ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຢູເຄຣນ ແລະ ຣັດເຊຍ ບັນລຸ ການຕົກລົງ ໃນເລື້ອງແກັສ


ລັດຖະມົນຕີພະລັງງານຣັດເຊຍ ທ່ານ Alexander Novak ຈັບມືກັບລັດຖະມົນຕີພະລັງງານຢູເຄຣນ ທ່ານ Yuri Prodan (ຂວາ) ລຸນຫລັງການເຈລະຈາ ກ່ຽວກັບເລື້ອງແກັສ ລະຫວ່າງ ສະຫະພາບຢູໂຣບ ຣັດເຊຍ ແລະຢູເຄຣນ ທີ່ບຣັສເຊີລ (30 ຕຸລາ 2014)
ລັດຖະມົນຕີພະລັງງານຣັດເຊຍ ທ່ານ Alexander Novak ຈັບມືກັບລັດຖະມົນຕີພະລັງງານຢູເຄຣນ ທ່ານ Yuri Prodan (ຂວາ) ລຸນຫລັງການເຈລະຈາ ກ່ຽວກັບເລື້ອງແກັສ ລະຫວ່າງ ສະຫະພາບຢູໂຣບ ຣັດເຊຍ ແລະຢູເຄຣນ ທີ່ບຣັສເຊີລ (30 ຕຸລາ 2014)

ຣັດເຊຍ ກ່າວວ່າ ການຈັດສົ່ງແກັສໄປໃຫ້ຢູເຄຣນ ອາດຈະເລີ້ມ
ຂຶ້ນໃນອາທິດໜ້ານີ້ ຫລັງຈາກຢູເຄຣນເງິນງວດທຳອິດໃນໜີ້ສິນ
ທີ່ຢູເຄຣນຕິດຣັດເຊຍນັ້ນ.

ທ່ານ Alexei Miller ຫົວໜ້າບໍລິສັດລັດວິສາຫະກິດ Gazprom
ຂອງຣັດເຊຍກ່າວໃນວັນສຸກມື້ນີ້ວ່າ ການຕົກລົງມູນຄ່າຫລາຍພັນ
ລ້ານໂດລາທີ່ໄດ້ຕໍ່ລອງກັນໂດຍຣັດເຊຍ ຢູເຄຣນແລະສະຫະພາບ
ຢູໂຣບນັ້ນ ຈະຄ້ຳປະກັນການຈັດສົ່ງແກັສ ຂອງຣັດເຊຍ ໄປໃຫ້ຢູ
ເຄຣນ ແລະເຂດອື່ນໆຂອງຢູໂຣບ.

ທ່ານ Miller ເວົ້າວ່າ ທຸກສິ່ງຢ່າງແມ່ນຂຶ້ນຢູ່ກັບວ່າ ເວລາໃດທີ່ຢູເຄຣນຈະຈ່າຍເງິນຈຳນວນ
ນີ້. ທ່ານຄິດວ່າ ການຈ່າຍເງິນງວດທຳອິດ ຄົງຈະແມ່ນໃນອາທິດໜ້າ.

ທໍ່ສົ່ງແກັສ ຣັດເຊຍ-ຢູເຄຣນ
ທໍ່ສົ່ງແກັສ ຣັດເຊຍ-ຢູເຄຣນ

ບໍລິສັດ Gazprom ໄດ້ຢຸດເຊົາການສົ່ງແກັສໄປໃຫ້ຢູເຄຣນໃນ
ເດືອນມິຖຸນາປີນີ້ ຍ້ອນຢູເຄຣນບໍ່ໄດ້ຈ່າຍເງິນຄ່າແກັສ ຊຶ່ງເປັນ
ການເຄື່ອນໄຫວທີ່ມີຂຶ້ຶ້ນຫລັງຈາກໄດ້ມີການຂັບໄລ່ຜູ້ນຳຂອງຢູ ເຄຣນທີ່ເປັນມິດກັບຣັດເຊຍລົງຈາກອຳນາດແລະການປະກາດ ຮວມເອົາເຂດໄຄຣເມຍເຂົ້າເປັນຂອງຕົນໂດຍວັງເຄຣັມລິນ.

ການຕົກລົງທີ່ວ່ານີ້ພາໃຫ້ຫລຸດຜ່ອນຄວາມຢ້ານກົວທີ່ວ່າຢູໂຣບ
ຈະປະເຊີນກັບສະພາບການຂາດແຄນແກັສ ໃນລະດູໜາວປີນີ້ ດັ່ງດຽວກັນກັບທີ່ໄດ້ເກີດຂຶ້ນເມື່ອສອງສາມປີກ່ອນໃນລະຫວ່າງ
ທີ່ເກີດບັນຫາຂັດແຍ້ງກ່ຽວກັບເລື່ອງແກັສ ເວລາຢູເຄຣນ ລັກເອົາແກັສທີ່ຕັ້ງໃຈສົ່ງໄປໃຫ້ ຢູໂຣບ ແລະຣັດເຊຍໄດ້ຢຸດເຊົາການສົ່ງແກັສ ເພື່ອເປັນການຕອບໂຕ້.

UKRAINE RUSSIA GAS VOSOTVO
please wait

No media source currently available

0:00 0:00:51 0:00

XS
SM
MD
LG