ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ອາ​ຟ​ຣິ​ກາ ເຂົ້າ​ຮ່ວມ​ປະ​ຊຸມ ເພື່ອ​ຊຸກ​ຍູ້ ​ຂໍ້​ຕົກ​ລົງ​ການ​ຄ້າ​​ເສ​ລີ ຂ​ອງ​ທະ​ວີບ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຈິບ ທ່ານ Sameh Shoukry (ກາງ) ​ອ່ານ​ເອກ​ກະ​ສານ ຂ້າງໆ ປະ​ທານສະ​ພາ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ Moussa Faki Mahamat (​ຊ້າຍ) ​ໃນ​ມື້​ທີ 2 ຂອງກອງ​ປະ​ຊຸມ ຄັ້ງ​ທີ 35 ປີ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຈິບ ທ່ານ Sameh Shoukry (ກາງ) ​ອ່ານ​ເອກ​ກະ​ສານ ຂ້າງໆ ປະ​ທານສະ​ພາ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ Moussa Faki Mahamat (​ຊ້າຍ) ​ໃນ​ມື້​ທີ 2 ຂອງກອງ​ປະ​ຊຸມ ຄັ້ງ​ທີ 35 ປີ.

ເຈົ້າ​ໜ້າ​ທີ່ທັງ​ຫຼາຍ ພາ​ກັນ​ໄປ​ເຕົ້າ​ໂຮມ​ກັນ​ທີ່ນະ​ຄອນ​ຫຼວງ​ຂອງ​ໄນ​ເຈີ​ ໃນ​ທ້າຍ​ສັບ​ປະ​ດາ​ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ຫຼື AU ຊຶ່ງ​ຈະ​ເລີ້ມ​ຕົ້ນ “ຂັ້ນ​ຕອນ​ການ​ປະ​ຕິ​ບັດ​ງານ” ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າເສ​ລີ ຢູ່​ໃນ​ທະ​ວີບ​ດັ່ງ​ກ່າວ ທີ່​ໄດ້​ມີ​ການ​ຄອງ​ຄອຍ​ຖ້າມາ​ດົນ​ແລ້ວ​ນັ້ນ.

​ຜູ້​ນຳ​ຂອງ​ປະ​ມານ 50 ປະ​ເທດ​ ​ມີ​ກຳ​ນົດໄປ​ຮອດ​ໄປ​ເຖິງ ໃນ​ນະ​ຄອນ​ນີ​ອາ​ເມໃນ​ວັນ​ສຸກວານ​ນີ້​ ນຶ່ງ​ມື້ຫຼັງ​ຈາກລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ເຂົາ​ເຈົ້າ​ໄປເຖິງ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດການ​ຄ້າ​ເສ​ລີ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ​ ຫຼື (AfCFTA) ໃນ​ວັນ​ອ​າ​ທິດ​ມື້​ອື່ນ. ໂດຍ​ການ​ຮວມ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຫຼຸດ​ຜ່ອນກຳ​ແພງ​ການ​ຄ້າ ​ເຊັ່ນ​ກັບ​ພາ​ສີ​ການ​ຄ້າ​ຕ່າງໆ ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງແນ​ໃສ່ເພື່ອ​ເພີ້ມການ​ມີ​ວຽກ​ເຮັດ​ງານ​ທຳ ປັບ​ປຸງ​ມາດ​ຕະ​ຖານການ​ດຳ​ລົງ ​ຊີ​ວິດ ​ແລະ​ໂອ​ກາດ​ຕ່າງໆ ສຳ​ລັບປະ​ຊາ​ກອນ​ໃນ​ທະ​ວີບດັ່ງ​ກ່າວ ຈຳ​ນວນ 1 ພັນ 2 ຮ້ອຍ​ລ້ານ​ຄົນ​ ແ​ລະ​ເຮັດ​ໃຫ້​ອາຟຣິ​ກາ ​ສາ​ມາດແຂ່ງ​ຂັນ ໃນ​ລະ​ດັບຂົງ​ເຂດ ແລະລະ​ດັບ​ໂລກ​ໄດ້.

ຂໍ້​ຕົກ​ລົງ​ການ​ຄ້າ​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ເພີ້ມ​ຂຶ້ນ ໃນ​ຕົ້ນ​ສັບ​ປະ​ດາ​ນີ້ ເວ​ລາປະ​ທາ​ນາ​ທິ​ບໍ​ດີ​ໄນ​ຈີ​ເຣຍ ທ່ານ Muhammadu Buhari ໄດ້​ປະ​ຕິ​ຍານ​ວ່າ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງດັ່ງ​ກ່າວ ໃນ​ທ້າຍສັບ​ປະ​ດາ​ນີ້. ປະ​ເທດທີ່​ຕັ້ງ​ຢູ່​ພາກຕາ​ເວັນ​ຕົກຂອງ​ທະ​ວີບ​ອາ​ຟ​ຣິ​ກາ​ແຫ່ງ​ນີ້ຊຶ່ງມີ​ປະ​ຊາ​ກອນ 190 ລ້ານ​ຄົນ​ເປັນ ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງຫຼາຍ​ທີ່​ສຸດ​ ​ແລະ​ເສດ​ຖະ​ກິດໃຫຍ່​ທີ່​ສຸດໃນ​ອາ​ຟ​ຣິ​ກາ. ທວີດ​ເຕີ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໄນ​ຈີເຣຍໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ບູ​ຮາ​ຣີ ​ທີ່ກ່າວ​ວ່າ ອາ​ຟ​ຣິ​ກາ ​“ມີ​ຄວາມຕ້ອງ​ການ ບໍ່​ພຽງ​ແຕ່​ນະ​ໂຍ​ບາຍ​ທາງ​ການ​ຄ້າເທົ່າ​ນັ້ນ ແຕ່ຍັງຕ້ອງ​ການ​ແບບ​ແຜນການ​ຜ​ະ​ລິດ​ຂອງທະ​ວີບ​ນຳ​ດ້ວຍ.” ກ່ອນ​ນັ້ນທ່ານ​ໄດ້​ຕ້ານ​ຢັນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ແມ່ນ​ກະ​ທັງ​ບໍ່​ໄປ​ຮ່ວມກອງ​ປະ​ຊຸມ AU ເມື່ອ​ປີ​ກາຍ​ນີ້.

ສອງປະ​ເທດ ໃນບັນ​ດາ​ສະ​ມາ​ຊິກ 54 ປະ​ເທດ​ຂອງ AU ອັນ​ມີ Benin ​ ແລະ Eritreaໄດ້​ໂຈະ​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.

ໄນ​ຈີ​ເຣຍ ແມ່ນພ້ອມ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ນີ້ ພ້ອມ​ກັບປະ​ຊາ​ຄົມ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ລັດ​ອາຟ​ຣິກາ ຫຼື (ECOWAS) ​ຊຶ່ງ​ການ​ຮັບ​ເອົາ ການ​ນຳ​ໃຊ້​ເງິນ​ຕາ​ສະ​ກຸນ​ດຽວ​ກັນ ໃນ​ສັບ​ປະ​ດາ​ແລ້ວ​ນີ້ ຈະ​ຊ່ອຍກະ​ຕຸ້ນ​ການ​ຄ້າໃນ​ທົ່ວທະ​ວີບ ນັ້ນຄື​ຄຳ​ເວົ້າ ​ຂອງທ່ານ Mohamed Ibn Chambas ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງເລ​ຂາ​ທິ​ການ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ຫົວ​ໜ້າ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳ​ເຂດອາຟ​ຣິ​ກາ​ຕາ​ເວັນ​ຕົກ ແລະ​ເຂດ Sahel ທີ່​ໄດ້ກ່າວໄ​ວ້.

​ທ່ານ Chambas ກ່າວ​ຕໍ່​ວີ​ໂອ​ເອ​ວ່​າ “​ຂໍ້​ຕົກ​ລົງການຄ້​າ​ເສ​ລີໃນ​ທະ​ວີບ ຈະ​ເປັນ​ຂົງ​ເຂດ​ທີ່​ໃຫຍ່​ຂຶ້ນ​ແລະ​ເປັນ​ເຂດ​ທີ່​ມີ​ການ​ນຳ​ໃຊ້​ກົດ​ໝາຍ​ການ​ຄ້າ​ເສ​ລີ ຂອງ​ຂົງ​ເຂດ ແລະ​ນີ້​ລະ​ແມ່ນ​ບ່ອນ​ທີ່​ເງິນ​ຕາ​ສະ​ກຸນດຽວ​ກັນ ຈະ​ຖືກ​ນຳ​ໃຊ້ ຖ້າ​ຫາກ​ທ່ານ​ມີ​ຂົງ​ເຂດ​ຂອງການ​ຄ້າ​ເສ​ລີ ແລະ​ທ່ານ​ມີ​ເງິນ​ຕາ​ສະ​ກຸນ​ດຽວ​ກັນແລ້ວ​ນັ້ນ ການ​ກະ​ຕຸກ​ຊຸກ​ຍູ້​ທັງ​ສອງຢ່າງ ທັງ​ການ​ຄ້າ​ເສ​ລີ ແລະ​ການ​ຄ້າ​ຂາຍ​ພາຍ​ໃນ​ຂົງ​ເຂດ.”

ECOWAS ວາງ​ແຜນ​ທີ່​ຈະ​ນຳສະ​ເໜີເງິນ​ຕາ​ແບບ ECO ໃນປີ 2020 ແຕ່​ວ່າ​ການ​ເປີດ​ໂຕ​ໄດ້​ມີ​ການ​ຊັກ​ຊ້າ​ຢ່າງ​ຕໍ່​ເນື່ອງ ນັບ​ຕັ້ງ​ແຕ່​ປີ 2000 ເປັ​ນຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG