ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຟັງການສຳພາດ ທ່ານນາງ Jacqueline Chagnon ກ່ຽວກັບ ກຸ່ມສັງຄົມພົນລະເຮືອນ ໃນ ສປປ ລາວ


ທ່ານນາງ Jacqueline Chagnon ນັກຄົ້ນຄວ້າ ສຶກສາ ຂອງອົງການ Quaker ໃນ ສປປ ລາວ
ທ່ານນາງ Jacqueline Chagnon ນັກຄົ້ນຄວ້າ ສຶກສາ ຂອງອົງການ Quaker ໃນ ສປປ ລາວ
ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ລາຍການ​ຊາວ​ລາວ ຂອງ
ວິທະຍຸ ວີ​ໂອ​ເອ ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ທ່ານ​ນາງ
Jacqueline Chagnon ນັກ​ຄົ້ນ​ຄວ້າຈາກ​ອົງການ Qua-
ker ຊຶ່ງ​ເປັນ​ອົງການ​ສາສະໜາ ຫລື​ອົງການຊອກ ຫາ​ສັນ​ຕິ
​ສຸກຫລັງ​ຈາກ​ສົງຄາມ ​ເພື່ອສຶກສາ​ກ່ຽວ​ກັບ ຊີວິດ​ການ​ເປັນ
ຢູ່ ​ແລະ ລາຍ​ງານ​ເຖິງຄວາມ​ຕ້ອງການຕ່າງໆ​ ເພື່ອ​ຊ່ວຍ​
ເຫລືອ​ປະຊາກອນ​ຜູ້​ທຸກ​ຈົນໃນສປປ ລາວ ​ໂດຍ​ສະ​ເພາະ​ຢູ່​
ໃນ​ເຂດທີ່​ມີ​ການ​ຖີ້ມລະ​ເບີດ. ທ່ານ​ນາງ Chagnon ໄດ້ເດີນ
​ທາງ​ເຂົ້າ​ມາ​ປະຕິບັດ​ງານ​ຢູ່​ລາວ ​ໃນ​ປີ 1978 ຢູ່​ໃນ​ຊ່ວງ​ລະ
ຍະ​ 30 ກວ່າ​ປີ ທ່ານໄດ້ເຫັນ​ການປ່ຽນແປງ ພັດທະນາທີ່​ດີ​
ຫລາຍ​ຢ່າງ ແຕ່​ວ່າ​ຍັງຂາດ ດ້ານສັງ​ຄົມ​ພົນລ​ະເຮືອນ ຊຶ່ງ​
ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາ​ສະທ່ານ ​ໃນ​ອັນດັບ​ຕໍ່​ໄປ.

ສະບາ​ຍດີ​ທ່ານ​ຜູ້​ຟັງທີ່​ເຄົາລົບ ​ອ​ະດີ​ດ ພະລາ​ດຊະ​ອານາຈັກ​ລາວ ​ໄດ້​ປ່ຽນ​ລະບອບ​
ການ​ປົກຄອງໃນ​ປີ 1975 ມາ​ເປັນ ສາທາລະນະ​ລັດ ປະຊາທິປ​ະ​ໄຕ ປະຊາຊົນ​ລາວ
ທີ່​ເຮົາ​ຮູ້​ກັນ​ຢູ່​ປັດຈຸ​ບັນ​ນີ້. ​ເລີ້ມ​ແຕ່​ປີ 1978 ​ເປັນ​ຕົ້ນ​ມາໄດ້ມີ​ອົງການ​ຈັດຕັ້ງ​ທາງສາສະ
ໜາຂອງນາໆ​ຊາດ ​ເຊັນ​ວ່າ ອົງການ Minonite ​ແລະ Quaker ຊຶ່ງ​ເປັນ​ອົງການ​ທີ່​ ບໍ່
​ສ້າງ​ຜົນ​ກຳ​ໄລ ​ໄດ້​ຍື່ນ​ມື​ເຂົ້າ​ມາ​ໃຫ້ການ​ຊ່ວຍ​ເຫລືອດ້ານ​ມະນຸດສະທຳ ​ຫລັງ​ຈາກ​ສົງ
ຄາມ ຊຶ່ງບໍ່ພົວພົວທາງດ້ານການ​ເມືອງບໍ່​ວ່າ ຈະ​ຢູ່​ໃນ​ລະບອບ​ການ​ປົກຄອງ​ໃດ​ໆ​ກໍ​ຕາມ.​

ອົງການ Quaker ແມ່ນ​ອົງການ​ສາດສະໜາ ອົງການ​ນຶ່ງທີ່​ມີ​ປັດ​ຊະຍາ​ອັນ​ໜັກ​ແໜ້ນ
​ໃນ​ຄວາມ​ເຊຶ່ອຖື ​ໃຫ້​ຄວາມຊ່ວຍ​ເຫລືອ ​ແກ່​ບັນດາ​ປະ​ຊາຊົນທີ່​ທຸກ​ຍາກ​ລຳບາກ ​ໂດຍ
​ທີ່​ບໍ່​ຕ້ອງການສິ່ງ​ຕອບແທນ​.

ໃນ​ປີ 1978 ທ່ານ Roger ​ແລະ ທ່ານ​ນາງ Jacqueline Chagnon ​ຜູ້​ຕາງໜ້າ​ອົງ
ການ Quaker ໄດ້​ເດີນທາງ​ໄປ​ເຖິງ​ປະ​ເທດ​ລາວ ເພື່ອ​ປະຕິບັດ​ໜ້າ​ທີ່ ເດີນທາງ​ໄປ
ຕາມ​ເຂດ​ຊົນນະບົດ ຊັ່ງ​ຊາ​ຕີ​ລາ​ຄາ ຄວາມຕ້ອງການ​ຂອງ ປະຊາຊົນ​ລາວ ເພຶ່ອນຳ
​ສະ​ເໜີ ​ແລະ​ປະສາ​ນງານ​ການ​ຊ່ວຍເຫລືອ ຕໍ່​ອົງ ການ ຊ່ວຍ​ເຫລືອ​ຕ່າງໆ​ຮ່ວມ​ທັງ
ລັດຖະບານ ສະຫະລັດ ອາ​ເມຣິການຳ.

ທ່ານ​ນາງ Jacqui ສາມາດ​ປາກ​ພາສາ​ລາວ​ໄດ້​ຢ່າງ​ຄ່ອງ​ແຄ່ວ ທ່ານ ​ໄດ້​ເລົ່າ​ຊີວິດ
​ແລະ​ປະສົບ​ການ​ຢູ່​ໃນ ສປປ ລາວ​ ​ໃນ​ລະຍະ 30 ກວ່າ​ປີສູ່ ວີ​ໂອ​ເອ ​ຟັງ​ວ່າ :
ລິງໂດຍກົງ

ທ່ານ​ນາງ Jacqueline ​ໄດ້ເລົ່າເຖິງ ຄວາມ​ກ້າວໜ້າ​ຂອງ ປະຊາ​ຊົນລາວ ​ສູ່​ຟັງ​ອີກ​ວ່າ :
ລິງໂດຍກົງ

ຕົກ​ມາ​ເຖິງ​ສະ​ໄໝປັດຈຸບັນ​ ການ​ແຂ່ງຂັນ​ທາງ​ດ້ານ​ການ​ຄ້າ ​ແລະ​ອຸດສາຫະກຳ ​ໄດ້ແຜ່​
ເຂົ້າມາ​ສູ່ ​ເມືອງ​ລາວ​ຢ່າງ​ໃຫຍ່ຫລວງ. ​ໂດຍ​ສະ​ເພາະ​ ບັນດານັກ​ລົງ​ທຶນການ​ຄ້າຕ່າງ
ປະ​ເທດ ​ຜູ້​ມີ​ທຶນຮອນ​ໄດ້​ພາກັນ​ມາ​ຊື້ເອົາ​ດິນ​ດອນ​ຂອງ ປະຊາ​ຊົນລາວ ​ເພື່ອ​ສ້າງ​ບໍລິ​
ສັດ​ອຸດສາຫະກຳຕ່າງໆ ​ພ້ອມ​ວ່າ​ຈ້າງແຮງ​ງານ​ຖືກ. ​ສະພາບ​ການ​ດັ່ງກ່າວ ​ໄດ້​ນຳຜົນ
​ກະທົບ​ມາ​ສູ່ ປະຊາກອນ​ລາວ ​ເລີ້ມ​ເກີດບໍ່​ມີ​ດິນຢູ່​ເປັນ​ຂອງ​ຕົນ​ເອງດັ່ງ​ທີ່​ເຄີຍ​ມີ​ມາ​ແຕ່
​ບູຮານ​ນະ​ການ ຊຶ່ງ​ທ່ານ​ນາງ Jacqueline ​ໄດ້​ກ່າວ​ສູ່​ຟັງ​ວ່າ :
ລິງໂດຍກົງ

ກ່ຽວ​ກັບດ້ານ ສັງຄົມ​ພົນລະ​ເຮືອນ ຊຶ່ງ​ລວມ​ເຖິງ​ ການ​ປະຕິ​ບັດ​ຕາມ​ຕົວ​ບົດ​ກົດໝາຍ
ກົດ​ລະບຽບ​ ທີ່​ທຸກ​ຄົນ​ຕ້ອງ​ປະ​ຕິ​ບັດ​ຕາມ​ນັ້ນ ​ຍັງ​ເຫັນ​ວ່າ ບໍ່ເປັນ​ໄປຕາມ​ທີ່​ໄດ້​ບົ່ງ​ໄວ້. ​
​ທ່ານ​ນາງ Jacqueline ​ໄດ້​ເລົ່າສູ່​ຟັງ​ວ່າ :
ລິງໂດຍກົງ

ສື່ມວນ​ຊົນ​ເປັນ​ຂ່າ​ວສານ​ສຳຄັນ​ ໃນ​ບັນດາ​ປະ​ເທດ ທີ່​ມີ​ເອກ​ກະລາດ ​ແລະ​ປະຊາທິປະ
ໄຕ​ອັນແທ້​ຈິງ. ປະຊາຊົນ​ພາກັນ​ໄດ້​ຮັບສິດທິ​ໃນ​ການ​ປາກ​ເວົ້າ ຂີດ​ຂຽນ ​ແລະ​ບັນ​ລະ​
ຍາຍ​ຄວາມຮູ້ສຶກ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ສາມາດໂອ້​ລົມກັບ ລັດຖະບານໄດ້​ຢ່າງ​ເປີດ
ເຜີຍ ​ແລະ​ບໍ່​ມີ​ຄວາມ​ຢ້ານ​ກົວ ເຖິງ​ຄວາມ​ຂ້ອງ​ໃຈ​ ​ແລະເປັນ​ຫ່ວງ​ບໍ່​ວ່າ​ທາງ​ດ້ານ​ພັດທະ
ນາ ​ເສດຖະກິດ ສັງຄົມ ​ແລະ ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ ທ່າ​ນນາງ Jacqueline ​ໄດ້​
ກ່າວ​ມ້ວນກ່ຽວ​ກັບ​ເລື່ອງ​ນີ້​ວ່າ :
ລິງໂດຍກົງ
ນັ້ນ​ແມ່ນ​ການ​ສຳພາດກັບ ທ່ານ​ນາງ Jacqueline Chagnon ນັກ​ຄົ້ນ​ຄວ້າ​ຂອງ ອົງ
ການ Quaker ທີ່​ໄດ້​ປະຕິບັດ​ງານ​ຢູ່​ໃນ ສປປ ລາວ​ມາ​ໄດ້​ກວ່າ 30 ປີແລ້ວ. ວີ​ໂອເອ
ຈະ​ນຳ​ເອົາ​ການ​ສຳພາ​ດ​ເລື້ອງ​ໃ​ໝ່ ທີ່​ໜ້າ​ສົນ​ໃຈ​ມາ​ສະ​ເໜີ​ທ່ານ​ອີກ​ໃນໂອກາດ​ໜ້າ
​ໂປດ​ຕິດຕາມ​ຮັບ​ຟັງ
XS
SM
MD
LG