ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ເປັນ​ພາກ​ສ່ວນ​ຮັບຜິດ​ຊອບ​ການ​ພັດທະນາ​ທຸກ​ດ້ານ ​ໃນ​ເຂດ​ຕິດ​ຕໍ່​ຊາຍ​ແດນ


ທະຫານປະຈຳຊາຍແດນກຳປູເຈຍ.
ທະຫານປະຈຳຊາຍແດນກຳປູເຈຍ.

ລັດຖະບານ​ລາວ​ມອບ​ໝາຍ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ພາກ​ສ່ວນ ທີ່​ຮັບຜິດ​
ຊອບການ​ພັດທະນາ​ທຸກ​ດ້ານ ​ໃນ​ເຂດ​ຕິດ​ຕໍ່​ຊາຍ​ແດນກັບປະ​ເທດ​ເພື່ອນ​ບ້ານ ​ແນ​
ໃສ່​ການ​ຮັກສາ​ຄວາມ​ໝັ້ນຄົງ​ເປັນສຳຄັນ.

ທ່ານ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້ ຖະ​ແຫຼ​ງວ່າ ຄະ
ນະ​ລັດຖະບານ​ລາວ​ໄດ້​ມີ​ມະຕິ​ຕົກລົງ ​ແລະ​ມອບ​ໝາຍ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນພາກສ່ວນ​ຫລັກ​ທີ່​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ທຸກ​ວຽກ​ງານທີ່​ກ່ຽວ​ຂ້ອງ
​ກັບ​ການ​ພັດທະນາ​ທຸກ​ດ້ານ​ໃນ​ເຂດ​ຊາຍ​ແດນຕິດ​ຕໍ່​ກັບປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ
​ເພາະ​ແມ່ນ​ໃນ​ພື້້ນ​ທີ່ ທີ່​ຍັງ​ມີ​ບັນຫາຄ້າງ​ຄາ​ກ່ຽວ​ກັບ​ເຂດ​ຊາຍ​ແດນ ລະຫວ່າງລາວ​ກັບ
​ປະ​ເທດ​ເພື່ອນ​ບ້ານ​ນັ້ນ.

ໂດຍ​ການ​ມອບ​ໝາຍ​ດັ່ງກ່າວ​ນີ້​ເປັນ​ຜົນ​ຈາກ​ການ​ເຄື່ອນ​ກຳລັງ​ທະຫານ​ຂອງ​ກຳປູເຈຍ
​ເຂົ້າ​ມາ​ໃນ​ເຂດ​ພື້ນ​ທີ່ ທີ່​ທາງ​ການ​ລາວ​ກັບ​ກຳ​ປູເຈຍ ຍັງ​ບໍ່​ສາມາດ​ຕົກລົງ​ປັກ​ປັນ​ເຂດ
​ແ​ດນຮ່ວມ​ກັນ​ໄດ້​ເມື່ອ​ວັນ​ທີ 12 ສິງຫາ 2017 ທີ່​ຜ່ານ​ມາ ຊຶ່ງ​ກໍ​ເປັນ​ຜົນ​ໃຫ້​ມີ​ການ​ພົບ​
ປະ​ເຈລະຈາ ​ແລະ​ຕົກລົງກັນ​ລະ​ຫວ່າງ ທ່ານ​ທອງ​ລຸນ ສີ​ສຸດ​ລິດ ກັບ​ທ່ານ​ຮຸນ​ ເຊ​ນ ນາຍົກລັດຖະມົນຕີຂອງທັງ 2 ປະ​ເທດໃນມື້​ດຽວ​ກັນ ​ໂດຍ​ທ່ານ​ຮຸນ ​ເຊ​ນ ​ໄດ້​ເດີນທາງ
​ມານະ​ຄອນ​ວຽງ​ຈັນ​ຕາມ​ການ​ເຊີນ​ຂອງ​ທ່ານ​ທອງ​ລຸນ ​ເພື່ອ​ແກ້​ໄຂ​ບັນຫາ​ຮ່ວມ​ກັນ​ຢ່າງ
​ຮີບ​ດ່ວນ ​ແລະ​ເຖິງ​ແມ່ນ​ວ່າ​ສະພາບ​ການຈະ​ໄດ້​ກັບ​ສູ່​ສະພາວະ​ປົກກະຕິ​ແລ້ວ​ກໍ​ຕາມ
​ແຕ່​ກະຊວງ​ປ້ອງ​ກັນ​ປະ​ເທດກໍ​ຍັງ​ຈະ​ຕ້ອງ​ເປັນ​ພາກ​ສ່ວນ​ຫລັກ​ທີ່​ຮັບ​ຜິດ​ຊອບ​ຕໍ່​ໄປ
ທັງ​ຍັງ​ຈະ​ຕ້ອງ​ປະສານ​ງານ​ກັບ​ກະຊວງ​ທີ່​ກ່ຽວຂ້ອງ​ໃນ​ແຕ່​ລະ​ວຽກ​ງານ​ອີກ​ດ້ວຍ ດັ່ງ​ທີ່
​ທ່ານ​ລຽນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ.

“​ເລື່ອງ​ບັນຫາ​ຈຸດ​ສູມ​ພັດທະນາ​ຊາຍ​ແດນ ມັນ​ຫຼາຍອົງການ​ຈັດ​ຕັ້ງ​ໂພດ ສິ​ມອບ​ວຽກ​
ດັ່ງກ່າວ​ນີ້ໃຫ້​ອົງການ​ກ່ຽວ​ຂ້ອງ​ເປັນ​ຜູ້​ເຮັດ ​ແລະ​ອີກ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ພັດ
ທະນາ​ ຊາຍ​ແດນ ​ເພາະວ່າ​ຊາຍ​ແດນ​ມີ​ບັນຫາ​ປາກົດການ​ຫຍໍ້​ທໍ້​ກະ​ຫຼາຍ ໜໍ່​ແໜງ​
ຄວາມ​ບໍ່​ສະ​ງົບ​ກະ​ຫຼາຍ ອັນ​ນີ້​ແມ່ນ​ວຽກ​ທີ່​ສືບ​ຕໍ່​ປະລະ​ບໍ່​ໄດ້ ບໍ່​ໝາຍຄວາ​ມວ່າ​ເພີ່ນ​ຍຸບ
​ອັນ​ນັ້ນ​ແລ້ວ ພວກ​ເຮົາ​ກະ​ຍຸບ​ຂະແໜງການ​ອັນ​ນີ້ ​ແຕ່​ວ່າ​ຕ້ອງ​ມອບ​ໃຫ້​ໃຜ​ເຮັດ​ຂາດ​
ຕົວ​ເປັນ​ຫລັກ ​ແຕ່​ວ່າ​ຫລັກ​ອັນ​ນີ້ບໍ່​ແມ່ນ​ວ່າຂະ​ແໜງ​ການ​ອື່ນ​ປະລະ ບໍ່​ພັດທະນາ​ຊາຍ​
ແດນ ຖ້າວ່າ​ບໍ່​ມີ​ເຂົ້າ​ກິນ​ເພີ່ນ​ກະ​ຢູ່​ບໍ່​ໄດ້​ເນາະ ປະຊາຊົນ ​ກະ​ບໍ່​ຮັ່ງ​ບໍ່ຮັ່ງ​ບໍ່ມີຂຶ້ນ​ໄດ້ ບໍ່​ມີ
ສຸຂະ​ພາບ​ເຂັ້ມ​ແຂງ​ກະ​ບໍ່​ໄດ້ ບໍ່ມີ​ກາ​ນສຶກສາ​ກະບໍ່​ໄດ້ ​ເພີ່ນ​ກະ​ເຮັດ​ແຕ່​ປ້ອງ​ກັນ​ຊາດ
​ກະ​ບໍ່​ໄດ້ ຄັນ​ເຮົາ​ບໍ່​ເຂົ້າ​ຮ່ວມ.”

ທາງ​ດ້ານ​ທ່ານ​ແພງ​ສະຫວັນ ​ແກ້ວ​ປະ​ເສີດ ຫົວໜ້າ​ຫ້ອງການ​ຄະນະ​ກຳມະ​ການ​ຊາຍ
​ແດນ​ແຫ່ງ​ຊາດ ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າການ​ສຳ​ຫຼວດ ​ແລະ
​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບ​ກຳ​ປູເຈຍ ທີ່​ໄດ້​ເລີ້ມ​ດຳ​ເນີນ​ການ​ຮ່ວມ​ກັນ​ນັບ​ແຕ່​ປີ
2000 ​ເປັນ​ຕົ້ນ​ມາ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ຫລັກການ 4 ປະການ​ທີ່​ລັດຖະບານ​ທັງ 2
ປະ​ເທດ ​ໄດ້​ຕົກລົງຮ່ວມ​ກັນ​ຕັ້ງ​ແຕ່​ປີ 1995 ​ເປັນ​ຕົ້ນ​ມາ​ກໍ​ຄື​ ການ​ຮັບ​ຮູ້​ເຂດ​ແດນ​ຕິດ​ຕໍ່
​ກັນ​ໂດຍ​ອີງ​ຕາມ​ແຜນ​ທີ່ 1/100,000 ປີ 1933 ຫລັກການ​ຕ່າງໆ ທີ່​ສານ​ຮັບ​ຮູ້​ກ່ຽວ​ກັບ
​ການ​ຂີດ​ເສັ້ນ​ຊາຍ​ແດນ ການ​ຄຳ​ນຶງ​ເຖິງ​ເຂດ​ຄຸ້ມຄອງ​ຂອງ​ປະ​ຊາ​ຊົນ​ທີ່​ສືບ​ທອດ​ກັນມາ
ຍາ​ວນານ ​ແລະ​ຫລັກ​ການ​ຂອງ​ຄວາມ​ສະ​ເໝີ​ພາບ ​ເຄົາລົບ​ສິດທິ ຜົນ​ປະ​ໂຫຍ​ດ ​ແລະ
ເປັນ​ເອກ​ກະພາບ​ກັນ​ຢ່າງ​ສົມ​ບຸນ.

ໂດຍ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ຕົກລົງ​ລະຫວ່າງ​ທ່ານ​ທອງ​ລຸນ ກັບ​ທ່ານຮຸນ​ເຊ​ນ ​ເມື່ອ
ວັນ​ທີ 12 ສິງຫາ 2017 ກໍ​ຄື​ການ​ຖອນ​ກຳລັງ​ທະຫານ​ທັງ​ໝົດ​ຂອງ​ທັງ 2 ຝ່າຍ​ ອອກ​ໄປ​
ຈາກ​ພື້ນ​ທີ່​ຂັດ​ແຍ້​ງ​ໃນ​ເຂດ​ແກ້ງ​ຕໍມໍກັບຫ້ວຍ​ຕະ​ເງົາ ທີ່ເປັນເຂດຊຽງແຕງ ໂດຍ​ໃຫ້​ກັບ
​ຄືນ​ໄປ​ຢູ່​ໃນ​ເຂດ​ທີ່​ຕັ້ງ​ເດີມຂອງ​ທັງ 2 ຝ່າຍ ​ແລະໃຫ້ຍຸຕິ ການ​ກໍ່ສ້າງ​ຖະໜົນ​ໃນ​ເຂດ​ດັ່ງ
ກ່າວ​ດ້ວຍ ​ໃນ​ປັດຈຸບັນ​ທາງ​ການ​ລາວ ແລະກຳ​ປູເຈຍ ສາມາດ​ຕົກລົງ​ປັກ​ຫລັກ​ໝາຍ
​ຊາຍ​ແດນ​ຮ່ວມ​ກັນ​ໄດ້​ແລ້ວ 121 ຫລັກ ລະຍະ​ທາງ​ຍາວ 465 ກິ​ໂລ​ແມັດ ຄິດ​ເປັນ 87
​ເປີ​ເຊັນ ຂອງ​ຊາຍ​ແດນ​ທັງ​ໝົດ ຈຶ່ງ​ຍັງ​ເຫຼືອ 70 ກິ​ໂລ​ແມັດ​ທີ່ຈະຕ້ອງຕົກລົງ​ກັນ​ຕໍ່​ໄປ.

ອີກ​ດ້ານ​ນຶ່ງ ກອງ​ທັບ​ປະຊາຊົນ​ລາວ ກໍ​ດຳ​ເນີນ​ໂຄ​ງການ​ກໍ່ສ້າງ​ເສັ້ນທາງ​ຍຸດ​ທະ​ສາດ​
​ລຽນ​ຕາມ​ຊາຍ​ແ​ດນລາວ-ຫວຽດນາມ ນັບ​ແຕ່​ທ້າຍປີ 2017 ​ໂດຍ​ເລີ້​ມ ຈາກ​ເມືອງຊານ​
ໄຊ ​ແຂວງ​ອັດ​ຕະປື​ໄປ​ຫາ​ຊາຍ​ແດນແຂວງ​ເຊ​ກອງ ລະຍະທາງ​ຍາວ 115 ກິ​ໂລ​ແມັດ ທີ່​
ຖື​ເປັນ​ສ່ວນ​ນຶ່ງ​ໃນ​ແຜນການ​ພັດທະນາ​ເຂດ​ຊາຍ​ແດນ​ລາວ-ຫວຽດນາມ​ຢ່າງຮອບດ້ານ
ທີ່ີມີ​ຄວາມ​ສະຫງົບ​ປອດ​ໄພ 100 ​ເປີ​ເຊັນ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

XS
SM
MD
LG