພັນບັນ​ຫາ​ໄຕ້​ຫວັນ ຢ່າງ​ຖືກ​ຕ້ອງ” ແລະ​ຢ່າ​ໄດ້ “ຫຼິ້ນ​ກັບ​ໄຟ.”

ໃນ​ຕົ້ນ​ອາ​ທິດນີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຂໍ້ຕົກ​ລົງ​ຂາຍ​ລູກ​ສອນ​ໄຟ​ແລະ​ອຸບ​ປະ​ກອນ​ຕ່າງໆ ໃຫ້​ແກ່​ໄຕ້​ຫວັນ ໃນ​ມູນ​ຄ່າ 2 ພັນ 200 ລ້ານ​ໂດ​ລາ.

ການ​ຂາຍ​ອາ​ວຸດ​ທີ່​ອາດ​ມີ​ຂຶ້ນນີ້ ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ຈີນ ແລະຈີນກໍໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດ ​ຍົກ​ເລີກການ​ຂາຍ​ອາ​ວຸດ​ດັ່ງ​ກ່າວໂດຍເວົ້າ​ວ່າ “ມັນເປັນ​ການລະ​ເມີດ​ຕໍ່​ຫຼັກ​ການ​ຈີນ​ດຽວພ້ອມ​ທັງ​ເປັນ​ການ​ແຊກ​ແຊ​ງ​ຢ່າ​ງ​ເປີດ​ແປນ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ຈີນ ແລະ​ບ່ອນ​ທຳ​ລາຍ​ຕໍ່​ອະ​ທິ​ປະ​ໄຕແລະ​ຜົນປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ.

ຈີນ​ກ່າວ​ວ່າ ຕົນ​ຈະ​ທຳ​ການ​ລົງ​ໂທດ​ຕໍ່​ທຸ​ລະ​ກິດ​ຂອງ​ສະ​ຫະ​ລັດທີ່​ພົວ​ພັນ​ກັບ​ການຂາຍ​ອາ​ວຸດ​ດັ່ງ​ກ່າວ ແຕ່​ແນວ​ໃດ​ກໍ​ຕາມ ບໍ​ລິ​ສັດ​ທີ່​ມີ​ສັນ​ຍາ ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ແມ່ນໄດ້ຖືກ​ຫ້າມ​ບໍ່​ໃຫ້​ຂາຍ​ອາ​ວຸດ​ໃຫ້​ແກ່​ຈີນມາ​ແຕ່​ປີ 1989 ນັບ​ແຕ່​ມີ​ການ​ສັງ​ຫານ​ໝູ່​ພວກ​ປະ​ທ້ວງ ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ.

ສະ​ຫະ​ລັດ​ກ່າວ​ວ່າ ການ​ຂາ​ຍ​ອາ​ວຸດ​ຂອງ​ຕົນ​ໃຫ້​ແກ່​ໄຕ້​ຫວັນ​ແມ່ນ​ແນ​ໃສ່​ເພື່ອ​ຊຸກຍູ້​ “ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ” ຢູ່​ໃນ​ຂົງ​ເຂ​ດ​ເອ​ເຊຍ-ປາ​ຊີ​ຟິກ ແລະ​ວໍ​ຊິງຕັນ​ກໍ​ບໍ່​ໄດ້​ປ່ຽນ​ແປງ​ນະ​ໂຍ​ບາຍ “ຈີນ​ດຽວ.”

ສະ​ຫະ​ລັດ​ແມ່ນ​ຖືກ​ບັງ​ຄັບ​ໂດຍ​ກົດ​ໝາຍ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ໄຕ້​ຫວັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ​ຂາຍ​ອາ​ວຸດ​ເປັນ​ປະ​ຈຳ​ໃຫ້​ແກ່​ປະ​ເທດ​ເກາະ​ດອນ​ດັ່ງກ່າວ ຊຶ່ງ​ພາ​ໃຫ້​ຈີນ​ທຳ​ການ​ປະ​ທ້ວງ​ຢູ່​ເລື້ອຍໆ.

ນອກນັ້ນ​ແລ້ວ ຈີນ​ຍັງ​ບໍ່​ພໍ​ໃຈ​ທີ່​ສະ​ຫະ​ລັດ​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ຢຸດ​ແວ່​ຢູ່​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເດີນ​ທາງໄປ​ຢ້ຽມ​ຢາມ​ພັນ​ທະ​ມິດ 4 ປະ​ເທດ​ໃນ​ເຂດ​ທະ​ເລ​ຄາ​ລິບ​ບຽນ.

ພວກ​ຜູ້​ແທນ​ຈາກ​ສອງ​ພັກ​ການ​ເມືອງ​ຂອງ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ໄດ້​ພົບ​ປະ​ກັບ​ທ່ານ​ນາງ ໄຊ ອິງ ເຫວິນ ທີ່​ນະ​ຄອນນິວຢອກໃນ​ວັນ​ສຸກວານນີ້ ບ່ອນ​ທີ່​ທ່ານ​ນາງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ ໄຕ້​ຫວັນ​ກັບ​ສະ​ຫະ​ລັດ.

ພວກ​ຜູ້​ແທນ​ຈຸ​ດັ່ງ​ກ່າວ “ມີ​ໂອ​ກາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ​ຢ່າງ ກວ້າງ​ຂວາງ​ກ່ຽວ​ກັບ​ປະ​ເທດ​ຂອງ​ພວກ​ເຮົາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳໄມ​ເກີ​ລ ແມັກ​ຄອ​ລ. ທ່ານ​ກ່າວ​ຕື່ມ​ວ່າ “ໄຕ້​ຫວັນ​ເປັນ​ພັນ​ທະ​ມິດ​ທີ່​ແຂງ​ຂັນ ບໍ່​ແມ່ນ​ເຄື່ອງ​ມື​ຂອງ​ຈີນ.”

Chinese Foreign Minister Wang Yi has urged the U.S. to "correctly handle Taiwan-related issues" and to not "play with fire."

Earlier this week the U.S. State Department approved a deal to sell $2.2 billion worth of tanks, missiles and other related equipment to Taiwan.

The potential arms sale has angered China.China has called on the U.S. to cancel the deal, saying it "seriously violates the one-China principle ...grossly interferes in China's internal affairs and undermines China's sovereignty and security interests."

China said it would slap sanctions on any U.S. businesses involved in the weapons sale, however, U.S. defense contractors have been prohibited from selling to China since the 1989 Tiananmen Square massacre.

The U.S. said its arms sale to Taiwan is aimed at promoting "peace and stability" in the Asia Pacific region and Washington is not changing its "One China" policy.

The U.S. is required by law to assist Taiwan in its defense and regularly sells arms to the island, generating regular protests from China.

China is also upset that the U.S. has allowed Taiwanese President Tsai Ing-wen to stop over in the U.S. while en route to four Caribbean allies.

A bipartisan delegation of the House Foreign Affairs Committee met with Tsai Friday in New York City, where Tsai attended a Taiwan - U.S. business summit.

The group "had an opportunity to discuss a range of issues between our nations," Congressman Michael McCaul said.""Taiwan is a stalwart partner, not a Chinese pawn."

Congressman Steve Chabot said as Taiwan stands up to "China's bullying tactics, we must continue to support them."

XS
SM
MD
LG