ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ສຫ​ລ​ ວ່າ ຕົນຈະ​ “ບໍ່​ອະ​ນຸ​ຍາດ” ​ໃຫ້​ອີ​ຣ່ານ ພັດ​ທະ​ນາ​ ອາ​ວຸດ​ນິວ​ເຄ​ລຍ ​


ປະ​ທາ​ນາ​ທິ​ບໍ​ດີ Hassan Rouhani ຂອງ​ອີ​ຣ່ານ ຟັງການ​ອະ​ທິ​ບາຍ​ກ່ຽວ​ກັບຜົນ​ງານ​ໃໝ່​ດ້ານ​ນິວ​ເຄ​ລຍຢູ່​ໃນ​ພິ​ທີສະ​ຫລອງ "ວັນ​ແຫ່ງ​ນິວ​ເຄ​ລຍ​ແຫ່ງ​ຊາດ," ຢູ່​ນະ​ຄອນ​ເຕ​ຫະ​ຣ່ານ, ວັນ​ທີ 9 ເມ​ສາ, 2018.
ປະ​ທາ​ນາ​ທິ​ບໍ​ດີ Hassan Rouhani ຂອງ​ອີ​ຣ່ານ ຟັງການ​ອະ​ທິ​ບາຍ​ກ່ຽວ​ກັບຜົນ​ງານ​ໃໝ່​ດ້ານ​ນິວ​ເຄ​ລຍຢູ່​ໃນ​ພິ​ທີສະ​ຫລອງ "ວັນ​ແຫ່ງ​ນິວ​ເຄ​ລຍ​ແຫ່ງ​ຊາດ," ຢູ່​ນະ​ຄອນ​ເຕ​ຫະ​ຣ່ານ, ວັນ​ທີ 9 ເມ​ສາ, 2018.

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ຈັນ​ວານນີ້ວ່າ ທ່ານ​ຄິດ​ວ່າ ອີ​ຣ່ານກຳ​ລັງ “ຫຼິ້ນ​ກັບ​ໄຟ” ຫລັງ​ຈາກ​ປະ​ເທດ​ດັ່ງ​ກ່າວ ໄດ້​ປະ​ກາດ​ວ່າ ຕົນ​ເກັບ​ສະ​ສົມ​ທາດ​ຢູ​ເຣ​ນຽມ ​ທີ່​ມີ​ແສນ​ຍາ​ນຸ​ພາບ​ຕ່ຳ​ຢູ່​ໃນ​ຄັງຫລາຍເກີນ​ຂີດກຳ​ນົດໄວ້ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ສາ​ກົນ ​ທີ່​ວາງ​ຂໍ້​ຈຳ​ກັດ ​ແກ່ໂຄງ​ການ​ນິວ​ເຄ​ລຍ​ຂອງ​ປະ​ເທດດັ່ງ​ກ່າວ.

“ພວກ​ເຂົາ​ຮູ້​ວ່າ​ຕົນ​ເອງກຳ​ລັງ​ເຮັດ​ຫຍັງ. ພວກ​ເຂົາ​ຮູ້​ວ່າ​ພວກ​ເຂົາ​ກຳ​ລັງ​ຫລິ້​ນ​ກັບ​ຫຍັງ​,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ທີ່​ທຳ​ນຽບ​ຂາວ.

ຖະ​ແຫລງ​ການ​ສະ​ບັບ​ນຶ່ງຂອງ​ທຳ​ນຽບ​ຂາວທີ່ນຳ​ອອກ​ເຜີຍ​ແຜ່ກ່ອນ​ໜ້ານັ້ນ ໄດ້​ກ່າວ​ຢ້ຳ​ເຖິງ​ທ່າ​ທີຂອງ​ສະ​ຫະ​ລັດທີ່​ຈະ​ “ບໍ່​ອະ​ນຸ​ຍາດ” ​ໃຫ້​ອີ​ຣ່ານພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ​ໄດ້​.

ຖະ​ແຫລງ​ການສະ​ບັບນັ້ນ ຍັງ​ເວົ້າອີກ​ວ່າ ອີ​ຣ່ານ ຄວນ​ປະ​ຕິ​ບັດຕາມ ​ມາ​ດ​ຕະ​ຖານ ທີ່​ບໍ່​ໃຫ້​ກັ່ນ​ທາດ​ຢູ​ເຣ​ນຽມ​ເກີນ​ຂີດ​ຈຳ ແລະ​ເວົ້າ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ ​ທ​ຣຳ ຈະ​ສືບ​ຕໍ່ທຳ​ການປຸກ​ລະ​ດົມ​ໃຫ້​ກົດ​ດັນອີ​ຣ່ານ “ຈົນ​ກວ່າຜູ້​ນຳ​ຂອງ​ປະ​ເທດ ນັ້ນຈະ​ປ່ຽນ​ແປງ​ການ​ກະ​ທຳ​ຂອງ​ຕົນ."

ທ່ານ ໂມ​ຮຳ​ມາດ ຈາ​ວາດ ຊາ​ຣິ​ຟ (Mohammad Javad Zarif) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອີ​ຣ່ານ ​ກ່າວ​ຕໍ່ອົງ​ການ​ຂ່າວ ISNA ທີ່​ເປັນ​ອົງ​ການ​ຂ່າວ​ເຄິ່ງ​ທາງ​ການ ຂອງ​ອີ​ຣ່ານ​ວ່າ ອີ​ຣ່ານ "ໄດ້​ກາຍ​ຂີດ​ຈຳ​ກັດ​ທີ່​ຕັ້ງ​ໄວ້ 300 ກິ​ໂລກ​ຣາມ" ສຳ​ລັບການເກັບສະ​ສົມທາດ​ຢູ​ເຣ​ນຽມ​ທີ່​ກັ່ນ​ແລ້ວ ໃນ​ລະ​ດັບ​ທີ່​ສູງ​ເຖິງ 3.67 ເປີ​ເຊັນ.

ອົງ​ການພະ​ລັງ​ງານ​ປະ​ລາ​ມະ​ນູສາ​ກົນຂອງສະ​ຫະ​ປະ​ຊາ​ຊາດ ທີ່​ມີ​ບົດ​ບາດ​ໃນ​ການ​ຕິດຕາມເບິ່ງວ່າ​ ອີ​ຣ່ານ​ປະ​ຕິ​ບັດ​ສອດ​ຄ່ອງ​ກັບ​ຂໍ້​ຕົກ​ລົງ​ນິວເຄ​ລຍຫລືບໍ່ນັ້ນ ໄດ້​ຢືນ​ຢັນ​ໃນ​ວັນ​ຈັນ​ວານນີ້​ວ່າ ອີ​ຣ່ານ​ມີທາດ​ຢູ​ເຣ​ນຽມກາຍຂີດ​ຈຳ​ກັດ​ທີ່​ລະ​ບຸ​ໄວ້​ໃນ​ຂໍ້​ຕົກ​ລົງ.

ທ່ານ ຊາ​ຣິ​ຟ (Zarif) ໃຫ້​ເຫດ​ຜົນ​ວ່າ ການ​ກະ​ທຳ​ດັ່ງ​ກ່າວບໍ່​ໄດ້​ລະ​ເມີດ​ຕໍ່ຂໍ້​ຕົກ​ລົງນັ້ນ​ແຕ່​ຢ່າງ​ໃດ ເພາະ​ວ່າ​ຂໍ້​ຕົກ​ລົງ​ນັ້ນ ມີ​ຂໍ້ກຳ​ນົດທີ່​ອະ​ນຸ​ຍາດ​ໃຫ້​ຝ່າຍ​ນຶ່ງ​ທຳ​ການ​ຕອບ​ໂຕ້​ໄດ້ ຖ້າ​ຫາກ​ອີກຝ່າຍນຶ່ງ ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກ​ລົງ​ໄປ.

ອີ​ຣ່ານ​ເຊັນ​ຂໍ້ຕົກ​ລົງ​ກັບ 6 ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ ຊຶ່ງ​ລວມ​ທັງ​ສະ​ຫະ​ລັດແລະ​ສະ​ຫະ​ພາບ​ຢູ​ໂຣບເພື່ອ​ແລກ​ປ່ຽນ​ກັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ ​ຕໍ່​ເຕ​ຫະ​ຣ່ານ. ສະ​ຫະ​ລັດ​ໄດ້​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົ​ກ​ລົງ​ດັ່ງ​ກ່າວ ​ໃນ​ປີ​ກາຍນີ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG