ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ວິນິດໄສ ໂຣກ​ມະ​ເຮັງ​​ ລຳ​ໄສ້ໃຫຍ່ ໂດຍເທັກ​ໂນ​ໂລ​ຈີ​ ປັນ​ຍາ​ປະ​ດິດ ສາ​ມາດ​ຊ່ອຍ​ຊີ​ວິດ ​ພວກ​ຜູ້​ຄົນ​ໄດ້


ທ່ານ​ໝໍ​ກຳ​ລັງ​ໃຊ້​ວິ​ທີ colonoscopy ເພື່ອ​ວິ​ນິ​ໄສໂຣກ ທີ່ ເມືອງ Marseille, ​ພາກ​ໃຕ້​ຝ​ຣັ່ງ.
ທ່ານ​ໝໍ​ກຳ​ລັງ​ໃຊ້​ວິ​ທີ colonoscopy ເພື່ອ​ວິ​ນິ​ໄສໂຣກ ທີ່ ເມືອງ Marseille, ​ພາກ​ໃຕ້​ຝ​ຣັ່ງ.

ການນຳໃຊ້​ການ​ປະ​ສົມ​ປະ​ສານ​ກັນ ລ​ະຫວ່າງປັນ​ຍາ​ປະ​ດິດ ແລະ​ເທັກ​ໂນ​ໂລ​ຈີ​ ອະ​ວະ​ກາດ ເພື່ອຄວາມ​ແມ່ນ​ຢຳ ຂອງ​ການ​ວິນິດໄສ ໂຣກ​ມະ​ເຮັງ​​ລຳ​ໄສ້ໃຫຍ່.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແຫ່ງມະ​ຫາ​ວິ​ທະ​ຍາ​ໄລ ຄໍ​ເລຈ ລອນດອນ (UCL) ​ກຳ​ລັງ​
ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີໃໝ່ ທີ່​ຈະ​ຊ່ອຍ​ບັນ​ດາທ່ານ​ໝໍ​ກວດ​ເບິ່ງ​ໂຣກມະ​ເຮັງລຳ​ໄສ້
ໃຫຍ່ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ ແລະ​ຕິ່ງເນື້ອງອກທີ່​ຢູ່ໃນຊ່ວງ​ທີ່​ເລີ້ມເປັນ​ໃໝ່ໆ
ແລະ​ຮັບ​ປະ​ກັນວ່າ ໂອ​ກາດ​ທີ່ຄົນ​ປ່ວຍຈະຫາຍຈາກ ການ​ເປັນພະ​ຍາດນັ້ນແມ່ນ​
ດີ​ທີ່​ສຸດ. ລະ​ບົບ​ດັ່ງ​ກ່າວ​ນີ້ ເອີ້ນ​ວ່າ Odin Vision ທີ່ນຳໃຊ້​ການ​ປະ​ສົມ​ປະ​ສານ​ກັນ
ລ​ະຫວ່າງປັນ​ຍາ​ປະ​ດິດ ແລະ​ເທັກ​ໂນ​ໂລ​ຈີ​ ອະ​ວະ​ກາດ ເພື່ອຄວາມ​ແມ່ນ​ຢຳຂອງ
​ການ​ວິນິດໄສໂຣກ. ຊ​ລາ​ຕິ​ກາ ໂຮກ ນັກ​ຂ່າວ​ວີ​ໂອ​ເອ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ
ເລື້ອງ​ນີ້ ຊຶ່ງວັນ​ນະ​ສອນ​ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໂຣກ​ມະ​ເຮັງລຳ​ໄສ້ໃຫຍ່​ເປັນ​ມະ​ເຮັງ​ຊະ​ນິດ​ທີ່ຄົນ​ມັກ​ເປັນ​ຫລາຍທີ່​ສຸດອັນ​ດັບ​ 3
ຂອງ​ໂລກ ແລະ​ການກວດ​ພົບ​ຍິ່ງ​ໄວເທົ່າ​ໃດ ໂອ​ກາດ​ທີ່​ພວກຜູ້​ປ່ວຍຈະຫາຍ
ຈາກ​ໂຣກດັ່ງກ່າວໄດ້ ກໍ​ຍິ່ງຫລາຍ​ເທົ່າ​ນັ້ນ. ແ​ຕ່​ວ່າ ການ​ທີ່ທ່ານ​ໝໍ​ຜູ້​ນຶ່ງໃ​ຊ້​ວິ​ທີ
ວິ​ນິ​ໄສພະ​ຍາດ ​ໂດຍ​ການໃຊ້​ກ້ອງ​ສ່ອງເຂົ້າ​ໄປຖ່າຍຮູບລໍາໄສ້ໃຫຍ່ຈາກຮູທະວານ
ຫລື colonoscopy ​ກໍ​ຈະ​ບໍ່ສາ​ມາດ​ເຫັນ​ທຸ​ກ​ສິ່ງ​ທຸກຢ່າງທີ່ປາ​ກົດຢູ່ໜ້າ​ຈໍຄອມ​ພິວ​ເຕີ
ແລະລາຍ​ລະ​ອຽດ​ເລັກໆ​ນ້ອຍໆ ກໍ​ອາດຈະ​ບໍ່ຖືກກວດ​ພົບ​ກໍ​ເປັນ​ໄດ້.

ທ່ານ Laurence Lovat ອາ​ຈານ​ສອນ​ກ່ຽວ​ກັບລະ​ບົບ​ຍ່ອຍ​ອາ​ຫານ​ໃນ​ລຳ​ໄສ້
ແລະການ​ວັດ​ແທກຄວາມ​ເຂັ້ມ​ຂອງ​ແສງ​ແບບຊີ​ວະພາບ​ຫລື biophotonics
​ກ່າວວ່າ“ພວກເຮົາ​ເບິ່ງ​ຜິດພາດຕິ່ງ​ເນື້ອງອກ​ອັນ 1 ຢູ່​ໃນ 5 ຕິ່ງ ໃນລະ​ຫວ່າງ
ທີ່ສ່ອງເຂົ້າ​ໄປຖ່າຍຮູບລໍາໄສ້ໃຫຍ່ຈາກຮູທະວານ ຫລື colonoscopy ຢູ່ນັ້ນ ​
ແລະ ​ສຳ​ລັບ​ສິ່ງ​ທີ່​ເປັນສາ​ເຫດໃຫຍ່ອັນດັບ​ 2 ທີ່​ພາ​ໃຫ້​ເກີດການ​ຕາຍທີ່​ກ່ຽວ
​ຂ້ອງກັບໂຣກ​ມະ​ເຮັງໃນ​ອັງ​ກິດແລ້ວ ອັນ​ນັ້ນ ​ຖື​ວ່າເປັນເລື້ອງ​ໃຫຍ່.”


ນັກ​ວິ​ທະ​ຍາ​ສາດ ກ່າວ​ວ່າ ປັນ​ຍາ​ປະ​ດິດສາ​ມາດ​ທີ່​ຈະ​ເຫັນພາບ​ທັງ​ໝົດ, ມັນ​ບໍ່​ເຄີຍ
ທີ່​ຈະເບິ່ງຜິດ ແລະ​ບໍ່​ເຄີ​ຍ​ຖືກ​ລົບ​ກວນ​ໃຫ້​ຫັນ​ເຫ​ຄວາມ​ສົນ​ໃຈໄປ.​

ທ່ານ Peter Mountney ຫົວ​ໜ້າດ້ານ​ບໍ​ລິ​ຫານບໍ​ລິ​ສັດ Odin Vision ກ່າວ​ວ່າ
“ໃນ​ຂະ​ນະ​ທີ່ວີ​ດີ​ໂອ​ຖ່າຍ​ທອດ​ສົດລະ​ບົບຂອງ​ພວກ​ເຮົາທີ່​ກຳ​ລັງ​ຖ່າຍ​ພາບ​ຢູ່​ນັ້ນ,
ຈາກ​ພາບຕໍ່ພາບ, ແມ່ນດຳ​ເນີນ​ຂັ້ນ​ຕອນໃນ​ອັນ​ທີ່ພວກເຮົາເອີ້ນ​ວ່າ ເຄືອ​ຂ່າຍລະ​ບົບ
ປະ​ສາດ​ຂອງ​ປັນ​ຍາ​ປະ​ດິດ ຫລື artificial neural network ແລະ​ ຂ້າ​ພະ​ເຈົ້າພະ​ຍາ​
ຍາມ​ທີ່​ຈະ​ຊອກ​ຫາບ່ອນ​ທີ່ຕິ່ງ​ເນື້ອງອກ​ເຫລົ່ານັ້ນຢູ່ໃຫ້​ພົບ ໂດຍ​ການກວດ​ເບິ່ງ​ສິ່ງ​ທີ່​
ເປັນຄື​ຮູບ​ຮອຍຢູ່ໃນພາບ ແລະ ການ​ມີ​ສີແຕກ​ຕ່າງ​ກັນ​ຂອງ​ເນື້ອ​ເຫຍື່ອ.”

ຂໍ້​ມູນທີ່​ສົ່ງ​ໄປ​ທາງ​ອິນ​ເຕີ​ແນັຕນັ້ນນັ້ນມັນຫລາຍ​ໂພດ ແລະ​ມີ​ລາຍ​ລະ​ອຽດ​ຫຼາຍ ເກີນ​ໄປ​.
ສະ​ນັ້ນ ບໍ​ລິ​ສັດ Odin Vision ທີ່ໃຊ້​ການ​ສື່​ສານລະ​ຫວ່າງ​ຜືນ​ໜ້າ ໂລກກັບດາວ​ທຽມທີ່
​ຢູ່ຫ່າງ​ກັນເປັນຫລາຍ​ພັນ​ໄມ​ລ໌ ບ່ອນ​ທີ່​ປັ​ນຍາ​ປະ​ດິດຖືກ​ເກັບ​ໄວ້ຢູ່​ໃນອິນ​ເຕີ​ແນັດ​ຫລື
cloud ແລະ​ສົ່ງ​ຂໍ້​ມູນ​ຕ່າງໆ​ກັບ​ຄືນ​ໄປ​ຫາ​ທ່ານ​ໝໍ ຜູ້​ທີ່​ກຳ​ລັງ​ວິ​ນິ​ໄສ​ອາ​ການ​ນັ້ນຢູ່
ຕະ​ຫລອດເວ​ລາ. ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ອັນ​ໃໝ່​ນີ້ ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ເລີ້ມ​ຕົ້ນ​ຢູ່.

ຖ້າ​ຫາກ​ມັນ​ພິ​ສູດ​ໃຫ້​ເຫັນວ່າ​ມີ​ຄວາມ​ສຳ​ເລັດແລ້ວ ລະ​ບົບ cloud ຈະ​ເປັນ​ບ່ອນ​ທີ່​ເຂົ້າ
​ເຖິງ​ຂໍ້​ມູນສຳ​ລັບຄ​ລີ​ນິກ ແລະ​ໂຮງໝໍ​ຕ່າງໆ ​ແມ່ນແຕ່​ຈະ​ຢູ່ໃນ​ເຂດ​ຊົນນະ​ບົດກໍຕາມ
ໂດຍ​ຮັບ​ປະ​ກັນວ່າ ຄົນ​ປ່ວຍ​ທຸ​ກຄົນ ​ໄດ້​ຮັບການ​ວິ​ນິ​ໄສ​ໂຣກໄວ​ທີ່​ສຸດ ແລະ​ແມ່ນ​ຢຳທີ່ສຸດ.

ທ່ານ ແດນ ສະ​ຕອຍ​ຢາ​ນົ​ຟ (Dan Stoyanov), ຈາກ​ພະ​ແນກຄອ​ມພິວ​ເຕີວິ​ທະ​ຍາ
ໃນມະ​ຫາ​ວິ​ທະ​ຍາ​ໄວ UCL ກ່າວ​ວ່າ“ປັນ​ຍາ​ປະ​ດິດ ຫຼື AI ແມ່ນ​ຈັດ​ໃຫ້​ພວກ​ເຮົາຢູ່​ໃນ
​ຈຸດ​ທີ່​ວ່າພວກ​ເຮົາ​ສາ​ມາດຮັບ​ປະ​ກັນ​ຄຸ​ນນະ​ພາບ​ຂອງ​ການ​ໃຫ້​ບໍ​ລິ​ການໄດ້. ພວກ​ເຮົາ​
ແມ່ນ​ຜູ້​ສຳ​ຄັນທີ່ຈະເຮັດ​ໃຫ້ການ​ປິ່ນ​ປົວສຸ​ຂະພາບ​ກັບ​ກາຍ​ເປັນລັກ​ສະ​ນະ​ປະ​ຊາ​ທິ​
ປະ​ໄຕ ເພາະ​ວ່າ ພວກ​ເຮົາຮັບ​ປະ​ກັນ​ວ່າ ພວກ​ເຮົາສາ​ມາດປະ​ຕິ​ບັດ​ໜ້າ​ທີ່ໃນ​ການ
​ວິ​ໄຈ​ໂຣກທີ່​ດີ​ທີ່​ສຸດ, ປະ​ເພດ​ທີ່ມີ​ລັກ​ສະ​ນະ​ຊ່ຽວ​ຊານຢູ່​ທຸກ​ຫົນ​ທຸກ​ແຫ່ງໃນ​ທົ່ວ​
ໂຮງ​ໝໍ​ ຕ່​າງໆ.”

ນັກ​ວິ​ທະ​ຍາ​ສາດ​ຂອງບໍ​ລິ​ສັດ Odin Vision ຫວັງວ່າ​ໂຄງການທີ່​ຄົ້ນ​ພົບ​ຂອງ​ພວກ​ເຂົາ
​ເຈົ້າ​ນີ້ ​ຈະ​ສາ​ມາດ​ຊ່ອຍຊີ​ວິດ​ຜູ້​ຄົນຫຼາຍ​ພັນ​ຄົນໄດ້ ແລະ​ຊ່ອຍ​ເຫຼືອ​ພວກ​ຄົນ​ປ່ວຍ
ທັງ​ຫຼາຍໃຫ້ຫຼີກ​ເວັ້ນ​ຂັ້ນ​ຕອນ​ການ​ສາຍ​ແສງ​ຕ່າງໆໄດ້. ພວກ​ທີ່ລອດ​ຊີ​ວິດ​ມາຈາກ
ການໂຣກ​ມະ​ເຮັງລຳໄສ້​ໃຫຍ່​ຫວັງ​ວ່າ ເທັກ​ໂນ​ໂລ​ຈີໃນການ​ວິ​ນິດ​ໄສໃໝ່​ນີ້ ຈະ​ມີໄວ້​
ໃຫ້​ບໍ​ລິ​ການໃນ​ໄວໆ​ນີ້.

ທ່ານນາງ Lesley Booth ​ຄົນ​ປ່ວຍທີ່​ຫາຍ​ດີ​ຈາກໂຣກມະ​ເຮັງລຳ​ໄສ້​ໃຫຍ່ກ່າວ​ວ່າ:
“​ຫວັງ​ວ່າ ເຄື່ອງໂປ​ຣ​ແກ​ຣມ ຫລື software ທີ່​ວ່າ​ນີ້ ຈະ​ຖືກ​ນຳເອົາ​ມາໃຊ້ ເພື່ອໃຫ້ຄອບ​ຄົວ​ຂອງ​ຂ້ອຍ​ ຈະ​ໄດ້​ຮັບ​ການ​ຮັບປະ​ກັນຄືນ​ອີກຢ່າງ​ວ່ອງໄວວ່າ​ທຸກ​ສິ່ງ​ທຸກຢ່າງກ່ຽວກັບ​ສຸ​ຂ​ະພາບ​ຂອງ​ຂ້ອຍ ​ມີ​ບັນ​ຫາ​ ​ຫຼືບໍ່.”

ບໍ​ລິ​ສັດ Odin Vision ແມ່ນ​ກຳ​ລັງມີ​ແຜນ​ທຳ​ການ​ສຶກ​ສາຄົ້ນ​ຄວ້າ​ແບບ​ທົດ​ລອງເຮັດ​ຢູ່​ຄ​ລີ​ນິກໃນ​ 12 ເດືອນ ຕໍ່​ໜ້ານີ້ ແລະ​ຄາດ​ຫວັງ​ວ່າ ເຄື່ອງ​ເທັກ​ໂນ​ໂລ​ຈີ​ລຸ້ນ​ແລກໆ ຈະ​ນຳ​ອອກ​ມາ​ໃຊ້ໃນ​ຮອບ 2 ປີ ຕໍ່​ໜ້າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG