ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ບໍລິ​ສັດ​​ Apple ເປີດຕົວ smartwatch ແລະ ລະບົບ ຈ່າຍເງິນ ແບບເຄື່ອນທີ່ (​ສະ​ໄລ​ດ໌/ວີດີໂອ)


Apple New Pproducts VOSOT
please wait

No media source currently available

0:00 0:01:50 0:00

ບໍລິ​ສັດ Apple ຊຶ່ງເປັນບໍລິສັດຍັກໃຫຍ່​ແຫ່​ງວົງ​ການ technology ຂອງສະຫະລັດ ​ໄດ້​ກ້າວເຂົ້າສູ່​ຕະຫຼາດ​ໃໝ່​ຂອງ​ຕົນ ​ໃນ​ຮອບຫຼາຍໆ​ປີ​ ດ້ວຍ​ການ​ເປີດຕົວ​ສິນຄ້າ​ໃໝ່ ທີ່​ທຸ​ກໆ​ຄົນ​ຕັ້ງໜ້າ ຕັ້ງ​ຕາລໍ​ຄອຍ ​ເປັນ​ເວລາ​ດົນນານ​ນັ້ນ ກໍ​ຄືໂມງສະຫຼາດຫຼື smartwatch.

ອັນ​ທີ່​ຮູ້​ກັນ​ວ່າ ເປັນໂມງຂອງບໍລິສັດ Apple ນັ້ນ ແມ່ນ​ມັນ​ຜະລິດຕະພັນ​ໃໝ່ ທີ່​ໄດ້​ຜະ ລິດ​ຂຶ້ນມາ ພາຍ​ໃຕ້​ການ​ນຳພາ​ຂອງ​ຫົວໜ້າ​ບໍລິຫານຂອງ​ບໍລິສັດ ທ່ານ Tim Cook ຊຶ່ງ​ໄດ້ເຂົ້າກຳ​ຕຳ​ແໜ່​ງ​ ໃນ​ປີ 2011 ພຽງ​ບໍ່​ເທົ່າ​ອາທິດ ກ່ອນ​ການເຖິງ​ແກ່​ມໍລະ​ນະ​ກຳ​ຂອງ​ຜູ້ຮ່ວມ​ກໍ່ຕັ້ງ​ບໍ​ລິ​ສັດ​ ຄືມື້​ລາງ​ທ່ານ Steve jobs.

ຜະລິດຕະພັນ​ໃໝ່ ທີ່​ໃສ່​ໄດ້​ນັ້ນ ຈະ​ເປັນ​ເຄື່ອງປະສົມປະສານເພື່ອຕິດຕາມເບິ່ງ ​ສຸຂະພາບ​ແລະ​ການ​ອອກກຳລັງ​ກາຍ ແລະໜ້າ​ທີ່ອື່ນໆອີກ​ຫຼາຍໆ​ຢ່າງ​ເຊັ່ນ ການຈັດ​ຫາ​ເລື້ອງ​ແຜນ​ທີ່ ​ແລະ​ການ​ເປີດ​ລ໊ອກປະຕູ​ໂຮງ​ແຮມເປັນ​ຕົ້ນ. ຜະລິດຕະພັນ​ດັ່ງກ່າວ​ຈະ​ນຳອອກ​ຈະ​ໜ່າຍ​ໃນ​ຕົ້ນ​ປີໜ້າ ​ໃນ​ລາຄາ​ເລີ້ມ​ຈາກ 349 ​ໂດ​ລ່າຂຶ້ນໄປ.

ທ່ານ Cook ​ໄດ້​ເປີດຕົວຜະລິດຕະພັນໃໝ່ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ທີ່​ເມືອງ Cupertino ລັດ California ຫຼັງ​ຈາກ​ທີ່​ໄດ້​ນຳ​ສະ​ເໜີການປັບປຸງຍົກລະດັບໃໝ່ຂອງ IPhone ຊຶ່ງ​ເປັນສິນຄ້າຂອງ Apple ​ທີ່ຜູ້​ຄົນ​ນິຍົມ​ຫຼາຍນັ້ນ.

IPhone 6 ​ແລະ 6 Plus ຕົວ​ໃໝ່​ນີ້ ​ແມ່ນ​ມີໜ້າ​ຈໍ​ຂະໜາດ​ໃຫຍ່ຂຶ້ນ ​ແລະ​ມີ​ຄວາມ​ສາ ມາດ​ເພີ້​ມຂຶ້ນ​ຫຼາຍ. ທ່ານ Cook ​ເອີ້ນ​ການປັບປຸງ​ນີ້ວ່າ ​ເປັນ​ການ “ຄວາມກ້າວໜ້າອັນ​ໃຫຍ່​ຫຼວງ” ໃນປະຫວັດສາດການ​ຜະ​ລິດ​ສິນຄ້າ ຊຶ່ງ​ໄດ້​ມີ​ການຈຳໜ່າຍໃນ​ທົ່ວ​ໂລກ ນັບ​ຕັ້ງ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

Apple Rolls Out New iPhones, Smart Watch and Mobile Payment System
please wait

No media source currently available

0:00 0:02:46 0:00

XS
SM
MD
LG