ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ແຜ່ນ​ດິນ​ໄຫວ​ ຂະ​ໜາດແຮງ ຖະ​ຫຼົ່ມ ພາກ​ໃຕ້ ລັດ​ຄາ​ລີ​ຟໍ​ເນຍ


ຊາຍ​ຜູ້​ນຶ່ງ ຊີ້​ໃຫ້​ເຫັນເສັ້ນ​ແຕກ​ແ​ຫງ​ຂອງ​ຖະ​ໜັນ ​ໃນ​ເຂດ​ທະເລ
ຊາຍໂມ​ຫາ​ວີ ຈາກ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ໃນ​ພາກໃ​ຕ້​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ໃກ້ໆ​ກັບ​ເມືອງ Ridgecrest.
ຊາຍ​ຜູ້​ນຶ່ງ ຊີ້​ໃຫ້​ເຫັນເສັ້ນ​ແຕກ​ແ​ຫງ​ຂອງ​ຖະ​ໜັນ ​ໃນ​ເຂດ​ທະເລ ຊາຍໂມ​ຫາ​ວີ ຈາກ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ໃນ​ພາກໃ​ຕ້​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ໃກ້ໆ​ກັບ​ເມືອງ Ridgecrest.

ແຜ່ນ​ດິນ​ໄຫວ ທີ່​ມີ​ຄວາມ​ແຮງ 7.1 ໄດ້​ສັ່ນ​ສະ​ເທືອນພາກ​ໃຕ້​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ຊຶ່ງ​ເປັນ​ເຫດ​ໃຫ້ມີ​ຜູ້​ບາດ​ເຈັບ ແລະ​ຕຶກຫັກ​ພັງ​ເສຍ​ຫາຍ ແລະ​ຖະ​ໜົນ​ແຕກ​ແຫງ​ຫຼາຍ​ເສັ້ນ. ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ການ​ລົ້ມ​ຕາຍ​ເທື່ອ.

ແຜ່ນ​ດິນ​ໄຫວ ຄັ້ງ​ຫຼ້າ​ສຸດນີ້ ມີຂຶ້ນ​ຫຼັງຈາກ​ໄດ້​ເກີດແຜ່ນ​ດິນ​ໄຫວ ທີ່​ແຮງ 6.4 ໃນ​ວັນ​ພະ​ຫັດ​ຜ່ານ
ມາ​ນີ້ ໃນ​ເຂດ​ທະ​ເລ​ຊາຍ​ໂມ​ຫາ​ວີ.

ນັກ​ທໍ​ລະ​ນີ​ວິ​ທະ​ຍາ ທ່ານ​ນາງ Lucy Jones ກ່າວ​ວ່າ ຍັງ​ມີ​ແຜ່ນ​ດິນ​ໄຫວ​ ຂະ​ໜາດ 5 ຈຸດ ສອງ​ຄັ້ງ ໃນ​ວັນ​ສຸກວານ​ນີ້.

​ທ່ານນາງ Jones ໄດ້​ກ່າວ​ ກ່ຽວ​ກັບ​ແຜ່ນ​ດິນ​ໄຫວ​ຂະ​ໜາດນ້ອຍ​ທີ່ຕິດ​ຕາ​ມ​ມາ​ຫຼັງ​ຈາກແຜ່ນ​ດິນ​ໄຫວ​ໃຫຍ່ນັ້ນ​ວ່າ “ພວກ​ເຮົາ​ແມ່ນ​ປະ​ເຊີນ​ກັບ​ແຜ່ນ​ດິນ​ໄຫວທີ່ແຮງ​ສົມ​ຄວນ​ຢູ່​ຕໍ່​ມາ ມັນ​ບໍ່​ມີ​ເຫດ​ຜົນ ທີ່​ຈະ​ເຮັດ​ໃຫ້​ທ່ານ​ຄິດ​ວ່າ ມັນ​ຈະ​ຍຸ​ຕິ​ລົງ.”

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ແຜ່ນ​ດິນ​ໄຫວຄັ້ງ​ຫຼ້າ​ສຸດນີ້ ແມ່ນ​ໄດ້​ສັ່ນສະ​ເທືອນ​ໄປ​ຈົນ​ເຖິງນະ​ຄອນ Sacramento ທີ່​ຕັ້ງ​ຢູ່​ເໜືອ​ຂຶ້ນ​ໄປແລະຮອດນະ​ຄອນ Las Vegas ​ທາງ​ພາກ​ຕາ​ເວັນ​ອອກ ແລະ​ທາງພາກ​ໃຕ້​ເຖິງປະ​ເທດ Mexico ນຳ.

A 7.1-magnitude earthquake shook southern California Friday, causing injuries, damaging buildings and crumbling roads. No fatalities have been reported.

The latest quake followed the 6.4-magnitude earthquake Thursday in the Mojave Desert.

Seismologist Lucy Jones says there have been two magnitude five aftershocks to Friday's earthquake.

"We're having a very robust sequence," Jones said about the aftershocks. "There's no reason to think that it's going to be stopping."

Officials say the latest earthquake was felt as far north as Sacramento, as far east as Las Vegas and as far south as Mexico.

XS
SM
MD
LG