ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ກຳລັງ​ປະ​ເຊີນ​ກັບ​ໄພ​ນ້ຳ​ຖ້ວມ ຢ່າງ​ໜັກ


ນ້ຳຖ້ວມ ຢູ່ແຂວງອັດຕະປື
ນ້ຳຖ້ວມ ຢູ່ແຂວງອັດຕະປື

ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ກຳລັງ​ປະ​ເຊີນ​ກັບ​ໄພ​ນ້ຳ​ຖ້ວມ ຢ່າງ​ໜັກ ​ໂດຍ​ເປັນ​ຜົນ​ມາ​ຈາກ​ເຂື່ອນ​ເຊ​ປຽນ -​ເຊ​ນ້ຳ​ນ້ອຍ​ແຕກ ​ເຮັດ​ໃຫ້​ລັດຖະບານ ລາວ​ປະກາດ​ໃຫ້​ເປັນ​ພື້ນທີ່ໄພພິບັດ​ສຸກ​ເສີກ​ລະດັບ​ຊາດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

​ໄພ​ນ້ຳ​ຖ້ວມ ​ໄດ້​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ ​ໃນ​ຕອນ​ກາງຄືນ​ຂອງ​ວັນ​ທີ 23 ກໍລະກົດ​
ທີ່​ຜ່ານ​ມາ ​ໂດຍ​ເປັນຜົນ​ກະທົບມາ​ຈາກ​ພະຍຸ​ເຊິ່ນ​ຕິງ ຈຶ່ງ​ເຮັດ​ໃຫ້​ປະລິ​ການ​ນ້ຳ​ຝົນ
ລົ້ນ​ອ່າງໂຕ່ງຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ ​ເຊ​ນ້ຳ​ນ້ອຍ​ ​ໄຫຼ​ລົງ​ມາ​ຖ້ວມ​ເມືອງ
​ສະໜາມ​ໄຊ ​ແຂວງ​ອັດ​ຕະປືຢ່າງ​ໜັກໜ່ວງ ​ໃນ​ປັດຈຸບັນ​ນີ້ ​ແລະ​ດ້ວຍ​ຜົນ​ກະທົບ​
ທີ່​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ ​ໄດ້​ປະກາດ​ໃຫ້​ເຂດ​
ດັ່ງກ່າວ ​ເປັນ​ພື້ນ​ທີ່ ​ປະສົບ​ໄພພິບັດ​ສຸກ​ເສີນ ລະດັບ​ຊາດ​ຢ່າງ​ເປັນ​ທາງ​ການ
ໃນ​ວັນ​ທີ 24 ກໍລະກົດ​ນີ້.

​ໂດຍກ່ອນ​ໜ້າ​ນີ້ ບໍລິສັດ ຜູ້​ລົງທຶນ​ໃນ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ ​ເຊ​ນ້ຳ​ນ້ອຍ​
ກໍ​ໄດ້​ອອກ​ແຈ້ງ​ການ​ເຕືອນ​ວ່າ ປະລິມານ​ນ້ຳ​ຝົນ​ທີ່​ຕົກລົງ​ມາ ຢ່າງ​ຫຼວງ​ຫຼາຍ ອາດ​ຈະ​
ເຮັດ​ໃຫ້​ສັນ​ເຂື່ອນ​ແຕກ​ກໍ​ເປັນ​ໄປ​ໄດ້ ຊຶ່ງ​ກໍ​ໄດ້​ກາຍ​ເປັນຄວາມ​ຈິງ​ຕັ້ງ​ແຕ່ເວລາ 23 ​
ໂມງ ຂອງ​ວັນ​ທີ 23 ກໍລະກົດ ​ເປັນ​ຕົ້ນ​ມາ ​ແລະ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ປະລິມານ​ນ້ຳ
ຫຼາຍ​ກວ່າ 5,000 ລ້ານ​ໂຕນ ​ໄຫຼ​ຈາກ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ລົງ​ສູ່​ເມືອງ​ສະໜາມ​ໄຊ
ກາຍ​ເປັນ​ໄພ​ນ້ຳ​ຖ້ວມຢ່າງ​ໜັກ​ໜ່ວງ ​ເຮັດ​ໃຫ້​ຕ້ອງ​ມີ​ການ​ອົບ​ພະ​ຍົບປະຊາຊົນ​ຢ່າງ​
ສຸກ​ເສີນ ຕັ້ງ​ແຕ່​ເມື່ອ​ຄືນ​ຈົນ​ເຖິງ​ຂະນະ​ນີ້ ທັງ​ຍັງ​ມີ​ລາຍ​ງານ​ເບື້ອງ​ຕົ້ນ​ວ່າ ມີ​ປະຊາຊົນ
​ຫຼາຍ​ຮ້ອຍ​ຄົນ ຍັງ​ສູນຫາຍ​ໃນ​ເວລາ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຍັງ​ບໍ່​ມີລາຍ​ງານ​ຂອງ​ທາງ​ການ​ລາວ ກ່ຽວ​ກັບ​ຜົນ​ເສຍຫາຍ​ເກີດ​ຂຶ້ນ ​ເນື່ອງ​ຈາກ​ຕ້ອງ​ລໍຖ້າ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ​ອຳນາດ​ການ​ປົກຄອງ​ຂອງ​ແຂວງ​ອັດ​ຕະປື ທີ່​ຖືກ​ມອບ​ໝາຍໃຫ້​ຮ່ວມ​ມື ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ ​ເພື່ອ​ການ​ກູ້​ໄພພິບັດ​ສຸກ​ເສີນ ​ໃນ​ຄັ້ງ​ນີ້ ຫາກ​ແຕ່​ວ່າ​ສະຖາ​ນະ​ການ ຍັງ​ມີ​ທ່າ​ອຽງ​ທີ່​ຮຸນ​ແຮງ​ຂຶ້ນ​ອີກ ຖ້າ​ຫາກ​ຝົນ​ບໍ່​ເຊົາ​ຕົກ.

ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ ​ເຊ​ນ້ຳ​ນ້ອຍ ​ເປັນ​ການ​ຮ່ວມ​ທຶນ ລະຫວ່າງ​ບໍລິສັດ SK
ວິສະວະກຳ​ແລະ​ກໍ່​ສ້າງ​ຂອງ​ເອກ​ກະ​ຊົນ​ລາວ​ກັບ​ລັດ​ວິ​ສາ​ຫະກິດ ຖື​ຫຸ້ນ​ລາວ (Lao
Holding) ພ້ອມ​ດ້ວຍ​ບໍລິສັດ Western Power ຈາກ​ເກົາຫຼີ​ໃຕ້ ​ແລະ​ກຸ່ມ​ບໍລິສັດ​ໄຟຟ້າຣາຊບຸຣີຈຳກັດ ມະຫາຊົນ​ຂອງ​ໄທ ດ້ວຍ​ສັດສ່ວນ​ການ​ຮ່ວມ​ທຶນ 26 ​ເປີ​ເຊັນ
- 24 ​ເປີ​ເຊັນ - 25 ​ເປີ​ເຊັນ ​ແລະ 25 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 1,020
ລ້ານ​ໂດ​ລາ ໂດຍ​ມີ​ກຳນົດກໍ່ສ້າງ​ແລ້ວ​ເສັດ ​ໃນ​ປີ 2019 ມີ​ກຳລັງ​ຕິດ​ຕັ້ງ 410 ​ເມ​ກາ​ວັດ
ຫຼື​ຜະລິດພະລັງງານ​ໄຟຟ້າ ​ໄດ້​ເຖິງ 1,879 ລ້ານ​ກິໂລ​ວັດ​/​ໂມງ​ຕໍ່​ປີ ຊຶ່ງ​ໃນ​ປີ​ນີ້ 90 ​
ເປີ​ເຊັນ ຈະ​ສົ່ງ​ອອກ​ໄປ​ໄທ ຕະຫຼອດ​ອາຍຸ​ສຳ​ປະທານ 27 ປີ ​ແລະ 10 ​ເປີ​ເຊັນ
ທີ່​ເຫຼືອ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ເພື່ອ​ຕອບ​ສະໜອງ​ການ​ຊົມ​ໃຊ້
ພາຍ​ໃນ​ລາວ​ທີ່​ເພີ້​ມຂຶ້ນ​ທຸກ​ປີ.

ທັງ​ນີ້​ໂດຍ​ພາຍ​ໃນ​ປີ 2021 ລາ​ວຈະ​ມີ​ແຫຼ່ງຜະລິດ​ພະລັງງານ​ໄຟຟ້າ​ເຖິງ 100 ​ໂຄງການ
ທີ່​ມີ​ກຳລັງ​ຕິດ​ຕັ້ງ​ຮວມ ຫຼາຍ​ກວ່າ 13,000 ​ເມກາ​ວັດ ທີ່​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ ​
ໄດ້ 67,000 ລ້ານ​ກິ​ໂລ​ວັດ​/​ໂມງ​/ປີ ​ໃນ​ນີ້​ ແບ່ງ​ເປັນ​ແຫຼ່ງຜະລິດ​ພະລັງງານໄຟຟ້າ​ທີ່​ມີ​
ຢູ່​ແລ້ວ 46 ​ໂຄງການ ມີ​ກຳລັງ​ຕິດ​ຕັ້ງ 6,444 ​ເມ​ກາ​ວັດ ທີ່​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ ​
ໄດ້​ເຖິງ 35,000 ລ້ານ​ກິ​ໂລ​ວັດ​/​ໂມງ ​ແລະ​ກຳລັງກໍ່​ສ້າງ 54 ໂຄງການ ມີ​ກຳລັງ​ຕິດ​ຕັ້ງ
6,618 ​ເມ​ກາ​ວັດ ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເຖິງ 32,000 ລ້ານ​ກິ​ໂລ​ວັດ​/​ໂມງ
ຊຶ່ງ​ສ່ວນ​ໃຫຍ່​ມີ​ກຳນົດ​ການ​ກໍ່ສ້າງ​ແລ້ວ​ເສັດ​ ໃນ​ປີ 2020-2021.

XS
SM
MD
LG