ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ ສ​ຫລ ຕ້ອງ​​ໃຫ້ເຫດ​ຜົນເໝາະ​ສົມ ​ກ່ຽວ​ກັບການ​ເອົາ​​ຄຳ​ຖາມ ເລື້ອງ​ສັນ​ຊາດ​ໃສ່​ໃນ​ໃບ​ສຳ​​ຫຼວດ ​ພົນ​ລະ​ເມືອງ ໃນມື້ນີ້


ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ຄົນ​ເຂົ້າ​ເມືອງ ພາ​ກັນ​ໂຮມ​ຊຸມ​ນຸມ ຢູ່ນອກ​ສານ​ສູງ​ສຸດ ໃນ​ຂະ​ນະ​ທີ່​​ຜູ້​ພິ​ພາກ​ສາ​ພາ​ກັນ ໄຕ່​ສວນ​ຄະ​ດີກ່ຽວ​ກັບ​ແຜນ​ການ​ຂອງລັດ​ຖະ​ບານ​ທ່ານ ທ​ຣຳ ທີ່​ຈະ​ຖາມເຖິງ​ສັນ​ຊາດ​ ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ປີ 2020 ຢູ່ນັ້ນ, ວັນ​ທີ 23 ເມ​ສາ, 2019
ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ຄົນ​ເຂົ້າ​ເມືອງ ພາ​ກັນ​ໂຮມ​ຊຸມ​ນຸມ ຢູ່ນອກ​ສານ​ສູງ​ສຸດ ໃນ​ຂະ​ນະ​ທີ່​​ຜູ້​ພິ​ພາກ​ສາ​ພາ​ກັນ ໄຕ່​ສວນ​ຄະ​ດີກ່ຽວ​ກັບ​ແຜນ​ການ​ຂອງລັດ​ຖະ​ບານ​ທ່ານ ທ​ຣຳ ທີ່​ຈະ​ຖາມເຖິງ​ສັນ​ຊາດ​ ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ປີ 2020 ຢູ່ນັ້ນ, ວັນ​ທີ 23 ເມ​ສາ, 2019

ພວກ​ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ພາ​ກັນເຮັດ​ວຽກ​ຢ່າງຂຸ້ນ​ຂ້ຽວ ເພື່ອ​ຈະ​ເອົາ​ເຫດ​ຜົນ​ອັນເໝາະ​ສົມ​ໃຫ້​ແກ່​ສານ​ທັນ​ຕາມກຳ​ນົດເສັ້ນ​ຕາຍ​ຢູ່​ໃນ​ຄຳ​ສັ່ງ​ຂອງ​ສານ ຊຶ່ງ​ແມ່ນ​ຕອນ​ບ່າຍ​ຂອງວັນ​ສຸກມື້ນີ້ ວ່າ​ເປັນ​ຫຍັງ​ຈຶ່ງ​ເອົາຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າໃສ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ຂອງ​ຊາດ​ໃນປີ 2020 ນີ້ ຖ້າບໍ່​ດັ່ງ​ນັ້ນ ​ກໍ​ຈະລະ​ບຸ​ວ່າ ຈະ​ບໍ່ມີການ​ພະ​ຍາ​ຍາມ​ຫາ​ທາງເອົາ​ຄຳ​ຖາມ​ທີ່​ເປັນ​ການ​ໂຕ້​ຖຽງ​ກັນ​ນັ້ນ ​ເຂົ້າໃສ່​ໃນ​ການ​ສຳ​ຫລວດ​ດັ່ງ​ກ່າວ.

ສານລັດ​ຖະ​ບານ​ກາງສະ​ຫະ​ລັດ ແລະລັດ​ຕ່າງໆ ທີ່ໄດ້​ຄັດ​ຄ້ານ​ການ​ຕັດ​ສິນ​ໃຈ​ຂອງລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ການ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າໃສ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ຄັ້ງນີ້ ກຳ​ລັງ​ຂໍ​ໃຫ້​ມີ​ຄຳ​ອະ​ທິ​ບາຍ​ທີ່ຈະ​ແຈ້ງ ພາຍ​ຫລັງ​ທີ່​ກະ​ຊວງ​ຍຸ​ຕິ​ທຳ ແລະ​ກະ​ຊວງ​ການ​ຄ້າໄດ້​ຕ່າວ​ປີ້ນ​ຢ່າງກະ​ທັນ​ຫັນ​ຕໍ່​ສິ່ງ​ທີ່​ໄດ້​ຮັບ​ຮູ້ເອົາແລ້ວ​ວ່າ ​ໃຫ້ເຮັດຟອມ​ສຳ​ຫລວດ​ໃຫ້​ແລ້ວໂດຍທີ່​ບໍ່ເອົາ​ຄຳ​ຖາມ​ກ່ຽວ​ກັບສະ​ຖາ​ນະ​ພາບ​ດ້ານສັນ​ຊາດນັ້ນໃສ່.

ສານ​ສູງ​ສຸດ​ໄດ້​ຕັດ​ສິນໄປ​ແລ້ວ​ວ່າ ຄຳ​ອະ​ທິ​ບາຍ​ຂອງ​ລັດ​ຖະ​ບານ​ທີ່​ໃຊ້ເປັນ​ເຫດ​ຜົນ​ໃນການ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າ​ໃນ​ແບບຟອມ​ສຳ​ຫລວດນັ້ນ ບໍ່​ມີ​ຄວາມ​ກະ​ຈ່າງ​ແຈ້ງຕາມ​ມາດ​ຕະ​ຖານໃນ​ດ້ານການ​ໃຫ້​ຄຳ​ອະ​ທິ​ບາຍທີ່​ຈະ​ແຈ້ງວ່າ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຖາມຄຳ​ຖາມນັ້ນ ຢູ່ໃນ​ລະ​ຫວ່າງ​ການ​ນັບ​ຫົວ​ຄົນ ຂອງພົນ​ລະ​ເມືອງ​ໃນ​ສະ​ຫະ​ລັດ ​ທີ່​ມີ​ຂຶ້ນ​ໃນ​ທຸກໆ 10 ປີນັ້ນ.

ບັນຫາ​ດັ່ງ​ກ່າວ​ປາ​ກົດ​ວ່າ ໄດ້​ຖືກ​ແກ້​ໄຂ​ໃຫ້​ໝົດ​ໄປ ​ເພີ້ມ​ອີກໃນ​ວັນ​ອັງ​ຄານ ຜ່ານ​ມາ ເມື່ອ​ກະ​ຊວງ​ຍຸ​ຕິ​ທຳ ແລະ​ກະ​ຊວງ​ການ​ຄ້າ ໄດ້​ປະ​ກາດ​ຄຳ​ຖະ​ແຫລງ​ການ ແລະ​ຄຳ​ເຫັນ​ຕໍ່​ກໍ​ລະ​ນີທາງ​ກົດ​ໝາຍ​ວ່າ ການ​ດຳ​ເນີນ​ງານ​ໃນການ​ພິມ​ເອ​ກະ​ສານໃຊ້​ໃນ​ການ​ສຳ​ຫລວດແມ່ນກ້າວ​ໄປ ໂດຍ​ປາດ​ສະ​ຈາກ​ການ​ຕື່ມ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ໃສ່ເພື່ອ​ໃຫ້ໃນ​ທັນ​ກັບ​ກຳ​ນົດ​ວັນ​ເວ​ລາຂອງ​ການ​ນັບ​ຫົວ​ພົນ​ລະ​ເມືອງໃຫ້​ແລ້ວ​ຕາມເວ​ລາ​ທີ່ໄດ້​ກຳ​ນົດໄວ້.

​ແຕ່​ວ່າ ຢູ່ໃນການ​ຂຽນຂໍ້​ຄວາມ​ຫລາຍ​ອັນລົງ​ໃນ​ທວີດ​ເຕີນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເອົາ​ຄວາມບໍ່​ແນ່ນອນ​ມາ​ສີດ​ເຂົ້າ​ໃສ່​ຂັ້ນ​ຕອນ​ດັ່ງ​ກ່າວ​ຄືນ​ອີກ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປະ​ກາດ​ວ່າ "ພວກ​ເຮົາ​ຈະ​ຕ້ອງ​ເດີນ​ໜ້າ​ຕໍ່​ໄປ ເພາະພວກ​ເຮົາ​ຕ້ອງໄດ້ເຮັດ, ຍ້ອນວ່າ ​ຄຳ​ຕອບ​ຕໍ່​ຄຳ​ຖາມນີ້ມີຄວາມ​ສຳ​ຄັນ​ຫລາຍ."

ຜູ້​ພິ​ພາກ​ສາປະ​ຈຳ​ເຂດຂອ​ງສະ​ຫະ​ລັດ ທ່ານຈອຣ໌​ຈ ເຮ​ໂຊ​ລ (George Hazel) ໃນ​ລັດ​ແມ​ຣີ​ແລນວາງ​ກຳ​ນົດເສັ້ນ​ຕາຍວ່າ​ ໃນບ່າຍ 2 ໂມງ​ຂອງວັນ​ສຸກມື້​ນີ້ລັດ​ຖະ​ບານຈະ​ຕ້ອງບອກໃຫ້​ຮູ້ວ່າຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ຈະ​ຕ້ອງ​ມີ​ຢູ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ຫລືບໍ່ ຖ້າບໍ່​ດັ່ງ​ນັ້ນ​ ກໍ​ໃຫ້​ອະ​ທິ​ບາຍ​ວ່າ ສານ​ຕ້ອງ​ໄດ້​ດຳ​ເນີນ​ການ​ແບບ​ໃດ ຕໍ່​ບັນ​ຫາ​ທ້າ​ທາຍ​ທີ່​ບໍ່​ຮັບ​ການ​ແກ້​ໄຂຊຶ່ງລັດ​ຖະ​ບານ​ໄດ້​ລະ​ເມີດກົດລະ​ບຽບ​ກ່ຽວ​ກັບສິດ​ໃນ​ການ​ໄດ້​ຮັບ​ການ​ປົກ​ປ້ອງ​ແບບ​ເທົ່າ​ທຽມ​ກັນ ທີ່​ລະ​ບຸ​ໄວ້​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG