ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກ່າວ​ວ່າ ກຳ​ປັ່ນ​ອີ​ຣ່ານ 'ຮາ​ວີ' ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ຂອງ ອັງ​ກິດ


​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ເກ​ຣ​ສ 1 ທີ່​ຖິ້ມ​ສະ​ໝໍ​ຢູ່ນອກ​ເກາະ​ຈິບ​ບ​ຣອ​ລ​ຕ້າ ຂອງ​ອັງ​ກິດ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ 2019.
​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ເກ​ຣ​ສ 1 ທີ່​ຖິ້ມ​ສະ​ໝໍ​ຢູ່ນອກ​ເກາະ​ຈິບ​ບ​ຣອ​ລ​ຕ້າ ຂອງ​ອັງ​ກິດ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ 2019.

ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ກຳ​ປັ່ນ​ລົບ​ຂອງອີ​ຣ່ານ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງເສັ້ນ​ທາງ​ສັນ​ຈອນ​ຂອງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນອັງ​ກິດ ຜ່ານ​ຊ່ອງ​ແຄບຮໍ​ມຸ​ສ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານອັງ​ກິດໄດ້​ກ່າວ​ວ່າ ກຳ​ປັ່ນ​ສາມ​ລຳ​ຂອງ ອີ​ຣ່ານ ໄດ້​ມີ​ສ່ວນ​ຮ່ວມ​ໃນ​ເຫດ​ການດັ່ງ​ກ່າວ ແລະວ່າ ພວກເຂົາ​ເຈົ້າ​ໄດ້​ຖອນ​ອອກ​ໄປ ເມື່ອ​ໄດ້​ຮັບ​ການ​ເຕືອນ ​ຈາ​ກ​ກຳ​ປັ່ນ​ລົບ​ຂອງອັງ​ກິດ.

ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດອີ​ຣ່ານ ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ຫາ ​ຂອງອັງ​ກິດ. ຖະ​ແຫຼງ​ການ​ສະ​ບັບ​ນຶ່ງທີ່​ພິມ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ Fars ​ຊຶ່ງ​ເປັນ​ອົງ​ການຂ່າວ​ເຄິ່ງທາງ​ການຂອງ ອີຣ່ານ ໄດ້​ກ່າວ​ວ່າ ເຮືອ​ລາດ​ຕະ​ເວນ​ຂອງ​ກອງ​ກຳ​ລັງ​ພິ​ທັກປະ​ຕິ​ວັດ ໄດ້ປະ​ຕິ​ບັດ​ໜ້າ​ທີ່​ຕາມປົກ​ກະ​ຕິ ແລະບໍ່​ໄດ້​ມີ​ການ​ປະ​ທະ​ກັນ​ກັບ​ກຳປັ່ນຂອງ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ກຳ​ປັ່ນ​ຂອງ​ອັງ​ກິດ.”

ພົນ​ເຮືອ​ໂທ​ຈິມ ມາ​ລ​ລອຍ ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ທີ​ຫ້າ ຂອງ​ສະ​ຫະ​ລັດ ທີ່ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດ​ນັ້ນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງໃນ​ແລງວັນ​ພະ​ຫັດວານນີ້​ວ່າ ກອງ​ທັບ​ເຮືອ​ສະ​ຫະ​ລັດ​ຮູ້​ດີກ່ຽວ​ກັບ “ການ​ຮາ​ວີ​ລົບ​ກວນ​ແບບ​ຜິດ​ກົດ​ໝາຍ ແລະ​ພະ​ຍາ​ຍາມ​ທີ່​ຈະ​ແຊກ​ແຊງ​ເຂົ້າ​ໃນ​ເສັ້ນ​ທາງ​ຜ່ານ” ຂອງ​ກຳ​ລັງ​ປະ​ຕິວັດ​ອີ​ຣ່ານ ຕໍ່​ກຳ​ປັ່ນ​ຂອງ​ອັງ​ກິດ ໃນ​ວັນ​ທີ 10 ກໍ​ລະ​ກົດ ແລະ​ສະ​ຫະ​ລັດ​ຍັງ​ສືບຕໍ່ “ເຮັດ​ວຽກ​ຮ່ວມ​ກັບ​ກອງ​ທັບ​ເຮືອ​ຂອງ​ຣາ​ຊະ​ນາ​ຈັກ” ພ້ອມ​ກັບ​ບັນ​ດາ​ປະ​ເທດ
ພາ​ຄີ​ໃນ​ຂົງ​ເຂດ ແລ​ະ​ໃນ​ທົ່ວ​ໂລກ​ຂອງ​ພວກ​ເຮົາ ທີ່​ມີ​ຄວາມ​ໝັ້ນ​ໝາຍ​ຮ່ວມ​ກັນໃນ​ການ​ປົກ​ປັກ​ຮັກ​ສາ ແລະ​ປ້ອງ​ກັນ ໃຫ້​ມີ​ການ​ຄ້າ​ຂາຍ​ຢ່າງ​ເສ​ລີ ແລະ​ອິດ​ສະຫຼະ​ພາບ​ໃນ​ການ​ເດີນ​ເຮືອ.”

ໃນ​ການ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ​ມໍ​ແກນ ອໍ​ເຕ​ກັ​ສ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ໄດ້​ປະ​ນາມ​ການ​ປະ​ຕິ​ບັດ​ງານ ​ຂອງ​ເຮືອ​ລາດ​ຕະ​ເວນ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ໂດຍ​ເວົ້າ​ວ່າ ເປັນຄວາມ​ພະ​ຍາ​ຍາມ​ທີ່​ຈະ ​”ຮາວີ​ລົບ​ກວນແລະ​ແຊກ​ແຊງແບບ​ຜິດ​ກົດ​ໝາຍ” ເຂົ້າ​ໃນ​ເສັ້ນ​ທາງ​ກຳ​ປັ່ນ
ພາ​ນິດ​ຂອງ​ອັງ​ກິດ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຂໍ​ຊົມ​ເຊີຍ​ການ​ປະ​ຕິ​ບັດ​ງານ​ຂອງກອງ​ທັບ​ເຮືອ​ອັງ​ກິດ ໃນ​ການ​ປ້ອງ​ກັນ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນເຮືອ ແລະ​ການ​ຄ້າ​ຂາຍ​ຢ່າງ​ເສ​ລີ ຜ່ານ​ເຂດ​ນ່ານ​ນ້ຳ​ທີ່​ສຳ​ຄັນ​ແລະ​ຫຼໍ່​ແຫຼມ​ດັ່ງກ່າວນີ້.”

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮ​າ​ສ​ຊານ ຣູ​ຮາ​ນີ ໄດ້​ເຕືອນ​ໃນ​ວັນ​ພຸດ​ວານນີ້​ວ່າ ອັງ​ກິດ ຈະ​ໄດ້​ປະ​ເຊີນ​ກັບ “ຜົນ​ທີ່​ຈະ​ຕາມ​ມາ” ​ໂດຍບໍ່​ໄດ້​ລະ​ບຸ​ວ່າ ​ແມ່ນ​ຫຍັງ ກ່ຽວ​ກັບ ການ​ຍຶດ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ ອີ​ຣ່ານ ໃນ​ສັບ​ປະ​ດາ​ທີ່​ຜ່ານ​ມາ ທີ່​ຖືກ​ສົງ​ໄສ ກ່ຽວ​ກັບ ການ​ຂົນ​ສົ່ງ​ນ້ຳ​ມັນ​ໄປ ຊີ​ເຣຍ ໃນ​ການ​ລະ​ເມີດ​ມາດ​ຕະ​ການ​ລົງ​ໂທດ.

ຄວາມ​ເຄັ່ງ​ຕຶງ​ໃນ​ອ່າວ ​ເປີ​ເຊຍ ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ລະ​ຫວ່າງ ອີ​ຣ່ານ ກັບ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່ລັດ​ຖະ​ບານ ວໍ​ຊິງ​ຕັນ ໄດ້​ເພີ່ມ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ລັດ​ຖະ​ບານ ເຕ​ຫະ​ຣ່​ານ ແລະ ໄດ້​ເຄື່ອນ​ໄຫວ​ເພື່ອ​ຢຸດ​ການ​ສົ່ງ​ອອກ​ນ້ຳ​ມັນ ​ອັນ​ເປັນ​ສ່ວນ​ນຶ່ງ ​ຂອງນະ​ໂຍ​ບາຍ “ການ​ກົດ​ດັນ​ສູງ​ສຸດ” ເພື່ອ​ບັງ​ຄັບ​ໃຫ້ ອີ​ຣ່ານ ຢຸດ​ການ​ກະ​ທຳທີ່​ຖື​ວ່າ ​ເປັນ​ການ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG