ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຖືສັນຊາດໄທ ເປັນທີ່ໝາຍຕາ ຂອງ ອົບພະຍົບມຽນມາ ທີ່ເກີດ ໃນປະເທດໄທ


Myanmar Migrants Kids Set Sights on Thai Citizenship
please wait

No media source currently available

0:00 0:02:19 0:00

​ມີອົບ​ພະຍົບ​ຊາວ​ມຽນມາ​ແລະ​ກຳປູ​ເຈຍ ຫຼາຍ​ພັນ​ຄົນ ພວກ​ທີ່​ໄດ້ຫ​ລົບ​ໜີຈາກສົງຄາມ
ໃນ​ບ້ານ​ເກີດ​ເມືອງ​ນອນຂອງພວກເຂົາເຈົ້າ ພວມປະ​ເຊີນໜ້າ​ກັບ​ບັນຫາອັນໜັກໜ່ວງ
​ໃນ​ປະ​ເທດ​ໄທ ​ຍ້ອນວ່າ ​ບໍ່​ມີ​ເອກກະສາ​ນ​ເຮັດ​ວຽກ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ​ແຕ່​ວ່າ
ພວກ​ລູກເຕົ້າຂອງເຂົາ​ເຈົ້າ ​ທີ່ເກີດຢູ່​ໃນ​ແຜ່ນດິນໄທ ແມ່ນພາກັນຊື່ນຊົມ​ຍິນ​ດີ​ກັບ​ນະ​ໂຍ
ບາຍໃໝ່ຂອງລັດຖະບານໄທ ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະຮີບ​ເລັ່ງດຳ​ເນີນຂັ້ນ​ຕອນ​ການ
ປະຕິບັດ​ງານ ​ເລື່ອງ​ການ​ບັນຈຸ​ເຂົ້າ​ເປັນ​ສັນຊາດ. Steve Sandford ​ໄດ້ໂອ້​ລົມ​ກັບ
​ຫຼາຍໆ​ຄົນທີ່​ເປັນ​ພວກ​ທຳ​ອິດ ທີ່​ໄດ້​ຍື່ນ​ໃບ​ສະໝັກຫາ​ວຽກ​ເຮັດ​ງານ​ທຳ ທີ່ມີຄວາມໝັ້ນ
ຄົງ​ແລະເລື່ອງການ​ເດີນທາງໄປມາໃນປະເທດໄທ ຊຶ່ງ​ວັນນະ​ສອນ ຈະມີ​ລາຍ​ລະອຽດ
ມາສະເໜີທ່ານ.


ນັບເປັນເວລາ​ຫຼາຍໆ​ທົດ​ສະ​ວັດມາແລ້ວ ທີ່ມີທັງ​ພວກ​ທີ່​ໜີ​ເຂົ້າ​ເມືອງ​ແລະ​ພວກ​ອົບພະຍົບ
ໄດ້​ທະຍອຍ​ຫຼັ່ງ​ໄຫຼພ່າຍສົງຄາມ​ແລະ​ຄວາມ​ບໍ່​ທຸ່ນທ່ຽງ​ໃນພວກ​ປະ​ເທດ​ເພື່ອນ​ບ້ານ
ເຂົ້າໄປ​ຍັງ​ປະ​ເທດ​ໄທ.

ພວກ​ຜູ້​ຄົນສ່ວນໃຫຍ່ເຫຼົ່ານີ້ ໄດ້​ພາກັນ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ ຈຶ່ງ​ເຮັດ​ໃຫ້​
ເປັນ​ການ​ຍາກ ​ທີ່​ຈະໄດ້​ຮັບເອກະສານເຮັດວຽກເຮັດການ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ທັງໄດ້ບັງຄັບ​ໃຫ້​ຫຼາຍໆ​ຄົນ​ເຮັດ​ວຽກຊັ້ນຕໍ່າ ແລະ​ຈຳກັດ​ການ​ເດີນທາງທ່ອງທ່ຽວໄປມາ.

​ແຕ່​ເຖິງ​ຢ່າງ​ນັ້ນກໍ​ຕາມ​ ການ​ແກ້ໄຂຫາ​ທາງ​ອອກຂອງ​ລັດຖະບານ ​ທີ່ໄດ້​ຮັບ​ຜ່ານ​ໃນ
​ເດືອນ​ທັນວາ ຜ່ານ​ມາ​ນີ້ ກໍສາມາດເຮັດໃຫ້ພວກ​ຄອບຄົວຜູ້ທີ່ບໍ່ມີປະເທດທັງຫຼາຍ​
ໄດ້ຮັບ​ສັນຊາດ ຢ່າງຖືກຕ້ອງຕາມກົດໝາຍ ສຳລັບ​ພວກ​ລູກໆ​ຂອງ​ພວກ​ເຂົາ​ເຈົ້າ
ທີ່​ເກີດຢູ່​ໃນ​ປະ​ເທດ​ໄທ.

ສຳ​ຫຼັບ ນາງ Mou Jae ຊາ​ວ ກະຣ່ຽງ ຊຶ່ງ​ພື້ນຖານ​ເດີມ​ແມ່ນ​ມາ​ຈາກ​ມຽນມາ ​ແລະ​ເປັນ​
ຜູ້​ທຳອິດ​ທີ່​ໄດ້ຮັບ​ສັນຊາ​ດ​ ​ພາຍ​ໃຕ້​ນະ​ໂຍບາຍ​ໃໝ່​ເວົ້າວ່າ ​ການ​ສຶກສາ​ທີ່​ດີ ໝາຍ​ເຖິງ ​
ມີ​ວຽກ​ງານ​ທີ່​ມີ​ລາຍ​ໄດ້​ສູງ.

ນາງ Mou Jae ກ່າວ​ເປັນ​ພາສາ ກະຣ່ຽງ ວ່າ “ຂ້ອຍດີ​ໃຈ​ຫຼາຍ ທີ່​ຈະ​ໄດ້ມີ​ບັດປະຈຳຕົວ​.
ມັນ​ຈະ​ເຮັດ​ໃຫ້​ຊີ​ວິດ​ຂ້ອຍ​ງ່າຍ​ຂຶ້ນ ໃນການ​ເດີນທາງ​ໄປ​ໃສ​ກໍ​ໄດ້ ​ແລະ​ໄດ້ເຂົ້າຮ່ຳຮຽນ
ສຶກສາ ​ແລະ​ມີ​ໂອກາດ​ທີ່ດີແນວອື່ນໆ. ຕອນ​ທີ່​ຂ້ອຍ​ໄປ​ໂຮງຮຽນ​ໃນເມື່ອກ່ອນ ພວກ​ຜູ້
ຄົນໄດ້​ຖາມ​ຂ້ອຍ​ວ່າ ​ເຈົ້າ​ເປັນ​ຄົນ​ໄທ​ເບາະ?”
​ເພາະວ່າ​ມີ​ແຕ່​ພວກ​ທີ່​ເປັນ​ຄົນ​ໄທ​ເທົ່າ​ນັ້ນ
ຈະ​ສາມາດ​ໄປເຂົ້າໂຮງຮຽນ​ໄດ້.

ການ​ແກ້​ໄຂ​ບັນຫາທີ່ວ່ານີ້ ​ໄດ້​ຂະຫຍາຍ​ການ​ມີ​ສິດເປັນ​ສັນຊາດ ອອກ​ໄປ​ໃຫ້​ພວກ
​ເດັກນ້ອຍ​ປະມານ 80 ພັນ​ຄົນ ​ຂອງ​ພວກຄົນ​ເຂົ້າ​ເມືອງ ​ແລະ​ພວກອົບ​ພະຍົບ ​
ແລະເລັ່ງລັດ​ເລື່ອງ​ເອກ​ກະສາ​ນ​ເຈ້ຍສໍໃນ​ເຂດ​ທ້ອງ​ຖິ່ນ.

ອະດີດ​ຜູ້​ອາ​ໄສ​ໃນ​ຊາຍ​ແດນ ​ແລະ​ຜູ້ທີ່​ເຫັນ​ເຫດການທີ່ເຄີຍປະສົບ​ຄວາມ​ລຳບາກຂອງ​
ພວກ​ອົບ​ພະຍົບນີ້ມາແລ້ວ, ທ່ານ Santhipong Moonfong ກ່າວ​ວ່າ ການທີ່​ໃຫ້​ຂໍ້​ມູນ
ແກ່​ພວກຄອບຄົວ​ທີ່​ບໍ່​ມີ​ປະເທດ ​ແມ່ນ​ເປັນກະ​ແຈ​ສຳຄັນ ທີ່​ຈະ​ເປີດ​ໂອກາດ​ໃຫ້​ແກ່​ພວກ​
ລູກ​ເຕົ້າຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Santhipong Moonfong ຈາກ​ອົງການ​ເຄືອ​ຄ່າ​ຍພັດທະນາເດັກນ້ອຍໄດ້​ກ່າວ​
ເປັນ​ພາສາ​ໄທ​ວ່າ “ບັນຫາ​ໃຫຍ່ ສຳ​ຫຼັບ​ພວກ​ທີ່​ບໍ່​ມີ​ປະ​ເທດ ​ໃນບ່ອນ​ນີ້ກໍ​ຄືວ່າ ພວກ​ເຂົາ​
ເຈົ້າ​ບໍ່​ຮູ້​ທີ່​ມາ​ຂອງ​ພວກ​ຕົນ​ເລີຍ ຫຼື​ແມ່ນ​ແຕ່​ວ່າ ມີຫຽັງແດ່ທີ່ພວກ​ເຂົາ​ເຈົ້າ​ຮູ້​ ພວກ​ເຂົາ
​ເຈົ້າ​ບໍ່​ຮູ້ ເຖິງ​ຂັ້ນ​ຕອນໃນ​ການ​ຂໍ​ເປັນ​ສັນ​ຊາດ ບາງຄົນຮອດບໍ່​ຮູ້ຊໍ້າ ວ່າໂຕເອງເກີດ
ຢູ່ໃສ ສະຖານະຂອງ​ຕົນ. ບາງ​ພວກ​ຍັງ​ບໍ່​ຮູ້​ດ້ວຍ​ຊ້ຳ​ວ່າພວກ​ຕົນ​ເກີດ​ຢູ່​ທີ່​ໃດ. ບາງ​ພວກ
ບໍ່ມີ​ຫຼັກຖານເລີຍ ວ່າໂຕ​ມາ​ຈາກ​ໃສ. ພວກ​ເຮົາ​ຕ້ອງ​ໄດ້​ໃຫ້​ຂໍ້ມູນແກ່​ພວກ​ເຂົາເຈົ້າ ​
ແລະ​ຊີ້​ຊ່ອງທາງ​ໃຫ້ພວກ​ເຂົາ​ເຈົ້າ​ເພື່ອນຳໄປສູ່ການໄດ້ຮັບ​ບັດ​ປະຊາຊົນ.”

ຈັງຫວັດ​ແມ່​ຫ້ອງ​ສອນ ຕາມ​ຊາຍ​ແດນ​ໄທ-​ມຽນມາ ​ແມ່ນ​ເປັນຂົງເຂດ​ທີ່​ມີ​ຜູ້​ຄົນຂອງ
ພວກ​ທີ່ບໍ່​ມີ​ປະ​ເທດ ​ເປັນຈຳນວນ​ຫຼາຍ​ທີ່ສຸດ ຄືມີຫຼາຍກວ່າ 50 ພັນ ຄົນ.

ນັກຮຽນຊາວກະຣ່ຽງ ນາງ Sher La Aer ເປັນຜູ້​ສະໝັກ​ໃໝ່ ທີ່​ກຳລັງ​ລໍ​ຖ້າ​ການ​ຢັ້ງຢືນ
ຂອງ​ການ​ເປັນ​ສັນຊາດຢູ່ ​ເພື່ອ​ແຜ່​ວທາງ​ໄປ​ສູ່​ການ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ໃນ​ອະນາ​ຄົດ
​ຂ້າງ​ໜ້າ.

ນາງ Sher La Aer ເວົ້າ​ເປັນພາສາໄທວ່າ “ຄວາມ​ຝັນ​ຂອງ​ຂ້ອຍ​ກໍຄື ມີ​ບັດ​ປະຈຳຕົວ
​ແລະ​ສືບ​ຕໍ່​ສຶກສາ​ວິຊາລັດຖະສາດ. ຫຼັງ​ຈາກ​ຂ້ອຍ​ຮຽນ​ຈົບ​ແລ້ວ ຂ້ອຍ​ຈະ​ກັບ​ມາ​ເຮັດ
​ວຽກ​ຢູ່​ກັບ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ​ຊ່ອຍ​ເຫຼືອ​ພວກ​ເດັກນ້ອຍ​ຄົນ​ອື່ນໆ ​ໃນ​ປະຊາ
​ຄົມ​ຂອງ​ພວກ​ຂ້ອຍ ​ໃຫ້​ໄດ້​ບັດປະຈຳຕົວ.”

​ໃນ​ຂະນະ​ທີ່​ ຈຳນວນຂອງ​ພວກ​ຜູ້​ຄົນທີ່​ພາກັນ​ຂ້າມ​ໄປ​ຍັງປະ​ເທດ​ໄທ ​ໄດ້​ຫລຸດ​ລົງຢູ່ນີ້ ພ້ອມໆກັບການ​ພັດທະນາ​ທີ່ດີຂຶ້ນໃນ​ມຽນມານັ້ນ ຫຼາຍໆ​ຄອບຄົວ ກໍ​ແມ່ນ​ຫວັງ​ວ່າ​
ຈະມີການ​ຄ້ຳປະກັນສຳລັບ​ອະນາ​ຄົດ​ຂອງ​ພວກ​ລູກ​ໆຂອງ​ພວກ​ເຂົາ​ເຈົ້າ ​ໃນ​ຝັ່ງ​
ປະ​ເທດ​ໄທ.​


Thousands of Myanmar and Cambodia migrants who fled past conflicts in their homeland face hardships in Thailand without proper work documents. But their children - born on Thai soil - welcome a new government policy which promises to speed up the citizenship process. Steve Sandford talks to several of the first applicants who are seeking secure work and travel in Thailand.

For decades, a steady flow of migrants and refugees fleeing conflict and instability in neighboring countries have arrived here in Thailand.

Most have crossed the border illegally, making it difficult to obtain proper working papers and forcing many to take on menial jobs with restricted travel.

However, a government resolution passed in December enables stateless families to obtain legal citizenship for their children who are born in Thailand.

For Karen Mou Jae, originally from Myanmar and one of the first to obtain citizenship under the new policy - better education means better paying jobs.

MOU JAE, KAREN MIGRANT
"I am very happy to have the ID card. It's making my life easier to travel around and get access to school and have more options. When I went to school in the past, they ask me, Are you Thai? because only Thais can study at the school."

NARRATOR
The resolution expands eligibility to about 80,000 offspring of migrants and displaced people - and localizes the paperwork for expediency.

Former border resident and a witness to theongoing hardships of the refugees, Santhipong Moonfong, says providing information to the stateless families is key to opening the door for their kids.

SANTHIPONG MOONFONG, CHILDREN DEVELOPMENT NETWORK
"The main problem for the stateless people here is, they don't know their background. Or even if they have some information, they don't know the process to get status. Some people don't know where they were born. Some of them don't have evidence where they came from. We have to give them knowledge and guide them to get identity cards."

NARRATOR
Mae Hong Son province along the Thai-Myanmar border is home to the highest number of stateless people, at more than 50,000.

Karen student Sher La Aer is a new applicant awaiting confirmation of citizenship so she can pay it forward to others seeking help.

SHER LA AER, KAREN STUDENT Female in Thai
"My dream is to get the identity card and continue to study political science. After I graduate I will come back to work at the local government office and help other children in my community to get the identity card."

NARRATOR
As the number of cross-border arrivals in Thailand drops with increased development in Myanmar, many families are hoping for a more secure future for their children - on the Thai side.

XS
SM
MD
LG