ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິ​ນ​ເດຍ ອ້າງວ່າ ຕົນ​ໄດ້​ສົ່ງ ດາວ​ທຽມ ເບົາ​ທີ່​ສຸດ ໃນ​ໂລກ ຂຶ້ນ​ສູ່ ວົງ​ໂຄ​ຈອນ


India Satellite
please wait
Embed

No media source currently available

0:00 0:00:29 0:00

ອິນ​ເດຍ​ກ່າວ​ອ້າງວ່າ ຕົນ​ໄດ້​ສົ່ງ​ດາວ​ທຽມ ທີ່​ເບົາ​ທີ່​ສຸດ​ໃນ​ໂລກ ຂຶ້ນ​ສູ່​ວົງ​ໂຄ​ຈອນຈາກ​ຖານ​ສົ່ງ​ ຍານ​ອະ​ວະ​ກາດ ​ສີ​ຫາ​ຣິ​ໂຄ​ຕ້າ (Sriharikota) ຂອງ​ຕົນ​ ທີ່​ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ຂອງ​ອິນ​ເດຍ ​ຫຼື ISRO ກ່າ​ວ​ວ່າ ຕົນ​ໄດ້​ສົ່ງ​ດາວ​ທຽມ ​ກາ​ລຳ​ສາດ (Kalamsat) ທີ່​ໜັກ 1.26 ກິ​ໂລ​ກ​ຣາມ ຂຶ້ນ​ສູ່​ວົງ​ໂຄ​ຈອນ ​ໃນຄືນ​ວັນ​ພະ​ຫັດ​ວານນີ້.

ບໍ​ລິ​ສັດ​ສຶກ​ສາ​ອະ​ວະ​ກາດ Space Kidz satellite ຊຶ່ງ​ມີ​ສູນ​ກາງ​ຕັ້ງ​ຢູ່​ເມືອງ​ເຊັນ​ໄນ ແມ່ນ​ເປັນ​ຜູ້​ສົ່ງ​ດາວ​ທຽມ​ດັ່ງ​ກ່າວ​ຂຶ້ນ​ສູ່​ອະ​ວະ​ກາດ ດ້ວຍ​ຈະ​ຫຼວດ​ຂະໜາດ​ໃຫຍ່​ທີ່​ມີ 4 ທ່ອນ​ດ້ວຍ​ກັນ.

ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ຂອງ​ອິນ​ເດຍ ກ່າວ​ວ່າ ດາວ​ທຽມ​ໜ່ວຍ​ນີ້ ໄດ້​ຖືກສົ່ງ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ ພາຍ​ໃນ​ເວ​ລາ​ພຽງ 13 ນາ​ທີ​ຫຼັງຈາກ​ທີ່​ໄດ້​ຍິງ​ຂຶ້ນ.

India is claiming to have sent the world's lightest satellite into orbit from its southern spaceport of Sriharikota.

India's Space Research Organization (ISRO) sent the 1.26 kilograms Kalamsat into orbit Thursday night.

The Chennai-based space education firm, Space Kidzsatellite was given a lift into space by a massive four stage rocket.

ISRO says the satellite was successfully placed into orbitjust over 13 minutes after lift off.

XS
SM
MD
LG